ບົດຖະແຫລງປະກາດເອກະລາດ ແລະຄຸນຄ່າແນວຄິດດ້ານວັດທະນະທຳຫວຽດນາມ


(vovworld)- ວັນ​ທີ 2/9/1945 ຢູ່ ນະ​ຄອນ​ຫລວງ ຮ່າ​ໂນ້ຍ, ທ່ານ​ປະ​ທານ ໂຮ່​ຈິ​ມີນ ໄດ້​ອ​່ານ​ບົດ​ຖະ​ແຫລງ​​ປະ​ກາດເອ​ກະ​ລາດ, ປະ​ກາດ​ກັບ​ໂລກ​ກ່ຽວ​ກັບ​ການ​ສະ​ຖາ​ປະ​ນາ​ລັດ​ແຫ່ງ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ຫວຽດ​ນາມ, ​ຊື່ງ​ແມ່ນລັດ​ຂອງ​ກຳ​ມະ​ກອນ​ຊາວ​ຜູ້ນາ​ລັດ​ທຳ​ອິດ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ໃນ 70 ປີ​ຜ່ານ​ມາ, ບົດ​ຖະ​ແຫລງ​ປະ​ກາດ​ເອ​ກະ​ລາດ ໄດ້​ຢືນ​ຢັນ​ຄຳ​ຕັດ​ສິນ​ດ້ວຍ​ຕົນ​ເອງ, ສິດ​ໄດ້​ມີ​ຊີ​ວິດ​ອັນ​ຊອບ​ທຳ​ຂອງ​ຊາດ​ຫວຽດ​ນາມ ຍັງ​ຄົງ​ມີ​ຄຸນ​ຄ່າ​ປະ​ຫວັດ​ສາດ ແລະ ຍຸກ​ສະ​ໄຫມ​ທີ່​ເລິກ​ເຊິ່ງ.

 

ບົດຖະແຫລງປະກາດເອກະລາດ ແລະຄຸນຄ່າແນວຄິດດ້ານວັດທະນະທຳຫວຽດນາມ - ảnh 1

ປະ​ທານ​ໂຮ່​ຈິ​ມີນອ​່ານບົດ​ຖະ​ແຫລງ​ປະ​ກາດ​ເອ​ກະ​ລາດ
ພາບ​ເອ​ກະ​ສານ

       ບົດ​ຖະ​ແຫລງ​ປະ​ກາດ​ເອ​ກະ​ລາດ​ທີ່​ອະ​ມະ​ຕະ​ໂດຍ​ປະ​ທານ​ໂຮ່​ຈິ​ມີນ  ​​ຮຽບ​ຮຽງ ແລະ ອ​່ານ​ຕໍ່​ຫນ້າ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ, ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ວິ​ໄສ​ທັດ​ຍຸດ​ທະ​ສາດ​ປີ​ຊາ​ສາ​ມາດ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ປະ​ທານ​ໂຮ່​ຈິ​ມີນ ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ເອ​ກະ​ສານ​ທີ່​ສະ​ຫງ່າ​ອົງ​ອາດ​ປະ​ກາດ​ກັບ​ໂລກວ່າ ລັດ​ຫວຽດ​ນາມ ມີ​ສິດ​ໄດ້​ຊົມ​ໃຊ້​ເສ​ລີ​ພາບ ແລະ ເອ​ກະ​ລາດ​ຄື​ດັ່ງ​ບັນ​ດາ​ປະ​ເທດ​ອື່ນ, ນີ້ແມ່ນ​ກົດ​ເກນບໍ່​​ອາດປ່ຽນ​ແປງ​ໄດ້​ຂອງ​ປະ​ຫວັດ​ສາດ ແລະ ມວນມະ​ນຸດ​ທີ່​ກ້າວຫນ້າ​ໃນ​ໂລກ. ບົດ​ຖະ​ແຫລງ​​ປະ​ກາດເອ​ກະ​ລາດ ບໍ່​ພຽງ​ແຕ່​ຢືນ​ຢັນ​ສິດ​ເສ​ລີພາບ, ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ​ສິດຕັດ​ສິນ​ດ້ວຍ​ຕົນ​ເອງ​ຂອ​ງ​ຊາດ​ຫວຽດ​ນາມ ເທົ່າ​ນັ້ນ ຫາກ​ຍັງ​ຢືນ​ຢັນ​ເຈດ​ຈຳ​ນົງ, ຄວາມ​ຕັດ​ສິນ​ໃຈ​ທີ່​ແຮງ​ກ້າ​ຂອງ​ທັງ​ຊາດ, ຍອມ​ເສ​ຍ​ສະ​ຫລະ​​ທຸກ​ສິ່ງ​ທຸກ​ຢ່າງເພື່ອ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ​ຂອງ​ຊາດ​ຕົນ.

