(vovworld)- ວັນທີ 18/4, ລັດຖະສະພາເອີລົບ ໄດ້ອອກມະຕິກ່ຽວກັບສິດທິມະນຸດຂອງຫວຽດນາມ, ໃນນັ້ນ ຍົກອອກບັນດາຂໍ້ມູນຂ່າວສານ ແລະ ຂໍ້ສັງເກດທີ່ຖືວ່າ: ຫວຽດນາມ ລະເມີດສິດເສລີໃນການປາກເວົ້າ. ຕໍ່ຈາກນັ້ນ, ບົດລາຍງານປະຈຳປີຂອງກະຊວງການຕ່າງປະເທດ ອາເມລິກາ ກ່ຽວກັບສິດທິມະນຸດປີ 2012 ທີ່ໄດ້ຮັບການປະກາດພາຍຫລັງມື້ຫນຶ່ງ. ນີ້ແມ່ນບັນດາບົດລາຍງານບໍ່ຖືກກັບຄວາມຈິງ, ແມ່ນການຈັດວາງແບບບັງຄັບໃນການພົວພັນສາກົນ, ບໍ່ສອດຄ່ອງກັບທ່າອ່ຽງເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ ກັບ ອາເມລິກາ ແລະ ສະຫະພາບເອີລົບ.
ໃນມະຕິສະບັບຫນຶ່ງລວມມີ 6 ຫນ້າ, ລັດຖະສະພາເອີລົບ ຖືວ່າ: ຫວຽດນາມ ໄດ້ຈັບກຸມຄຸ້ມຂັງ, ດຳເນີນການພິພາກສາໂດຍບໍ່ຍຸດຕິທຳ ແລະ ຕັດສິນລົງໂທດ blogger ຈຳນວນຫນຶ່ງຂອງຫວຽດນາມ. ມະຕິດັ່ງກ່າວໄດ້ເຕື້ອງເຖິງບັນດາສ່ວນບຸກຄົນຄື: ຫງວຽນວັນຫາຍ, ຕ້າຟອງເຕີນ ແລະ ຟານແທນຫາຍ, ຊຶ່ງແມ່ນບັນດາບຸກຄົນທີ່ຖືກສານຂອງຫວຽດນາມຕັດສິນລົງໂທດຈຳຄຸກດ້ວຍການກະທຳຜິດ “ໂຄສະນາຕ້ານທຳລາຍລັດ ສສ ຫວຽດນາມ” ແລະ ຖືວ່າ ຫວຽດນາມ ໄດ້ຄວບຄຸມ ອິນເຕີແນັດ ແລະ blog ອັນໄດ້ສົ່ງຜົນທະທ້ອນເຖິງເລື່ອງປະຊາຊົນສະແດງທັດສະນະກໍຄືຄວາມບໍ່ລົງລອຍກັນຢ່າງເປີດເຜີຍ. ສ່ວນບົດລາຍງານປະຈຳປີຂອງກະຊວງການຕ່າງປະເທດ ອາເມລິກາ ໄດ້ອີງໃສ່ບັນດາຂໍ້ມູນທີ່ຜິດເຂວໂດຍເຈດຕະນາກ່ຽວກັບຫວຽດນາມ,ສືບຕໍ່ຖືຫວຽດນາມ ແມ່ນລັດແຫ່ງລະບອບຜະເດັດການ ຊື່ງຢູ່ນີ້ ສິດການເມືອງຂອງພົນລະເມືອງ, ສິດເສລີໃນການປາກເວົ້າ, ສິດເສລີທາງສື່ມວນຊົນ, ສິດເສລີໃນການເຊື່ອຖືສາສະຫນາຖືກຈຳກັດ.
ໂຄສົກກະຊວງານຕ່າງປະເທດຫວຽດນາມ ເລືອງແທນຫງີ້ ຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງຫວຽດນາມຕໍ່ບົດລາຍງານ
ສິດທິມະນຸດປະຈຳປີ 2012 ຂອງກະຊວງການຕ່າງປະເທດ ອາເມລິກາ
ພາບ:baodatviet.vn
|
ໃນຂະນະທີ່ຖືວ່າ ຕົນເອງພຽງມີສິດພິຈາລະນາກ່ຽວກັບສິດທິມະນຸດຂອງປະເທດອື່ນ, ໃນນັ້ນ ມີຫວຽດນາມ, ນັບແຕ່ກອ່ນມາຮອດປະຈຸບັນ ອາເມລິກາ ເມີນເສີຍຕໍ່ບັນດາການລະເມີດສິດທິມະນຸດຢູ່ປະເທດຕົນ. ອາດຈະເຫັນໄດ້ວ່າ ຢູ່ໃນຊີວິດສັງຄົມອາເມລິກາ ກໍ່ມີຫລາຍບັນຫາກ່ຽວກັບສິດທິມະນຸດ, ພົ້ນເດັ່ນແມ່ນສະພາບທໍລະມານທີ່ກ່ຽວຂ້ອງເຖິງປືນເສິກພວມແມ່ນການນາບຂູ່ຢ່າງຮ້າຍແຮງຕໍ່ຊີວິດການເປັນຢູ່ ແລະ ຄວາມປອດໄພຂອງປະຊາຊົນ ອາເມລິກາ. ແຕ່ຍ້ອນຖືກຄອບຄອງຈາກກຸ່ມເພື່ອຜົນປະໂຫຍດ, ລັດຖະບານບໍ່ມີມາດຕະການເພື່ອຄວບຄຸມປືນຈຶ່ງເຮັດໃຫ້ມີຜູ້ຖືກເສຍຊີວິດ ແລະ ຮັບບາດເຈັບຍ້ອນການຍິງປືນຄັ້ງຕ່າງໆໄດ້ເພິ່ມຂຶ້ນເຖິງນັບຮ້ອຍຄົນໃນແຕ່ລະປີ. ຕາມຕົວເລກສະຖິຕິແລ້ວ, ອາເມລິກາ ແມ່ນປະເທດນຳຫນ້າກ່ຽວກັບຈຳນວນຜູ້ຖືກເສຍຊີວິດຈາກການໃຊ້ຄວາມຮຸນແຮງໃນຈຳນວນ 17 ປະເທດພັດທະນາ. ນອກນັ້ນ, ຈຳນວນຜູ້ອຶດຫິວທຸກຍາກຢູ່ ອາເມລິກາ ນັບມື້ນັບສູງ ນັບແຕ່ເມື່ອເກີດວິກິດການການເງິນທ່ົວໂລກ ໃນ 2008 ແລະ ຊອ່ງຫວ່າງລະຫວ່າງ ຜູ້ຮັ່ງມີແລະທຸກຍາກສືບຕໍ່ເພີ່ມຂຶ້ນ. ໃນຂະນະນັ້ນ ອາເມລິກາລະເມີດສິດທິມະນຸດຢູ່ບັນດາປະເທດອື່ນເປັນປະຈຳ ດ້ວຍການແຊກແຊງອະທິປະໄຕການປ້ອງກັນຄວາມສະຫງົບແຫ່ງຊາດ. ແຕ່ປີ 2001 - 2011, ການສູ້ຮົບຕ້ານກໍການຮ້າຍຊື່ງອາເມລິກາປຸກລະດົມຢູ່ ອີຣັກ ແລະ ອາບການິສະຖານ ໄດ້ເຮັດໃຫ້ 14.000- 110.000 ຄົນຖືກເສຍຊີວິດໃນແຕ່ລະປີ. ອາເມລິກາ ຖືກຫລາຍປະເທດຄັດຄ້ານຢ່າງແຮງ, ອັນໄດ້ເຮັດໃຫ້ປະເທດນີ້ຖືກປັດເຂ່ຍອອກຈາກຄະນະກຳມະການສິດທິມະນຸດສາກົນ ທີ່ກອງປະຊຸມຄັ້ງທີ 57 ຂອງຄະນະກຳມະການສິດທິມະນຸດ ສປຊ ຢູ່ ເຊີແນວ ແຕ່ວັນທີ 19/3 - 3/5/2011.
