ຍາດແຍ່ງກາລະໂອກາດເພື່ອພັດທະນາເສດຖະກິດ,ສະຖຽນລະພາບທາງສັງຄົມ


(vovworld)- ພາຍ​ຫລັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ​ມື້​ເຄິ່ງ, ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ​ສ​ັງ​ຄົມ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ(ສ​ສ​ຊ) ຫລາຍ​ທ່ານ​ຖື​ວ່າ ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແບບ​ຍືນ​ຍົງ, ຄຽງ​ຄູ່​ກັບ​ການ​ປະ​ກາດ​ໃຊ້​ບັນ​ດາ​ນະ​ໂຍ​ບາຍ​ບໍ​ລິ​ຫານ​ເສດ​ຖະ​ກິດ​ມະ​ຫາ​ພາກ​ຢ່າງ​ທັນ​ການ, ລັດ​ຖະ​ບານ​ຫວຽດ​ນາມ ຍັງ​ຕ້ອງເອົາ​ໃຈ​ໃສ່​ລົງ​ທຶນ, ເສີມ​ຂະ​ຫຍາຍ​ບັນ​ດາ​ຂະ​ແຫນງ, ຂົງ​ເຂດ​ທີ່​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າແມ່ນ​ທ່າ​ໄດ້​ປຽບ​ທີ່​ມີ​ຢູ່​ແລ້ວ​ຂອງ​ປະ​ເທດ​ຊາດ.

ຍາດແຍ່ງກາລະໂອກາດເພື່ອພັດທະນາເສດຖະກິດ,ສະຖຽນລະພາບທາງສັງຄົມ - ảnh 1
ພາບ​ປະ​ກອບ
(laodong.com.vn)

        ຫວຽດ​ນາມ​ແມ່ນ​ປະ​ເທດ​ມີ​ພົນ​ລະ​ເມືອງ​ຫລວງ​ຫລາຍ, ​ມີແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ອຸ​ດົມ​ສົບ​ບູນ. ຫວຽດ​ນາມ ກໍ​ແມ່ນ​ປະ​ເທດ ຊື່ງ​ຂົງ​ເຂດ​ກະ​ສິ​ກຳ​ສວມ​ບົດ​ບາດ​ເປັນ​ເສົາ​ຄ້ຳ​​ຂອງພື້ນ​ຖານ​ເສດ​ຖະ​ກິດ. ເລື່ອງ​ປັບ​ປຸງ​ສະ​ມັດ​ຕະ​ພາບ​ແຮງ​ງານ​ຂອງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ສຸ​ມ​ໃສ່​ພັດ​ທະ​ນາ​ກະ​ສິ​ກຳ​ເປັນຈຸດ​ສຸມ, ມີ​ກົນ​ໄກ​​ພິ​ເສດ​ສະ​ເພາະ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ຈຸດ​ສຸມ​ຢູ່​ທັງ 3 ພາກ​ຄື: ພາກ​ເຫນືອ, ພາກ​ກາງ ແລະ ພາກ​ໃຕ້ ຈະ​ສ້າງ​ບັນ​ດາ​ທ່າ​ໄດ້​ປຽບ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.

ສຸມ​ໃສ່​ໃຫ້​ແກ່​ໝວດ​ມາດ​ຕະ​ການ​ປະ​ຊາ​ກອນ ແລະ ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ

       ຫວຽດ​ນາມ ພວມ​ຢູ່​ໃນ​ໄລ​ຍະ, ຈຳ​ນວນ​ຄົນງ​ານ​ໃນ​ເກັນ​ອາ​ຍຸ​ແຮງ​ງານກວມ​ອັດ​ຕາ​ສ່ວນ​ສູງ. ນີ້​ກໍ​ແມ່ນ​ກາ​ລະ​ໂອ​ກາດ​ໃຫຍ່​ໃນ​ການ​ລະ​ດົມ​ແຫລ່​ງ​ກຳ​ລັງ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສ້າງ​ກາ​ລະ​ໂອ​ກາດ​ສະ​ສົມ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃນ​ອະ​ນາ​ຄົດ. ສະ​ນັ້ນ ສ​ສ​ຊ ຫລາຍ​ທ່ານ ຖື​ວ່າ: ລັດ​ຖະ​ບານ ຄວນ​ເພີ່ມ​ເຕີມ​ບັນ​ດາ​ມາດ​ຕະ​ການ​ລະ​ອຽດ​ເພື່ອ​ນຳ​ໃຊ້​ແຫລ່ງ​ຄ​ົນ​ງານ​ອຸ​ດົມ​ສົມ​ບຸນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຫລຸດ​ຜ່ອນ​ອັດ​ຕາ​ຜູ້​ວ່າງ​ງານ. ຕາມ​ທ່ານ ຫງວຽນ​ຟີ​ເທື່ອງ, ສ​ສ​ຊ ນະ​ຄອນ ຮ່າ​ໂນ້ຍ ແລ້ວ, ບັນ​ຫາ​ເພີ່ມ​ສະ​ມັດ​ຕະ​ພາບ​ແຮງ​ງານ​ປະ​ຈຸ​ບັນ ແມ່ນ​ທິດ​ທາງ​ສຳ​ຄັນ, ຊ່ວຍ​ສືບ​ຕໍ່​ບັນ​ລຸ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ ແລະ ແກ້ງ​ແຍ້ງ​ກັບ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ອື່ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ແຮງ​ງານ​ຫວຽດ​ນາມ ຍັງ​ມີ​ຂໍ້​ຈຳ​ກັດ​ຫລາຍ​ຢ່າງ, ຈຳ​ນວນ​ຜູ້​ໄດ້​ຮັບ​ການ​ສອນ​ວິ​ຊາ​ຊີບ​ບໍ່​ຫລາຍ. ສາຍ​ເຫດ​ອື່ນ​ເຮັດ​ໃຫ້​ສະ​ມັດ​ຕະ​ພາບ​ແຮງ​ງານ​ຂອງ​ຫວຽດ​ນາມ ຍັງ​ຕ່ຳ ນັ້ນ​ແມ່ນ​ຍ້ອນ​ເຕັກ​ໂນ​ໂລ​ຊີ​ຫລ້າ​ຫລັງ.  ​ທ່ານ ຫງວຽນ​ຟີ​ເທື່ອງ ສະ​ເຫນີ 3 ມາດ​ຕະ​ການ ເພື່ອ​ປັບ​ປຸງ​ສະ​ມັດ​ຕະ​ພາບ​ແຮງ​ງານ​ຂອງ​ຫວຽດ​ນາມ ນັ້ນ​ແມ່ນ: ທີ​ຫນຶ່ງ ຍົກ​ສູງ​ຄຸນ​ນະ​ພາບ​ການ​ບຳ​ລຸງ​ສ້າງ, ປ່ຽນ​ໃຫມ່​ລະ​ບົບ​ການ​ສຶກ​ສາ​ບຳ​ລຸງ​ສ້າງ​ໂດຍ​ໄວ. ທີ​ສອງ ປະ​ຕິ​ບັດ​ກົນ​ໄກ​ຫັນ​ປ່ຽນ​ອົງ​ປະ​ກອບ​ບັນ​ດາ​ຂະ​ແຫນງ​ເສດ​ຖະ​ກິດບໍ່​ຂຶ້ນ​ກັບ​ກະ​ສິ​ກຳ, ສ້າງ​ທັກ​ສະ​ໃຫ້​ແກ່​ຄົນ​ງານ. ທີ​ສາມ, ເພີ່ມ​ທະ​ວີ​ການ​ລົງ​ທຶນ​ໃຫ້​ແກ່​ວິ​ທະ​ຍາ​ສາດ​ຜ່ານ​ການ​ນຳ​ເຂົ້າ​ກົນ​ຈັກ​ອຸ​ປະ​ກອນ, ເຕັກ​ໂນ​ໂລ​ຊີ.