       ເອ​ກະ​ສານ​ນິ​ຕິ​ກຳ​ທັນ​ສະ​ໄຫມ

        ບົດ​ຖະ​ແຫລງ​ປະ​ກາດ​ເອ​ກະ​ລາດ ແມ່ນ​ເອ​ກະ​ສານ​ນິ​ຕິ​ກຳ​ເປັນ​ທາງ​ການ ບໍ່​ພຽງ​ແຕ່​ປະ​ກາດ​ໃຫ້​ປະ​ຊາ​ຊົນ​ຫວຽດ​ນາມ​ເທົ່າ​ນັ້ນ ຫາກ​ຍັງ​ປະ​ກາດ​ປະ​ກາດ​ກັບ​ໂລກ​ກ່ຽວ​ກັບ​ພື້ນ​ຖານ​ເອ​ກະ​ລາດ​​ແຫ່ງ​ຊາດ​ຂອງ​ລັດ​ຫວຽດ​ນາມ ແມ່ນ​​ເລື່ອງ​ຕ້ອງ​ເປັນ​ໄປ, ແມ່ນ​ກົດ​ເກນ​ຄົງ​ຕົວ​ຂອງ​ປະ​ເທດ​ຮັກ​ຫອມ​ສັນ​ຕິ​ພາບ. ທ່ານ​ຮອງ​ສາດ​ສະ​ດາ​ຈານ, ດ​ຣ ຫງວ​ຽນ​ຈ້ອງ​ຟຸກ, ອະ​ດີດ​ຫົວ​ຫນ້າ​ສະ​ຖາ​ບັນ​ປະ​ຫວັດ​ສາດ​ພັກ, ສະ​ຖາ​ບັນ​ການ​ເມືອງ​ ແຫ່ງ​ຊາດ ໂຮ່​ຈິ​ມີນ ຢືນ​ຢັນ​ວ່າ:

        “ໃນ​ບົດ​ຖະ​ແຫລງ​ປະ​ກາດ​ເອ​ກະ​ລາດ, ປະ​ທານ​ໂຮ່​ຈິ​ມີນ ໄດ້​ຢືນ​ຢັນ ການ​ຕໍ່​ສູ້​ຍາດ​ເອົາ​ເສ​ລີ​ພາບ, ເອ​ກະ​ລາດ​ຂອງ​ຊາດ​ຫວຽດ​ນາມ ແມ່ນ​ຄວາມ​ເປັນ​ທຳ. ບົດ​ຖະ​ແຫລງ​ປະ​ກາດ​ເອ​ກະ​ລາດ ຢືນ​ຢັນ ພຶດ​ຕິ​ກຳ​ບໍ່​ອາດ​ປະ​ຕິ​ເສດ​ໄດ້ ນັ້ນ​ແມ່ນ​ການ​ຕໍ່​ສູ້​ ​ປະ​ຕິ​ວັດ​ໂດຍ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ປະ​ທານ​ໂຮ່​ຈິ​ມີນ ຊີ້​ນຳ​ນຳ​ພາ, ແນວ​ໂຮມ​ຫວຽດ​ມີງ ຊີ້​ນຳ​ນຳ​ພາ​ຍາດ​ໄດ້​ໄຊ​ຊະ​ນະ.”

        ພ້ອມ​ກັບ​ການຢັ້ງ​ຢືນທີ່​ຕັ້ງ​ດ້ານ​ນິ​ຕິ​ທຳ​ຂອງ​ພື້ນ​ຖານ​ເອ​ກະ​ລາດ ແລະ ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຫນຶ່ງ​ກັບ​ປະ​ຊາ​ຄົມ​ນາໆ​ຊາດ​ໃນ​ໂລກ, ບົດ​ຖະ​ແຫລງ​ປະ​ກາດ​ເອ​ກະ​ລາດຂອງ​ປະ​ທານ​ໂຮ່​ຈິ​ມີນ ກໍ​ຢັ້ງ​ຢືນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ທັງ​ຊາດ​ຫວຽດ​ນາມ ແມ່ນ​ຮັກ​ສາ​ສິດ​ເສ​ລີ​ພາບ, ເອ​ກະ​ລາດ.

