ບັນຫາທະເລຕາເວັນອອກຖືກຍົກອອກໃນບັນດາກອງປະຊຸມໃຫຍ່


(vovworld)- ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ນັບ​ມື້​ນັບ​ຜັນ​ແປ​ໄປຢ່າງ​ສັບ​ສົນ, ໃນ​ນັ້ນ ມີການ​ປ່ຽນ​ແປງ​ໂຄງ​ປະ​ກອບ​ຂອງ​ເກາະ​ຫິນ, ຫາດດອນ​ຫີນ​ນ້ຳ​ຖ້ວມຫລາຍ​ແຫ່ງ ໂດຍ​ພື້ນ​ຖານຍິ່ງ​ສ້າງ​ຄວາມ​ສົນ​ໃຈ​ຈາກ​ປະ​ຊາ​ຄົມ​ໂລກ. ເພາະ​ສະ​ນັ້ນ ທະ​ເລ​ຕາ​ເວັນ​ອອກ ໄດ້​ກາຍ​ເປັນ​ບັນ​ຫາ​ພົ້ນ​ເດັ່ນ​ທີ່ກອງ​ປ​ະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 25 ແລະ ບັນ​ດາ​ກອງ​ປະ​ຊຸມ​ກ່ຽວ​ຂ້ອງ​ຢູ່ ມຽນ​ມາ, ກອງ​ປະ​ຊຸມ​ສຸ​ດຍອດ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ປາ​ຊີ​ຟີກ (APEC) ຄັ້ງ​ທີ22 ຢູ່ ຈີນ ແລະ ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ຢູ່ ຫວຽດ​ນາມ.

ບັນຫາທະເລຕາເວັນອອກຖືກຍົກອອກໃນບັນດາກອງປະຊຸມໃຫຍ່ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເຂົ້າ​ຮ່ວມ
ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ 25
ພາບ:nguyentandung.org

        ຕາມ​ແຜນ​ການ, ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 17-18/11 ຢູ່ ນ​ະ​ຄອນ​ ດາ​ຫນັງ​ຂອງ​ຫວຽດ​ນາມ. ພາຍ​ໃຕ້​ຫົວ​ຂໍ້​ວ່າ: “ທະ​ເລ​ຕາ​ເວັນ​ອອກ: ການ​ຮ່ວມ​ມື​ເພື່ອ​ຄວາມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ​ຢູ່​ພາກ​ພື້ນ”, ກອງ​ປະ​ຊຸມ​ສຳ​ມະ​ນາ​ແມ່ນ​ການ​ສືບ​ທອດ​ບັນ​ດາ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ, ຊອກ​ຮູ້​ທັດ​ສະ​ນະ​ຂອງ​ວົງ​ການ​ນັກ​ຮຽນ​ຮູ້ ແລະ​ໃຫ້​ຄຳ​ປຶກ​ສາ​ນະ​ໂຍ​ບາຍພາຍ​ໃນ ແລະ ນອກ​ພາກ​ພື້ນ​ສົນ​ໃຈ​ເຖິງ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ກ່ອນ​ຫນ້ານັ້ນ ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ແມ່ນ​ບັນ​ຫາ​ເຄັ່ງ​ຮ້ອນ​ທີ່ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 25 ແລະ ບັນ​ດາ​ກອງ​ປະ​ຊຸມ​ກ່ຽວ​ຂ້ອງ ແລະ ທ່ານ​ປະ​ທານ​ປ​ະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ ເຕື້ອງ​​ເຖິງ​ທີ່ກອງ​ປະ​ຊຸມ​ສຸດຍອດ APEC ຄັ້ງ​ທີ22.

        ຮັກ​ສາ​ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແມ່ນ​ຜົນ​ປະ​ໂຫຍດ​ລວມ​ຂອງ​ທັງ​ພາກ​ພື້ນ

        ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ, ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ, ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ ແລະ ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ຕົ້ນ​ຕໍ ທີ່ດຶງ​ດູດ​ຄວາມ​ສົນ​ໃຈ ແລະ ເຫັນ​ດີ​ເຫັນ​ພ້ອມ​ຢ່າງ​ສູງ​ຈາກ​ບັນ​ດາ​ການ​ນຳ ບໍ່​ພຽງ​ແຕ່​ຢູ່ ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ເທົ່າ​ນັ້​ນ ຫາກ​ຍັງ​ຢູ່ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ +1 ກັບ​ບັນ​ດາ​ຄູ່​ເຈ​ລະ​ຈາ​ຄື: ຈີນ, ອິນ​ເດຍ, ຍີ່​ປຸ່ນ, ອາ​ເມ​ລິ​ກາ, ສ​ປ​ຊ ກໍ​ຄື​ຢູ່ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ +3 ແລະ  ກອງ​ປະ​ຊຸມ​ສຸດຍອດ ອາ​ຊ​ີ​ຕາ​ເວັນ​ອອກ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຢືນ​ຢັນ​ວ່າ:

