ດຶງດູດແຫຼ່ງກຳລັງຂອງ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດເພື່ອພັດທະນາປະເທດຊາດ

ຊາວ​ຫວຽດ​ນາມກວ່າ 500 ຄົນ​ທີ່​ອາ​ໄສ​ຢູ່ຫຼາຍ​ແຫ່ງ​ໃນ​ໂລກ​ໄດ້​ມາ​ຮ່ວມກອງ​ປະ​ຊຸມທີ່​ມີ​ຫົວ​ຂໍ້: “ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ສາ​ນະ​ຄອນ​ໂຮ່​ຈິ​ມິນ​ພັດ​ທະ​ນາ​ໄວ, ຍືນ​ຍົງ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ” ຊຶ່ງ​ຈືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ແລະ 13/11 ຢູ່​ນະ​ຄອນ​ໂຮ່​ຈິ​ມິນ. ກອງ​ປະ​ຊຸມ​ໄດ້​ປຸກລະ​ດົມ ແລະ ເສີມ​ຂະ​ຫຍາຍ​ພູມ​ປັນ​ຍາ​ຂອງ​ບັນ​ດາ​ນັກ​ປັນ​ຍາ​ຊົນ, ນັກ​ທຸລະ​ກິດ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ຊອ​ກຫາວິ​ທີ​ການ​ແກ້​ໄຂ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ແທດ​ຈິງ​ໃຫ້​ແກ່​ບັນ​ດາ​ບັນ​ຫາ​ທີ່​ຮີບ​ດ່ວນ ກໍ​ຄື​ຍາວ​ນານ​ຂອງ​ນະ​ຄອນ​ໂຮ່​ຈິ​ມິນ, ນຳ​ນະ​ຄອນ​ກາຍ​ເປັນ​ຮູບ​ແບບ​ວຽກ​ງານ​ຂົນ​ຂວາຍ, ສ້າງ​ນະ​ໂຍ​ບາຍ​ປຸ​ລະ​ດົມ​ການ​ປະ​ກອບ​ສ່ວນ​ຂອງ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ.

 

ດຶງດູດແຫຼ່ງກຳລັງຂອງ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດເພື່ອພັດທະນາປະເທດຊາດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ພົບ​ປະ​ກັບ​ບັນ​ດາ​ຜູ້​ຊ​່ຽວ​ຊານ, ນັກ​ປັນ​ຍາ​ຊົນຊາວ​ຫວຽດ​ນາມ​ທີ່​ພວມອາ​ໄສ​ຢູ່​ຕ່າງ​ປະ​ເທດ                                 (ພາບ:TTXVN)

          ປະ​ຊາ​ຄົມ ຊາວ​ຫວຽດ​ນາມທີ່​ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດແມ່ນ​ພາກ​ສ່ວນ​ໜຶ່ງ​ທີ່ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ປະ​ເທດ​ຊາດ​ໄດ້, ແມ່ນ​ຂົວ​ເຊື່ອມ​ຕໍ່​ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ​ກັບ​ປະ​ເທດ​ຕ່າງໆ. ໄລ​ຍະ​ທີ່​ຜ່ານ​ມາ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ໄດ້​ຈັດ​ຕັ້ງຫຼາຍ​ລາຍການ​ເຄື່ອນ​ໄຫ​ວທີ່​ອຸ​ດົມ​ສົມ​ບູນ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ມາ​ພົວ​ພັນ​ແລກ​ປ່ຽນ, ຊຸກ​ຍູ້​ການ​ດຳ​ເນີນ​ທຸ​ລະ​ກິດ, ການ​ລົງ​ທຶນ​ຢູ່​ພາຍ​ໃນ​ປະ​ເທດ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ, ອ​ວາຍ​ໜ້າ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ. ກອງ​ປະ​ຊຸມ: “ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ສາ​ນະ​ຄອນ​ໂຮ່​ຈິ​ມິນ” ແມ່ນ​ເຫດ​ການ​ໃຫຍ່​ທຳ​ອິດ​ທີ່​ຈັດ​ຕັ້ງ​ໃຫ້​ແກ່ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ທີ່​ນະ​ຄອນ​ໂຮ່​ຈິ​ມິນ ເພາະ​ນີ້​ແມ່ນ​ນະ​ຄອນ​ນຳ​ໜ້າ​ທົ່ວ​ປະ​ເທດໃນ​ວິ​ວັດ​ທະ​ນາ​ການ​ເປີດ​ປະ​ຕູ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

    ຮ່ວມ​ແຮງ​ຮ່ວມ​ໃຈ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ເສດ​ຖະ​ກິດ​ພູມ​ປັນ​ຍາ​ຂອງ​ນະ​ຄອນ.

