ຍົກສູງປະສິດທິຜົນການດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ FDI

ຍົກສູງປະສິດທິຜົນການດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ FDI - ảnh 1
ເຂດເສດຖະກິດ ຢູງກວັດ
ພາບປະກອບ:internet



(vovworld) - ທີ່ກອງ​ປະຊຸມ​ສຳ​ມະ​ນາທີ່​ມີ​ຫົວ​ຂໍ້​ວ່າ:“ມາດ​ຕະການ​ຊຸກຍູ້ ​ແລະ ຍົກ​ສູງ​ຄຸນ​ນະພາ​ບກະ​ແສ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ເຂົ້າ​ຫວຽດນາມ”​ຊຶ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 15/3, ຜູ້​ຊ່ຽວຊານຫລາຍ​ທ່ານ​ໄດ້​ຢັ້ງຢືນ​ວ່າ ​​ແມ່ນ​ຮອດ​ຈຸດ​ເວລາ​​ແລ້ວ ທີ່ຫວຽດນາມ ​ຄວນ​ມີນະ​ໂຍບາຍ​ກຳນົດ​ທິດ​ນຳ​ໃຊ້ແຫ​ລ່ງ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ (FDI) ​​​ໃຫ້ຖືກ​ກັບ​ຂົງ​ເຂດ, ຖືກ​ກັບ​ຂະ​ແຫນງ​ອາຊີບ​ທີ່​ຈຳ​ເປັນ ​ແລະ ຫລີກ​ລ້ຽງ​ບັນດາ​ໂຄງການ​ທີ່​ນຳ​ໃຊ້ເທັກ​ໂນ​ໂລ​ຊີ​ຫລ້າຫລັງ,​ ກໍ່​ມົນ​ລະ​ພິດ​ຕໍ່ສິ່ງ​ແວດ​ລ້ອມ. ນີ້​ກໍ​ແມ່ນ​ແຜນ​ນະ​ໂຍບາຍ​ຂອງ​ລັດຖະບານ​ຫວຽດນາມ​ໃນ​ໄລຍະ​ປະຈຸ​ບັນ ​ເພື່ອ​ມຸ້ງ​ໄປ​ເຖິງ​ການ​ດຶງ​ດູດ​ທຶນ FDI ທີ່​ມີ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​.

