ຕັ້ງຫນ້າເຈລະຈາເພື່ອຊຸກຍູ້ດ້ານສິດທິມະນຸດ

(vovworld)- ກາ​ນ​​ເຈລະຈາ​ກັບ​ບັນດາ​ຜູ້​ລາຍ​ງານ​ພິ​ເສດ​ຂອງ ສປຊ ​ແມ່ນ​ການ​ເຄື່ອນ​ໄຫວ​ສຳຄັນ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື ລະຫວ່າງ​ຫວຽດນາມ ​ແລະ ກົນ​ໄກ​ທົບ​ທວນ​ປະ​ຈຳ​ໄລຍະ​ດ້ານ​ສິດທິ​ມະນຸດ(UPR) ຂອງ ສປຊ ກ່ຽວ​ກັບ​ສິດທິ​ມະນຸດ. ບັນດາ​ການ​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ນະ​ໂຍບາຍ, ກົດໝາຍ ​ແລະ ພຶດຕິ​ກຳ​ຕົວ​ຈິງ ຮັບປະກັນ​ສິດ​ເສລີ​ໃນ​ການ​ເຫລື້​ອມ​ໃສ​ສາສະຫນາ ລະຫວ່າງ​ບັນດາ​ອົງການ​ກ່ຽວຂ້ອງ ​ແລະ ລັດຖະບານ​ຫວຽດນາມ ​ແລະ ບັນດາ​ຜູ້​ລາຍ​ງານ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຈດ​ຕະນາ​ດີ, ທ່າ​ທີ​ຮ່ວມ​ມື, ​ເປີດ​ເຜີຍ​ຂອງ​ລັດຖະບານ​ຫວຽດນາມ ​ໃນ​ດ້ານ​ສິດທິ​ມະນຸດ.

ຕັ້ງຫນ້າເຈລະຈາເພື່ອຊຸກຍູ້ດ້ານສິດທິມະນຸດ - ảnh 1
ທ່ານ Heiner Bielefeldt  ເຮັດວຽກກັບການນຳ ສູນກາງ
ສະມາຄົມພຸດທະສາສະຫນາຫວຽດນາມ

        ກົນ​ໄກ​ທົບ​ທວນ​ປະຈຳ​ໄລຍະ​ດ້ານ​ສິດທິ​ມະນຸດ (UPR) ​ແມ່ນ​ກົນ​ໄກ​ໂດຍ​ສະພາ​ສິດທິ​ມະນຸດ ສ້າງ​​ຂຶ້ນ​ເມື່ອ​ປີ 2007 ​ເພື່ອ​ຕີ​ລາຄາສະພາບ​ການ​ປະຕິບັດ​ບັນດາ​ພັນທະ, ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ດ້ານ​ສິດທິ​ມະນຸດ​ຂອງ​ທຸກ​ປະ​ເທດ​ສະມາຊິກ ສປຊ ​ຢ່າງຮອບດ້ານ ​ແລະ ພາວະ​ວິ​ໄສ.​ແຕ່​ປີ 2010 ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້ 6 ລະບຽບ​ການ​ພິ​ເສດ ຂອງ ສປຊ ມາ​ຫວຽດນາມ, ສະ​ແດງ​ທ່າ​ທີ​ເຂັ້ມ​ງວດ​ໃນ​ການ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ ​ເມື່ອ​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ, ກາຍ​ເປັນ​ສະມາຊິກ​ຂອງ​ສະພາ​ສິດທິ​ມະນຸດ ​ແລະ ບັນດາ​ຄຳ​ສະ​ເຫ​ນີ​ແນະ ຊື່​ງຫວຽດນາມ ​ໄດ້​ຮັບ​ຮູ້​ຕາມ​ກົນ​ໄກ​ດັ່ງກ່າວ.