    ນະ​ຄອນ​ໂຮ່​ຈິ​ມິນໄດ້​ວາງ​ເປົ້າ​ໝາຍກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ສູນ​ກາງ​ໃຫຍ່​ກ່ຽວ​ກັບ​ເສດ​ຖະ​ກິດ, ການ​ເງິນ, ການ​ຄ້າ, ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຢີຂອງ​ພ​າກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້”. ເພາະ​ສະ​ນັ້ນ, ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຢີ ແລະ ການ​ປ່ຽນ​ແປງໃໝ່​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງໄດ້​ກາຍ​ເປັນ​ກຳ​ລັງ​ໜູນ​ຕົ້ນ​ຕໍ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ພູມ​ປັນ​ຍາ. ທາງ​ນະ​ຄອນ​ໄດ້​ສຸມ​ໃສ່​ຄົ້ນ​ຄ້​ວາ​ຊຸກ​ຍູ້​ການ​ສ້າງ​ເປັນ​ຮູບ​ປະ​ທຳ ແລະ ພັດ​ທະ​ນາ​ສະ​ພາບ​ແວດ​ລ້ອມ​ການ​ປ່ຽນ​ແປງ​ໃໝ່​ຢ​່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ການ​ເລີ່ມ​ສ້າງ​ອາ​ຊີບ, ພັດ​ທະ​ນາ​ບັນ​ດາ​ກຳ​ລັງ​ບົ່ມ​ຊ້ອນ​ທາງ​ດ້ານວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຢີ ແລະ ພັດ​ທະ​ນາ​ຕະຫຼາດເຕັກ​ໂນ​ໂລ​ຢີ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ສາດ​ສະ​ດາ​ຈານ, ປອ ວູ້​ເລ​ຫາຍ ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ Monash , Melbourne ປະ​ເທດ​ອົດ​ສະ​ຕາ​ລີ ຖື​ວ່າ : 

    “ ຖ້າ​ຫາກ​ພວກ​ເຮົາ​ສາ​ມາດ​ພັດ​ທະ​ນາເຕັກ​ໂນ​ໂລ​ຢີຂອງ​ສະ​ເພາະ​ພວກ​ເຮົາ​ນັ້ນ, ກໍ​ສາ​ມາດ​ແກ້​ໄຂ​ບັນ​ຫາ​ຂອງ​ປະ​ເທດ​ຊາດ ແລະ ຂອງ​ນະ​ຄອນ​ໄດ້. ພ້ອມ​ກັນ​ນັ້ນ, ພວກ​ເຮົາ​ຈະ​ນຳ​ໜ້າ​ໃນ​ຂົງ​ເຂດເຕັກ​ໂນ​ໂລ​ຢີນັ້ນ ແລະ ອາດ​ຈະ​ນຳເຕັກ​ໂນ​ໂລ​ຢີນັ້ນ ອອກ​ສູ່​ຕ່າງ​ປະ​ເທດ, ເຮັດ​ໄດ້​ເຊັ່ນ​ນັ້ນ, ພວກ​ເຮົາ​ຈຶ່ງ​ແມ່ນ​ເປັນ​ເຈົ້າ​ຂອງ

ເຕັກ​ໂນ​ໂລ​ຢີ, ສາ​ມາດ​ຂາຍເຕັກ​ໂນ​ໂລ​ຢີອອກ ແລະ ພວກ​ເຮົາ​ບໍ່​ອາ​ໄສ​ທາງ​ດ້ານເຕັກ​ໂນ​ໂລ​ຢີຂອງ​ຕ່າງ​ປະ​ເທດ​ອີກ”

    ແລະ​ກໍ​ໃນ​ກອງ​ປະ​ຊຸມ, ຊາວ​ຫວຽດ​ນາມ​ຫຼາຍ​ຄົນອາ​ໄສ​ຢູ່​ຕ່າງ​ປະ​ເທດຖື​ວ່າ : ນະ​ຄອນ​ໂຮ່​ຈິ​ມິນຕ້ອງ​ມີ​ສະ​ພາບ​ແວດ​ລ້ອມ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ​ພູມ​ປັນ​ຍາ, ສຸມ​ໃສ່​ທາງ​ດ້ານ​ພູ​ມ​ປັນ​ຍາຢ່າງ​ແທ້​ຈິງ, ຜະ​ລິດ​ອອກ​ບັນ​ດາ​ຜະ​ລິດ​ຕະ​ພັນ, ການ​ບໍ​ລິ​ການ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ ຊຶ່ງ​ສ່ວນຫຼາຍ​ແມ່ນ​ບັນ​ດາ​ຊັບ​ສິນ​ແບບ​ນາມ​ທຳ​. ທ່ານ ປອ ຟານ​ບິກ​ຖ້ຽນ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຮຸ່ງ​ກາ​ຣີ ມີ​ຂໍ້​ສະ​ເໜີ​ວ່າ :