        ຕາມ​ການ​ສະຖິຕິ​ແລ້ວ, ພາຍຫລັງ 25 ປີ​ແຫ່ງ​ການ​ດຶງ​ດູດ​ທຶນ FDI, ​ແຫ​ລ່ງທຶນ​ນີ້​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ຕັ້ງຫນ້າ​ເຖິງ​ການ​ພັດທະນາ​ເສດຖະກິດສັງຄົມ​ຂອງ​ຫວຽດນາມ. ສະ​ເລ່ຍ​ແຕ່ລະ​ປີ, ບັນດາ​ໂຄງການ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ໄດ້​ປະກອບສ່ວນ​ກວ່າ 50% ຍອດ​ວົງ​ເງິນ​ສົ່ງ​ອອກ. ພາກສ່ວນ​ເສດຖະກິດ​ມີ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​​ໂດຍ​ກົງ​ໃຫ້​ແກ່​ຄົນ​ງານ​ປະມານ 2 ລ້ານ​ຄົນ ​ແລະ ນັບ​ 100.000 ຄົນ​ເຮັດ​ວຽກ​​ໂດ​ຍທາງ​ອ້ອມ. ປະຈຸ​ບັນ,​ ຢູ່ ຫວຽດນາມ ມີ​ກວ່າ 13.500 ​ໂຄງການ​ລົງທຶນ​ຂອງ​ຕ່າງປະ​ເທດ​ຍັງ​ມີຜົນ​ສັກສິດ ດ້ວຍ​ຍອດ​ຈຳ​ນວນ​ທຶນ​ຈົດ​ທະບຽນ​ແມ່ນ 200 ຕື້ USD. ​ໃນ​ສະພາວະຄື​ແນວນັ້ນ, ຕາມ​ບັນດາ​ຜູ້​ຊ່ຽວຊານ​ເສດຖະກິດ​ຫລາຍ​ທ່ານ​ແລ້ວ, ​ເລື່ອງ​ດຶງ​ດູດ, ນຳ​ໃຊ້ ​ແລະ ຄຸ້ມ​ຄອງ​ທຶນ FDI ​ໃນ​ໄລຍະ​ຜ່ານ​ມາ​​ໄດ້​ສະ​ແດງ​ໃຫ້​ເຫັນ​ຂໍ້​ຈຳກັດ​ຈຳນວນ​ຫນຶ່ງ. ນັ້ນ​ແມ່ນ ບໍ່​ທັນ​ນຳ​ໃຊ້​    ແຫ​ລ່ງທຶນ​ນີ້​ຢ່າງ​ມີ​ປະສິດທິ​ຜົນ, ການ​ດຶງ​ດູດ​ໂຄງການ​ທີ່​ຂຶ້ນ​ກັບ​ຂົງ​ເຂດ​ເທ​ັກ​ໂນ​ໂລ​ຊີ​ສູງ​ຍັງ​ຈຳກັດ​ຢູ່, ການຖ່າຍ​ທອດ​ເທັກ​ໂນ​ໂລ​ຊີ​ຍັງ​ຊັກ​ຊ້າ,​ ຊ້ຳ​ບໍ່​ໜຳ ບາງ​ທ້ອງ​ຖິ່ນ​ຍັງ​ສວຍ​ໃຊ້​ບັນດາ​ນະ​ໂຍບາຍ​ດຶງ​ດູດ​ການ​ລົງທຶນ​ຂອງ​ຕ່າ​ງປະ​ເທດ ​ແຕ່​ບໍ່​ຄິດ​ໄລ່​ເຖິງ​ປະສິດທິ​ຜົນ​ດ້ານ​ເສດຖະກິດ​ສັງຄົມ. ສະ​ນັ້ນ ​ໄປຄຽງ​ຄູ່​ກັບ​ການ​ກຳນົດ​ທິດ​ຈຸດໝາຍ​ຍົກ​ລະດັບ​ການ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ຄືນ​ໃຫມ່ ຕາມ​ທິດມີ​ຄຸນ​ນະພາ​ບ-ປະສິດທິ​ຜົນ ​ແລະ ​ຍືນ​ຍົງ ​ແມ່ນຈຳ​ເປັນ​ຕ້ອງ​ປ່ຽນ​​ໃຫມ່​ນະ​ໂຍບາຍ​ດຶງ​ດູດ​ທຶນ FDI ​ແລະ ການ​ກຳ​ນົດທິດ​​ແຫ່ງການ​ຜະລິດ​ໃນ​ໄລຍະ​ຈະ​ມາ​ເຖິງ. ຕາ​ມທ່ານ ບຸ່ຍ​ກວາງ​ວີ​ງ, ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ​ແລ້ວ, ຫວຽດນາມ ບໍ່​​ ​ໄຝ່ຝັນ​ຢາກ​ບັນລຸ​​ໄດ້ຈຸດໝາຍ​ທັງ​ໝົດ​ໃນ​ພາບ​ດຽວ ​ແຕ່​ສິ່ງສຳຄັນ​ຕົ້ນ​ຕໍ ​ແມ່ນ​ຕ້ອງ​ຍົກ​ສູງ​ຄຸນ​ນະພາ​ບທຶນ FDI. ​ເພື່ອ​ເຮັດ​ສິ່ງ​ດັ່ງກ່າວໃຫ້ໄດ້ ຕ້ອງ​ດຶງ​ດູດ​ເທັກ​ໂນ​ໂລ​ຊີ​ສູງ ​ແລະ ຕ້ອງ​ກຳນົດ​ທິດ​ເຂົ້າ​ໃນ​ບັນດາ​ຂະ​ແຫນງ​ອາຊີບ, ຂົງ​ເຂດ​ຊຶ່ງ​ຫວຽດນາມ​ມີ​ທ່າ​ໄດ້​ປຽບ. ສ່ວນ​ທ່ານ ຫງວຽນ​ມ້າຍ, ປະທານ​ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ລົງທຶນ​ຂອງ​ຕ່າງປະ​ເທດ​ໄດ້​ສະ​ເຫ​ນີວ່າ:

