(vovworld) - ບົດລາຍງານຂອງກະຊວງການຕ່າງປະເທດ ອາເມລິກາ ກ່ຽວກັບສະພາບສິດທິມະນຸດໂລກປີ 2011ໄດ້ຮັບການປະກາດເມື່ອວັນທີ 24/5/2012 ຖືກຫລາຍປະເທດຢູ່ໃນໂລກຕຳນິຕິຕຽນຢ່າງແຮງ ເພາະວ່າໃນຄວາມຈິງແລ້ວ ຢູ່ອາເມລິກາ ຍັງມີບັນດາກໍລະນີລະເມີດສິດທິມະນຸດ. ບັນດາຄຳຖະແຫລງທາງການທູດຢືນຢັນວ່າ ບໍ່ມີປະເທດໃດມີສິດນຳໃຊ້ບັນຫາສິດທິມະນຸດຄືເປັນເຄື່ອງມືອັນຫນຶ່ງເພື່ອແຊກແຊງເຂົ້າວຽກງານພາຍໃນຂອງປະເທດອື່ນ.
ຕຳຫລວດອາເມລິກາຈັບຕົວຜູ້ແຫ່ຂະບວນປະທ້ວງ
ພາບ:internet
|
ໃນຖະແຫລງການຄັດຄ້ານບົດລາຍງານຂອງ ອາເມລິກາ ກ່ຽວກັບສະພາບສິດທິມະນຸດຂອງ ປະເທດກູບາ, ປະເທດນີ້ຖືວ່າ ທຸກການກ່າວຫາຂອງອາເມລິກາ ກ່ຽວກັບສະພາບສິດທິມະນຸດຂອງ ກູບາ ພຽງແຕ່ແມ່ນການປິດບັງບັນດາການກະທຳໂຫດຮ້າຍສາມານຂອງອາເມລິກາໃນນະໂຍບາຍຂວ້ຳບາດທີ່ມີຕໍ່ ກູບາ. ສ່ວນ ຈີນ ຖືວ່າ: ບົດລາຍງານຂອງກະຊວງການຕ່າງປະເທດ ອາເມລິກາ ແມ່ນເອກະສານທີ່ເຕັມໄປດ້ວຍລັກສະນະຈຳແນກການປະພຶດຕໍ່, ບໍ່ຖືກກັບຄວາມຈິງ. ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢືນຢັນວ່າ: ບົດລາຍງານປະຈຳປີກ່ຽວກັບສະພາບສິດທິມະນຸດໂລກຂອງກະຊວງການຕ່າງປະເທດ ອາເມລິກາ ໃນຕອນເວົ້າເຖິງ ຫວຽດນາມ ແມ່ນການສັງເກດຂາດພາວະວິໄສ ໂດຍອີງໃສ່ບັນດາຂໍ້ມູນຂ່າວສານທີ່ຜິດເຂວ ກ່ຽວກັບສະພາບການປະຕິບັດສິດທິມະນຸດ ຢູ່ ຫວຽດນາມ.
ນອກຈາກຍົກອອກບັນດາຄຳຖະແຫລງຢ່າງແຂງແຮງເພື່ອຄັດຄ້ານບົດລາຍງານປະຈຳປີກ່ຽວກັບສິດທີມະນຸດໂລກປີ 2011 ຂອງກະຊວງການຕ່າງປະເທດ ອາເມລິກາ, ອຳນາດການປົກຄອງປັກກີ່ງ ໄດ້ປະກາດບົດລາຍງານກ່ຽວກັບສະພາບສິດທິມະນຸດຂອງ ອາເມລິກາ ປີ 2011 ຢ່າງທັນທີກ່ຽວກັບຊີວິດການເປັນຢູ່ຂອງປະຊາຊົນ, ສະພາບອຶດຫິວທຸກຍາກ, ຄວາມປອດໄພຂອງສ່ວນຕົວ, ບັນດາສິດພົນລະເຮືອນ ແລະ ການເມືອງ, ບັນດາສິດທາງດ້ານວັດທະນະທຳ, ສັງຄົມ ແລະ ເສດຖະກິດ, ການຈຳແນກເຊື້ອຊາດຜິວພັນ, ສິດຂອງແມ່ຍິງ ແລະ ເດັກນ້ອຍ, ສຸດທ້າຍແມ່ນສະພາບການລະເມີດສິດທິມະນຸດຂອງອາເມລິກາ ຢູ່ບັນດາປະເທດອ່ືນ. ສະພາແຫ່ງຊາດ ອາເມລິກາ ຖືກປະລາໄຊໃນການຮັບຮອງເອົາບັນດາກົດໝາຍກ່ຽວກັບການປົກປ້ອງສິດຜົນປະໂຫຍດຂອງແຫລ່ງຂ່າວທີ່ສະຫນອງໃຫ້ແກ່ນັກຂ່າວ. ຢູ່ ອາເມລິກາ, ຈຳນວນນັກຂ່າວວ່າງງານໄດ້ເພີ່ມຂຶ້ນ ເພາະວ່າ ມີຄຳວິຈານບໍ່ເໝາະສົມທີ່ກ່ຽວຂ້ອງເຖິງດ້ານການເມືອງ. ນອກນນັ້ນ ວິທີການຊຶ່ງອຳນາດການປົກຄອງ ອາເມລິກາ ປະພຶດຕໍ່ຜູ້ແຫ່ຂະບວນປະທ້ວງເມື່ອເຂົ້າຮ່ວມຂະບວນການຢືດຄອງ Wall Streest ໄດ້ສະແດງໃຫ້ທົ່ວໂລກເຫັນໄດ້ສິ່ງທີ່ອາເມລິກາ ເອີ້ນວ່າ “ຄວາມເສລິພາບ ແລະ ປະຊາທິປະໄຕ ຂອງ ອາເມລິກາ.”