       ການ​ສືບ​ທອດ​ບັນ​ດາ​ຄຸນ​ຄ່າ​ຂອງມວນ​ມະ​ນຸດ

        ໃນ ບົດ​ຖະ​ແຫລງ​ປະ​ກາດ​ເອ​ກະ​ລາດເມື່ອ​ວັນ​ທີ 2/9/1945, ປະ​ທານ​ໂຮ່​ຈິ​ມີນ ໄດ້​ອ້າງ​ຫລັກ​ຖານ​ຖະ​ແຫລງ​ປະ​ກາດ​ເອ​ກະ​ລາດ​ຂອງ ອາ​ເມ​ລິ​ກາ ເມື່ອ​ປີ 1776 ແລະ ຖະ​ແຫລງ​ການ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ ແລະ ສິດ​ຂອງ​ປະ​ຊາ​ຊົນ ຝ​ລັ່ງ ເມື່ອ​ປີ 1791 ເພື່ອຢັ້ງ​ຢືນ​ບັນ​ດາ​ສິດ​ຂອງ​ຊາວ​ຫວຽດ​ນາມແມ່ນ​ນຳ​ໃຊ້​ການ​ຄັດ​ສະ​ເຫນີ​ໃນ​ຂີດ​ໝາຍ​ຂອງ​ພາ​ລະ​ກິດ​ປົດ​ປ່ອຍ​ມະ​ນຸດ​ຂອງມວນ​ມະ​ນຸດ​, ປະ​ທານ​ໂຮ່​ຈິ​ມີນ ຢັ້ງ​ຢືນ ການ​ປະ​ຕິ​ວັດ​ຫວຽດ​ນາມ ກໍ​ແມ່ນ​ການ​ສືບ​ທອດ​ຂອງ​ເສັ້ນ​ທາງ​ຈະ​ເລີນ​ກ້າວ​ຫນ້າ​ຊື່ງມວນ​ມະ​ນຸດ ໄດ້ ແລະ ຈະ​ກ້າວ​ເດີນ. ຮອງສາດ​ສະ​ດາ​ຈານ, ດ​ຣ ຫງວຽນ​ເທ​ທັງ, ຫົວ​ຫນ້າ​ພະ​ແນກ​ແນວ​ຄິດ​ໂຮ່​ຈິ​ມີນ, ສະ​ຖາ​ບັນ​ການ​ເມືອງ ​ແຫ່ງ​ຊາດ ໂຮ່​ຈິ​ມີນ ຊີ້​ແຈ້ງວ່າ:

        “ໃນ​ບົດ​ຖະ​ແຫລງ​ປະ​ກາດ​ເອ​ກະ​ລາດ, ປະ​ທານ​ໂຮ່​ຈິ​ມີນ ໄດ້​ຍົກ​ອອກ​ບັນ​ດາ​ສິດ​ພື້ນ​ຖານ​ຂອງ​ມະ​ນຸດ ຊື່ງ​ປະ​ຊາ​ຊົນ​ຫວຽດ​ນາມ ໄດ້​ຊົມ​ໃຊ້ ແຕ່​ຖືກ​ພວກ​ຈັກ​ກ​ະ​ພັດ, ລ່າ​ເມືອງ​ຂຶ້ນ​ຢຽບ​ຢ​ຳ. ສະ​ນັ້ນ ພວກ​ເຮົາ​ດຳ​ເນີນ​ການ​ປະ​ຕິ​ວັດ​ເພື່ອ​ຍາດ​ເອົາ​ສິດ​ຂອງ​ມະ​ນຸດ​ຄື​ນ​ໃຫມ່, ນັ້ນ​ແມ່ນ​ສິດໄດ້​ມີ​ຊີ​ວິດ, ສິ​ດ​ເສ​ລີ​ພາບ, ຄວາມ​ຜາ​ສຸກ, ຄວາມ​ມຸ້​ງຫວັງ, ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ​ໄດ້​ມີ​ຊີ​ວິດ​ຂອງ​ຊາວ​ຫວຽດ​ນາມ ກໍ​ຄື​ຂອງ​ຊາດ​ຫວຽດ​ນາມ.”

        ເລື່ອງ​ຍົກ​​ລະ​ດັບສິດ​ທິ​ມະ​ນຸດ​ກາຍ​ເປັນ​ສິດ​ຂອງ​ຊາດ ນັ້ນ​ແມ່ນ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ປະ​ທານ​ໂຮ່​ຈິ​ມີນ ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ສຳ​ລັບ​ຊາດ​ຫວຽດ​ນາມ ເທົ່າ​ນັ້ນ ຫາກ​ນັບ​ທັງ​ຫລາຍ​ປະ​ເທດ​ຖືກ​ກົດ​ຂີ່​​​ຂຸດ​ຮີດ​ໃນ​ໂລກ​ອີກ​ດ້ວຍ. ນີ້​ກໍ​ແມ່ນ​ການ​ອຸ​ທິດ​ສ່ວນ​ກ່ຽວ​ກັບ​ຫລັກ​ການ​ທິດ​ສະ​ດີ​ຂອງ​ປະ​ທານ​ໂຮ່​ຈິ​ມີນ​ໃຫ້​ແກ່​ສາງ​ແນວ​ຄິດ​ສິດ​ທິ​ມະ​ນຸດ​ຂອງມວນ​ມະ​ນຸດ.