        ໃນ​ຂະ​ນະ​ນັ້ນ, ທ່ານ ຫງວຽນ​ທ້ຽນ​ເຍີນ, ​ສ​ສ​ຊ ແຂວງ ບັກ​ຢາງ ຖື​ວ່າ: ຢາກ​ເພີ່ມ​ສະ​ມັດ​ຕະ​ພາບ​ແຮງ​ງານ​ຂອງ​ທັງ​ພື້ນ​ຖານ​ເສດ​ຖະ​ກິດ, ກ່ອ​ນ​ອື່ນ​ໝົດ ຕ້ອງ​ເພີ່ມ​ສະ​ມັດ​ຕະ​ພາບ​ຂອງ​ແຕ່​ລະ​ເຂດ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ຄື: ກະ​ສິ​ກຳ, ອຸດ​ສາ​ຫະ​ກຳ, ການກໍ່​ສ້າງ ແລະ ບໍ​ລິ​ການ. ນອກນັ້ນ ຕ້ອງ​ສຸມ​ໃສ່​ແກ້​ໄຂ​​ສິ່ງ​ກີດ​ຂວາງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ຂະ​ແຫນງ​ກະ​ສິ​ກຳ, ເພີ່ມ​ລາຍ​ຮັບ ແລະ ສະ​ມັດ​ຕະ​ພາບ​ແຮງ​ງານ​ຂອງ​ຊາວ​ກະ​ສິ​ກອນ.

        ສົ່ງ​ເສີມ​ການ​ພັດ​ທະ​ນາ​ກະ​ສິ​ກຳ

        ໂດຍ​ກຳ​ນົດ​ວ່າ ກະ​ສິ​ກຳ​ຍັງ​ຄົງ​ແມ່ນ​ເສົາ​ຄ້ຳ​​ຕົ້ນ​ຕໍຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ທ່ານ ເລ​ດີງ​ແຄງ, ສ​ສ​ຊ ແຂວງ ຫາຍ​ເຢືອງ ຖື​ວ່າ: ຄວນ​ລົງ​ທຶນ​ຫລາຍກວ່າ​ ແລະ ມີ​ຈຸດ​ສຸມ​ໃນ​ຂົງ​ເຂດນີ້. ທ່ານ ເລ​ດີງ​ແຄງ ສະ​ເຫນີ ສະ​ພາ​ແຫ່ງ​ຊາດ ແລະ ລັດ​ຖະ​ບານ ​ຄວນສະ​ຫນອງ​ລາຍຈ່າຍ​ຢ່າງ​ພຽງ​ພໍ ເພື່ອ​ຄົ້ນ​ຄ້​ວາ​ແນວ​ພັນ​ປູກ, ສັດ​ລ້ຽງ, ຫລີກ​ລ້ຽງ​ການ​ອີງ​ໃສ່​ຂອງ​ຕ່າງ​ປະ​ເທດ. ທ່ານ ໂດ​ງອກ​ຫນຽນ, ສ​ສ​ຊ ແຂວງ ບ​ີງ​ທ້ວນ ສະ​ເຫນີ​ລັດ​ຖະ​ບານ ຄວນ​ສຸມ​ໃສ່​ຂຸດ​ຄົ້ນ​ທ່າ​ແຮງ​ໃນ​ການລ້ຽງ​ປູກ​, ຂຸດ​ຄົ້ນສິນ​ໃນ​ນ້ຳ. ຕາມ​ທ່ານ ເຈີນກວກ​ຕວນ, ສ​ສ​ຊ ແຂວງ ຈາ​ວີງ ແລ້ວ, ລັດ​ຖະ​ບານ ຄວນ​ຊີ້​ນຳ​ຢ່າງ​ຂ້ຽວ​ຂາດກວ່າ​ໃນ​ການ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃຫມ່. ກ່ອ​ນ​ອື່ນ​ໝົດ ຄວນ​ກຳ​ນົດ​ທິດ​ວາງ​ແຜນ​ກຳ​ນົດ​ຫັນ​ປ່ຽນ​ເນື້ອ​ທີ່​ດິນປູກ​ເຂົ້າ​ສ່​ວນ​ຫນຶ່ງທີ່ບໍ່​ບັນ​ລຸ​ປະ​ສິດ​ທິ​ຜົນ​ມາ​​ປູກ​ບັນ​ດາ​ປະ​ເພດ​ຜະ​ລິດ​ຕະ​ພັນ​ກະ​ເສດ. ພ້ອມ​ທັງຊີ້​ນຳ​​ກ່ຽວ​ກັບການ​ນຳ​ເຂົ້າ, ຖ່າຍ​ທອດ​ເທັກ​ໂນ​ໂລ​ຊີ​ຜະ​ລິດ​ກະ​ສິ​ກຳ​ກ້າວ​ຫນ້າ​ຈາກ​ບັນ​ດາ​ປະ​ເທດ​ໃນ​ໂລກ ແລະ ຄວນ​ມີ​ບັນ​ດາ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ. ຕໍ່​ຫນ້າ​ບັນ​ດາ​ຂ​ໍ້​ສະ​ເຫນີ​ດັ່ງ​ກ່າວ, ທ່ານ ກາວ​ດືກ​ຟາດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສ​ິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ ​​ດ້ານ​ຫນຶ່ງ ສືບ​ຕໍ່​ຍົກ​ສູງ​ປະ​ສິດ​ທິ​ຜົນຂະ​ແຫນງ​ປູກ​ເຂົ້າ, ດ້ານ​ອື່​ນແນະ​ນຳ​ໃຫ້​ຊາວ​ກະ​ສິ​ກອນໝູນໃຊ້​ບັນ​ດາ​ເຕັກນິກ​ໃຫມ່​ເພື່ອ​ເພີ່ມ​ສະ​ມັດ​ຕະ​ພາບ​ແຮງ​ງານ. ກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ລ້ຽງ​ສັດ, ເພື່ອ​ຍົກ​ສູງ​ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ຂະ​ແຫນງ​ລ້ຽງ​ສັດ, ຂະ​ແຫນງ​ກະ​ສິ​ກຳ​ພວມ​ສົ່ງ​ເສີມ​ພັດ​ທະ​ນາ​ການ​ລ້ຽງ​ສັດ​ອຸດ​ສາ​ຫະ​ກຳ, ມີ​ນະ​ໂຍ​ບາຍ​ຫນູນ​ຊ່ວຍ​ພັດ​ທະ​ນາ​ການ​ລ້ຽງ​ສັດ​ໃນ​ຄອບ​ຄົວ​ຊາວ​ກະ​ສິ​ກອນ. ກ່ຽວ​ກັບ​ບົນ​ທະ​ເລ, ສືບ​ຕໍ່​ສົ່ງ​ເສີມ​ຊາວ​ປະ​ມົງ ເພີ່ມ​ກຳ​ລັງ​ຄວາມ​ສາ​ມາດ​ຫາ​ປາ​ຢູ່​ນອກ​ຝັ່ງ​, ຫນູນ​ຊ່ວຍ​ຊາວ​ປະ​ມົງ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊ​ີ ເພື່ອ​ຍົກ​ສູງ​ມູນ​ຄ່າ​ສິນ​ທະ​ເລ.”

