(vovworld) - ເສດຖະກິດໂລກພວມຜັນແປໄປຢ່າງສັບສົນ ແລະ ວາງອອກບັນດາສິ່ງທ້າທາຍໃຫຍ່ໃນການເລືອກເຟັ້ນນະໂຍບາຍ ແລະ ບໍລິຫານແຜນການພັດທະນາເສດຖະກິດສັງຄົມປີ 2012 ແລະ ປີ 2013. ກອງປະຊຸມສະໄຫມສາມັນເທື່ອທີ 4 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 ສະຫງວນເວລາຫລາຍເພື່ອປຶກສາຫາລືບັນດາມາດຕະການພັດທະນາເສດຖະກິດສັງຄົມໃນຊຸມເດືອນຍັງເຫລືອຂອງ ປີ 2012 ແລະ ປີ 2013. ບັນດາບັນຫາໄດ້ຮັບການສຸມໃສ່ປຶກສາຫາລືນັ້ນແມ່ນ: ມາດຕະການແກ້ໄຂຫນີ້ເສຍ, ສິນຄ້າຄ້າງສາງ, ກະຕຸ້ນຄວາມຕ້ອງການໃຊ້ສອຍ, ສ້າງໂຄງປະກອບລັດວິສາຫະກິດ ແລະ ທະນາຄານຄືນໃຫມ່, ປ່ຽນໃຫມ່ການສຶກສາຂັ້ນມະຫາວິທະຍາໄລຢ່າງແຂງແຮງກວ່າ.
ຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ ແມ່ນຫນຶ່ງໃນບັນດາຫນ້າທີ່ຕົ້ນຕໍຊຶ່ງລັດຖະບານໄດ້ວາງອອກ. ຕາມບັນດາສະມາຊິກສະພາແຫ່ງຊາດ (ສສຊ) ແລ້ວ, ລັດຖະບານ ຄວນສົມທົບນະໂຍບາຍເງິນຕາ ແລະ ນະໂຍບາຍງົບປະມານຢ່າງກົມກຽວ, ມີໄຫວພິບ ລະຫວ່າງເພື່ອຫລຸດຜ່ອນອັດຕາດອກເບ້ຍເທື່ອລະກ້າວ, ແກ້ໄຂຫນີ້ເສຍ, ຮັກສາອັດຕາແລກປ່ຽນເງິນຕາຕ່າງປະເທດໃຫ້ເປັນປົກກະຕິ ແລະ ຄວບຄຸມສະພາບຫນີ້ສິນຂອງລັດຢູ່ໃນລະດັບປອດໄພທີ່ໄດ້ຮັບອະນຸຍາດ. ເລື່ອງລັດຖະບານພວມຄິດໄລ່ເຖິງການສ້າງຕັ້ງຄະນະກຳມະການແຫ່ງຊາດເພື່ອແກ້ໄຂສະພາບຫນີ້ເສຍ ໄດ້ຮັບການສະຫນັບສະຫນູນ, ຄວາມເຫັນດີເຫັນພ້ອມຈາກ ສສຊ. ທ່ານ Tran Hoang Ngan ສສຊ ນະຄອນ ໂຮ່ຈິມິນ ຖືວ່າ:
“ຖ້າຫາກພວກເຮົາບໍ່ແກ້ໄຂສະພາບຫນີ້ເສຍ ໂດຍໄວຈະສົ່ງຜົນສະທ້ອນບໍ່ດີ. ຕາມຂ້າພະເຈົ້າແລ້ວ, ສະພາບຫນີ້ເສຍແມ່ນເລີ່ມເກີດຂຶ້ນແຕ່ປີ 2008, 2009, ພວກເຮົາກະຕຸ້ນຄວາມຕ້ອງການໄດ້ເຮັດໃຫ້ຈຳນວນເງິນອອກສູ່ຕະຫລາດຫລາຍພໍສົມຄວນ, ເຮັດໃຫ້ຫນີ້ເສຍນັບມື້ນັບເພີ່ມຂຶ້ນ. ສະນັ້ນ ພວກຂ້າພະເຈົ້າປາດຖະຫນາວ່າ ລັດຖະບານຕ້ອງແກ້ໄຂບັນຫາຫນີ້ເສຍໂດຍໄວ, ໄຈ້ແຍກພື້ນຖານເສດຖະກິດຂອງພວກເຮົາຢ່າງຈະແຈ້ງຈຶ່ງສາມາດແກ້ໄຂໄດ້.”
ຄຳເຫັນຂອງ ສສຊ ຫລາຍທ່ານທີ່ກອງປະຊຸມໄດ້ເນັ້ນຫນັກວ່າການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ ຕ້ອງແມ່ນຫນຶ່ງໃນບັນດາການໃຫ້ບຸລິມະສິດຂອງລັດຖະບານ. ທ່ານ Tran Du Lich ສສຊ ນະຄອນໂຮ່ຈິມິນ ສະເຫນີວ່າ:
“ຂ້າພະເຈົ້າສະເຫນີສ້າງຕັ້ງຄະນະກຳມະການແຫ່ງຊາດກ່ຽວກັບການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່. ຄະນະກຳມະການແຫ່ງຊາດໂດຍທ່ານນາຍົກລັດຖະມົນຕີ ຫົວຫນ້າ. ຄະນະກຳມະການ ມີຫນ້າທີ່ແກ້ໄຂທຸກບັນຫາກ່ຽວກັບການສ້າງໂຄງປະກອບການລົງທຶນຄືນໃຫມ່, ສ້າງໂຄງປະກອບທະນາຄານ, ສ້າງໂຄງປະກອບລັດວິສາຫະກິດຄືນໃຫມ່, ພິເສດແມ່ນແກ້ໄຂບັນຫາຫນີ້ເສຍ. ບົດຮຽນຈາກໂລກສະແດງໃຫ້ເຫັນວ່າ: ທະນາຄານການຄ້າເອງບໍ່ແກ້ໄຂບັນຫາຫນີ້ເສຍໄດ້ຖ້າຫາກບໍ່ຖືບັນຫາຫນີ້ເສຍແມ່ນບັນຫາຂອງຊາດ.”
ທ່ານ Vu Viet Ngoan ປະທານຄະນະກຳມະການຕິດຕາມກວດກາການເງິນແຫ່ງຊາດ ຖືວ່າ: ເສດຖະກິດຂອງຫວຽດນາມ ພວມຕົກເຂົ້າສູ່ສະພາບການສະຫນອງ ແລະ ຄວາມຕ້ອງການທັງໝົດລ້ວນແຕ່ຢູ່ໃນລະດັບຕຳ່. ຄວາມຕ້ອງການທັງໝົດລວມມີການລົງທຶນ ແລະ ການໃຊ້ສອຍ. ສະນັ້ນ ລັດຖະບານ ຄວນຈຳຫນ່າຍພັນທະບັດກິດຈະກຳເພື່ອເພີ່ມຍອດຄວາມຕ້ອງການໃຫ້ແກ່ສັງຄົມ ແລະ ແກ້ໄຂສະພາບສິນຄ້າຄ້າງສາງທີ່ກ່ຽວຂ້ອງເຖິງການກໍ່ສ້າງ.
“ຕ້ອງແກ້ໄຂການກະຕຸ້ນຄວາມຕ້ອງການຢ່າງຂ້ຽວຂາດ. ຖ້າຫາກບໍ່ ກະຕຸ້ນຄວາມຕ້ອງການ, ສິນຄ້າຄ້າງສາງບໍ່ສາມາດຈຳຫນ່າຍໝົດໄດ້. ສະນັ້ນ ຕ້ອງຈຳຫນ່າຍພັນທະບັດກິດຈະກຳ. ເລືອກເຟັ້ນບາງກິດຈະກຳສຳຄັນເພື່ອຈຳຫນ່າຍພັນທະບັດ. ເຮັດຄືແນວນັ້ນຈຶ່ງຈຳຫນ່າຍ ເຫລັກກ້າ, ຊີມັງ, ວັດສະດຸກໍ່ສ້າງໄດ້.”
ກອງປະຊຸມສະໄຫມສາມັນເທື່ອທີ 4 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 ປຶກສາຫາລືບັນດາມາດຕະການພັດທະນາ ເສດຖະກິດສັງຄົມ
ພາບ: internet
|
ສສຊ ບາງທ່ານໄຈ້ແຍກວ່າ: ຄວາມຈິງແລ້ວນັບແຕ່ຕົ້ນປີມາຮອດປະຈຸບັນ ມີວິສາຫະກິດຫລາຍແຫ່ງຖືກລົ້ມລະລາຍເຮັດໃຫ້ຄົນງານນັບໝື່ນຄົນຖືກວ່າງງານ. ທ່ານນາງ Nguyen Thi Kim Thuy ສສຊ ນະຄອນ Da Nang ຖືວ່າ: ຕ້ອງມີຂໍ້ອ້າງອີງເພື່ອວາງອອກຕົວເລກຄາດໝາຍສ້າງວຽກເຮັດງານທຳໃຫ້ແກ່ຄົນງານເກືອບ 1,6 ລ້ານຄົນໃນປີ 2013.
ຄຽງຄູ່ກັບການຍູ້ແຮງການສ້າງໂຄງປະກອບລັດວິສາຫະກິດ, ແລະ ສ້າງໂຄງປະກອບທະນາຄານຄືນໃຫມ່, ບັນດາ ສສຊ ກໍສະເຫນີຕ້ອງສ້າງໂຄງປະກອບບັນດາມະຫາວິທະຍາໄລ, ວິທະຍາໄລຄືນໃຫມ່, ແກ້ໄຂສະພາບການພັດທະນາແບບຕາມເປັນຕາມເກີດຄືປະຈຸບັນ. ທ່ານນາງ Ngo Thi Minh ຮອງຫົວຫນ້າກຳມາທິການວັດທະນະທຳ, ສຶກສາ, ຊາວຫນຸ່ມເຍົາວະຊົນອະນຸຊົນຂອງ ສະພາແຫ່ງຊາດ ຖືວ່າ: ຕ້ອງມີການຄິດໄລ່ ແລະ ຄວາມຕ້ອງການຈຳນວນມະຫາວິທະຍາໄລ, ວິທະຍາໄລ, ຂະແຫນງອາຊີບໃຫ້ແກ່ທ້ອງຖິ່ນເພື່ອວາງແຜນກຳນົດ .
“ຖ້າພວກເຮົາບໍ່ມີການດຸນດ່ຽງ, ບໍ່ມີການສຳຫລວດຕາມຄວາມຕ້ອງການຕົວຈິງ ຈະສົ່ງຜົນກະທົບບໍ່ດີຕໍ່ສັງຄົມ. ຕົວຢ່າງວິສາຫະກິດຫນຶ່ງຜະລິດສິນຄ້າ ແຕ່ບໍ່ຮັບຜິດຊອບບັນຫາສົ້ນອອກ ແລະ ບໍ່ຈຳຫນ່າຍຜະລິດຕະພັນໄດ້, ຜົນຮ້າຍແມ່ນຜູ້ໃດຮັບຜິດຊອບ.”
ຕາມບັນດາ ສສຊ ແລ້ວ, ໄລ່ມາຮອດຈຸດເວລານີ້, ວຽກງານຊີ້ນຳປະຕິບັດຫນ້າທີ່ພັດທະນາເສດຖະກິດສັງຄົມປີ 2012 ພວມໄປຖືກທິດ ແລະ ສຳເລັດຫນ້າທີ່ຊຶ່ງລັດຖະນະໂຍບາຍຂອງພັກ ແລະ ສະພາແຫ່ງຊາດ ວາງອອກ. ບັນດາຈຸດເດັ່ນຂອງພື້ນຖານເສດຖະກິດ ສັງຄົມ ໃນ 9 ເດືອນຜ່ານມາບັນລຸໄດ້ ນັ້ນແມ່ນ: ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນຊີວິດສັງຄົມ, ການສະສົມເງິນຕາຕ່າງປະເທດເພີ່ມຂຶ້ນທົບສອງເທົ່າເມື່ອທຽບໃສ່ຈຸດເວລາທີ່ປະສົບກັບຄວາມຫຍຸ້ງຍາກ, ໄພເງິນເຟີ້ໄດ້ຮັບການຄວບຄຸມໃນເບື້ອງຕົ້ນ. ເພື່ອບັນລຸໄດ້ບັນດາຈຸດໝາຍພັດທະນາໃນປີ 2013, ສະພາແຫ່ງຊາດ ຖືວ່າ ຄວນລະດົມການຮ່ວມແຮງຮ່ວມໃຈ, ຄວາມເຫັນດີເຫັນພ້ອມຂອງທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນ ແລະ ທັງລະບົບການເມືອງພ້ອມກັນປະຕິບັດບັນດາຫນ້າທີ່ພັດທະນາເສດຖະກິດ ສັງຄົມທີ່ໄດ້ວາງອອກ.