    “ ຂ້າ​ພະ​ເຈົ້າ​ຢາກ​ສະ​ເໜີ​ກ່ຽວ​ກັບ​ການ​ປະ​ກອບ​ສ່ວນ​ຂອງວິ​ສາ​ຫະ​ກິດ​ສຳ​ລັບວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຢີ​ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ. ຊາວ​ຫວຽດ​ນາມ​ມີ​ຄວາມ​ສະຫຼາ​ດສະຫຼຽວ, ໄດ້​ຮັບຫຼາຍ​ລາງວັນ​ລະ​ດັບໂລກກ່ຽວ​ກັບ​ບັນ​ດາ​ຫົວ​ເລື່ອງ​ຄົ້ນ​ຄ້​ວາ. ແຕ່​ການ​ຄົ້ນ​ຄ້​ວາວິ​ທະ​ຍາ​ສາດ ແລະ ບັນ​ດາ​ວິ​ສາ​ຫະ​ກິດຍັງ​ບໍ່​ທັນ​ຮ່ວມ​ສຳ​ພັນ​ນຳ​ກັນ​ເທື່ອ. ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ສ້​າງກອງ​ທຶນ​ພັດ​ທະ​ນາວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຢີ. ກອງ​ທຶນນີ້​ຄວນ​ຫັນ​ເປັນ​ວຽກ​ງານ​ຂອງ​ສັງ​ຄົມ ”

      ສຸມ​ຈິດ​ສຸມ​ໃຈ​ກັບ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

  ຄຳ​ເຫັນ​ປະ​ກອບ​ຂອງຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດສຳ​ລັບ​ການ​ພັດ​ທະ​ນານະ​ຄອນ​ໂຮ່​ຈິ​ມິນ​ແມ່ນ​ມີຫຼາຍ​ຮູບຫຼາຍ​ແບບ​ໃນ​ບັນ​ຫາ​ຕ່າງໆ​ເຊັ່ນ: ການ​ທົດ​ລອງ​ສ້າງ​ນະ​ຄອນ​ເລີ່ມ​ສ້າງ​ອາ​ຊີບ, ນະ​ຄອນ​ສະຫຼາດ, ບັນ​ດາ​ບັນ​ຫາ​ຍຸດ​ທະ​ສາດ​ຂອງ​ປະ​ເທດ​ຊາດ​ກ່ຽວ​ກັບ​ກາ​ນ​ສຶກ​ສາ ບຳ​ລ​ຸງ​ສ້າງ, ເສດ​ຖະ​ກິດ-ສັງ​ຄົມ, ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຢີ, ສົ່ງ​ເສີມ​ການ​ລົງ​ທຶນ…..ທ່ານ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດ​ນາມວູ້​ຮົ່ງ​ນາມ ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຖື​ວ່າ :

    “ ຂ້າ​ພະ​ເຈົ້າ​ຖື​ວ່າ ຜົນ​ສຳ​ເລັດ​ຂອງ​ພວກ​ເຮົາ​ແມ່ນ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ 2 ປັດ​ໄຈ​ທີ່​ສ້າງ​ເປັນ​ຄວາມ​ມຸ່ງຫວັງ​ແຫ່ງ​ກະ​ຕື​ລື​ລົ້ນ​ຂອງ​ບັນ​ດາ​ລູກ​ຮັກຫຼານ​ແພງ​ຂອງ​ປະ​ເທດ​ຫວຽດ​ນາມ​ທີ່​ຢູ່​ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງນອນ,     ແຕ່​ຍາມ​ໃດ​ກໍ​ອ​ວາຍ​ໜ້າເມືອ​ຫາ​ປະ​ເທດ​ຊາດ, ນະ​ຄອນ​ໂຮ່​ຈິ​ມິນ, ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ຊາວນະ​ຄອນ​ໂຮ່​ຈິ​ມິນ ສ້າງ​ນະ​ຄອນ​ທີ່​ແສນ​ຮັກ​ຂອງ​ພວກ​ເຮົາ​ກາຍ​ເປັນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈຂອງຊາວ​ຫວຽດ​ນາມບໍ່​ວ່າ​ຜູ້​ໃດທີ່​ຢູ່ ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ”

       ເຂົ້າ​ຮ່ວມກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ຕີ​ລາ​ຄາ​ສູງ ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ບັນ​ດາ​ວິ​ສາ​ຫະ​ກິດຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດໄດ້​ຕັ້ງ​ໜ້າ​ຮ່ວມ​ມື​ກັບ​ບັນ​ດາ​ນັກ​ທຸ​ລະ​ກິດ​ຢູ່​ພາຍ​ໃນ​ປະ​ເທດ ເພື່ອ​ນຳ​ສິນ​ຄ້າ, ການ​ບໍ​ລິ​ການ​ຂອງ​ຫວຽດ​ນາມ​ອອກ​ສູ່​ຕ່າງ​ປະ​ເທດ; ລົງ​ທຶນ, ສ້າງ​ຕັ້ງ​ວິ​ສາ​ຫະ​ກິດ​ຜະ​ລິດ ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຕະຫຼາດ​ພາຍ​ໃນ​ປະ​ເທດ. ນັກ​ປັນ​ຍາ​ຊົນ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກໍ​ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຄົ້ນ​ຄ້​ວາ, ນຳ​ໃຊ້ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຢີ, ການ​ສຶກ​ສາ-ບຳ​ລຸງ​ສ້າງ, ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ເພື່ອ​ການ​ກຸ​ສົນ, ສັງ​ຄົມ​ຢູ່​ພາຍ​ໃນ​ປະ​ເທດ…ພິ​ເສດ​ຈຳ​ນວນ​ເງິ​ນ​ຕາ​ຂອງ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ທີ່​ຝາກ​ມາ​ປະ​ເທດ​ຊາດ ນັບ​ມ​ື້​ນັບ​ເພີ່ມ​ຂຶ້ນ ດ້ວຍ 12,5 ຕື້ USD ໃນ​ປີ 2015, ຊຶ່ງ​ເລັ່ງ​ໃສ່​ການ​ລົງ​ທຶນ, ຜະ​ລິດ ດຳ​ເນີນ​ທຸ​ລະ​ກິດ ແລະ ການ​ແກ້​ໄຂ​ຊີ​ວິດ​ການ​ເປັນ​ຢູ່​ຂອງ ຊາວ​ຫວຽດ​ນາມ​ພາກ​ສ່ວນ​ໜຶ່ງ​ຢູ່​ພາຍ​ໃນ​ປະ​ເທດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ກ່າວ​ວ່າ : 

    “ຊາວ​ຫວຽດ​ນາມ​ແຕ່​ລະ​ຄົນທີ່​ພວມອາ​ໄສ​ຢູ່​ຕ່າງ​ປະ​ເທດ ເຖິງວ່າ​ມີ​ສະ​ພາບ​ຄອບ​ຄົວ​ທີ່​ແຕກ​ຕ່າງ​ກັນ​, ມີ​ຄວາມ​ນຶກ​ຄິດ​ກ່ຽວ​ກັບ​ປະ​ເທດ​ຊາດ​ທີ່​ແຕກ​ຕ່າງ​ກັນ ແລະ ຢູ່​ແຫ່ງ​ຫົນ​ໃດກໍ​ຕາມ, ແຕ່​ໃນ​ຫົວ​ໃຈ​ຂອງ​ທຸກໆ​ຄົນ​ ຕ່າ​ງ​ກໍຮັກ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ​ຍາມ​ໃດ​ກໍ​ຢາກ​ອ​ວາຍ​ໜ້າ​ເມືອ​ຫາ​ກົກ​ເຄົ້າ​ເຫງົາ​ກໍ. ພວກ​ເຮົາ​ທຸກໆ​ຄົນ​ຈົ່ງ​ຮ່ວມ​ແຮງ​ຮ່ວມ​ໃຈ ສ້າງ​ສາ​ບ້ານ​ເກີດ​ເມືອງນອນ​ປະ​ເທດ​ຊາດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ, ສາ​ມາດ​ທຽບ​ທັນ​ກັບ​ບັນ​ດາ​ເພື່ອນ​ມິດ​ໃນ​ 5 ທະ​ວີບ​ໃນ​ໂລກ”

       ຄວ​າມ​ເຄົາ​ລົບຕໍ່​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ຮັບ​ຟັງ​ຄຳ​ເຫັນ​ປະ​ກອບ​ຂອງ​ບັນ​ດາ​ລູກ​ຮັກຫຼານ​ແພງ​ຂອງ​ປະ​ເທດ​ຊາດ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ແດນ​ໄກ ແມ່ນ​ເພື່ອ​ແນ​ໃສ່  ເສີມ​ຂະ​ຫຍາຍ​ແຫຼ່ງ​ກຳ​ລັງ​ອັນ​ໃຫຍ່ຫຼວງ​ຂອງ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ໃນ​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ, ໃນ​ນັ້ນ ມີ ນະ​ຄອນ​ໂຮ່​ຈິ​ມິນ ຊຶ່ງ​ແມ່ນນະ​ຄອນ​ນຳ​ໜ້າ​ທົ່ວ​ປະ​ເທດໃນ​ວິ​ວັດ​ທະ​ນາ​ການ​ເປີດ​ປະ​ຕູ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