        ຄຸນ​ຄ່າ​ຄົງ​ຕົວ​ຕະ​ຫລອດ​ການ

       ການ​​ຮຽບ​ຮຽງ ບົດ​ຖະ​ແຫລງ​ປະ​ກາດ​ເອ​ກະ​ລາດ ກາຍ​ເປັນ​ຂີດ​ໝາຍ​ໃນ​ປະ​ຫວັດ​ສາດ​ຂອງ​ຊາດ​ຫວຽດ​ນາມ. ເອ​ກະ​ສານນີ້​ມີ​ຄຸນ​ຄ່າ​ຕະ​ຫລອດ​ການ, ​ແລະ​ກຳ​ນົດ​ທິດ​ໃຫ້​ການ​ພັດ​ທະ​ນາ​ຂອງ​ຊາດ​ຫວຽດ​ນາມ. ຮອງ​ສາດ​ສະ​ດາ​ຈານ, ດ​ຣ ຫງວຽນ​ຈ້ອງ​ຟຸກ, ອ​ະ​ດີດ​ຫົວ​ຫນ້າ​ສະ​ຖາ​ບັນ​ປະ​ຫວັດ​ສາດ​ພັກ, ສະ​ຖານ​ບັນ​ການ​ເມືອງ​ ​ແຫ່ງ​ຊາດ ໂຮ່​ຈິ​ມີນ ໃຫ້​ຮູ້​ວ່າ:

        “ພວກ​ເຮົາ​ຍາ​ດ​ໄດ້​ເອ​ກະ​ລາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຢ່າງ​ສົມ​ບູນ​​ດ້ວຍ​ໄຊ​ຊະ​ນະເມື່ອ​ປີ 1975 ແລະ ປະ​ຈຸ​ບັນ ພວມ​ອອກ​ແຮງ​ສ້າງ​ພື້ນ​ຖານ​ເອ​ກະ​ລາດ, ສິດ​ແຫ່ງ​ຊາດ​ນັ້ນ​ໃຫ້​ສົມ​ບູນ ແລະ ຕັດ​ສິນ​ໃຈ​ປະ​ຕິ​ບັດ ເອ​ກະ​ລາດ ອະ​ທິ​ປະ​ໄຕ​ ​ເອ​ກະ​ພາບ, ຜື​ນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດ​ນາມ. ນີ້​ແມ່ນ​ສິດແຫ່ງ​ຊາດ​ໂດຍ​ພື້ນ​ຖານ, ສັກ​ກະ​ລະ​ບູ​ຊາ. ທີ​ສອງ ພັດ​ທະ​ນາ​ປະ​ເທດ​ຊາດ​ຕາມ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ, ໝາຍ​ຄວາມ​ວ່າ ສ້າງ​ສັງ​ຄົມ​ອັນ​ດີ​ງາມ ເພື່ອ​ມະ​ນຸດ. ນັ້ນ​ແມ່ນ​ການ​ສືບ​ທອດ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ມະ​ນຸດ, ຄຸນ​ຄ່າ​ສ້າງ​ສາ, ພັດ​ທະ​ນາ​ປະ​ເທດ​ຊາດ ຊື່ງ​ ບົດ​ຖະ​ແຫລງ​ປະ​ກາດ​ເອ​ກະ​ລາດເມື່ອ​ປີ 1945 ໄດ້​ນຳ​ມາ​ໃຫ້.”

        ໃນ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່​ຂອງ​ປະ​ເທດ​ຊາດ​ປະ​ຈຸ​ບັນ, ສິດ​ໄດ້​ມີ​ຊີ​ວິດ, ສິ​ດ​ເສ​ລີ​ພາບ, ສະ​ເຫມີ​ພາບ, ​ພະ​ດອ​ນ​ພາບ” ຂອງ   ບົດ​ຖະ​ແຫລງ​ປະ​ກາດ​ເອ​ກະ​ລາດ​ກ່ອນນີ້ 70 ປີ, ສືບ​ຕໍ່​ແມ່ນ​ເຂັມ​ຊີ້​ທິດ​ໃຫ້​ທົ່ວ​ຊາດ​ຫວຽດ​ນາມ ສືບ​ຕໍ່​ຕໍ່​ສູ້​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທ​ດ​ຊາດ.

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