ໃນບົດລາຍງານປະຈຳປີກ່ອນນີ້, ອົງການອະໄພຍະໂທດ ສາກົນ ໄດ້ເນັ້ນຫນັກພິເສດເຖິງສະພາບລະເມີດສິດທິມະນຸດ ຢູ່ ອາເມລິກາ. ອົງການນີ້ໄດ້ເວົ້າວ່າ: ໂດຍແມ່ນປະເທດມະຫາອຳນາດ, ອາເມລິກາ ໄດ້ວາງອອກບັນດາມາດຕະຖານການປະພຶດຕໍ່ໃຫ້ແກ່ບັນດາປະເທດ. ແຕ່ ວໍຊິງຕັນ ພັດສະແດງສິ່ງທີ່ຊົ່ວຮ້າຍຂອງຕົນຜ່ານບັນດາການກະທຳທ້າທາຍກົດໝາຍສາກົນໃນການຕໍ່ສູ້ຕ້ານກໍການຮ້າຍທົ່ວໂລກ. ສ່ວນອົງການຕິດຕາມກວດກາສິດທິມະນຸດ (HRW) ກໍສະເຫນີປະທານາທິບໍດີ ອາເມລິກາ B. Obama ເປີດການສືບສວນທາງອາຍາກ່ຽວກັບການສວຍໃຊ້ສິດທິມະນຸດສຳລັບອະດີດປະທານາທິບໍດີ Bush ພ້ອມກັບບັນດາເຈົ້າຫນ້າທີ່ຂັ້ນສູງໃນອຳນາດການປົກຄອງຂອງທ່ານນີ້. ອົງການອະໄພຍະໂທດ ສາກົນ ສະແດງຄວາມເສຍໃຈ ຕໍ່ການປະລາໄຊຂອງທ່ານ Obama ໃນການປິດປະຕູຄຸກ Goantanamo.
ບັນດາປະເທດໄດ້ຕຳນິຕິຕຽນກ່ຽວກັບການກະທຳແຊກແຊງເຂົ້າວຽກງານພາຍໃນຂອງປະເທດອື່ນ. ສຳລັບຫວຽດນາມ, ບົດລາຍງານຂອງກະຊວງການຕ່າງປະເທດ ອາເມລິກາ ແມ່ນວຽກງານທີ່ໄປຝືນກັບບັນດາຄວາມມານະພະຍາຍາມ ແລະ ທ່າອ່ຽງຕັ້ງຫນ້າທີ່ບໍ່ອາດຕ່າວປິ້ນໄດ້ໃນການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ, ສາຍພົວພັນລະຫວ່າງສອງປະເທດໄດ້ຜ່ານຜ່າສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກໃນຫລາຍປີ ແຕ່ກຳນົດຢ່າງຈະແຈ້ງຕາມທິດນັບມື້ນັບເລິກເຊິ່ງ ນຳມາຊຶ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ທັງສອງຝ່າຍ. ດ້ວຍຈິດໃຈປອງດອງ, ຍາມໃດ ຫວຽດນາມ ກໍພ້ອມແລ້ວທີ່ຈະໃຫ້ການຮ່ວມມື ແລະ ໂອ້ລົມສົນທະນາກັບບັນດາປະເທດ ແລະ ອົງການຈັດຕັ້ງສາກົນ,ໃນນັ້ນ ມີອາເມລິກາ ກ່ຽວກັບບັນດາບັນຫາທີ່ຍັງມີທັດສະນະທີ່ແຕກຕ່າງກັນ, ໃນນັ້ນ ມີບັນຫາສິດທິມະນຸດ.
ຍາມໃດສິດທິມະນຸດຢູ່ ຫວຽດນາມ ກໍໄດ້ຮັບປະກັນ
|
ໃນສະພາບການທີ່ການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດຄື: ການເມືອງ, ເສດຖະກິດ, ການທູດ ຄືປະຈຸບັນ, ພວກເຮົາຄິດວ່າ ວຽກງານທີ່ຕ້ອງເຮັດແມ່ນສອງປະເທດຄວນເພີ່ມທະວີການໂອ້ລົມສົນທະນາ ແລະ ມີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ກວ່າ, ຫລຸດຜ່ອນຄວາມບໍ່ລົງລອຍກັນ. ເຮັດໄດ້ຄືແນວນັ້ນ, ການພົວພັນຮ່ວມມື ລະຫວ່າງ ຫວຽດນາມ ແລະ ອາເມລິກາ ຈຶ່ງໄດ້ຮັບການຊຸກຍູ້ ແລະ ພັດທະນາ, ຕອບສະຫນອງຜົນປະໂຫຍດຂອງປະຊາຊົນສອງປະເທດ.
ນັກຂ່າວ Thu Hoa