        “ປະຈຸ​ບັນ, ນະ​ໂຍບາຍ​ຂອງ​ພວກ​ເຮົາ​ຕົ້ນຕໍ​ແມ່ນ​ດຶງ​ດູດ FDI,​ ສະ​ນັ້ນ ​ໄລຍະ​ຈະ​ມາ​ເຖິງ ພວກ​ເຮົາ​ຕ້ອງ​ປ່ຽນ​​ເປັນນະ​ໂຍບາຍ​ຍົກ​ລະດັບ​ທຶນ FDI ​ແລະ ນ​ະ​ໂຍບາຍ​ຮ່ວມ​ສຳພັນ​ລະຫວ່າງ​ວິ​ສາ​ຫະກິດທີ່​ມີ​ທຶນ FDI ກັບວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ ​ເພື່ອ​ສ້າງ​ເປັນ​ກຸ່ມວິ​ສາ​ຫະກິດ​ຂອງ​ຊາດ.  ພວກ​ເຮົາ​ຕ້ອງ​ມີ​ການ​ກຳນົດ​ທິດ​ຕື່ມ​ອີກ​ກ່ຽວ​ກັບ​ເຂດ​ແຄ້ວ​ນ, ທ້ອງ​ຖິ່ນ, ​ເຂດ​ອຸດສາຫະກຳ, ​ເຂດ​ເສດຖະກິດ. ຄຽງ​ຂ້າງ​ການ​ກຳນົດ​ທິດ​ ຢ່າງ​ຈະ​ແຈ້ງຂອງ​ລັດ​​ແລ້ວ, ບັນດາ​ເຂດ​ອຸດສາຫະກຳ​ຢູ່​ແຕ່ລະ​ເຂດ, ພວກ​ເຮົາ​ຄວນ​ມີ​ການ​ກຳນົດ​ທິດ​ໃຫ້​​ແກ່ແຕ່ລະ​ເຂດ​ຢ່າງ​ຈະ​ແຈ້ງ ​ແລະ​ຄວນ​ມຸ້ງ​​ເຂົ້າ​ສູ່​ຂົງ​ເຂດ​ໃດ​ເພື່ອ​ສາມາດສ້າງ​ທ່າ​ໄດ້​ປຽບ​ໃຫ້​ແກ່ເຂດນັ້ນ.”

        ນອກ​ນັ້ນ, ມີປັດ​ໄຈ​ຫນຶ່ງ​ຊື່​ງກ່ອນ​ນີ້​ໄດ້​ຮັບ​ຖື​ວ່າ ​ແມ່ນ​ທ່າ​​ໄດ້​ປຽບ​​ໃນ​ການດຶງ​ດູດ​ບັນດາ​ໂຄງການ​ລົງທຶນ​ຈາກຕ່າງປະ​ເທດ​ຂອງ​ຫວຽດນາມ ​ແມ່ນຄ່າ​ແຮງ​ງານ​ຖືກນັ້ນ, ປະຈຸ​ບັນ ​ແມ່ນບໍ່​​ມີຄວາມ​ດຶງ​ດູດ​ຄື​ກ່ອນ​ນີ້​ອີກແລ້ວ. ​ແຫ​ລ່ງຊັບພະຍາກອນ​ມະນຸດ​ຂອງ​ຫວຽດນາມ ​ເຖິງ​ວ່າ​ແມ່ນ​ອຸດົມ​ສົມບູນ ​ແຕ່​ອັດຕາ​ຄົນ​ງາ​ນທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ບຳລຸງ​ສ້າງ​​ແມ່ນ​ຫລາຍ​ພໍ​ສົມຄວນ. ນັກ​ລົງທຶນ​ຕ່າງປະ​ເທດຫລາຍ​ທ່ານ​ຖືວ່າ: ການ​ຂາດ​ກຳມະກອນ​ທີ່​ຊຳນານ​ງານ ​ແມ່ນ​ສາຍ​ເຫດ​ສຳຄັນ​ຊື່ງ​ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ນຳ​ໃຊ້ກຳລັງກາ​ນຜະລິດ​ຂອງ​ໂຮງງານ​ໃຫ້​ໝົດ​ໄດ້. ທ່ານ ​ຟານຫື​ວທັງ, ຜູ້ອຳນວຍການ​ສູນ​ຄົ້ນ​ຄ້ວາ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ ​ໄດ້​ເນັ້ນ​ຫນັກ​ວ່າ: ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຈຸດໝາຍ​ປົວ​​ແປງ, ຍົກ​ລະດັບ​ຄຸນ​ນະພາ​ບ​ແຫ​ລ່ງຊັບພະຍາກອນ​ມະນຸດ. ບົດຮຽນ​ຈາກ​ຫລາຍ​ປະ​ເທດ​ຊີ້​ໃຫ້​ເຫັນ​ວ່າ: ​ເລື່ອງ​ເປັນ​ເຈົ້າ​ການ​ກະກຽມ ​ແລະ ພ້ອມ​ແລ້ວທີ່​ຈະ​ສະ​ຫນອງ​ແຫ​ລ່ງຊັບພະຍາກອນ​ມະນຸດ​ແມ່ນ​ທ່າ​ໄດ້​ປຽບ​    ໃນ​ການ​ແກ້ງ​ແຍ້​ງທີ່​ສຳຄັນ, ສົ່ງ​ຜົນ​ກະທົບຫລາຍ​ເຖິງ​ການ​ຕັດສິນ​ໃຈ​​ເພື່ອລົງທຶນ​ຂອງບັນດາ​ນັກ​ລົງທຶນ. ​ໂດຍມີ​ທັດສະນະ​ເຊັນດຽວ​ກັນ, ທ່ານ​ຮອງ​ສາ​ສະ​ດາ​ຈານ, ດອກ​ເຕີ ຟູ່ງຊວັນ​ຫຍ້າ, ຮອງ​ອະທິ​ການ​ບໍດີ​ ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍຖື​ວ່າ: ບັນດາ​ຂະ​ແຫນງ​ການ​ກ່ຽວຂ້ອງ ​ແລະ ບັນດາ​ທ້ອງ​ຖິ່ນ ຄວນ​ລົງທຶນ​ຢ່າງ​ມີ​ຈຸດ​ສຸມ, ມີຍຸດ​ທະ​ສາດ​ຍາວ​ນານກ່ຽວ​ກັບ​     ແຫ​ລ່ງຊັບພະຍາກອນ​ມະນຸດ.”