       ກົນ​ໄກ​ພິ​ເສດ​ສະ​ເພາະ​ໃຫ້​ແກ່​ການ​ພັດ​ທະ​ນາ​ບັນ​ດາ​ເຂດ​ເສດ​ຖະ​ກິ​ດ​ຈ​ຸ​ດ​ສຸມ

       ປະ​ຈຸ​ບັນ ຫວຽດ​ນາມ​ ມີກວ່າ 20ແຂວງ, ນະ​ຄອນ ຖືກ​ຈັດ​ເຂົ້າ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ. ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ສຳ​ພັນ​ລະ​ຫວ່າງ​ເຂດ​ແຄ້ວນ​ເພື່ອ​ພັດ​ທະ​ນາ​ແມ່ນ​ຈຳ​ເປັນ​ທີ່​ສຸດ. ໃນ​ຊຸມ​ປີ​ຜ່ານ​ມາ, ມາດ​ຕະ​ການນີ້​ໄດ້​ຮັບ​ການ​ປະ​ຕິ​ບັດ ແລະ ບັນ​ລຸ​ໝາກ​ຜົນ​ສຳ​ຄັນ​ຫລາຍ​ຢ່າງ, ເສີ​ມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ​້ອນ, ທ່າ​ໄດ້​ປຽບ​ຂອງ​ທ້ອງ​ຖິ່ນ​ໃນ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ, ກະ​ສິ​ກຳ ແລະ​ບໍ​ລິ​ການ. ທ່ານ​ນາງ ຫງວຽນ​ທິ​ເຫງ໋ຍ ສ​ສ​ຊ ນະ​ຄອນ ຫາຍ​ຟ່ອງ ສ​ະ​ເຫນີ​ວ່າ:

