( vovworld ) – ວັນທີ 18/7, ຫວຽດນາມ ແລະ ລາວ ໄດ້ຈັດພິທີສະເຫຼີມສະຫຼອງ 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຢ່າງເປັນທາງການ (18/7/1977-18/7/2012). ສົນທິສັນຍາສະບັບນີ້ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈສູງຂອງສອງປະເທດ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ໂດຍປະທານໂຮ່ຈິມິນ ແລະ ປະທານໄກສອນ ພົມວິຫານ ໄດ້ເປັນຜູ້ກໍ່ຕັ້ງ. ນັບແຕ່ນັ້ນເປັນຕົ້ນມາ, ສາຍພົວພັນຫວຽດນາມ-ລາວ ໄດ້ກ້າວເຂົ້າສູ່ໄລຍະໃໝ່: ຈາກການຮ່ວມສຳພັນສູ້ຮົບ ຮ່ວມຂຸມຄອງດຽວກັນກາຍເປັນການຮ່ວມມືຮອບດ້ານລະຫວ່າງສອງປະເທດທີ່ມີຄວາມເປັນເອກະລາດ, ອະທິປະໄຕ. ຕໍ່ໄປເຊີນແມ່ນບົດຂຽນຂອງນັກຂ່າວ Huong Giang ທີ່ພາດຫົວເລື່ອງວ່າ: ນ້ຳໃຈມິດຕະພາບຫວຽດນາມ-ລາວ ໃນໄລຍະໃໝ່.
ປະທານສະະພາແຫ່ງຊາດ Nguyen Sinh Hung ໃນການຢ້ຽມຢາມລາວ 3-5/7/2012
(ພາບ:vnclp.gov.vn)
“ໃນປະຫວັດສາດແຫ່ງການປະຕິວັດຂອງໂລກ ໄດ້ມີຫຼາຍແບບຢ່າງດີເດັ່ນກ່ຽວກັບນ້ຳໃຈກຳມະຊີບສາກົນ, ແຕ່ບໍ່ມີແຫ່ງໃດ ແລະ ບໍ່ມີຍຸກສະໄໝໃດພັດມີຄວາມສາມັກຄີຮ່ວມສຳພັນສູ້ຮົບພິເສດອັນຍາວນນານ ແລະ ຮອບດ້ານຄືແນວນັ້ນ“. ນັ້ນແມ່ນຄຳຢືນຢັນຂອງປະທານໄກສອນ ພົມວິຫານ ເມື່ອເວົ້າເຖິງສາຍພົວພັນຫວຽດນາມ-ລາວ, ສາຍພົວພັນຖານສະຫາຍ, ເຄີຍໄດ້ຮ່ວມທຸກຮ່ວມສຸກນຳກັນ, ຍາດໄດ້ໄຊຊະນະເທື່ອລະກ້າວ ແລະ ກ້າວໄປສູ່ໄຊຊະນະສຸດທ້າຍ. ພາຍຫຼັງຫວຽດນາມ ປະຕິບັດສຳເລັດພາລະກຳທ້ອນໂຮມປະເທດຊາດເປັນເອກະພາບ ແລະ ປະເທດ ສປປ ລາວໄດ້ຮັບການສະຖາປະນາເມື່ອປີ 1975, ການພົວພັນຫວຽດນາມ-ລາວ ໄດ້ຫັນໄປສູ່ໄລຍະໃໝ່. ນັ້ນແມ່ນນ້ຳໃຈມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ແລະ ສອງລັດ ຊື່ງສະແດງໃຫ້ເຫັນຢ່າງມີຊີວິດຊີວາ ນັ້ນແມ່ນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ-ລາວ ໄດ້ເຊັນກັນເມື່ອວັນທີ 18/7/1977. ຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳວຽງຈັນ, ທ່ານ ຈູມມາລີ ໄຊຍະສອນ, ເລຂາທິການໃຫ່ຍ, ປະທານປະເທດແຫ່ງ ສປປ ລາວ ໄດ້ຢັ້ງຢືນອີກເທື່ອໜື່ງວ່າ, ຄວາມສະໜິດຕິດພັນລະຫວ່າງລາວ ແລະ ຫວຽດນາມ ແມ່ນຄວາມຜູກພັນແບບທຳມະຊາດ, ສັດຈະວິພາກ, ແມ່ນສາຍພົວພັນຮ່ວມເປັນຮ່ວມຕາຍ:
ສຽງທ່ານຈູມມາລີ
ຮັດແໜ້ນການພົວພັນລະຫວ່າງຫວຽດນາມ-ລາວ
(ພາບ: congan.com.vn)
ສົນທິສັນຍາມິດຕະພາບ ແລະ ການຮ່ວມມືທີ່ສອງຝ່າຍໄດ້ເຊັນກັນ ເມື່ອປີ 1977 ຊື່ງແມ່ນຈຸດເວລາທີ່ການປະຕິວັດວິທະຍາສາດເຕັກໂນໂລຊີພວມເກີດຂຶ້ນຢ່າງແຮງຢູ່ໃນໂລກ. ຫວຽດນາມ ແລະ ລາວ ໃຫ້ຄຳໝັ້ນສັນຍາຈະຮ່ວມມືກັນຢ່າງຮອບດ້ານ ເພື່ອພ້ອມກັນພັດທະນາ, ພ້ອມກັນສ້າງຊີວິດໃຫ້ຈະເລີນຮຸ່ງເຮືອງ. ສົນທິສັນຍາແມ່ນພື້ນຖານເພື່ອໃຫ້ສອງປະເທດເປີດກ້ວາງສາຍພົວພັນໃນທຸກໆຂົງເຂດ, ນັບທັງດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ຕະຫຼອດຮອດດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ-ບຳລຸງສ້າງ ແລະ ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນຂອງສອງປະເທດ. ສອງຝ່າຍຍັງໄດ້ແລກປ່ຽນບົດຮຽນ, ສົມທົບກັນຈັດຕັ້ງການເຄື່ອນໄຫວຕ່າງໆ ເປັນປະຈຳ ໃນຂອບເຂດສະຫະປະຊາຊາດ, ອາຊຽນ ກໍ່ຄືໃນຂອບເຂດສາມປະເທດຫວຽດນາມ-ລາວ ແລະ ກຳປູເຈຍ. ໃນ 35 ປີຜ່ານມາ, ຍາມໃດ, ການຮ່ວມມືດ້ານເສດຖະກິດກໍ່ມີທີ່ຕັ້ງສຳຄັນອັນດັບ 1, ດ້ວຍຄວາມປາດຖະໜາຢາກເປັນກຳລັງໜູນຊຸກຍູ້ການພັດທະນາຂອງບັນດາການພົວພັນຮ່ວມມືອື່ນໆ. ບໍ່ພຽງແຕ່ໄດ້ຮັບການເຕີບໂຕຢ່າງລຽນຕິດ ກ່ຽວກັບວົງເງິນການຄ້າເທົ່ານັ້ນ, ຫວຽດນາມ ແລະ ລາວ ຍັງມີການຮ່ວມມືຢ່າງມີປະສິດທິຜົນທີ່ສຸດໃນຂົງເຂການລົງທຶນອີກດ້ວຍ. ຮອດທ້າຍເດືອນ 5/2012, ຫວຽດນາມ ແມ່ນ 1 ໃນ 3 ປະເທດນຳໜ້າໃນຈຳນວນ 52 ປະເທດ ແລະ ເຂດແຄ້ວນທີ່ລົງທຶນເຂົ້າລາວ ດ້ວຍຍອດຈຳນວນທຶນແມ່ນ 3, 45 ຕື້ໂດລາສະຫະລັດ. ທ່ານ Ta Minh Chau ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ:
