(vovworld)- ປີຝລັ່ງ ຢູ່ ຫວຽດນາມ ແມ່ນເລີ່ມຕົ້ນແຕ່ເດືອນ 4/2013 ແລະ ແກ່ຍາວຮອດກາງປີ 2014 ດ້ວຍການເຄື່ອນໄຫວຮ່ວມມືສອງຝ່າຍທີ່ອຸດົມສົມບູນຫລາຍຢ່າງ. ປີຝລັ່ງ ຢູ່ ຫວຽດນາມ 2013 ແລະ ຖັດມາແມ່ນປີຫວຽດນາມ ດຳເນີນໄປຢູ່ຝລັ່ງ ໃນປີ 2014 ເປັນຂີດໝາຍໄລຍະທາງ 40 ປີແຫ່ງການຮ່ວມມືຢ່າງມີປະສິດທິຜົນລະຫວ່າງ ຫວຽດນາມ ແລະ ຝລັ່ງ, ເປີດແງ່ຫວັງໃຫມ່ໃຫ້ແກ່ໄລຍະຮ່ວມມືໃຫມ່, ແຂງແຮງ ແລະ ເລິກເຊິ່ງກວ່າ.
“ພວກຂ້າພະເຈົ້າຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອເຮັດໃຫ້ປະເທດຝລັ່ງຫຍັບມໍ່ໃກ້ກັບຫວຽດນາມກວ່າ” ນັ້ນແມ່ນຄຳຢືນຢັນຂອງທ່ານເອກອັກຄະລັດຖະທູດ ຝລ່ັງປະຈຳຫວຽດນາມ Jean Noel Poirier ທີ່ການປະຊຸມຂ່າວແນະນຳບັນດາການເຄື່ອນໄຫວສະເຫລີມສະຫລອງ 40 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຝລັ່ງ ຊ່ືງດຳເນີນໄປຫວ່າງແລ້ວນີ້ຢູ່ຮ່າໂນ້ຍ. ຕາມທ່ານເອກອັກຄະລັດຖະທູດ ຝລັ່ງແລ້ວ, ປີຝລັ່ງ ຢູ່ ຫວຽດນາມ ດ້ວຍ 100 ເຫດການໃຫຍ່, ນ້ອຍ ຈະຖືກຈັດຕັ້ງຂຶ້ນຢ່າງກວ້າງຂວາງໃນທຸກຂົງເຂດ ດ້ວຍການເຄື່ອນໄຫວ ແລກປ່ຽນວັດທະນະທຳ, ສິລະປະ, ການປະດິດສ້າງ, ພິເສດແມ່ນສະຖາປັດຕະຍະກຳ, ອາພອນສະໄຫມ ແລະ ບັນດາການເຄື່ອນໄຫວແລກປ່ຽນກ່ຽວກັບເສດຖະກິດ, ວິທະຍາສາດ, ການສຶກສາ… ຈະແນະນຳພາບພົດປະເທດຝລັ່ງໃນວັນນີ້ມາໃຫ້ຄູ່ຮ່ວມມືສຳຄັນ ຫວຽດນາມ.
“ເລື່ອງຫວຽດນາມ ແລະ ຝລ່ັງ ຕົກລົງສະເຫລີມສະຫລອງ 40 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຝລັ່ງ ດຳເນີນໄປຢູ່ ຫວຽດນາມໃນປີ 2013 ແລະ ປີຫວຽດນາມ ຢູ່ ຝລັ່ງ ທີ່ດຳເນີນໃນ 6 ເດືອນຕົ້ນປີ 2014 ເພື່ອແນໃສ່ແນະນຳບັນດາທ່າແຮງຂອງກັນ. ບັນດາທ່າແຮງພາຍຫລັງ 40 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຝລັ່ງ ຈະເປັນປະຖົມປັດໃຈເພື່ອໃຫ້ພວກເຮົາຊຸກຍູ້ການຮ່ວມມືຢ່າງແຂງແຮງກວ່າໃນໄລຍະຈະມາເຖິງ.”
ທ່ານເອກອັກຄະລັດຖະທູດ ຝລັ່ງ ປະຈຳຫວຽດນາມ Jean Noel Poirier
ພາບ:internet
|
ອາດຈະເຫັນໄດ້ວ່າ, ຜ່ານ 40 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຝລັ່ງ, ເຖິງວ່າບັນລຸໄດ້ຜົນງານສຳຄັນຫລາຍຢ່າງກໍຕາມ ແຕ່ການຮ່ວມມືດ້ານເສດຖະກິດ, ການຄ້າ ລະຫວ່າງສອງປະເທດ ຍັງຄົງພັດທະນາບໍ່ທັນສົມກັບຄວາມປາດຖະຫນາ. ວົງເງິນການຄ້າສອງຝ່າຍ ລະຫວ່າງຝລັ່ງ ກັບຫວຽດນາມ, ເມື່ອທຽບໃສ່ຝລັ່ງ ແລະ ບາງປະເທດຢູ່ອາຊີຕາວັນອອກສຽງໃຕ້ ຍັງຕຳ່ຢູ່. ເພາະສະນັ້ນ ຫນຶ່ງໃນບັນດາຈຸດເດັ່ນຂອງປີ ຝລັ່ງ ຢູ່ຫວຽດນາມ 2013 ແມ່ນການເຄື່ອນໄຫວແລກປ່ຽນດ້ານເສດຖະກິດ ການຄ້າ. ມີຄະນະນັກທຸລະກິດ ຝລັ່ງຄະນະຫນຶ່ງຈະມີຫນ້າຢູ່ນະຄອນ ໂຮ່ຈິມີນ, ຫວຽດນາມ ເພື່ອຈະເຂົ້າຮ່ວມເວທີປາໄສນັກທຸລະກິດ ຝລ່ັງ - ຫວຽດນາມ ໃນວັນທີ 8/4 ຈະມາເຖິງເພື່ອເຂົ້າຮ່ວມບັນດາການເຄື່ອນໄຫວສົ່ງເສີມ, ແລກປ່ຽນການດຳເນີນທຸລະກິດ, ຄືດັ່ງຄຳເວົ້າຂອງທ່ານນາງ Tardieu Smith, ທີ່ປຶກສາການຄ້າ ສະຖານທູດ ຝລັ່ງ ປະຈຳຫວຽດນາມ ແລ້ວ, ນີ້ແມ່ນຫນຶ່ງໃນຈຳນວນຄະນະນັກທຸລະກິດສົ່ງເສີມການລົງທຶນອອກສູ່ຕ່າງປະເທດ 3 ຄະນະໃຫຍ່ກວ່າໝູ່ນັບແຕ່ກ່ອນມາຮອດປະຈຸບັນ ມາຫວຽດນາມ, ນຳຫນ້າແມ່ນລັດຖະມົນຕີກະຊວງການຄ້າ ຝລັ່ງ Nicole Bricq. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ຝລັ່ງ ຕີລາຄາສູງຄວາມສາມາດບົ່ມຊ້ອນຂອງຕະຫລາດ ຫວຽດນາມ.
“ປີ 2012 ແລະ ຕົ້ນປີ 2013 ແມ່ນຈຸດເວລາທ່ີປະສົບກັບຄວາມຫຍຸ້ງຍາກລວມຂອງພື້ນຖານເສດຖະກິດ. ແຕ່ໃນປີ 2012 ແລະ ຕົ້ນປີ 2013 ຄວາມໄວ້ເນື້ອເຊື່ອໃຈຂອງວິສາຫະກິດສຳລັບຕະຫລາດ ຫວຽດນາມ ໄດ້ຮັບການປັບປຸງ. ຝລັ່ງ ກໍເຊັ່ນດຽວກັນ. ຊ້ຳບໍ່ໜຳຍັງ ຝລັ່ງຍັງເພີ່ມລະດັບການລົງທຶນເຂົ້າ ຫວຽດນາມຕື່ມອີກ. ປີກາຍ, ກອງທຶນແລກປ່ຽນການຄ້າຂອງຝລ່ັງ ກັບຫວຽດນາມ ໄດ້ເພີ່ມຂຶ້ນ 29%. ເຖິງແນວໃດກໍຕາມ, ພວກຂ້າພະເຈົ້າຍັງຄົງປາດຖະຫນາຢາກປັບປຸງການພົວພັນດ້ານເສດຖະກິດກັບ ຫວຽດນາມ.”
