ທ່ານນາງ Park Geun- hyeຈະກາຍເປັນປະທານາທິບໍດີ
ເພດຍິງຄົນທຳອິດຂອງ ສ.ເກົາຫຼີ (ພາບ: internet)
|
ທ່ານນາງ Park Geun- hye ຜູ້ສະໝັກເລືອກຕັ້ງສັງກັດພັກໂລກໃໝ່ກຳອຳນາດສາມາດເອົາຊະນະທ່ານ Moon jae-in ສັງກັດພັກຝ່າຍຄ້ານປະຊາທິປະໄຕເອກະພາບ (DUP)ໃນການເລືອກຕັ້ງເມື່ອວັນທີ 19/12/2012 ເພື່ອກາຍເປັນປະທານາທິບໍດີເພດຍິງຄົນທຳອິດຂອງ ສ.ເກົາຫຼີ. ອາຍຸການຂອງ ປະທານາທິບໍດີ ຄົນທີ່ 18 ຂອງ ສ. ເກົາຫຼີ ຊຶ່ງເລີ່ມແຕ່ເດືອນ 2/2013 ໄດ້ຮັບການຕີລາຄາວ່າ ຈະມີສິ່ງທ້າທາຍຫຼາຍຢ່າງ, ຂະນະທີ່ຕ້ອງປະເຊີນໜ້າກັບ ພື້ນຖານເສດຖະກິດ ຂອງ ສ.ເກົາຫຼີ ພວມອຶດອາດຊັກຊ້າລົງ ກໍຄືບັນດາບັນຫາໃນແຫຼມເກົາຫຼີ.
ທ່ານນາງ Park Geun- hye ໄດ້ຮັບໄຊຊະນະໃນການເລືອກຕັ້ງໃນສະພາບທີ່ການເຕີບໂຕດ້ານເສດຖະກິດຢູ່ ສ.ເກົາຫຼີ ໃນປີ 2012 ຖືກຊັກຊ້າລົງໃນລະດັບຕ່ຳສຸດໃນຮອບ 3 ປີຜ່ານມາ. ບັນດາການເຄື່ອນໄຫວລົງທຶນຂອງຕ່າງປະເທດ, ໂດຍສະເພາະແມ່ນຈາກພາກພື້ນໃຊ້ສະກຸນເງິນເອີໂຣລວມ(Eurozone) ໄດ້ຫຼຸດລົງຢ່າງແຮງ. ທະນາຄານສູນກາງ ສ.ເກົາຫຼີ (BOK) ໃນມໍ່ມານີ້ໄດ້ຫຼຸດລະດັບການເຕີບໂຕເສດຖະກິດຂອງປະເທດນີ້ລົງ 2,4%ເມືອ່ທຽບໃສ່ລະດັບຄາດຄະເນ ຄື 3% ທີ່ຖືກຍົກອອກມາກ່ອນນີ້. ຍິ່ງໄປກ່ວານັ້ນ, ເສດຖະກິດຂອງປະເທດນີ້ສືບຕໍ່ມີທ່າອຽງເຕີບໂຕດ້ວຍລະດັບຕ່ຳຄືປະມານ 2%ໃນປີ 2013 ຍ້ອນຕະຫຼາດອະສັງຫາລິມະຊັບ ຫຼຸດລົງ ແລະ ຮ້າຍແຮງກ່ວານັ້ນແມ່ນອັດຕາການວ່າງງານໄດ້ເພີ່ມຂຶ້ນໃນລຸ່ນໄວໜຸ່ມ. ຄວາມຈິງໃນປະຈຸບັນຍັງສະແດງໃຫ້ເຫັນວ່າ ຄວາມຜິດດຽງດ້ານລາຍຮັບກໍຄືຄວາມແຕກໂຕນກັນລະຫວ່າງຄວາມຮັ່ງມີ ແລະ ທຸກຍາກຢູ່ ສ.ເກົາຫຼີ ແມ່ນນັບນື້ນັບສູງຂຶ້ນ. ຖ້າທຽບໃສ່ປີ 2006, ຈຳນວນຄອບຄົວຢູ່ໃນເປົ້າໝາຍຂ້ອນຂ້າງຄວາມທຸກຍາກໄດ້ເພີ່ມຂຶ້ນ 10%.
ໃນຂົງເຂດພົວພັນຕ່າງປະເທດ, ບັນດາການພິພາດອະທິປະໄຕກັບຍີປຸ່ນ ແລະ ບັນຫານິວເຄຼຍໃນແຫຼມເກົາຫຼີຍັງຄົງເກີດຂຶ້ນ, ພີເສດເມື່ອພຽງຢາງຫາກໍດຳເນີນການຍິງດາວທຽມສຳຫຼວດໜ່ວຍໂລກ. ນັກໃຈ້ແຍກຫຼາຍຄົນໃຫ້ຂໍ້ສັງເກດວ່າ : ການພົວພັນລະຫວ່າງ 2 ພາກເກົາຫຼີໄດ້ຊົ່ວຮ້າຍໄປຢ່າງວ່ອງໄວໃນອະຍຸການຂອງທ່ານ Lee Myung- bak .
ເພື່ອເປັນການບັນເທົ່າຄວາມເປັນຫ່ວງເປັນໄຍຂອງຜູ້ມີສິດເລືອກຕັ້ງລົງສ່ວນໃດສ່ວນໜຶ່ງ, ທ່ານນາງ Park Geun- hye ໄດ້ໝັ້ນໝາຍວ່າ ຈະແກ້ໄຂບັນດາບັນຫາສັງຄົມທີ່ເຄັ່ງຮ້ອນໃນປະຈຸບັນເທົາທີ່ຄວນ ຄື ສະພາບການສຶກສາເກີນຂອບເຂດ, ເຮືອນຢູ່ໃຫ້ແກ່ບັນດາຄູ່ສົມລົດໃໝ່, ບັນຫາການວ່າງງານອາດຈະເກີດຂື້ນໃນກຸ່ມແຮງງານມີເກັ່ນອາຍຸ 40 ປີ ຂຶ້ນໄປ ແລະ ສະພາບຜູ້ເຖົ້າຜູ້ແກ່ຢູ່ປຽວ. ອຳນາດການປົກຄອງໃໝ່ຍັງມີແຜນການສົ່ງເສີມການກໍ່ສ້າງຖານທີ່ໝັ້ນທະຫານເຮືອໃນເກາະ Jeju , ປັບປຸງຄວາມສາມາດຂອງກຳລັງຕຳຫຼວດທະເລ, ພິເສດແມ່ນເປີດກ້ວາງເຄື່ຶອຂ່າຍຮັບປະກັນຊີວິດສັງຄົມ. ນອກຈາກນັ້ນ, ເພື່ອປະຕິບັດການຫັນໄປສູ່ຮູບແບບເສດຖະກິດໃໝ່ໃຫ້ປະກົດຜົນເປັນຈິງ, ອຳນາດການປົກຄອງຂອງ ທ່ານນາງ Park Geun- hye ຍັງຄາດຄະເນວ່າຈະສ້າງຕັ້ງກະຊວງ ວິທະຍາສາດ ແລະ ປະດິດຄິດສ້າງເພື່ອໜູນຊ່ວຍກິດຈະການປະຕິຮູບ ແລະ ສ້າງວຽກເຮັດງານທຳຕື່ມອີກ.
ກ່ຽວກັບໂຄງປະກອບຄະນະລັດຖະບານໃໝ່, ທ່ານນາງ Park Geun- hye ຍັງໝັ້ນໝາຍເຄົາລົບສິດເລືອກເຟັ້ນບັນດາສະມາຊິກຂອງນາຍົກລັດຖະມົນຕີ. ນອກຈາກນັ້ນ, ປະທານາທິບໍດີຍິງຄົນທຳອິດຂອງ ສ.ເກົາຫຼີຍັງໃຫ້ຮູ້ວ່າ ຈະພິຈາລະນາກໍລະນີປັບປຸງລັດຖະທຳມະນູນຕາມທິດຫຼຸດກຳນົດເວລາກຳອຳນາດໃນອາຍຸການໜຶ່ງລົງເຫຼືອພຽງ 4 ປີ ເມື່ອທຽບໃສ່ 5 ປີ ຄືປະຈຸບັນ.
ໃນການພົວພັນກັບ ສ.ປ.ປ.ເກົາຫຼີ, ທ່ານນາງ Park Geun- hye ໄດ້ສະແດງໃຫ້ເຫັນຄວາມຄ່ອງແຄ້ວກ່ວາເມື່ອທຽບໃສ່ ປະທານາທິບໍດີສະໄໝກ່ອນ ຂະນະທີ່ໄດ້ຖະແຫຼງວ່າ ລັດຖະບານໃໝ່ຈະຮັກສານະໂຍບາຍເປີດປະຕູເພື່ອປົວແປງການພົວພັນ, ເຊື່ອມຕໍ່ການເຄື່ອນໄຫວຊ່ວຍເຫຼືອມະນຸດສະທຳ, ຟື້ນຟູການເຄື່ອນໄຫວເຕົ້າໂຮມຄອບຄົວທີ່ຖືກພັດພາກຈາກກັນ ແລະ ເພີ່ມທະວີການແລກປ່ຽນການຄ້າລະຫວ່າງ 2 ພາກເກົາຫຼີ, ໃນນັ້ນມີແຜນການເປີດກ້ວາງເຂດອຸດສາຫະກຳປະສົມ Kaesong . ທ່ານນາງ Park Geun- hye ຍັງເນັ້ນໜັກວ່າ ຈະແຍກບັນຫາຊ່ວຍເຫຼືອມະນຸດສະທຳອອກຈາກຂົງເຂດການເມືອງ, ພ້ອມກັນນັ້ນ, ສຳລັບທຸກໆບ້ວງເງິນລົງທຶນກ້ອນໃຫຍ່ ໃດໆທີ່ລົງທຶນເຂົ້າພຽງຢາງ ລ້ວນແຕ່ຕ້ອງປະກອບສ່ວນມຸ່ງໄປສູ່ຈຸດໝາຍສ້າງແຫຼມເກົາຫຼີປອດນິວເຄຼຍ.
ນັກໄຈ້ແຍກຫຼາຍຄົນໃຫ້ຂໍ້ສັງເກດວ່າ ໃນຖານະຕຳແໜ່ງໃໝ່, ປະທານາທິບໍດີຍິງຄົນທຳອິດຂອງ ສ.ເກົາຫຼີ, ເຖິງວ່າຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ ກໍຕາມ, ແຕ່ກໍຍັງມີຄວາມສະດວກ ຫຼາຍຢ່າງ. ພາລະກິດການເມືອງຂອງ ທ່ານນາງ Park Geun- hye ໄດ້ເລີ່ມຂຶ້ນໂດຍໄວທີ່ສຸດ ຄືນັບແຕ່ມີອາຍຸ 22 ປີ ຂະນະທີ່ບິດາຂອງລາວ ແມ່ນທ່ານ Park Chung- hee ໄດ້ເປັນ ປະທານາທິບໍດີຂອງ ສ.ເກົາຫຼີ. ຍິງໄປກ່ວານັ້ນ, ກ່ອນທີ່ຮັບໄຊຊະນະໃນການເລືອກຕັ້ງ ປະທານາທິບໍດີ, ທ່ານນາງ Park Geun- hye ໄດ້ເຄີຍເປັນ ສ.ສ.ຊ ໃນ 5 ຊຸດຢ່າງລຽນຕິດ ແລະ ເຄີຍດຳລົງຕຳແໜ່ງເປັນປະທານຄະນະກຳມະການຮັບມືດ່ວນ ຂອງພັກໂລກໃໝ່. ທັງໝົດເຫຼົ່ານັ້ນ ຈະນຳມາເຊິ່ງຜົນປະໂຫຍດບໍ່ໜ້ອຍໃຫ້ແກ່ວຽກງານບໍລິຫານຂອງທ່ານນາງໃນອາຍຸການເປັນ ປະທານາທິບໍດີ ສ.ເກົາຫຼີ ທີ່ຈະມາເຖິງ.
ດ້ວຍຄຳຖະແຫຼງຈະອຸທິດສ່ວນຈົນສຸດຄວາມສາມາດຂອງຕົນເພື່ອປົວແປງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ແລະ ຄວາມມານະພະຍາຍາມສາມັກຄີຊາດ, ທ່ານນາງ Park Geun- hye ໄດ້ຖືກຜູ້ມີສິດເລືອກຕັ້ງ ສ.ເກົາຫຼີ ເຊື່ອໝັ້ນວ່າ ຈະສາມາດສ້າງອິດທິພົນຊື່ສຽງປຽບເໝືອນບິດາຂອງທ່ານນາງ ແລະ ຈະສາມາດແກ້ໄຂບັນດາບັນຫາປ້ອງກັນຄວາມສະຫງົບ, ເສດຖະກິດຂອງ ສ.ເກົາຫຼີ ໃນປະຈຸບັນໃຫ້ໄດ້ .