        “​ຮອດ​ຈຸດ​ເວລາ​​ແລ້ວທີ່​ຫວຽດນາມ​ຕ້ອງ​ລົງທຶນ​ຢ່າງ​ຈິງ​ຈັງເພື່ອບຳລຸ​ງ​ສ້າງ, ຝືກຝົນ​ຫລໍ່​ຫລອມ​ຖັນ​ແຖວ​ແຫ​ລ່ງຊັບພະຍາກອນ​ມະນຸດ​ທີ​່ມີ​ຄຸນ​ນະພາ​ບສູງ. ​ການບຳລຸງ​ສ້າງ​ຕ້ອງ​ຕິດພັນ​ກັບ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ບັນດາ​ນັກ​ລົງ

ທຶນ​ຕ່າງປະ​ເທດ ​ແລະ ຕ້ອງ​ຮ່ວມ​ສຳພັນ​ກັບ​ບັນດາ​ໂຄງການ​ບຳລຸງ​ສ້າງສາ​ກົນ​ຢ່າງ​ແຫນ້ນ​ແຟ້ນ ​ເພື່ອ​ໃຫ້​ບັນດາ​ລາຍການ​ບຳລຸງ​ສ້າງ​ຕິດ​ພັນ​ ​ແລະ ​​ແທດ​ເໝາະກັບ​ຕົວ​ຈິງ.”

        ຕາມທ່ານ ​ໂດ໋​ເຍີ​ດຮ່ວາງ, ​ຫົວຫນ້າ​ກົມ​ລົງທຶນ​ຕ່າງປະ​ເທດ​ແລ້ວ, ​ໃນ​ປີ 2012 ​ເລື່ອງ​ດຶງ​ດູດ​ທຶນ FDI ຈະ​ກຳນົດ​ທິດ​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ຄື: ພື້ນຖານ​ໂຄງ​ລ່າງ, ອຸດສາຫະກຳ​ຂຽວ​ຊື່​ງບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ສິ່ງ​ແວດ​ລ້ອມ, ​ເຂົ້າ​ຮ່ວມ​ເຄື່ອຂ່າ​ຍຜະລິດ​ໃນ​ທົ່ວ​ໂລກ. ຫວຽດນາມ ຈຳກັດ​ການ​ດຶງ​ດູດ​ບັນດາ​ໂຄງການ​ລົງທຶນ​ຜະລິດ​ເຫລັກ​ກ້າ, ວັດ​ສະ​ດຸ​ກໍ່ສ້າງ.

        ພ້ອມ​ກັບ​ບັນດາ​ການ​ຄາດ​ຄະ​ເນ​ຢ່າງ​ຕັ້ງ​ຫນ້າ​ຂອງ​ຜູ້​ຊ່ຽວຊານ​ ​ແລະ ນັກ​ລົງທຶນຕ່າງປະ​ເທດຫລາຍ​ທ່ານ ກ່ຽວ​ກັບ​ແງ່​ຫວັງ​ການ​ດຶງ​ດູດ​ທຶນ FDI ຂອງ​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເລື່ອງ​ລັດຖະບານ​ຫວຽດນາມ ກຳນົດ​ທິດ​ປ່ຽນ​​ໃຫມ່​ນະ​ໂຍບາຍ​ດຶງ​ດູດ​ທຶນ FDI ຈະ​ສ້າງ​ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍງ​ຂອງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ ​ພ້ອມ​ທັງ​ເຮັດ​ໃຫ້​​ພື້ນຖານ​ເສດຖະກິດພັດທະນາ​ຢ່າງ​ມີ​ຄຸນ​ນະພາ​ບ.

 

ຕອບກັບ

ຂ່າວ/ບົດ​ອື່ນ