ປະຈຸບັນ, ມີວິສາຫະກິດ ຝລັ່ງກວ່າ 300 ແຫ່ງ ພວມເຄື່ອນໄຫວຢູ່ຕະຫລາດ ຫວຽດນາມ. ຕົວເລກສະຖິຕິໃນປີ 2012 ໃຫ້ເຫັນວ່າ, ການສົ່ງອອກຂອງຫວຽດນາມ ເຂົ້າຝລັ່ງ ພວມເພີ່ມຂຶ້ນ. ທ່ານ ນາງ Tardieu Smith, ທີ່ປຶກສາການຄ້າສະຖານທູດ ຝລັ່ງ ໄດ້ຮັບຮູ້ວ່າ: ຝລ່ັງ ພວມຄອຍຖ້າສິນຄ້າສົ່ງອອກຂອງຫວຽດນາມໄປຍັງ ຝລັ່ງ ແລະ ສະຫະພາບເອີລົບ (ອີຢູ) ຫລາຍກວ່າ, ນັ້ນແມ່ນອະນາຄົດການຮ່ວມມືໃຫມ່ລະຫວ່າງສອງປະເທດ. ເວທີປາໄສນັກທຸລະກິດ ຝລັ່ງ ແລະ ຫວຽດນາມ ຢູ່ນະຄອນ ໂຮ່ຈິມິນ, ແມ່ນເຫດການເປີດສາກໃຫ້ແກ່ປີ ຝລັ່ງ ຢູ່ ຫວຽດນາມ, ຈະມີການພົບປະລະຫວ່າງນັກທຸລະກິດສອງຝ່າຍກວ່າ 1.000 ຄັ້ງ, ບໍ່ພຽງແຕ່ຈັດຂຶ້ນຢູ່ບັນດານະຄອນໃຫຍ່ຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງຢູ່ຫລາຍທ້ອງຖິ່ນໃນທົ່ວປະເທດອີກດ້ວຍ. ທ່ານ ນາງ Tardieu Smith ໃຫ້ຮູ້ວ່າ:
“ພື້ນຖານເສດຖະກິດ ຫວຽດນາມ ກໍພວມພັດທະນາໃນຫລາຍຂົງເຂດ, ຕົວຢ່າງຄື: ອຸດສາຫະກຳສະບຽງອາຫານ, ການໃຊ້ສອຍ ແລະ ຝ່າຍ ຝລັ່ງ ມີທ່າແຮງຫລາຍຢ່າງໃນຂົງເຂດນີ້, ພວກຂ້າພະເຈົ້າເຫັນວ່າ ມີຄວາມສາມາດບົ່ມຊ້ອນຫລາຍຢ່າງເພື່ອຮ່ວມມືກັບ ຫວຽດນາມ. ຂ້າພະເຈົ້າຢາກເນັ້ນຫນັກວ່າ: ການພົວພັນຮ່ວມມືຂອງ ຝລ່ັງ ກັບຫວຽດນາມ ມີວິໄສທັດຍາວນານກວ່າ ສະນັ້ນ ບັນດາຄວາມຫຍຸ້ງຍາກດ້ານເສດຖະກິດ ໃນຊຸມປີນີ້ ບໍ່ແມ່ນສິ່ງກີດຂວາງເທົ່ານັ້ນ ຫາກກົງກັນຂ້າມບັນດາວິສາຫະກິດ ຝລັ່ງ ປາດຖະຫນາຢາກ ທຳມາຫາກິນພ້ອມກັບຫວຽດນາມ ໃນໄລຍະຍາວອີກດ້ວຍ.”
ສູນວັດທນະທຳ ຝລັ່ງ ຢູ່ ຮ່າໂນ້ຍ
ພາບ:internet
|
ພ້ອມກັບເວທີປາໄສວິສາຫະກິດ ການປະຊຸມໂອ້ລົມສົນທະນາເສດຖະກິດຂັ້ນສູງ ຝລັ່ງ - ຫວຽດນາມ ຈະປະຕິບັດບັນດາໂຄງການຮ່ວມມືກ່ຽວກັບດ້ານການຄ້າ ແລະ ການລົງທຶນລະຫວ່າງສອງປະເທດໃນອະນາຄົດໃຫ້ປະກົດຜົນເປັນຈິງກວ່າ. ປີນີ້ ຫວຽດນາມ ແລະ ຝລ່ັງ ກໍຍົກການພົວພັນລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ. ສິ່ງດັ່ງກ່າວແມ່ນສອດຄອ່ງກັບປະຫວັດສາດ ແລະ ສະພາບຕົວຈິງແຫ່ງການພົວພັນລະຫວ່າງ ຫວຽດນາມ ແລະ ຝລ່ັງ, ສ້າງຂອບເຂດໃຫມ່ ເຮັດໃຫ້ການພົວພັນຮ່ວມມືພັດທະນາຢາງເລິກເຊິ່ງ ແລະກວ້າງຂວາງກວ່າ. ນັບແຕ່ເມື່ອ ຝລ່ັງ ຊ່ວຍ ຫວຽດນາມ ລົບລ້າງການຂວ້ຳບາດເສດຖະກິດນັບ ແຕ່ທົດສະວັດ 1990 , ຫລັງຈາກນັ້ນຍັງສືບຕໍ່ສະຫນັບສະຫນູນ ຫວຽດນາມ ໃນວິວັດການເຊື່ອມໂຍງເຂົ້າກັບສາກົນ, ການພົວພັນລະຫວ່າງສອງປະເທດໄດ້ພັດທະນາ, ກາຍເປັນສາຍພົວພັນແບບຢ່າງລະຫວ່າງປະເທດພັດທະນາຊັ້ນນຳຂອງໂລກ ແລະ ປະເທດພວມພັດທະນາ. ການສະເຫລີມສະຫລອງ 40 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງສອງປະເທດຖືກຈັດຂຶ້ນຢູ່ ທັງຫວຽດນາມ ແລະ ຝລັ່ງ ແມ່ນໂອກາດເພື່ອໃຫ້ສອງປະເທດຫວນຄືນປະຫວັດສາດແຫ່ງການພົວພັນຊື່ງໄດ້ຮັບການເພີ່ມພູນຄູນສ້າງຈາກສອງປະເທດ ພ້ອມທັງພ້ອມກັນມຸ່ງໄປເຖິງບັນດາແງ່ຫວັງການຮ່ວມມືໃຫມ່ໃນອະນາຄົດ.