        “ອາ​ຊຽນ ຄວ​ນ​ເປັນ​ເຈົ້າ​ການ ແລະ ມີ​ຄວາມ​ຮັບ​ຜິດ​ຊອບກວ່າ​ໃນ​ກາ​ນ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້​ນ​ຄົງ ຢູ່ ພາກ​ພື້ນ. ພວກ​ເຮົາ​ຄວ​ນ​ສືບ​ຕໍ່​ຮຽ​ກ​ຮ້ອງ​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ຕ້ອງ​ເຄົາ​ລົບ ແລະ ປະ​ຕິ​ບັດ​ທຸກ​ຂໍ້​ກຳ​ນົດ​ຂອງ​ຖະ​ແຫລງ​ການ​ປະ​ພຶດ​ຢູ່ ທະ​ເລ​ຕາ​ເວັນ​ອອກ DOC ຢ່າງ​ຄົບ​ຖ້ວນ, ພ້ອມ​ກັນ​ນັ້ນ ຄວນ​ດຳ​ເນີນ​ການ​ເຈ​ລະ​ຈາ​ຢ່າງ​ແທດ​ຈິງ ເພື່ອ​ບັນ​ລຸ​ປະ​ມວນ​ຂໍ້​ກຳ​ນົດ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ມ​ີ​ລັກ​ສະ​ນະ​ຜູກ​ມັດ​ໂດຍ​ໄວ.”

        ໃນ​ຂະ​ນະ​ນັ້ນ, ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປຶກ​ສາ​ຫາ​ລື​ຄົບ​ຄະ​ນະ​ຄັ້ງ​ທີ 2 ກ່ຽວ​ກັບ “ການ​ພັດ​ທະ​ນາ​ຫົວ​ຄິດ​ປະ​ດິດ​ສ້າງ, ປະ​ຕິ​ຮູບ ແລະ ການ​ເຕີບ​ໂຕ​ເສດ​ຖະ​ກິດ” ຂອງກອງ​ປະ​ຊຸມ​ສຸດຍອດ APEC ຄັ້ງ​ທີ 22 ຢູ່ ປັກ​ກີງ ປະ​ເທດ​ຈີນ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເນັ້ນ​ຫນັກ​ວ່າ: ຕໍ່​ຫນ້າ​ສິ່ງ​ທ້າ​ທາຍ ແລະ ຄວາມ​ສ່ຽງ​ຂາດ​ສະ​ຖຽນ​ລະ​ພາບ​ປະ​ຈຸ​ບັນ ກ່ຽວ​ກັບ​ສະ​ພາບ​ຄວາມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ​ຢູ່​ພາກ​ພື້ນ, ບັນ​ຫາ​ຫລັກ​ແຫລ່ງ ແມ່ນ​ຄວນ​ສືບ​ຕໍ່​ຊຸກ​ຍູ້​ການ​ເຈ​ລະ​ຈາ ແລະ ທຸກ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເໝາະ​ສົມ​ກັບ​ກົດ​ໝາຍ​ສາ​ກົນ ແລະ ຂໍ້​ກຳ​ນົດ​ການ​ປະ​ພຶດ​ຢູ່​ພາກ​ພື້ນ, ເພື່ອ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​, ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ, ການ​ບິນ ແລະ ພ້​ອມ​ກັນ​ຮ່ວມ​ມື​ພັດ​ທະ​ນາ​ຢູ່ ອາ​ຊີ- ປາ​ຊີ​ຟີກ, ໃນ​ນັ້ນ ມ​ີ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ທະ​ເລ​ຕາ​ເວັນ​ອອກ.”

