ບັນດາມາດຕະການຄົບຊຸດເພື່ອປ້ອງກັນ, ຕ້ານການສໍ້ລາດ ບັງຫລວງ

(vovworld)- ກອງປະຊຸມ​ຄັ້ງ​ທີ 5 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຊຸດ​ທີ 11(​ເອີ້ນ​ຫຍໍ້​ວ່າ ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 5) ​​ໄດ້ອັດ​ລົງ​ໃນ​ກາງ​ອາທິດ ​​ແລະ ໄດ້​ວາງ​ອອກ​ຫລາຍ​ລັດຖະນະ​ໂຍບາຍ​ທີ່ສຳຄັນ, ​ໃນ​ນັ້ນ ​ເນື້ອ​ໃນ​ຊຶ່ງ​ຫາງ​ສຽງ​ມີ​ຄວາມ​ສົນ​ໃຈ ​ແລະ ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ ນັ້ນ​ແມ່ນ ​ເລື່ອງ​ຄະນະ​ຊີ້​ນຳ​ສູນ​ກາງ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ແມ່ນສັງກັດ​ກົມ​ການ​ເມືອງ. ນີ້​ໄດ້​ຮັບ​ຖື​ວ່າ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ມາດ​ຕະການ​ທີ່​ຈຳ​ເປັນ ​ເພາະວ່າ ການ​ຕໍ່ສູ້​ປ້ອງ​ກັນ ​ແລະ ຕ້ານການ​ສໍ້​ລາດ​ບັງ​ຫລວງ ພວມ​ຮຽກຮ້ອງ​ຕ້ອງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ແຮງ​ຈຶ່ງ​ສາມາດ​ນຳ​ມາ​ຊຶ່ງ​ປະສິດທິ​ຜົນ​ໄດ້.

ບັນດາມາດຕະການຄົບຊຸດເພື່ອປ້ອງກັນ, ຕ້ານການສໍ້ລາດ ບັງຫລວງ - ảnh 1
ກອງປະຊຸມ​ຄັ້ງ​ທີ 5 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຊຸດ​ທີ 11
ພາບ:nld.com.vn

        ກ່ອນ​ການດຳ​ເນີ​ນກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 5, ສະ​ໂມ​ສອນ ທັງ​ລອງ ຢູ່ ຮ່າ​ໂນ້ຍ ຊຶ່ງ​ແມ່ນ​ສະຖານ​ທີ່ພະນັກງານ​ກິນ​ເບ້ຍ​ບຳນານ 1600 ທ່ານ ດຳ​ເນີນ​ຊີວິດ​​, ຊຶ່ງ​​ອະດີດ​ແມ່ນ​ພະນັກງານ​ຂັ້ນ​ກາງ, ຂັ້ນ​ສູງຢູ່​ບັນດາ​ອົງການ​ສູນ​ກາງ ​ແລະ ນະຄອນ​ຮ່າ​ໂນ້ຍ ​ໄດ້​ສົ່ງ​ຂໍ້​ສະ​ເຫ​ນີ​ເຖິງ​ກົມ​ການ​ເມືອງ, ຄະນະ​ເລຂາ​ສູນ​ກາງ ເຂົ້າ​ຮ່ວມ​ການປະກອບ​ຄຳ​ເຫັນກ່ຽວ​ກັບ​ບັນດາ​ມາດ​ຕະການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ. ທ່ານ ​Duong Ngoc Son ຮອງ​ຫົວຫນ້າ​ປະຈຳ​ສະ​ໂມ​ສອນ​ ທັງ​ລອງ, ອະດີດ​ຮອງ​ຫົວຫນ້າ​ອົງການ​ກວດກາ​ລັດຖະບານ​ໃຫ້​ຮູ້​ວ່າ: ​ເພື່ອ​ມີ​ຂໍ້​ສະ​ເຫ​ນີດັ່ງກ່າວ, ສະ​ໂມ​ສອນ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ 2 ຄັ້ງ ດ້ວຍ​ຫລາຍຄຳ​ເຫັນ​ທີ່ສຸດ​ຈິດ​ສຸດ​ໃຈ​, ​ໃນ​ນັ້ນ ສະ​ເໜີ 5 ມາດ​ຕະການ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ສໍ້​ລາດ​ບັງ​ຫລວງ.

        “ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ເພາະວ່າ ​ແນວ​ຄວາມ​ຄິດ​ຂອງ​ພວກ​ຂ້າພະ​ເຈົ້າ​ທີ່ປະກອບ​​ໃຫ້​ສູ​ນກາງ ກໍ​ເໝາະ​ສົມ​ກັບ​ແຜນ​ນະ​ໂຍບາຍ​ຂອງກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 5​ . ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ນັ້ນ​ແມ່ນ ກົມ​ການ​ເມືອງ​ຊີ້​ນຳ​​ໂດຍ​ກົງ​ກ່ຽວ​ກັບວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງຂອງ​ປະ​ເທດ​ຊາດ. ​ໃນ​ຕໍ່ຫນ້າ ​ເມື່ອ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ເລີ່​ມເຄື່ອນ​ໄຫວ ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ກົມ​ການ​ເມືອງ ​ແລະ ​ຂອງທ່ານ​ເລຂາທິການ​ໃຫຍ່, ຂ້າພະ​ເຈົ້າ​ມີ​ຄວາມ​ເຊ່ືອ​ໝັ້ນ​ວ່າ ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຈະ​ບັນລຸ​ໝາກຜົນເປັນ​ຢ່າງ​ດີ.”

        ກ່ຽວ​ກັບ​ການ​ປ່ຽນ​ໃຫມ່​ຮູບ​ແບບ​ຂອງ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ​ໃນ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 5​ ຜ່ານ​ມາ, ຄະນະ​ບໍລິຫານ​ງານ​ສູນ​ກາງ ​ໄດ້​ຕົກລົງ​ສ້າງ​ຕັ້ງຄະນະວຽກ​ງານ​ການ​ເມືອງ​ພາຍ​ໃນ​ສູນ​ກາງຄືນ​ໃຫມ່ ທັງ​ປະຕິບັດ​ພາລະ​ບົດບາດ​ຂອງ​ຄະນະ​ພັກ ​ທັງ​ແມ່ນ​ອົງການ​ປະຈຳ​ຂອງ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ. ຕາມ​ຜູ້​ຊ່ຽວຊານ​ຫລາຍ​ທ່ານ​ແລ້ວ, ວິທີ​ການ​ນີ້​ຈະ​ເຮັດ​ໃຫ້​ຮູບ​ແບບ​ປະຈຸ​ບັນ​ປ່ຽນ​ແປງ​ນັບ​ທັງ​ພາກສ່ວນ​​ໃນຄະນະ​ຊີ້​ນຳ.  ນອກ​ນັ້ນ ດ້ວຍ​ຮູບ​ແບບ​ນີ້ ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ແມ່ນ​ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ໂດຍກົງ ​ແລະ ​ເປັນ​ປະຈຳ​ຂອງ​ກົມ​ການ​ເມືອງ, ຄະນ​ະ​ເລຂາ, ຮັບປະກັນ​ຄວາມ​ເອກະລາດກັບ​ອົງການ​ນິຕິບັນຍັດ, ອຳນາດ​ບໍລິຫານ, ຍຸຕິ​ທຳ. ທ່ານ Mai Truc Lan, ອະດີດ​ຮອງ​ປະທານສະພາ​ແຫ່ງ​ຊາດ ​ເວົ້າ​ວ່າ:

        “ນັ້ນ​ແມ່ນ​ວຽກ​ງານ​ລະອຽດ​ທີ່​ສຸດ ມີ​ຄວາມ​ແທດ​ຈິງ, ສ້າງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ໃຫ້​ແກ່ພະນັກງານ, ສະມາຊິກ​ພັກ​ໃນ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ຄັ້ງ​ທີ 4 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຊຸດ​ທີ 11 ກ່ຽວ​ກັບ​ບາງ​ບັນຫາ​ຮີບ​ດ່ວນ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ. ນັ້ນ​ແມ່ນ​ຜົນສຳ​ເລັດ​ຊຶ່ງໄດ້​ຮັບ​ການ​ສະຫນັບສະຫນູນ​ຈາກ​ຫາງ​ສຽງທີ່​ສຸດ. ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ສູນ​ກາງ​ໄດ້​ຕົກລົງ​ຄື​ແນວ​ນັ້ນ ​ແມ່ນ​ຖືກຕ້ອງ ​ແລະ ຫວັງ​ວ່າ ອົງການ​ນີ້​ຈະ​ເຄື່ອນ​ໄຫວ ​ແລະ ບັນລຸ​ໝາກຜົນ​ຢ່າງ​ແທດ​ຈິງ​ກວ່າ​ໃນ​ການ​ສະກັດ​ກັ້ນ ​ແລະ ຄວບ​ຄຸມ​ການ​ສໍ້​ລາດ​ບັງ​ຫລວງ.”

ບັນດາມາດຕະການຄົບຊຸດເພື່ອປ້ອງກັນ, ຕ້ານການສໍ້ລາດ ບັງຫລວງ - ảnh 2
ກອງປະຊຸມຍ້ອງຍໍສັນລະເສີນສ່ວນບຸກຄົນມີຜົນງານດີເດັ່ນໃນການຕ້ານ
ການສໍ້ລາດບັງຫລວງ
ພາບ:baodatviet.vn

        ນອກ​ນັ້ນ, ​ເລື່ອງ​ສ້າງ​ຕັ້ງ​ຄະນະ​ວຽກ​ງານການ​ເມືອງພາຍ​ໃນ​ສູນ​ກາງຄືນ​ໃຫມ່ ທັງ​ປະຕິບັດ​ບົດບາດ​ຫນ້າ​ທີ່​ຂອງ​ຄະນະ​ພັກ​ ພ້ອມ​ທັງ​ແມ່ນ​ອົງການ​ປະຈຳ​ ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ຍັງ​ສອດຄ່ອງ​ກັບ​ລະບອບ​ພັກ​ນຳພາ​ຮອບດ້ານ​ໃນ​ປະຈຸ​ບັນ. ຍິ່ງ​ກວ່າ​ນັ້ນ ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ແມ່ນ​ບັນຫາ​​ແກ່ນສານໃນ​ການ​ຕ້ານການ​​ເສື່ອ​ມ​ທາດ​ຂາດ​ຄຸນ​ໃນ​ພະນັກງານ, ສະມາຊິກ​ພັກ. ສະ​ນັ້ນ ຮູບ​ແບບ​ນີ້​ກໍ​ຊ່ວຍ​ຊຸກຍູ້​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 ກ່ຽວ​ກັບ​ການ​ກໍ່ສ້າງ, ປັບປຸງ​ພັກ. ທະນາຍຄວາມ Luu Van Dat ຫົວຫນ້າ​ສະພາ​ທີ່​ປຶກສາ​ກ່ຽວ​ກັບ​ອະທິປະ​ໄຕ - ກົດໝາຍ ສັງກັດ​ຄະນະ​ກຳມະການ​ສູ​ນກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ດ້ວຍ​ແຜນ​ນະ​ໂຍບາຍ​ຂອງ​ສູນ​ກາງ ​ນັ້ນ​ແມ່ນ​ຄະນະ​ຊີ້​ນຳ​ສູນ​ກາງ ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ກົມ​ການ​ເມືອງ, ຂ້າພະ​ເຈົ້າ​ເຫັນ​ວ່າ ​ເຮັດ​ຄື​ແນວ​ນັ້ນ​ແມ່ນ​ເໝາະ​ສົມ ​ເພາະວ່າ ລະບົບ​ການ​ເມືອງ​ຂອງ​ພວກ​ເຮົາ​ແມ່ນ​ພັກ​ນຳພາ, ລັດ​ຄຸ້ມ​ຄອງ, ປະຊາຊົນ​ເປັນ​ເຈົ້າ. ກົມ​ການ​ເມືອງ​ຄຸ້ມ​ຄອງ​ໂດຍ​ກົງ, ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຈະ​ມີ​ປະສິດທິ​ຜົນ​ກວ່າ. ”

        ພ້ອມ​ກັບ​ເລື່ອງ​ສ້າງ​ກົງຈັກ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ຕາມ​ຮູບ​ແບບ​ໃຫມ່, ຫາງ​ສຽງ​ກໍ​ປາດ​ຖະຫນາ​ວ່າ ບັນດາ​ອົງການ​ກ່ຽວຂ້ອງ​ສືບ​ຕໍ່​ສ້າງ​ກົນ​ໄກ, ນະ​ໂຍບາຍ​ໃຫ້​ສົມບູນ​ແບບ ​ເພື່ອ​ຈຳກັດ​ບັນດາ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ເກີດ​ຄວາມ​ຫຍໍ້​ທໍ້, ນຳ​ໃຊ້​ພະນັກງານ​ຢ່າງ​​ເໝາະ​ສົມ, ​ເສີມ​ຂະຫຍາຍ​ບົດບາດ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ​ຢ່າງ​ສູງ​ສຸດ. ​ເຮັດ​ຄື​ແນວ​ນັ້ນ ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ທີ່ເຄີຍ​ໄດ້​ຮັບ​ຖື​ວ່າ​ແມ່ນ​ບັນຫາ​ສັບສົນ​ ​ແລະ ຫຍຸ້ງຍາກຈຶ່ງ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຢ່າງ​ແທ້​ຈິງໄດ້.

        ນັກ​ຂ່າວ Huong Giang

ຕອບກັບ

ຂ່າວ/ບົດ​ອື່ນ