(vovworld) - ໃນບົດຂຽນທີ່ມີຫົວຂໍ້ວ່າ “ນະໂບບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນປົກປ້ອງແລະຊຸກຍູ້ສິດທິມະນຸດ” ທີ່ລົງພິມໃນໜັງສືພິມສຳຄັນຕ່າງໆ ເນື່ອງໃນໂອກາດວັນສິດທິມະນຸດໂລກ (10/12/2013), ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ຢັ້ງຢືນວ່າ: ມະນຸດແມ່ນໃຈກາງ, ທັງແມ່ນຈຸດໝາຍ, ທັງແມ່ນກຳລັງໜູນໃນວິວັດການພັດທະນາຢູ່ຫວຽດນາມ. ເລື່ອງຫວຽດນາມ ເຂົ້າຮ່ວມສະພາສິດທິມະນຸດ ສະຫະປະຊາຊາດ ດ້ວຍບັນດາຜົນງານພົ້ນເດັ່ນໃນຂົງເຂດສິດທິມະນຸດນັ້ນ ໄດ້ ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງຫວຽດນາມ, ຍົກສູງປະສິດທິຜົນແຫ່ງການເຄື່ອນໄຫວຂອງສະພາສິດທິມະນຸດ ແລະ ບັນດາກົນໄກຂອງສະຫະປະຊາຊາດກ່ຽວກັບສິດທິມະນຸດ.
ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ເນັ້ນໜັກວ່າ, ເລື່ອງຫວຽດນາມ ອອກສະໝັກເລືອກຕັ້ງເຂົ້າສະພາສິດທິມະນຸດ ສປຊ ແມ່ນເລີ່ມມາຈາກນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ນັ້ນແມ່ນປົກປ້ອງ, ຊຸກຍູ້ບັນດາສິດທິມະນຸດ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນການຮ່ວມມືສາກົນໃນຂົງເຂດນີ້. ເລື່ອງຫວຽດນາມ ໄດ້ຮັບເລືອກຕັ້ງເຂົ້າສະພາສິດທິມະນຸດ ສປຊ ດ້ວຍບັດສະໜັບສະໜູນສູງສຸດໃນຈຳນວນ 14 ປະເທດໄດ້ຮັບການເລືອກຕັ້ງໃນຄັ້ງນີ້ ແມ່ນການຮັບຮູ້ຢ່າງກ້ວາງຂວາງ ແລະ ການຕີລາຄາສູງຈາກປະຊາຄົມໂລກທີ່ມີຕໍ່ບັນດາຜົນງານໃນພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານ, ນະໂຍບາຍ, ຄວາມມານະພະຍາຍາມ ແລະ ຜົນງານທີ່ຫວຽດນາມ ບັນລຸໄດ້ກ່ຽວກັບສິດທິມະນຸດ.
ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ
ສິດທິມະນຸດໄດ້ຮັບປະກັນໃນສະພາບການຕົວຈິງ
ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຢັ້ງຢືນວ່າ: ມະນຸດທັງແມ່ນໃຈກາງ, ທັງແມ່ນຈຸດໝາຍ, ທັງແມ່ນກຳລັງໜູນໃນວິວັດການພັດທະນາ ແລະ ພາລະກິດປ່ຽນໃໝ່ຮອບດ້ານຢູ່ ຫວຽດນາມ. ບັນດາສິດ ແລະ ຄວາມເສລີໂດຍພື້ນຖານຂອງປະຊາຊົນຫວຽດນາມ ໄດ້ຫັນເປັນລະບຽບ ກົດໝາຍ ດ້ວຍລັດຖະທຳມະນູນ, ກົດໝາຍ ແລະ ຮັບປະກັນການປະຕິບັດດ້ວຍຫຼາຍແຜນນະໂຍບາຍ, ນະໂຍບາຍ ແລະ ກົນໄກ. ບັນດາສິດທິມະນຸດກ່ຽວກັບດ້ານພົນລະເຮືອນ, ການເມືອງ ໄດ້ຮັບການສະແດງອອກຢ່າງຈະແຈ້ງໃນຊີວິດທາງດ້ານການເມືອງ, ສັງຄົມຂອງປະເທດຊາດ. ສະພາແຫ່ງຊາດໄດ້ປະກາດໃຊ້, ປັບປຸງກົດໝາຍຫຼາຍສະບັບ, ສ້າງພື້ນຖານດ້ານນິຕິກຳຢ່າງໝັ້ນຄົງໃຫ້ແກ່ການຮັບປະກັນສິດທິມະນຸດໃນທຸກຂົງເຂດ, ເພີ່ມທະວີບົດບາດກວດກາ, ຕິດຕາມກວດກາການເຄື່ອນໄຫວຂອງບັນດາອົງການແຫ່ງລັດ, ພິເສດແມ່ນຜ່ານບັນດາວາລະຊັກຖາມຢ່າງເປີດເຜີຍ. ສິດຂອງປະຊາຊົນກໍ່ໄດ້ຮັບການປະຕິບັດຢ່າງມີປະສິດທິຜົນກວ່າ ຜ່ານການປະຕິຮູບດ້ານຕຸລາການ ແລະ ບໍລິຫານ. ສຽງເວົ້າຂອງປະຊາຊົນກ່ຽວກັບບັນດາບັນຫາຂອງປະເທດຊາດກໍ່ໄດ້ຮັບການເສີມຂະຫຍາຍ ຜ່ານປະມວນກົດໝາຍສຳຄັນຕ່າງໆກ່ຽວກັບສື່ສານ, ການຮ້ອງຟ້ອງ, ຮ້ອງທຸກ, ລະບຽບການປະຊາທິປະໄຕຂັ້ນຮາກຖານ, ບັນດາອົງການຈັດຕັ້ງການເມືອງ, ສັງຄົມ ແລະ ບັນດາພາຫະນະສື່ມວນຊົນໄດ້ຮັບການພັດທະນາຢ່າງວ່ອງໄວ ແລະ ຫຼາຍຮູບຫຼາຍແບບ.
ຢູ່ຫວຽດນາມ ທຸກການກະທຳໝີ່ນປະໝາດ, ແບ່ງແຍກປະເທດ ລ້ວນແຕ່ຖືກເກືອດຫ້າມ. ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງຊາວຊົນເຜົ່າສ່ວນໜ້ອຍໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ. ຊີວິດທາງສາສະໜາ, ການເຫຼື້ອມໄສຂອງປະຊາຊົນອຸດົມສົມບຸນທີ່ສຸດ ດ້ວຍບັນດາສາສະໜາສຳຄັນຢູ່ໃນໂລກ. ບັນດາສິດກ່ຽວກັບເສດຖະກິດ, ສັງຄົມ, ວັດທະນະທຳ, ພິເສດແມ່ນສະແດງອອກໃນສິດກຳມະສິດ, ສິດເສລີໃນການຜະລິດ, ດຳເນີນທຸລະກິດ, ຮັບປະກັນຊີວິດສັງຄົມ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ສິດຂອງເດັກ, ຂອງຜູ້ອາຍຸສູງ, ຄົນພິການ, ກ່ຽວກັບການສຶກສາ, ສາທາລະນະສຸກຂອງປະຊາຊົນກໍ່ນັບມື້ນັບດີກວ່າ. ບັນດາຜົນງານເຫຼົ່ານັ້ນໄດ້ສ້າງແຫຼ່ງກຳລັງ ແລະ ເງື່ອນໄຂຕົວຈິງໃຫ້ແກ່ການຊົມໃຊ້ບັນດາສິດກ່ຽວກັບພົນລະເຮືອນ, ການເມືອງ. ປະຊາຄົມໂລກໄດ້ຕີລາຄາສູງ ແລະ ຖືຫວຽດນາມ ແມ່ນແບບຢ່າງທີ່ດີເດັ່ນໃນຫຼາຍບັນຫາທີ່ຂຶ້ນກັບໂຄງການດຳເນີນງານຂອງສະພາສິດທິມະນຸດ ສປຊ ຄື: ການລົບລ້າງຄວາມອຶດຫີວ ຫຼຸດຜ່ອນຄວາມທຸກຍາກ, ການຮັບປະກັນດ້ານທັນຍາຫານ, ຍົກສູງດັດຊະນີພັດທະນາຂອງມະນຸດ ແລະ ການປະຕິບັດສຳເລັດຄາດໝາຍສະຫັດສະວັດກ່ຽວກັບການພັດທະນາກ່ອນກຳນົດເວລາ.
ຄວາມມານະພະຍາຍາມຮ່ວມມືກັບສາກົນກ່ຽວກັບການປົກປ້ອງ ແລະ ຍູ້ແຮງສິດທິມະນຸດ
ປະຈຸບັນ, ຫວຽດນາມ ແມ່ນສະມາຊິກຂອງບັນດາສົນທິສັນຍາສາກົນທີ່ສຳຄັນກ່ຽວກັບສິດທິມະນຸດເກືອບທັງໝົດ, ໃນນັ້ນມີສົນທິສັນຍາກ່ຽວກັບສິດພົນລະເຮືອນ, ການເມືອງ, ສົນທິສັນຍາກ່ຽວກັບບັນດາສິດທາງດ້ານເສດຖະກິດ, ສັງຄົມ, ວັດທະນະທຳ, ສົນທິສັນຍາກ່ຽວກັບສິດຂອງເດັກ… ໃນ 7 ປີຜ່ານມາ, ນັບແຕ່ສະພາສິດທິມະນຸດ ສປຊ ໄດ້ຮັບການສ້າງຕັ້ງຂຶ້ນ, ໃນຖານະເປັນນັກສັງເກດການ, ຫວຽດນາມ ໄດ້ຕັ້ງໜ້າປະກອບຄວາມເຫັນໃນຫຼາຍຂົງເຂດທີ່ຂຶ້ນກັບໂຄງການດຳເນີນງານ ແລະ ເຂົ້າຮ່ວມການສ້າງມະຕິ, ຂໍ້ຕົກລົງຕ່າງໆຂອງສະພາ. ໃນຂອບເຂດພາກພື້ນ, ຫວຽດນາມ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າໃນການສ້າງຕັ້ງຄະນະກຳມະການລະຫວ່າງລັດຖະບານອາຊຽນ ກ່ຽວກັບສິດທິມະນຸດ… ຫວຽດນາມ ກໍ່ເພີ່ມທະວີການຮ່ວມມື, ການເຈລະຈາສອງຝ່າຍກັບຫຼາຍປະເທດກ່ຽວກັບສິດທິມະນຸດ ເພື່ອແບ່ງປັນຂໍ້ມູນ, ບົດຮຽນ ແນໃສ່ຮັບປະກັນບັນດາສິດທິມະນຸດຢູ່ຫວຽດນາມ ແລະ ບັນດາປະເທດກ່ຽວຂ້ອງໃຫ້ດີກວ່າ.
ຕັ້ງໜ້າເຂົ້ນຮ່ວມວຽກງານຂອງສະພາສິດທິມະນຸດ ສະຫະປະຊາຊາດ ຫວຽດນາມ ຈະເພີ່ມທະວີການຮ່ວມມືກັບບັນດາກົນໄກ, ລະບຽບການຂອງສະພາສິດທິມະນຸດ, ພ້ອມແລ້ວທີ່ຈະພ້ອມກັບບັນດາປະເທດສະມາຊິກ ແລະ ຄູ່ຮ່ວມມືສາກົນອື່ນໆຍົກອອກຂໍ້ລິເລີ່ມ, ຊຸກຍູ້ບັນດາບັນຫາໃໝ່ ເພື່ອຜົນປະໂຫຍດລວມ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາສິດທິມະນຸດ ແລະ ບັນດາກົນໄກອື່ນໆຂອງ ສປຊ ກ່ຽວກັບສິດທິມະນຸດຕາມທິດຊຸກນູ້ການເຈລະຈາ, ບໍ່ປະເຊີນໜ້າ ແລະ ຫັນເປັນບັນຫາການເມືອງ, ເສີມຂະຫຍາຍວິທີສຳພັດກັບບັນດາບັນຫາທີ່ໄດ້ວາງອອກຢ່າງສະເໝີພາບ, ພາວະວິໄສ, ຮອບດ້ານ. ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ຖືວ່າ ບັນດາບົດຮຽນຂອງວິວັດການປ່ຽນໃໝ່, ປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຢູ່ຫວຽດນາມ ແລະ ທີ່ຕັ້ງຂອງຫວຽດນາມ ແມ່ນສະມາຊິກຂອງອາຊຽນ, ຂະບວນການບໍ່ຮ່ວມກຸມ, ປະຊາຄົມໃຊ້ພາສາຝລັ່ງ ແລະ ຫຼາຍອົງການຈັດຕັ້ງສາກົນ, ພາກພື້ນອື່ນໆ ນັ້ນ ຈະປະກອບສ່ວນຢ່າງມີຄວາມໝາຍເຂົ້າໃນການຊຸກຍູ້ວຽກງານຂອງສະພາສິດທິມະນຸດ ສປຊ .