ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກຊຸດທີ 11(ພາບ:VOV )
(VOV) - ວັນທີ 3/2 ຫວຽດນາມໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງເພື່ອສະເຫລີມສະຫລອງ 82 ປີ ແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3/2/1930 -3/2/2012), ນີ້ແມ່ນເຫດການປະຫວັດສາດສຳຄັນຍິ່ງ ແລະ ໄດ້ສ້າງບາດລ້ຽວອັນຍິ່ງໃຫຍ່ທີ່ມີຕໍ່ພາລະກິດປະຕິວັດຫວຽດນາມ. ພິທີສະເຫລີມສະຫລອງປີນີ້ດຳເນີນໄປ ໃນສະພາບການຫວຽດນາມ ພວມຕັ້ງຫນ້າປ່ຽນແປງໃຫມ່, ກໍ່ສ້າງພັກໃຫ້ເຂັ້ມແຂງ, ຍົກສູງກຳລັງຄວາມສາມາດການນຳພາ ແລະ ກຳລັງຕໍ່ສູ້ຂອງພັກ ໃຫ້ທັດທຽມກັບຄວາມຮຽກຮ້ອງຕ້ອງການ ແລະ ຫນ້າທີ່ຂອງສະພາບການໃຫມ່. ນີ້ແມ່ນຄວາມຮຽກຮ້ອງຕ້ອງການທີ່ມີຄວາມໝາຍເປັນຕາຍ ທີ່ກ່ຽວຂ້ອງເຖິງຊາຕາກຳຂອງພັກ ແລະ ການຄົງຕົວຂອງລະບອບ ຄືດັ່ງຄຳຢືນຢັນຂອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ທີ່ກອງປະຊຸມຄັ້ງທີ 4 ຂອງ ຄະນະບໍລິຫານງານສູນກາງພັກ ຊຸດທີ 11 ດຳເນີນໃນທ້າຍເດືອນ ທັນວາ ປີຜ່ານມາ.
ຕາມທ່ານ ຟ້າມກວາງຫງີ້, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ແລ້ວ, ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງຂຶ້ນ, ພັກກອມມູນິດຫວຽດນາມບໍ່ເຄີຍເລີ່ມເລີ້ກັບວຽກງານກໍ່ສ້າງພັກໃຫ້ເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ມີຄວາມເອົາໃຈໃສ່ເຖິງຫນ້າທີ່ສຶກສາອົບຮົມ, ຝືກຝົນຫລໍ່ຫລອມພະນັກງານ, ສະມາຊິກພັກ ເປັນປະຈຳ. ຍ້ອນເຫດນັ້ນ ພັກໄດ້ນຳພາປະຊາຊົນຍາດໄດ້ບັນດາໄຊຊະນະອັນໃຫຍ່ຫລວງ. ເຖິງຢ່າງໃດກໍຕາມ, ປະຈຸບັນ ພັກກອມມູນິດຫວຽດນາມ ໄດ້ກຳນົດຢ່າງຈະແຈ້ງວ່າວຽກງານກໍ່ສ້າງພັກ ແມ່ນຫນ້າທີ່ທັງສຳຄັນ ທັງຮີບດ່ວນ. ການກໍ່ສ້າງພັກ ຕ້ອງແມ່ນຫນ້າທີ່ຫລັກແຫລ່ງແກ່ນສານ ຄຽງຄູ່ກັບຫນ້າທີ່ຈຸດສຸມຄືພັດທະນາເສດຖະກິດ. ສາສະດາຈານ ຟູຮຽບ, ອະດິດເລຂາທິການໃຫຍ່ສະພາທິດສະດີສູນກາງ ຖືວ່າ: ໃນຊຸມປີຜ່ານມາ ພັກກອມມູນິດຫວຽດນາມ ໄດ້ວາງອອກຫລາຍມະຕິກ່ຽວກັບວຽກງານກໍ່ສ້າງພັກ, ປັບປຸງພັກ, ແຕ່ເມື່ອມີມະຕິກອງປະຊຸມໃຫຍ່ຄັ້ງທີ 4 ຄະນະບໍລິຫານງານສູນກາງພັກຊຸດທີ 11 ກ່ຽວກັບບາງບັນຫາຮີບດ່ວນ ກ່ຽວກັບການກໍ່ສ້າງພັກປະຈຸບັນ ໄດ້ຍົກໃຫ້ເຫັນບັນດາບັນຫາສຳຄັນຢ່າງຖືກຕ້ອງ,ຖືກທິດ ແລະ ເລິກເຂິ່ງທີ່ສຸດ. ເຖິງຢ່າງໃດກໍຕາມ, ໃນລະບົບໝວດມາດຕະການ ຊຶ່ງມະຕິໄດ້ວາງອອກ, ສິ່ງທີ່ສຳຄັນແມ່ນເລືອກເຟັ້ນບັນຫາຮີບດ່ວນຢ່າງຖືກຕ້ອງເພື່ອສຸມໃສ່ແກ້ໄຂ. ທ່ານຮຽບເວົ້າວ່າ:
“ ຂ້າພະເຈົ້າຖືວ່າ ປະຕິບັດບັນຫາຕ່າງໆໃນພາບດຽວແມ່ນຍາກ ແຕ່ຕ້ອງປະຕິບັດຢ່າງຂ້ຽວຂາດ ແລະ ເລືອກເຟັ້ນບາດກ້າວບຸກທະລຸ. ກ່ອນອື່ນໝົດແມ່ນວຽກງານການຈັດຕັ້ງ, ຕ້ອງເລືອກເຟັ້ນບຸກຄະລາກອນໃຫ້ຖືກຕ້ອງ ນັບແຕ່ການເລືອກເຟັ້ນຜູ້ເຂົ້າເປັນສະມາຊິກພັກ, ຊັບຊ້ອນພະນັກງານ, ການນຳ. ຖ້າຫາກເລືອກເຟັ້ນໄດ້ຜູ້ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ ຈາກນັ້ນ ຈຶ່ງຈະສ້າງໄດ້ມະຕິຢ່າງຖືກຕ້ອງ ແລະ ໝູ່ມະຫາຊົນປະຕິບັດຕາມ. ພ້ອມກັນນັ້ນ ຕ້ອງປະຕິບັດປະຊາທິປະໄຕເພື່ອໃຫ້ປະຊາຊົນ, ສະມາຊິກພັກປະກອບຄຳເຫັນໃຫ້ແກ່ການນຳ, ໃຫ້ແກ່ພັກ, ຂັ້ນຮາກຖານປະກອບຄຳເຫັນໃຫ້ແກ່ຂັ້ນເທິງ ຫາກບໍ່ແມ່ນມີແຕ່ປະຕິບັດເປັນພຽງຮູບການເທົ່ານັ້ນ”
ວຽກງານພະນັກງານແມ່ນພາກສ່ວນຫນຶ່ງສຳຄັນທີ່ສຸດໃນວຽກງານກໍ່ສ້າງພັກປະຈຸບັນ. ຖ້າຫາກພະນັກງານດີ, ພິເສດແມ່ນຜູ້ນຳພາດີ ຈະສົ່ງຜົນກະທົບສຳຄັນເຖິງການປະຕິບັດຫນ້າທີ່ຂອງພັກເວົ້າລວມ, ປະກອບສ່ວນຍົກສູງອິດທິພົນຊື່ສຽງຂອງພັກໃນໝູ່ຄະນະ, ປະຊາຊົນ ແລະ ອົງການທີ່ພະນັກງານຮັບຜິດຊອບວຽກງານ. ຮອງສາດສະດາຈານ ດອກເຕີ ຫງວຽນເທທັງ, ສັງກັດສະຖາບັນການເມືອງການປົກຄອງແຫ່ງຊາດ ໂຮ່ຈິມີນ ເວົ້າວ່າ:
“ຕາມຂ້າພະເຈົ້າແລ້ວ, ປັດໃຈຕັດສິນຊີ້ຂາດຜົນສຳເລັດຂອງວຽກງານກໍ່ສ້າງພັກ, ປັບປຸງພັກ ແມ່ນຄຸນນະທາດ, ຄວາມສຸດຈິດສຸມໃຈເຫັນແກ່ສ່ວນລວມແລະ ຄວາມອົງອາດກ້າແກ່ນຂອງຜູ້ນຳຫນ້າ, ທັງຈິດໃຈອະນຸໂລມ ແລະ ເຂັ້ມງວດ. ສະນັ້ນ ຄຽງຄູ່ກັບຄວາມຕືນຕົວຂອງພະນັກງານ ສະມາຊິກພັກແຕ່ລະຄົນ, ຕ້ອງປະຕິບັດກົດໝາຍຢ່າງເຂັ້ມງວດ, ມີການຕິດຕາມກວດກາຂອງບັນດາອົງການກວດການ ເປັນຕົ້ນແມ່ນການຕິດຕາມກວດກາຂອງປະຊາຊົນ.”