        ສິດ​ເສລີ​ໃນ​ການ​ເຫລື້​ອມ​ໃສ​ສາສະຫນາ​ຂອງ​ຫວຽດນາມ​ໄດ້​ຮັບ​ການ​ປັບປຸງ

        ​ໃນ​ການ​ຢ້ຽມຢາມ​ຫວຽດນາມ ​ແຕ່​ວັນ​ທີ 21-31/7/2014, ຜູ້​ລາຍ​ງານ​ພິ​ເສດ​ຂອງ ສປຊ, ທ່ານ Heiner Bielefeldt ​ໄດ້​ເຮ​ັດວຽກ​ກັບ​ຜູ້ຕາງຫນ້າ​ບັນດາ​ກະຊວງ, ຂະ​ແຫນງ​ການ, ​ອົງການ​ກ່ຽວຂ້ອງ​ຢູ່​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ຈຳນວນ​ຫນຶ່ງ, ຢ້ຽມຢາມ​ບັນດາ​ຮາກ​ຖານ​ສາສະຫນາ ​ແລະ ພົບ​ປະ​ກັບ​ອົງການ, ສ່ວນ​ບຸກຄົນ​ຈຳນວນ​ຫນຶ່ງ ​ເພື່ອ​ຊອກ​ຮູ້​ພຶດຕິ​ກຳ​ຕົວ​ຈິງ​ໃນ​ການ​ເຄື່ອນ​ໄຫວ​ສາສະຫນາ​ຢູ່​ຫວຽດນາມ. ​ໃນ​​ຖະ​ແຫລ​ງການ​ຫນັງສືພິມ ພາຍຫລັງ​ການຢ້ຽມຢາມ, ທ່ານ Heiner Bielefeldt ​ເນັ້ນ​ຫນັກ​ວ່າ: ຄວາມ​ຈິງ ບັນດາ​ເງື່ອນ​ໄຂ​ເພ່ືອ​ເຄື່ອນ​ໄຫວ​ສາສະຫນາ​ຢ່າງ​ເສລີຢູ່​ຫວຽດນາມ ​ໄດ້​ຮັບ​ການ​ປັບປຸງ ​ແລະ ຜູ້ຕາງຫນ້າ​ບັນດາ​ປະຊາ​ຄົມ​ສາສະຫນາ​ກໍ​ໄດ້​ຮັບ​ຮູ້​ວ່າ ​ເຂົາ​ເຈົ້າ​ມີ​ສະຖານ​ທີ່​ຫລາຍ​ແຫ່ງ​ເພື່ອ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ສາສະຫນາ​ກວ່າ​ເມື່ອ​ທຽບ​ໃສ່​ອະດີດຕະການ. ຫວຽດນາມ ​ໄດ້​ໃຫ້​ສັດຕະຍາບັນ​ສົນທິສັນຍາ​ສິດທິ​ມະນຸດ​ສາກົນ​ເກືອບ​ທັງ​ໝົດ, ຊື່ງລວມມີ: ສົນທິສັນຍາສາກົນກ່ຽວກັບບັນດາສິດພົນລະເຮືອນ ແລະ ການເມືອງ,​ໃນ​ນັ້ນ ມີ​ມາດຕາ 18 ກ່ຽວ​ກັບ​ສິດ​ເສລີ​ດ້ານ​ແນວ​ຄິດ, ມະ​ໂນ​ທຳ,​ສາສະຫນາ ​ແລະ ການ​ເຫລື້ອມ​​ໃສ. ທ່ານ Heiner Bielefeldt ກໍ​ເຕື້ອງ​ເຖິງ​ລັດຖະທຳ​ມະນູນ​ປີ 2013 ຂອງ​ຫວຽດນາມ, ​ໃນ​ນັ້ນ ມີ​ພາກ​ທີ 2 ກ່ຽວ​ກັບ​ສິດທິ​ມະນຸດ, ບັນດາ​ສິດ ​ແລະ ພັນທະ​ພື້ນຖານ​ຂອງ​ພົນລະ​ເມືອງ ​ແລະ ມາດຕາ 24 ​ເວົ້າ​ແຈ້ງ​ສິດ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ ​ແລະ ການ​ເຫລື້ອມ​ໃສ​ສາສະຫນາ​ຂອງ​ພົນລະ​ເມື​ອງ. ຕາມ​ນັ້ນ​ແລ້ວ​, ທຸກ​ຄົນ​ລ້ວນ​ແຕ່​ມີ​ສິດ​ເສລີ​ໃນ​ການ​ເຫຼື້ອມ​ໃສ, ​ສາສະໜາ, ​ເຊື່ອ​ຖືຫຼື​ບໍ່​ເຊື່ອ​ຖື​ສາສະໜາ​ໃດ​ໜຶ່ງ. ບັນດາ​ສາສະໜາ​ລ້ວນ​ແຕ່​ສະ​ເໝີ​ພາບຕໍ່ໜ້າ​ກົດ​ໝາຍ. ລັດ​ເຄົາລົບ ​ແລະ ປົກ​ປ້ອງສິດ​ເສລີ​ໃນ​ການ​ເຫຼື້ອມ​ໃສ, ​ສາສະໜາ. ບໍ່​ມີ​ໃຜ​ໄດ້​ແຊກ​ແຊງສິດ​ເສລີພາບ​ໃນ​ການ​ເຫຼື້ອມ​ໃສ, ​ສາສະໜາ ຫຼື​ສວຍ​ໃຊ້ການ​ເຫຼື້ອມ​ໃສ, ​ສາສະໜາ​ເພື່ອ​ລະ​ເມີດ​ກົດໝາຍ.