        “ລັດ​ຖະ​ບານ ຄວນ​ເພີ່ມ​ທະ​ວີ​ລັກ​ສະ​ນະ​ປະ​ສິດ​ທິ​ຜົນ​ໃນ​ການ​ຮ່ວມ​ສຳ​ພັນ​ລະ​ຫວ່າງ​ເຂດ, ບໍ​ລິ​ຫານ​ນະ​ໂຍ​ບາຍ​ຮ່ວມ​ສຳ​ພັນ ເພື່ອ​ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ຈຳ​ເປັນ​ຂອງ​ບັນ​ດາ​ທ້ອງ​ຖິ່ນ. ຫນຶ່ງ​ໃນ​ບັນ​ດາ​ຈຸດ​ປະ​ສົງ​ຂອງ​ການ​ຮ່ວມ​ສຳ​ພັນ​ລະ​ຫວ່າງ​ເຂດ​ແມ່ນ​ສ້າງ​ຕັ້ງ​ບັນ​ດາ​ເຂດ​ເສດ​ຖະ​ກິ​ດ​ຈຸດ​ສຸດ, ຊຸກ​ຍູ້​ບັນ​ດາ​ທ້ອງ​ຖິ່ນ​ອື່ນ​ພ້ອມ​ກັນ​ພັດ​ທະ​ນາ. ລັດ​ຖະ​ບານ​ຄວນ​ມ​ີ​ກົນ​ໄກ, ນະ​ໂຍ​ບາຍ​ຫນູນ​ຊ່ວຍ​ປະ​ສິດ​ທິ​ຜົນ​ກວ່າ​ສຳ​ລັບ​ບັນ​ດາ​ທ້ອງ​ຖິ່ນ​ທີ່​ໄດ້​ຮັບ​ການ​ກຳ​ນົດ​ວ່າ ແມ່ນ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ ເພື່ອ​ໃຫ້​ບັນ​ດາ​ທ​ອ້ງ​ຖິ່ນດ​ັ່ງ​ກ່າວ​ພັດ​ທະ​ນາ​​ຢ່າງວ່ອງ​ໄວ, ມີ​ເງື່ອນ​ໄຂ​ຊຸກ​ຍູ້​ທັງ​ເຂດ​ພ້ອມ​ກັນ​ພັດ​ທະ​ນາ.”

        ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມແບບ​ຍືນ​ຍົງຂອງ​ປະ​ເທດ​ຊາດ​ແມ່ນ​ອີງ​ໃສ່​ຫລາຍ​ປັດ​ໄຈ. ລັດ​ຖະ​ບານ​ຫວຽດ​ນາມ ສຸ​ມ​ໃສ່​ຍົກ​ສູງ​ປະ​ສິດ​ທິ​ຜົນ​ສະ​ມັດ​ຕະ​ພາບ​ແຮງ​ງານ, ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ກໍ​ຄື​ມີ​ນະ​ໂຍ​ບາຍ​ພິ​ເສດ​ສະ​ເພາະ ເພື່ອ​ຂຸດ​ຄົ້ນ​ບັນ​ດາ​ທ່າ​ໄດ້​ປຽບ​ຂອງ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ໃຫ້​ໝົດ​ໄດ້​ຮັບ​ຖື​ວ່າ ແມ່ນ​ທິດ​ທາງ​ຢ່າງ​ຖືກ​ຕ້ອງ, ປະ​ກອບ​ສ່ວນບໍ່​ຫນ້ອຍ​ເຂົ້າ​ໃນ​ການປະ​ຕິ​ບັດ​ສ​ຳ​ເລັດ​ຈຸດ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົ

ຕອບກັບ

ຂ່າວ/ບົດ​ອື່ນ