(vovworld) - ຫວຽດນາມ ແລະ ກຳປູເຈຍ ແມ່ນສອງປະເທດບ້ານໄກ້ເຮືອນຄຽງ, ຖານອ້າຍນ້ອງທີ່ໃກ້ຊິດສະໜິດຕິດພັນນຳກັນ. ໃນປະຫວັດສາດແຫ່ງສົງຄາມ, ຫວຽດນາມ ແລະ ກຳປູເຈຍ ໄດ້ຮ່ວມຂູມຄອງດຽວກັນ ເພື່ອຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນ, ໂຄ່ນລົ້ມລະບອບດັບສູນເຊື້ອຊາດ ແລະ ປະຈຸບັນພວມພ້ອມກັນຮ່ວມມືເພື່ອພັດທະນາ. ແຕ່ພັດມີບັນດາຄຳຖະແຫຼງທີ່ຜິດພາດ ເພື່ອແນໃສ່ປຸກປັ່ນ, ກໍ່ຄວາມແບ່ງແຍກຄວາມສາມັກຄີມິດຕະພາບທີ່ເປັນມູນເຊື້ອ ມາແຕ່ດົນນານລະຫວ່າງຫວຽດນາມ - ກຳປູເຈຍ. ສິ່ງດັ່ງກ່າວໄປຝືນກັບຄວາມມຸ້ງມາດຖາດຖະໜາລວມຂອງສອງປະເທດ. ບັນນາທິການວິທະຍຸກະຈາຍສຽງຫວຽດນາມມີບົດວິຈານ “ບັນດາຄຳຖະແຫຼງຜິດພາດທີ່ຈຳເປັນຕ້ອງກ່າວປະນາມ” ເຊີນທ່ານຮັບຟັງ.
ທ່ານ ຊາມເຣນຊີ, ຫົວໜ້າພັກກູ້ໄພແຫ່ງຊາດກຳປູເຈຍ (CNPR)
(ພາບອິນເຕີແນດ)
ການພົວພັນຫວຽດນາມ - ກຳປູເຈຍ ໄດ້ຮັບການສ້າງຕັ້ງຂືຶ້ນ ແລະ ເພີ່ມພູນຄູນສ້າງດ້ວຍເລືອດເນື້ອ, ເຫື່ອແຮງຂອງປະຊາຊົນສອງປະເທດຫຼາຍລຸ້ນຄົນ. ປະຫວັດແຫ່ງການຕໍ່ສູ້ຍາດເອົາເອກະລາດ, ເສລີພາບ ໄດ້ສ້າງຄວາມສະໜິດຕິດພັນລະຫວ່າງສອງປະເທດ ເພື່ອພ້ອມກັນມຸ່ງໄປເຖິງຈຸດໝາຍລວມນັ້ນແມ່ນສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາ ເພື່ອຄວາມຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ, ເພື່ອຄວາມຜາສຸກຂອງປະຊາຊົນ. ຫວຽດນາມ ຍາມໃດກໍ່ໃຫ້ການຊ່ວຍເຫຼືອກຳປູເຈຍ ຢ່າງສຸດຈິດສຸດໃຈ. ໂດຍຕອບສະໜອງຄວາມຮຽກຮ້ອງຂອງແນວໂຮມສາມັກຄີກູ້ຊາດກຳປູເຈຍ ແລະ ປະຊາຊົນກຳປູເຈຍ, ຫວຽດນາມ ໄດ້ຊ່ວຍເຫຼືອປະຊາຊົນກຳປູເຈຍ ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດ ແລະ ໃຫ້ການຊ່ວຍເຫຼືອຫຼາຍດ້ານເພື່ອໃຫ້ກຳປູເຈຍ ຟື້ນຕົວ ແລະ ພັດທະນາ.
ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາຖະໜາຢາກກໍ່ສ້າງ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ, ຍາວນານລະຫວ່າງສອງປະເທດ. ໃນຊຸມປີຜ່ານມາ, ການພົວພັນນັ້ນສືບຕໍ່ໄດ້ຮັບການພັດທະນາໃນທຸກຂົງເຂດ. ສອງປະເທດໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ, ສອງປະເທດໄດ້ປະຕິບັດສຳເລັດການຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນ, ກໍ່ສ້າງເສັ້ນຊາຍແດນຫວຽດນາມ - ກຳປູເຈຍ ສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາ.
ຫວຽດນາມ ພາກພູມໃຈທີ່ສຸດຕໍ່ເລື່ອງກຳປູເຈຍ ໄດ້ຮັບຜົນສຳເລັດໃນການເລືອກຕັ້ງສະພາແຫ່ງຊາດຊຸດທີ 5 ໃນວັນທີ 28/7/2013. ພ້ອມກັບຜູ້ນຳຫຼາຍປະເທດຢູ່ໃນໂລກ, ຜູ້ນຳພັກ, ລັດຫວຽດນາມ ໄດ້ຝາກຈົດໝາຍ, ສານຊົມເຊີຍ ແລະ ສະແດງຄວາມເຊື່ອໝັ້ນວ່າ, ດ້ວຍໝາກຜົນແຫ່ງການເລືອກຕັ້ງ. ສະພາແຫ່ງຊາດ, ລັດຖະບານໃໝ່ຢູ່ກຳປູເຈຍ ຈະໄດ້ຮັບການສ້າງຕັ້ງໂດຍໄວ ເພື່ອສະຖຽນລະພາບ ແລະ ການພັດທະນາປະເທດຊາດ, ເພື່ອຜົນປະໂຫຍດຂອງປະຊາຊົນກຳປູເຈຍ, ປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ຢູ່ໃນໂລກ.