ບັນດາ​ຄວາມ​ກ້າວໜ້າ​ອື່ນ​ໃນ​ຂົງ​ເຂດ​ສິດທິມະນຸດ

  ບໍ່​ພຽງ​ແຕ່ບັນລຸ​ໄດ້​ບັນດາ​ຜົນງານ​ກ່ຽວ​ກັບຄວາມເສລີພາບ​ໃນ​ການ​ເຫຼື້ອມ​ໃສ, ​ສາສະໜາ ຄື​ດັ່ງ​ຜູ້​ລາຍ​ງານ​​ພິ​ເສດ​ຂອງ ສປຊ ​ໄດ້​ເຫັນ​ປະຈັກ​ຕາ​ໃນ​ການ​ຢ້ຽມຢາມ​ຫວຽດນາມ ຫວ່າງ​ແລ້ວ​ນີ້​ເທົ່າ​ນັ້ນ, ຫວຽດນາມ ຍັງ​ມີ​ຄວາ​ມ ກ້າວ​ໜ້າ​ອື່ນຫຼາຍ​ຢ່າງ​ໃນ​ຂົງ​ເຂດ​ສິດທິ​ມະນຸດ​ອີກ​ດ້ວຍ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຜ່ານ​ເລື່ອງ​ຫວຽດນາມ ​ໄດ້​ເຂົ້າຮ່ວມ​ສົນທິສັນຍາ​ກ່ຽວ​ກັບ​ສິດ​ຂອງ​ຄົນ​ພິການ; ຮັບຮອງ​ເອົາກົດໝາຍ​ວ່າ​ດ້ວຍ​ຄົນ​ພິການ; ​ເຂົ້າ​ເປັນ​ສະມາຊິກ​ສົນທິສັນຍາ​ກ່ຽວ​ກັບ​ການ​ຕ້ານ​ອາດຊະຍາ​ກຳຂ້າມ​ຊາດ ມີ​ການຈັດຕັ້ງ ​ແລະ ອະນຸ​ສັນຍາ​ກ່ຽວ​ກັບ​ການ​ສະກັດ​ກັ້ນ, ປາບ​ປາມ ​ແລະ ລົງ​ໂທດ​ການ​ຄ້າ​ມະນຸດ, ພິ​ເສດ​ແມ່ນ​ແມ່ຍິງ ​ແລະ ​ເດັກນ້ອຍ; ສົນທິສັນຍາ​ເລກທີ 122 ຂອງ​ອົງການ​ແຮງ​ງານ​ສາກົນ (ILO) ກ່ຽວ​ກັບ​ນະ​ໂຍບາຍ​ວຽກ​ເຮັດ​ງານ​ທຳ; ​ເຊັນ​ອະນຸມັດ ສົນທິສັນຍາ​ເລກທີ 186 ກ່ຽວ​ກັບ​ແຮງ​ງານ​ເດີນ​ທະ​ເລ. ​ໃນ​ຕົວ​ຈິງ, ຍາມ​ໃດ​ຫວຽດນາມ ກໍ່​ເຄົາລົບ​ນັບຖື, ປົກ​ປ້ອງ ​ແລະ ຊຸກຍູ້​ບັນດາ​ສິດທິ​ມະນຸດ​ຄື: ສິ​ດເສລີ​​ໃນ​ການ​ປາກ​ເວົ້າ, ສິ​ດເສລີ​ພາບ​ໃນຂົງ​ເຂດສື່ສານ, ສິ​ດເສລີ​ໃນການ​ເຫຼືອມ​ໃສ, ສາສະໜາ; ສິດ​ຂອງ​ຜູ້​ທີ່​ພວມ​ປະຕິບັດ​ການ​ຕັດສິນ​ລົງ​​​ໂທດຂອງ​ສານ, ຜູ້​ຖືກ​ກັກ​ຂັງ​ຊົ່ວຄາວ​ເພື່ອ​ສືບສວນ, ສິດ​ເສດຖະກິດ, ສັງຄົມ ​ແລະ ວັດທະນະທຳ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ຂອງປະຊາຊົນ. ​ໃນ​ດ້ານ​ສາກົນ, ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົາ​ໃນ​ການ​ສ້າງ​ຕັ້ງຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ອາ​ຊຽນ ກ່ຽວ​ກັບ​ສິດທິ​ມະນຸດ (AICHR), ຄະນະ​ກຳມະການ​ອາ​ຊຽນກ່ຽວ​ກັບ​ການ​ປົກ​ປ້ອງ ​ແລະ ຊຸກຍູ້​ບັນດາ​ສິດ​ຂອງ​​ແມ່ຍິງ ​ແລະ ​ເດັກນ້ອຍ(ACWC) ​ແລະ ຖະ​ແຫລ​ງການ​ສິດທິ​ມະນຸດ ອາ​ຊຽນ; ຕັ້ງຫນ້າ​ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່​ມຂັ້ນ​ລັດຖະມົນຕີ​ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ຄ້າ​ມະນຸດ (COMMIT), ສົມທົບ​ກັນ​ຢ່າງ​ແຫນ້ນ​​ແຟ້ນກັບ​ບັນດາ​ອົງການ ສປຊ, ລົງ​ນາມ​ໃນ​ຂໍ້​ຕົກລົງ, ສັນຍາ​ຮ່ວມ​ມື​ສອງ​ຝ່າຍ​ກັບ​ບັນດາ​ປະ​ເທດ​ຫລາຍ​ສະບັບ, ສ້າງ​ກົນ​ໄກ​ເຈລະຈາ​ສອງ​ຝ່າຍ​ປະຈຳ​ກ່ຽວ​ກັບ​ສິດທິ​ມະນຸດ​ກັບ​ປະ​ເທດ​ຈຳນວນ​ຫນຶ່ງ ​ແລະ ຄູ່​ຮ່ວມ​ມື​ຄື: ອາ​ເມ​ລິ​ກາ, ສະຫະພາບ​ເອີ​ລົບ (ອີ​ຢູ), ອົດ​ສະ​ຕາ​ລີ, ​ນອກ​ແວ, ສະ​ວິດ. ຄວາມ​ຈິງ​ພິສູດ​ໃຫ້​ເຫັນ​ຄວາມ​ຕັ້ງຫນ້າ ​ແລະ ​ເປັນ​ເຈົ້າ​ການ​ຂອງ​ຫວຽດນາມ ​ໃນ​ການ​ເຂົ້າ​ຮ່ວມ​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ສາກົນ, ​ເປັນ​ຕົ້ນ​ແມ່ນ​ການ​ຊຸກຍູ້ ​ແລະ ປົກ​ປ້ອງ​ສິດທິມະນຸດ ສະ​ແດງ​ໃຫ້​ເຫັນ​ຜ່ານ​ຈຳນວນ​ບັດ​ສະຫນັບສະຫນູນຫວຽດນາມ ​ເຂົ້າ​ເປັນ​ສະມາຊິກ​ສະພາສິດທິ​ມະນຸດ ສປຊ ອາຍຸ​ການ 2014-2016 ​ດ້ວຍ​ລະດັບ​ສູງ.