        ຫວຽ​ດ​ນາມ ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນ

       ວິ​ທີ​ສຳ​ພັດ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ທີ່​ບັນ​ດາ​ກອງ​ປະ​ຊຸມ​ສາ​ກົນ ແມ່ນ​ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ສ້າງ​ສັນ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ ແລະ ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟີກ. ວິ​ທີ​ສຳ​ພັດ​ນີ້​ແມ່ນ​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍດ​ຂອງ​ທຸກ​ປະ​ເທດ​ພາຍ​ໃນ ແລະ ນອກ​ພາກ​ພື້ນ ສະ​ນັ້ນ ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ການ​ນຳ ອາ​ຊຽນ ແລະ ບັນ​ດາ​ປະ​ເທດ​ຄູ່​ເຈ​ລະ​ຈາ​ຂອງ​ອາ​ຊຽນ. ທັດ​ສະ​ນະ​ແກ້​ໄຂ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ຂອງ​ຫວຽດ​ນາມ ບໍ່​ພຽງ​ແຕ່​ລະ​ບ​ຸ​ໃນ​ຖະ​ແຫລງ​ການ​ຂອງ​ປະ​ທານ​ກອ​ງ​ປະ​ຊຸມ​ສ​ຸດຍອດ ອາ​ຊຽນ ຄັ້ງ​ທີ 25 ເທົ່າ​ນັ້ນ ຫາກ​ການ​ນຳ​ບັນ​ດາ​ປະ​ເທດ ຄູ່​ເຈ​ລະ​ຈາ​ຂອງ ອາ​ຊຽນ ຄື: ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B.Obama, ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ Medvedev ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ Tony Abbott ນັບ​ທັງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki Moon ລ້ວນ​ແຕ່​ເຫັນ​ດີ​ເຫັ​ນ​ພ້ອມ ແລະ ສະ​ຫນັບ​ສະ​ຫນູນ. ທ່ານ ຟ້າມກວາງວີງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ, ຫົວ​ຫນ້າ SOM ອາ​ຊຽນ ໃຫ້​ຮູ້​ວ່າ:

        “ໃນ​ຂອບ​ເຂດ​ການ​ເຈ​ລະ​ຈາ​ອາ​ຊຽນ - ຈີນນັ້ນ, ນັບ​ທັງ​ອາ​ຊຽນ ແລະ ຈີນ ລ້ວນ​ແຕ່​ເນັ້ນ​ຫນັກ​ເຖິງ​ບັນ​ດາ​ຫລັກ​ການ​ຄື: ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ສົນ​ທິ​ສັນ​ຍາ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ຂອງ ສ​ປ​ຊ, ປ​ະ​ຕິ​ບັດ​ຖະ​ແຫລງ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC)ຢ່າງ​ຄົບ​ຖ້ວນ, ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ ແລະ ກ້າວ​ໄປ​ເຖິງ​ສ້າງ​ປະ​ມວນ​ຂໍ້​ກຳ​ນົດ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ໂດຍ​ໄວ. ສອງ​ຝ່າຍ​ກໍ​ເຫັນ​ດີ​ກ່ຽວ​ກັບ​ຫລັກ​ການ​ຈະ​ພ້ອມ​ກັນ​ປຶກ​ສາ​ຫາ​ລື​ເພື່ອ​ຊຸກ​ຍູ້​ການ​ປະ​ຕິ​ບັດ​​ມາດ​ຕາ 5 ຂອງ DOC ຄື​ແນວ​ໃດ, ປຶກ​ສາ​ຫາ​ລື​​ກ່ຽວ​ກັບ​ການປະ​ຕິ​ບັດ​ມາດ​ຕະ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ບໍ່​ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ. ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ຍູ້​ແຮງ, ເພີ່ມ​ທະ​ວີ​ບັນ​ດາ​ການ​ປະ​ຊຸມ​ທາບ​ທາມ​ຄຳ​ເຫັນ​ກ່ຽວ​ກັບ​ການ​ສ້າງ COC”

        ເປັ​ນ​ອັນ​ວ່າ, ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ຖືກ​ເຕື້ອງ​ເຖິງ​ຢ່າງ​ລຽນ​ຕິດ​ທີ່ກອງ​ປະ​ຊຸມ​ສາ​ກົນ 3 ຄັ້ງ​ໃນ​ຊຸມມື້​ຜ່ານ​ມາ. ຫລັກ​ການ​ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງໂດຍ​ສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ, ພິ​ເສດ ແມ່ນ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ປີ 1982, ເຄົາ​ລົບ DOC ແລະ ກ້າວ​ໄປ​ເຖິງ COC, ບໍ່​ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ, ໄດ້​ກາຍ​ເປັນ​ສຽງ​ເວົ້າ ແລະ ຄຳ​ຮຽກ​ຮ້ອງ​ຂອງ​ປະ​ຊາ​ຄົມ​ໂລກ ສຳ​ລັບ​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ເຖິງ​ຄວາມ​ຂັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຍິ່ງ​ສັບ​ສົນ, ປະ​ຊາ​ຄົມ​ໂລກ ​ຍິ່ງຕ້ອງ​ມາ​ນະ​ພະ​ຍາ​ຍາມ​ຫລາຍກວ່າ ເພື່ອ​ສ້າງ​ບັນ​ດາ​ກົນ​ໄກ​ກວດ​ກາ​ຄວາມ​ຂັດ​ແຍ້ງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ສະ​ກັດ​ກັ້ນ​ການ​ປະ​ທະ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຕອບກັບ

ຂ່າວ/ບົດ​ອື່ນ