ໄປຄຽງຄູ່ກັບການຍົກສູງຄວາມຮັບຜິດຊອບຂອງຜູ້ນຳຫນ້າ, ພຶດຕິກຳຕົວຈິງການເຄື່ອນໄຫວຂອງພັກໃນຕະຫລອດ 82 ປີ ຜ່ານມາ ຊີ້ໃຫ້ເຫັນວ່າ ເລື່ອງສຸມໃສ່ກໍ່ສ້າງພັກ, ຍົກສູງຄຸນນະພາບຖັນແຖວສະມາຊິກພັກ ມີຄວາມໝາຍຕັດສິນຊີ້ຂາດເຖິງຄວາເປັນຕາຍຂອງພັກ, ໄຊຊະນະຂອງການປະຕິວັດຫວຽດນາມ. ໃນໄລຍະປະຈຸບັນ, ພັກກອມມູນິດຫວຽດນາມ ນັບມື້ນັບຖືບັນຫາເປັນສຳຄັນ. ຮອງສາດສະດາຈານ, ດອກເຕີ ຫວູວັນຟຸກ ບັນນາທິການໃຫຍ່ວາລະສານ Cong San (ກອມມູນິດ)ໃຫ້ຮູ້ວ່າ:
“ມາດຕະການທຳອິດແມ່ນ ຕ້ອງຍົກສູງຄຸນນະພາບສະມາຊິກພັກຢູ່ຂັ້ນຮາກຖານ ແລະ ທີສອງ ຕ້ອງຍົກສູງຄຸນນະພາບການດຳເນີນຊີວິດໃນທຸກຮູບການຫນ່ວຍພັກ ແລະ ທີສາມ ຕ້ອງສະຫລຸບພຶດຕິກຳຕົວຈິງເພື່ອບົນພື້ນຖານນັ້ນ ພວກເຮົາຖອດຖອນບັນດາບັນຫາທິດສະດີ ເພື່ອສືບຕໍ່ຍົກສູງບົດບາດນຳພາ ແລະ ອົງກການຈັດຕັ້ງພັກຂັ້ນຮາກຖານ . ດ້ານອື່ນ, ຄະນະພັກຂັ້ນເທິງກໍມີຄວາມເອົາໃຈໃສ່ເຖິງອົນການພັກ ແລະ ສ້າງຖັນແຖວສະມາຊິກພັກ, ພິເສດ ຕ້ອງປະຕິບັດວຽກງານກວດກາຂອງພັກເປັນປະຈຳ.”
ການກໍ່ສ້າງພັກ, ປັບປຸງພັກ ແມ່ນວຽກງານຫຍຸ້ງຍາກ. ກິດຈະການນີ້ພວມໄດ້ຮັບຄວາມຕັດສິນໃຈສູງຈາກທົ່ວພັກ ແລະ ຄວາມເອົາໃຈໃສ່ຂອງທົ່ວປວງຊົນ, ຊ່ວຍໃຫ້ພັກກອມມູນິດຫວຽດນາມ ສືບຕໍ່ພາລະກຳປະຫວັດສາດຢ່າງໝັ້ນແກ່ນ ນຳພາປະຊາຊົນກໍ່ສ້າງ ແລະ ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມສຳເລັດຜົນ./.