(vovworld) - ປີ 2013, ໂດຍບໍ່ຫົວຊາຕໍ່ສະພາບເສດຖະກິດໂລກພວມຟື້ນຟູຢ່າງຊັກຊ້ານັ້ນ, ຫວຽດນາມ ຍັງຄົງບັນລຸໄດ້ບັນດາຜົນງານທີ່ສຳຄັນໃນການພັດທະນາເສດຖະກິດສັງຄົມ, ປະກອບສ່ວນບໍ່ໜ້ອຍເຂົ້າໃນການປະຕິບັດຄາດໝາຍຂອງແຜນການ 5 ປີ (2011-2015). ລັດຖະບານໄດ້ມີການຊີ້ນຳບໍລິຫານການຄວບຄຸມໄພເງິນເຟີ້ຢ່າງວ່ອງໄວ ແລະ ທັນການ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນຊີວິດສັງຄົມ. ນີ້ແມ່ນບາດກ້າວເດີນທີ່ຖືກຕ້ອງ, ສະແດງໃຫ້ເຫັນຄວາມຕັດສິນໃຈດ້ານການເມືອງສູງສຸດ.
(ພາບປະກອບ)
ປີ 2013, ເສດຖະກິດ - ສັງຄົມຂອງຫວຽດນາມ ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ. ມີຫຼາຍຄາດໝາຍສຳຄັນໄດ້ຮັບການປະຕິບັດສຳເລັດຄື: ການຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕ, ການຮັບປະກັນຊີວິດສັງຄົມ, ສະຫວັດດີການສັງຄົມກໍ່ຮັບປະກັນ.
ຄວາມຂະຫຍັນຂັນເຄື່ອນ ແລະ ມີໄຫວພິບໃນການບໍລິຫານເສດຖະກິດມະຫາພາກ
ຈຸດພົ້ນເດັ່ນທີ່ສຸດຂອງປີ 2013 ນັ້ນແມ່ນ, ພວກເຮົາໄດ້ເພີ່ມບັນດາປັດໃຈຮັກສາເສດຖະກິດມະຫາພາກຕື່ມອີກ, ອັນໄດ້ສະແດງອອກຢ່າງຈະແຈ້ງໃນບັນຫາຄວບຄຸມໄພເງິນເຟີ້, ຮັກສາຕະຫຼາດການເງິນເທື່ອລະກ້າວໂດຍຜ່ານບັນດານະໂຍບາຍບໍລິຫານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້ຂອງລັດຖະບານ, ພິເສດແມ່ນນະໂຍບາຍບໍລິຫານຕະຫຼາດການເງິນ, ເງິນຕາ ໄດ້ຮັບການຕີລາຄາສູງ. ໃນປີ 2013, ຄວາມສ່ຽງຂອງລະບົບສິນເຊື່ອໄດ້ຫຼຸດລົງ, ອົງປະກອບສິນເຊື່ອກໍ່ມີການຫັນປ່ຽນຢ່າງຕັ້ງໜ້າ ດ້ວຍໂຄງປະກອບສະກຸນເງິນເໝາະສົມກວ່າ. ຕະຫຼາດເງິນຕາໂດຍຕ່າງປະເທດຝາກມາກໍ່ເປັນປົກກະຕິ. ໃນສະພາບທີ່ພື້ນຖານເສດຖະກິດໂລກຍັງຮັບຜົນສະທ້ອນຈາກວິກິດການການເງິນໂລກນັ້ນ, ແຕ່ການດຶງດູດທຶນ FDI ຂອງຫວຽດນາມ ໃນປີ 2013 ຍັງຄົງບັນລຸໄດ້ກວ່າ 20 ຕື້ USD, ເພີ່ມຂຶ້ນ 65% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ. ທ່ານ ຮວີ່ນເຫງຍ (Huynh Nghia), ສະມາຊິກສະພາແຫ່ງຊາດນະຄອນດ່ານັ້ງ, ໃຫ້ຂໍ້ສັງເກດວ່າ:
“ນັບແຕ່ຕົ້ນປີມາຮອດປະຈຸບັນ, ລັດຖະບານໄດ້ມີຄວາມຂະຫຍັນຂັນເຄື່ອນ ແລະ ມີຫົວຄິດປະດິດສ້າງໃນການຊີ້ນຳ, ນຳພາການປະຕິບັດ ຄາດໝາຍຮັບໃຊ້ເສດຖະກິດມະຫາພາກ, ນຳໃຊ້ຫຼາຍມາດຕະການເພື່ອເພີ່ມຄວາມຕ້ອງການ, ຊຸກຍູ້ການເຕີບໂຕ, ຜັນຂະຫຍາຍແຜນຮ່າງສັງລວມກ່ຽວກັບການສ້າງໂຄງປະກອບເສດຖະກິດຄືນໃໝ່ ແລະ ຫັນປ່ຽນຮູບແບບການເຕີບໂຕ. ລັດຖະບານໄດ້ມີຄວາມມານະພະຍາຍາມຫຼາຍຢ່າງໃນການແກ້ໄຂບັນຫາສິນເຊື່ອ, ເພີ່ມກຳລັງຊື້ຂອງຕະຫຼາດ, ຫຼຸດຜ່ອນອັດຕາກຳໄລເງິນຝາກ… ເວົ້າລວມແລ້ວ, ອີງຕາມຄາດໝາຍສັງລວມໃນມະຕິຂອງສະພາແຫ່ງຊາດແລ້ວ, ໝາກຜົນຂອງປີ 2013 ແມ່ນຕັ້ງໜ້າ“.
ປະລິຍາເອກດ້ານເສດຖະກິດ ຟ້າມຮູຍຮຸ່ງ, ຖືວ່າ:
“ພື້ນຖານເສດຖະກິດຫວຽດນາມບັນລຸໄດ້ຜົນງານຕັ້ງໜ້າຫຼາຍຢ່າງຄື: ຮັບປະກັນດ້ານທັນຍາຫານ, ການສົ່ງອອກທັນຍາຫານໃນແຕ່ລະປີເພີ່ມຂຶ້ນ, ດູນການຄ້າໄດ້ຮັບການປັບປຸງໃຫ້ດີຂຶ້ນ, ຕະຫຼາດການເງິນເປັນປົກກະຕິ, ເສດຖະກິດໄດ້ຮັບການຟື້ນຕົວ, ຕະຫຼາດພາຍໃນປະເທດສືບຕໍ່ພັດທະນາ, ສິນຄ້າຄ້າງສາງຫຼຸດລົງຢ່າງແຮງ, ຄຸນນະພາບການເຕີບໂຕໄດ້ເພີ່ມຂຶ້ນ, ອັດຕາແລກປ່ຽນເງິນຕາເປັນປົກກະຕິ. ນີ້ແມ່ນໝາກຜົນຂອງວິວັດການຫັນປ່ຽນໂຄງປະກອບພື້ນຖານເສດຖະກິດຢ່າງຖືກທິດ, ອັນໄດ້ສ້າງຄວາມດູນດຽງໃນເບື້ອງຕົ້ນລະຫວ່າງບັນດາຄາດຫຼາຍຂອງພື້ນຖານເສດຖະກິດ“
ຊີວິດສັງຄົມໄດ້ຮັບປະກັນ
ປີ 2013, ບັນດານະໂຍບາຍຮັບປະກັນຊີວິດສັງຄົມ, ການໃຫ້ບຸລິມະສິດແກ່ຜູ້ທີ່ມີຄຸນງາມຄວາມດີ, ການໜູນຊ່ວຍສັງຄົມ, ການປະກັນໄພສັງຄົມ, ປະກັນໄພຫວ່າງງານໄດ້ຮັບການຍູ້ແຂງ. ຫວຽດນາມ ສ້າງວຽກເຮັດງານທຳໃຫ້ຄົນງານກວ່າ 1 ລ້ານຄົນ, ສົ່ງຄົນງານ 70.000 ຄົນ ໄປເຮັດວຽກຢູ່ຕ່າງປະເທດ, ເພີ່ມ 7,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ລັດຖະບານກໍ່ຊີ້ນຳການປະຕິບັດວຽກງານຄາດຄະເນເປັນຢ່າງດີ ແລະ ເປັນເຈົ້າພາບລະດົມທຸກກຳລັງ ເພື່ອຫຼຸດຜ່ອນຄວາມເສຍຫາຍ ໂດຍພາຍຸນ້ຳຖ້ວມກໍ່ຂຶ້ນ, ໜູນຊ່ວຍທັນຍາຫານ, ເຮືອນຢູ່, ຟື້ນຟູການຜະລິດ, ເຮັດໃຫ້ຊີວິດຂອງປະຊາຊົນກັບຄືນສູ່ສະພາບເປັນປົກກະຕິໂດຍໄວ. ທ່ານ ເລວັນເຕິນ, ສະມາຊິກສະພາແຫ່ງຊາດແຂວງ ຮ່ານາມ, ຕີລາຄາວ່າ:
“ເຖິງວ່າເສດຖະກິດຍັງປະສົບກັບຄວາມຫຍຸ້ງຍາກກໍ່ຕາມແຕ່ຍາມໃດລັດກໍ່ໃຫ້ບຸລິມະສິດແກ່ການຮັບປະກັນຊີວິດສັງຄົມ, ຮັບປະກັນໃຫ້ລະບົບປະກັນສັງຄົມໄດ້ຮັບການພັດທະນາຢ່າງຄົບຊຸດ, ເປົ້າໝາຍຊົມໃຊ້ກໍ່ເປີດກ້ວາງ, ຮັບປະກັນແຫຼ່ງກຳລັງ ແລະ ຈັດຕັ້ງການປະຕິບັດນະໂຍບາຍບຸລິມະສິດແກ່ຜູ້ມີຄຸນງາມຄວາມດີເປັນຢ່າງດີ, ອຸດໜູນສັງຄົມເປັນປະຈຳ, ສະໜອງບັດປະກັນສຸຂະພາບໃຫ້ຄົນທຸກຍາກ ແລະ ເປົ້າໝາຍປະສົບກັບຄວາມຫຍຸ້ງຍາກ. ໂຄງການກໍ່ສ້າງຊົນນະບົດໃໝ່ໄດ້ຮັບການຕອບສະໜອງຈາກປະຊາຊົນ ແລະ ສ້າງການຫັນປ່ຽນຢ່າງຕັ້ງໜ້າຢູ່ຫຼາຍທ້ອງຖີ່ນ.”
ວຽກງານພົວພັນຕ່າງປະເທດໄດ້ຮັບການຍູ້ແຮງຢ່າງຮອບດ້ານ
ປີ 2013, ວຽກງານພົວພັນຕ່າງປະເທດກໍ່ບັນລຸໄດ້ຜົນງານຢ່າງຮອບດ້ານ. ທ່ານ ເລວັນເຕີນ, ສສຊ ແຂວງ ຮ່ານາມ, ໃຫ້ຂໍ້ສັງເກດວ່າ:
“ວຽກງານພົວພັນຕ່າງປະເທດໄດ້ຮັບການຍູ້ແຮງຢ່າງຮອບດ້ານ, ການປ້ອງກັນຄວາມສະຫງົບແຫ່ງຊາດໄດ້ຮັບການຮັກສາຢ່າງໝັ້ນຄົງ. ລັດ ຍູ້ແຮງການຮ່ວມມືສາກົນ, ເພີ່ມທະວີການເຈລະຈາຍຸດທະສາດກັບຫຼາຍຄູ່ຮ່ວມມືສຳຄັນ. ນຳການພົວພັນກັບບັນດາຄູ່ຮ່ວມມື ພິເສດແມ່ນຄູ່ຮ່ວມມືໃຫຍ່, ຄູ່ຮ່ວມມືທີ່ເປັນມູນເຊື້ອກ້າວເຂົ້າສູ່ລວງເລີກ. ສິ່ງດັ່ງກ່າວໄດ້ປະກອບສ່ວນສຳຄັນ, ສ້າງສະພາບແວດລ້ອມ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການປົກປັກຮັກສາ ແລະ ພັດທະນາປະເທດຊາດ”
ແຕ່ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ຍັງຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງຄື: ໄພເງິນເຟີ້ ອາດສາມາດເກີດຂຶ້ນຄືນໃໝ່, ໜີ້ເສຍຍັງຢູ່ໃນລະດັບສູງຢູ່, ເຫຼືອໜີ້ສິນເຊື່ອເພີ່ມຂຶ້ນຢ່າງຊັກຊ້າ, ການເຄື່ອນໄຫວຜະລິດດຳເນີນທຸລະກິດຍັງປະສົມກັບຄວາມຫຍຸ້ງຍາກ ແຕ່ບັນດາໝາກຜົນຕັ້ງໜ້າຂອງປີ 2013 ຈະແມ່ນປະຖົມປັດໄຈສຳຄັນ, ມີການກະທົບທີ່ດີໃຫ້ການປະຕິບັດແຜນການສົກປີ 2014 – 2015./.