ແຕ່ໜ້າເສຍດາຍ, ພາຍຫຼັງມີຜົນງານເບື້ອງຕົ້ນຂອງການເລືອກຕັ້ງສະພາແຫ່ງຊາດຊຸດທີ 5 ຢູ່ກຳປູເຈຍ, ທ່ານ ຊາມເຣນຊີ, ຫົວໜ້າພັກກູ້ໄພແຫ່ງຊາດກຳປູເຈຍ (CNPR) ຜູ້ຢືນອັນດັບ 2 ໃນການເລືອກຕັ້ງນີ້ ໄດ້ມີຄຳຖະແຫຼງທີ່ມີລັກສະນະປຸກປັ່ນທາງພາຫະນະສື່ສານສາກົນ, ສົ່ງຜົນສະທ້ອນບໍດີເຖິງການພົວພັນມິດຕະພາບກຳປູເຈຍ - ຫວຽດນາມ, ໄປຝືນກັບຄວາມຈິງປະຫວັດສາດ.
ທ່ານ ຊາມເຣັນຊີ ໄດ້ເວົ້າວ່າ: “ຮ່າໂນ້ຍ ເຄີຍບຽດຢືດທີ່ດິນຂອງກຳປູເຈຍ”. ນີ້ແມ່ນຄຳຖະແຫຼງທີ່ໄຮ້ເຫດຜົນ ບໍ່ພຽງແຕ່ກໍ່ຜົນຮ້າຍເຖິງການພົວພັນລະຫວ່າງສອງປະເທດເທົ່ານັ້ນ, ຫາກຍັງແຕະຕ້ອງເຖິງອາລົມຈິດອັນດີງາມລະຫວ່າງປະຊາຊົນສອງປະເທດອີກດ້ວຍ.
ສິ່ງທີ່ເຮັດໃຫ້ຫາງສຽງຕົກສະເງີ້ນັ້ນແມ່ນ ບັນດາຖ້ອຍທຳນອງທີ່ໄຣ້ເຫດຜົນ ເຊິ່ງທ່ານ ຊາມເຣັນຊີ ໄດ້ຕອບສຳພາດຕໍ່ໜັງສືພິມພາສາຈີນຢູ່ກຳປູເຈຍ ເຊິ່ງຖືກຄັດສະເໜີໃນເວັບໄຊ BBC ພາສາຫວຽດ ເມື່ອວັນທີ 4/8, ວ່າ: "ເກາະທັງໝົດທີ່ຈີນພວມປົກຄອງນັ້ນ ແມ່ນຜືນແຜ່ນດິນຂອງຈີນ". ກ່ຽວກັບສິ່ງດັ່ງກ່າວ, ຫວຽດນາມ ມີພື້ນຖານນິຕິກຳ ແລະ ຫຼັກຖານປະຫວັດສາດຢ່າງຄົບຖ້ວນ ເພື່ອພິສູດ ແລະ ຢືນຢັນອະທິປະໄຕຂອງຕົນ ເຊິ່ງບໍ່ອາດໂຕ້ຖຽງກັນໄດ້ສຳລັບໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ຫວຽດນາມ ເດັດດຽວແກ້ໄຂການພິພາດກັນຢູ່ທະເລຕາເວັນອອກ ດ້ວຍບັນດາມາດຕະການສັນຕິພາບ, ບົນພື້ນຖານເຄົາລົບກົດໝາຍສາກົນ, ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະ ຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC). ຍາມໃດຫວຽດນາມ ກໍ່ປາດຖະໜາຢາກມີສັນຕິພາບ ແລະ ພ້ອມກັບບັນດາປະເທດບ້ານໃກ້ເຮືອນຄຽງປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ. ຄວາມປາຖະໜາ ແລະ ຄວາມມານະພະຍາຍາມຂອງຫວຽດນາມ ໄດ້ຮັບການສະໜັບສະໜູນ ແລະ ການຮັບຮູ້ຈາກປະຊາຄົມໂລກ. ໂດຍແມ່ນນັກການເມືອງຜູ້ໜຶ່ງ, ແນ່ນອນວ່າທ່ານ ຊາມເຣັນຊີ ຈະຮູ້ແຈ້ງຄວາມຈິງດັ່ງກ່າວ.
ທ່ານ ຊາມເຣັນຊີ ມີສິດຍົກອອກທັດສະນະຂອງຕົນ, ຂອງພັກກູ້ໄພແຫ່ງຊາດກຳປູເຈຍ, ແຕ່ຖ້າຫາກບັນດາຄຳຖະແຫຼງນັ້ນໄປຝືນກັບຄວາມຈິງປະຫວັດສາດ, ມີລັກສະນະປຸກປັ່ນ, ແຕະຕ້ອງເຖິງນ້ຳໃຈມິດຕະພາບຫວຽດນາມ - ກຳປູເຈຍ, ຈະບໍ່ສາມາດຮັບຄວາມເຫັນດີເຫັນພ້ອມຈາກຫາງສຽງສອງປະເທດ ແລະ ສາກົນໄດ້ຢ່າງແນ່ນອນ.
ຄຳຖະແຫຼງທີ່ຜິດພາດ, ໄຣ້ເຫດຜົນ ແລະ ໂດດດຽວຂອງທ່ານ ຊາມເຣັນຊີ ພຽງແຕ່ຮັບໃຊ້ຈຸດປະສົງດ້ານການເມືອງເທົ່ານັ້ນ ແລະ ຈຳເປັນຕ້ອງກ່າວປະນາມ.