ຄືດັ່ງພວກເຮົາໄດ້ໃຫ້ຂ່າວໄປແລ້ວ, ໃນໂອກາດການຢ້ຽມຢາມທາງລັດຖະກິດເຖິງປະເທດ ສ.ປ.ຈີນ ແຕ່ວັນທີ 19-21/6/2013, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ຕອບສຳພາດຕໍ່ນັກຂ່າວຂອງບັນດາອົງການສື່ມວນຊົນຈີນ ປະຈຳຮ່າໂນ້ຍ ກ່ຽວກັບແງ່ຫວັງຂອງການພົວພັນສອງປະເທດໃນອະນາຄົດ, ຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງສອງປະເທດ, ການແກ້ໄຂບັນດາບັນຫາບົນທະເລລະຫວ່າງຫວຽດນາມ-ຈີນ ກໍ່ຄືການພັດທະນາຂອງແຕ່ລະປະເທດ. ຕໍ່ໄປແມ່ນເນື້ອໃນບົດຕອບສຳພາດ: ຖືການພັດທະນາການພົວພັນຄູ່ຮ່ວມມື, ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ -ຈີນເປັນສຳຄັນ.
(ພາບ:Internet)
ກ່ຽວກັບການພົວພັນລະຫວ່າງຫວຽດນາມ-ຈີນ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ຢືນຢັນວ່າ: ຫວຽດນາມ ແລະ ຈີນ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ, ປະຊາຊົນສອງປະເທດມີມູນເຊື້ອສາມັກຄີມິດຕະພາບມາແຕ່ດົນນານ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ຖືການພັດທະນາການພົວພັນຄູ່ຮ່ວມມື, ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ ເປັນສຳຄັນຢ່າງສະເໝີຕົ້ນສະເໝີປາຍ. ໃນຊຸມປີຜ່ານມາ, ດ້ວຍຄວາມມານະພະຍາຍາມລວມຂອງທັງສອງຝ່າຍ, ການພົວພັນຄູ່ຮ່ວມມື, ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ປະກອບສ່ວນສຳຄັນເຂົ້າໃນຂະບວນວິວັດແຫ່ງການພັດທະນາ ແລະ ກ້າວຂຶ້ນຂອງແຕ່ລະປະເທດ. ໃນເດືອນ 3/2013, ທ່ານເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ແລະ ທ່ານເລຂາທິການໃຫ່ຍ, ປະທານປະເທດ ສປ ຈີນ ສືຈິນຜິງ ໄດ້ມີການໂອ້ລົມທາງໂທລະສັບສຳຄັນທີ່ສຸດ, ຍົກອອກຫລາຍຄຳເຫັນກ່ຽວກັບການປັບປຸງ ແລະ ເພີ່ມທະວີການພົວພັນລະຫວ່າງສອງພັກ, ສອງປະເທດຢ່າງບໍ່ຢຸດຢັ້ງ. ເພື່ອສືບຕໍ່ຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດໃຫ້ກ້າວເຂົ້າສູ່ລວງເລິກ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ຖືວ່າ: ສອງປະເທດຕ້ອງພ້ອມກັນມານະພະຍາຍາມປະຕິບັດວຽກງານຈຳນວນໜຶ່ງເປັນຢ່າງດີຄື: ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ໃນນັ້ນ, ສຳຄັນທີ່ສຸດແມ່ນການຮັກສາ ແລະ ຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງການນຳຂັ້ນສູງກໍ່ຄືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຂອງສອງປະເທດ. ປັບປຸງ ແລະ ເປີດກ້ວາງຮາກຖານຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສອງຝ່າຍໃນທຸກຂົງເຂດ, ໂດຍສະເພາະແມ່ນດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກນິກ, ການສຶກສາບຳລຸງສ້າງ, ການທ່ອງທ່ຽວ; ສືບທອດ ແລະ ເສີມຂະຫຍາຍນ້ຳໃຈສາມັກຄີມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດ.
(ພາບ:vietnamese.cri.cn)
ກ່ຽວກັບຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຫວຽດນາມ-ຈີນ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ຖືວ່າ: ຫວຽດນາມ ແລະ ຈີນ ຕ້ອງມານະພະຍາຍາມຫລາຍກ່ວາອີກ ເພື່ອຊອກຫາບັນດາທິດທາງ ແລະ ມາດຕະການທີ່ມີປະໂຫຍດເພື່ອຊຸກຍູ້ການຮ່ວມມືຕ່າງຝ່າຍຕ່າງມີປະໂຫຍດ, ໃນສະເພາະໜ້າແມ່ນຕ້ອງປະຕິບັດບັນດາຂໍ້ຕົກລົງທີ່ໄດ້ຮັບການລົງນາມໃຫ້ເປັນຢ່າງດີ, ໂດຍສະເພາະແມ່ນວາງແຜນພັດທະນາຮ່ວມມືດ້ານເສດຖະກິດ-ການຄ້າຫວຽດນາມ-ຈີນ ໄລຍະ 5 ປີ (2012-2016).
ກ່ຽວກັບການແກ້ໄຂບັນດາບັນຫາບົນທະເລລະຫວ່າງຫວຽດນາມ-ຈີນ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ຖືວ່າ: ຫວຽດນາມ ແລະ ຈີນ ໄດ້ມີຄວາມມານະພະຍາຍາມຫລາຍຢ່າງ ແລະ ມີບັນດາບົດບົດຮຽນທີ່ມີຄ່າ ໃນການແກ້ໄຂບັນດາບັນຫາເຄັ່ງຮ້ອນ, ສັບສົນໃນການພົວພັນລະຫວ່າງສອງປະເທດ, ໂດຍສະເພາະແມ່ນເລື່ອງສອງປະເທດໄດ້ແກ້ໄຂສຳເລັດບັນຫາຊາຍແດນໃນເຂດດິນຕໍ່ແຜ່ນ ແລະ ການແບ່ງກຳນົດເຂດອ່າວພາກເໜືອ. ບົນເນື້ອໃນຈິດໃຈນັ້ນ, ການນຳສອງປະເທດໄດ້ແລກປ່ຽນຄຳເຫັນດ້ວຍຄວາມຈິງໃຈ, ກົງໄປກົງມາເປັນຫລາຍຄັ້ງແລ້ວ ແລະ ບັນລຸໄດ້ຄວາມຮັບຮູ້ລວມທີ່ສຳຄັນໃນການແກ້ໄຂບັນຫາທະເລຕາເວັນອອກ. ໃນການຢ້ຽມຢາມຈີນ ຂອງທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ເມື່ອເດືອນ 10/2011, ສອງປະເທດລົງນາມໃນຂໍ້ຕົກລົງກ່ຽວກັບບັນດາຫລັກການພື້ນຖານໃນການຊີ້ນຳແກ້ໄຂບັນຫາບົນທະເລລະຫວ່າງຫວຽດນາມ-ຈີນ, ຊື່ງໃນນັ້ນ, ສອງປະເທດເຫັນດີເປັນເອກະສັນຕອ້ງປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດຢ່າງເຂັ້ມງວດ, ເດັດດ່ຽວແກ້ໄຂບັນຫາທະເລຕາເວັນອອກໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982, ຖະແຫລງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC). ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ຢືນຢັນວ່າ, ໃນໄລຍະຈະມາເຖິງ, ການນຳຂັ້ນສູງສອງປະເທດຄວນຮັກສາການແລກປ່ຽນ ແລະ ໂອ້ລົມສົນທະນາເປັນປະຈຳ, ໃນລະດັບຍຸດທະສາດ ແລະ ການພົວພັນມິດຕະພາບລະຫວ່າງສອງປະເທດ, ຊີ້ນຳ ແລະ ຊຸກຍູ້ການແກ້ໄຂບັນຫາທະເລຕາເວັນອອກໂດຍສັນຕິວິທີ.
ກ່ຽວກັບການພັດທະນາຂອງແຕ່ລະປະເທດ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ຊີແຈ້ງວ່າ: ຫວຽດນາມ ແລະ ຈີນ ຄວນສືບຕໍ່ຍູ້ແຮງການປະຕິຮູບ, ປ່ຽນໃໝ່, ຮັບຮູ້ ແລະ ຜ່ານຜ່າບັນດາສິ່ງທ້າທາຍ, ຄວາມຫຍຸ້ງຍາກໃນການພັດມະນາເສດຖະກິດ-ສັງຄົມຄື: ຄວາມຜິດໂຕນລະຫວ່າງຄົນທຸກຍາກ-ຮັ່ງມີ, ການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ການເຕີບໂຕແບບຍືນຍົງ… ຄຽງຂ້າງບັນດາຄວາມມານະພະຍາຍາມຂອງແຕ່ລະປະເທດ, ເລື່ອງຫວຽດນາມ ແລະ ຈີນ ສ້າງການພົວພັນຮ່ວມມືມິດຕະພາບໃຫ້ນັບມື້ນັບຈົບງາມ ແລະ ມີຄວາມໝາຍສຳຄັນກ່ວາ, ສ້າງກາລະໂອກາດໃຫ້ສອງປະເທດພ້ອມກັນພັດທະນາ, ເຮັດໃຫ້ຄວາມໄຟ່ຝັນ, ຈຸດໝາຍສັນຕິພາບ, ວັດຖະນາຖາວອນຂອງແຕ່ລະປະເທດປະກົດຜົນເປັນຈິງ./.