        ການ​ເຈລະຈາເພື່ອ​ຊຸກຍູ້​ດ້ານ​ສິດທິ​ມະນຸດ

        ​​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຂອງ​ບັນດາ​ຜູ້​ລາຍ​ງານ​ພິ​ເສດ​ຂອງ ສປຊ ຢູ່ ຫວຽດນາມ ທັງ​ໝົດ ​ໃນ​ຂອບ​ເຂດ ກົນ​ໄກ​ທົບ​ທວນ​ປະຈຳ​ໄລຍະ​ດ້ານ​ສິດທິ​ມະນຸດ ນັບ​ແຕ່​ປີ 2010 ມາ​ຮອດ​ປະຈຸ​ບັນ, ບັນດາ​ຜູ້​ລາຍ​ງານ ​ແລະ ຜູ້ຕາງຫນ້າ​ບັນດາ​ອົງການ​ກ່ຽວຂ້ອງ​ຂອງ​ຫວຽດນາມ ຍາມ​ໃດ​ກໍ​ແລກປ່ຽນ​ກ່ຽວ​ກັບ​ນະ​ໂຍບາຍ, ກົດໝາຍ ​ແລະ ພຶດຕິ​ກຳ​ຕົວ​ຈິງ ຮັບປະກັນ​ສິດ​ເສລີ​ໃນ​ການ​ເຫລື້ອມ​ໃສ​ສາສະຫນາ​ເວົ້າ​ສະ​ເພາະ ​ແລະ ສິດທິ​ມະນຸດ​ເວົ້າ​ລວມ ຢູ່ ຫວຽດນາມ. ບັນດາ​ກະຊວງ, ຂະ​ແຫນງ​ການ​ສູນ​ກາງ ​ແລະ ທ້ອງ​ຖິ່ນ ຂອງ​ຫວຽດນາມ ຍາມ​ໃດ​ກໍ​ຊີ້​ໃຫ້​ເຫັນ​ນະ​ໂຍບາຍ, ຄວາມ​ມານະ​ພະຍາຍາມ, ຜົນງານ​ກໍ​ຄື​ການ​ແບ່ງ​ເບົາ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຂອງ​ຫວຽດນາມ ​ໃນ​ການ​ຮັບປະກັນ​ສິດທິ​ມະນຸດ ​ແລະ ບັນດາ​ການ​ກຳນົດ​ທິດ​ຂອງ​ຫວຽດນາມ ​ເພື່ອ​ຕອບ​ສະຫນອງ​ບັນດາ​ສິດ​ຂອງ​ປະຊາຊົນ​ໃນ​ຂົງ​ເຂດ​ນີ້​ນັບ​ມື້ນັບດີກ​ວ່າ. ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ຜູ້​ລາຍ​ງານ​ພິ​ເສດ​ຂອງ ສປຊ ​ໄດ້​ເຫັນ​ປະຈັກ​ຕາສະ​ພາບຕົວ​ຈິງ​ຢູ່​ຫວຽດນາມ ​ໃນ​ຂອບ​ເຂດ ກົນ​ໄກ​ທົບ​ທວນ​ປະຈຳ​ໄລຍະ​ດ້ານ​ສິດທິ​ມະນຸດ ​ແລະ ການ​​ເຈລະຈາ​ຢ່າງ​ເປີດ​ເຜີຍ​ກັບ​ເຂົາ​ເຈົ້າ ​ແມ່ນ​ວຽກ​ງານ​ທີ່​ມີ​ປະສິດທິ​ຜົນ, ສະ​ແດງ​ໃຫ້​ເຫັນ​ເຈດ​ຕະນາ​ດີ, ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ​ຂອງ​ຫວຽດນາມ ກັບ​ສາກົນ ​ເພື່ອ​ຊຸກຍູ້​ສິດທິ​ມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