ສ່ວນບັນດາບົດລາຍງານ ແລະ ມະຕິຂອງອາເມລິກາ ແລະ ລັດຖະສະພາເອີລົບ ກ່ຽວກັບສິດທິມະນຸດຢູ່ ຫວຽດນາມ. ໃນໄລຍະຜ່ານມາ, ຫວຽດນາມ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫລວງ, ເປັນຫນ້າເອກອ້າງທະນົງໃຈໃນການຮັບປະກັນສິດທິມະນຸດໃນທຸກຂົງເຂດ ຈາກພົນລະເຮືອນຕະຫລອດຮອດດ້ານການເມືອງ, ເສດຖະກິດ, ວັດທະນະທຳສັງຄົມ. ນັ້ນແມ່ນບັນດາຜົນງານທີ່ບໍ່ອາດປະຕິເສດໄດ້ໃນການປະຕິບັດບັນດາຈຸດໝາຍພັດທະນາສະຫັດສະຫວັດ, ຫລຸດຜ່ອນອັດຕາຜູ້ທຸກຍາກອຶດຫິວຢ່າງວອ່ງໄວ, ຍົກສູງລະດັບຄອງຊີບຂອງປະຊາຊົນທຸກດ້ານ, ປະຕິບັດບັນດາສົນທິສັນຍາກ່ຽວກັບການຮັບປະກັນສິດແມ່ຍິງ, ເດັກນ້ອຍຢ່າງມີປະສິດທິຜົນ. ດັດຊະນີພັດທະນາມະນຸດປີ 2013 ຂອງໂຄງການພັດທະນາ ສປຊ (UNDP) ປະກາດເມື່ອວັນທີ 17/4 ສະແດງໃຫ້ເຫັນວ່າ ຫວຽດນາມແມ່ນປະເທດຢືນອັນດັບທີ 3 ໃນອາຊຽນ ກ່ຽວກັບດັດຊະນີຄວາມສະເຫມີພາບລະຫວ່າງຍິງຊາຍ, ພ້ອມທັງແມ່ນປະເທດຢືນອັນດັບທີ 48 ໃນທົ່ວໂລກກ່ຽວກັບດັດຊະນີດັ່ງກ່າວ. ນອກນັ້ນ ທຸກສິດຂອງພົນລະເມືອງຫວຽດນາມ,ໃນນັ້ນ ມີສິດເປັນເຈົ້າ, ສິດເສລີໃນການປາກເວົ້າ, ສິດເສລີທາງສື່ມວນຊົນ, ສິດເສລີໃນການໂຮມປະຊຸມ, ສິດເສລີໃນການເຊື່ອຖືສາສະຫນາ ລວ້ນແຕ່ໄດ້ຮັບການຮັບປະກັນຈາກລັດ ຫວຽດນາມ ຊື່ງໄດ້ລະບຸໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ.
ຄວາມຈິງ ລະຫວ່າງຫວຽດນາມ ແລະ ອາເມລິກາ ແລະ ສະຫະພາບເອີລົບ ກໍຄືລະຫວ່າງ ອາເມລິກາ, ສະຫະພາບເອີລົບ ກັບຫລາຍປະເທດອື່ນຢູ່ໃນໂລກ ໄດ້ ແລະ ພວມມີຊ່ອງຫວ່າງກ່ຽວກັບສິດທິມະນຸດ. ສິ່ງດັ່ງກ່າວຍ້ອນມີຫລາຍສາຍເຫດ, ຍ້ອນຄວາມແຕກຕ່າງກັນກ່ຽວກັບດ້ານວັດທະນະທຳ, ມູນເຊື້ອປະຫວັດສາດ, ລະດັບການພັດທະນາ. ການປະຕິບັດສິດທິມະນຸດຢູ່ແຕ່ລະປະເທດຕ້ອງອີງໃສ່ຈຸດພິເສດສະເພາະດ້ານປະຫວັດສາດ, ວັດທະນະທຳ, ສາດສະຫນາ, ການເຊື່ອຖືສາສະຫນາ, ເງື່ອນໄຂເສດຖະກິດສັງຄົມຢູ່ແຕ່ລະປະເທດ. ສະນັ້ນ ໃນແງ່ມູມສາກົນ ແລະ ສິດອະທິປະໄຕຂອງແຕ່ລະປະເທດ, ບໍ່ມີປະເທດໃດສາມາດເປັນແບບຢ່າງກ່ຽວກັບສິດທິມະນຸດໃຫ້ແກ່ປະເທດອື່ນໄດ້. ສະນັ້ນ ອາເມລິກາ ແລະ ສະຫະພາບເອີລົບ ມີຄວາມຜິດພາດເມື່ອຈັດວາງບັງຄັບມາດຖານກ່ຽວກັບສິດທິມະນຸດຂອງຕົນທີ່ມີຕໍ່ ຫວຽດນາມ . ສິ່ງດັ່ງກ່າວບໍ່ສອດຄ່ອງກັບວິວັດການເພີ່ມທະວີການໂອ້ລົມສົນທະນາເພື່ອມີຄວາມເຂົ້າໃຈກ່ຽວກັບສິດທິມະນຸດລະຫວ່າງ ຫວຽດນາມ ກັບບັນດາປະເທດ, ກີດຂວາງວິວັດການພັດທະນາການພົວພັນທຸກດ້ານລະຫວ່າງ ຫວຽດນາມ ກັບ ອາເມລິກາ ແລະ ສະຫະພາບເອີລົບ.