“ການລົງທຶນຂອງບັນດາວິສາຫະກິດຫວຽດນາມ ຢູ່ລາວ ໄດ້ສຸມໃສ່ບັນດາຂົງເຂດຊື່ງລາວ ມີທ່າແຮງຄື: ກະສິກຳ-ປ່າໄມ້,, ພົ້ນເດັ່ນແມ່ນອຸດສາຫະກຳປຸ້ງແຕ່ງໄມ້. ດ້ານອື່ນອີກ, ຂົງເຂດການເງິນ-ທະນາຄານກໍ່ມີການພັດທະນາດີພໍສົມຄວນ ດ້ວຍການມີໜ້າຂອງທະນາຄານໃຫ່ຍ 3 ແຫ່ງຂອງຫວຽດນາມ ຢູ່ລາວ. ເຖິງວ່າການຮ່ວມມືດ້ານໄປສະນີໂທລະຄົມມະນາຄົມຊັກຊ້າກ່ວາໝູ່ກໍ່ຕາມ ແຕ່ຍັງມີຈຸດຢືນອັນແນ່ນອນຢູ່ລາວ ຊື່ງພົ້ນເດັ່ນແມ່ນວິສາຫະກິດໂທລະຄົມມະນາຄົມ Viettel. ຄຽງຄູ່ກັນນັ້ນແມ່ນບັນດາຂົງເຂດຮ່ວມມືອື່ນໆຄື: ໄຟຟ້ານ້ຳຕົກ, ຂຸດຄົ້ນແຮ່ທາດ, ການບໍລິການ….“
Unitel ແມ່ນເຄື່ອງໝາຍການຄ້າຂອງ Viettel ຢູ່ລາວ
(ພາບ:viettel.com.vn)
ໄປຄຽງຄູ່ກັບຂົງເຂດເສດຖະກິດ, ການຮ່ວມມືດ້ານການສຶກສາ-ບຳລຸງສ້າງ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຍາມໃດກໍ່ໄດ້ຮັບການຍູ້ແຮງຈາກສອງປະເທດດ້ວຍຈິດໃຈ ຊ່ວຍເພື່ອນແມ່ນຊ່ວຍຕົນເອງ. ໃນ 10 ປີມານີ້, ຜ່ານອະນຸສັນຍາລະຫວ່າງສອງລັດຖະບານ, ຫວຽດນາມ ໄດ້ຊ່ວຍລາວ ບຳລຸງສ້າງບຸກຄະລາກອນກ່ວາ 12.000 ຄົນໃນຫຼາຍລະດັບ, ຂະແໜງວິຊາຊີບ ແລະ ພະນັກງານຄຸ້ມຄອງໃນຫຼາຍຂົງເຂດ.
ປີ 2012 ແມ່ນປີພິເສດໃນການພົວພັນລະຫວ່າງຫວຽດນາມ-ລາວ, ເປັນຂີດໝາຍ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື. ການເຄື່ອນໄຫວຫຼາຍຢ່າງໄດ້, ພວມ ແລະ ຈະຈັດຕັ້ງຂຶ້ນຢູ່ສອງປະເທດ. ໃນການພົບປະຂັ້ນສູງຄັ້ງຕ່າງໆ, ສອງຝ່າຍລ້ວນແຕ່ຢືນຢັນຈະຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແກ່ການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ລາວ, ຖືວ່າ, ນີ້ແມ່ນຊັບສົມບັດອັນລ້ຳຄ່າທີ່ຄວນປົກປັກຮັກສາ ແລະ ຖ່າຍທອດໃຫ້ລຸ້ນຫຼັງ. ທີ່ກອງປະຊຸມສາຍພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ-ລາວ ຈັດຂຶ້ນຢູ່ແຂວງເຊີນລາ ຂອງຫວຽດນາມ ເມື່ອເດືອນ 4/2012 ທີ່ຜ່ານມາ, ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດລາວ ໄດ້ເນັ້ນໜັກວ່າ:
ສຽງທ່ານນາງປານີ ຢາທໍ່ຕູ້
ເຮັດໃຫ້ສາຍພົວພັນລະຫວ່າງຫວຽດນາມ-ລາວ ນັບມື້ນັບເລິກເຊິ່ງຂຶ້ນຕື່ມດ້ວຍບັນດາການເຄື່ອນໄຫວຮ່ວມມືລະອຽດ ແລະ ແທດຈິງ-ນັ້ນແມ່ນວິທີຊື່ງສອງພັກໄດ້ເລືອກເຟັ້ນໃນ 50 ປີຜ່ານມາ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນທາງການທູດ ແລະ 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື.