(vovworld)- ໃນບົດລາຍງານກ່ຽວກັບສະພາບເສດຖະກິດສັງຄົມປີ 2012 ແລະ ຫນ້າທີ່ປີ 2013 ທີ່ວາລະໄຂກອງປະຊຸມສະໄຫມສາມັນເທື່ອທີ 4 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ຢືນຢັນວ່າ: ຫວຽດນາມ ຈະສູ້ຊົນເພື່ອບັນລຸໝາກຜົນສູງສຸດໃນການປະຕິບັດບັນດາຫນ້າທີ່ໃນຊຸມເດືອນຍັງເຫລືອຂອງປີ 2012. ຄຽງຄູ່ກັນນັ້ນ ທ່ານນາຍົກລັດຖະມົນຕີ ໄດ້ຍົກອອກຫລາຍມາດຕະການເພື່ອປະຕິບັດຫນ້າທີ່, ຄາດໝາຍພັດທະນາເສດຖະກິດສັງຄົມປີ 2013. ໃນລາຍການສະຖານະການການເມືອງພາກນີ້ ພວກເຮົາຄັດສະເຫນີບາງເນື້ອໃນຕົ້ນຕໍໃນບົດລາຍງານຂອງລັດຖະບານໂດຍທ່ານນາຍົກລັດຖະມົນຕີ Nguyen Tan Dung ສະເຫນີ.
ທ່ານນາຍົກລັດຖະມົນຕີ Nguyen Tan Dung ຢືນຢັນວ່າ: ໃນສະພາບການເສດຖະກິດໂລກພວມຜັນແປໄປຢ່າງສັບສົນ ແລະ ຄວາມຫຍຸ້ງຍາກນັ້ນໄດ້ເປັນການທ້າທາຍອັນໃຫຍ່ຫລວງໃນການເລືອກເຟັ້ນນະໂຍບາຍບໍລິຫານແຜນພັດທະນາເສດຖະກິດ ສັງຄົມປີ 2012. ສະນັ້ນ ລັດຖະບານໄດ້ຜັນຂະຫຍາຍຫລາຍມາດຕະການຢ່າງຄົບຊຸດເພື່ອປະຕິບັດຄາດໝາຍທີ່ວາງອອກໃນມະຕິຂອງສະພາແຫ່ງຊາດ ນັ້ນແມ່ນ ໃຫ້ບຸລິມະສິດແກ່ການຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັກສາການເຕີບໂຕຢູ່ໃນລະດັບເໝາະສົມຕິດພັນກັບການປ່ຽນໃຫມ່ຮູບແບບຈະເລີນເຕີບໂຕ ແລະ ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່, ຍົກສູງຄຸນນະພາບ, ປະສິດທິຜົນການແກ້ງແຍ້ງ, ຮັບປະກັນສະຫວັດດີການສັງຄົມ, ຮັບປະກັນຊີວິດສັງຄົມ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ. ກ່ຽວກັບໝາກຜົນໃນ 9 ເດືອນຕົ້ນປີ 2012, ຕາມ ທ່ານນາຍົກລັດຖະມົນຕີ Nguyen Tan Dung ແລ້ວ, ເສດຖະກິດມະຫາພາກມີຄວາມຄືບຫນ້າໃນບາງມາດຖານສຳຄັນ, ໃນນັ້ນ ໄພເງິນເຟີ້ໄດ້ຮັບການຄວບຄຸມໃນເບື້ອງຕົ້ນ, ລາຄາໃຊ້ສອຍໃນ 9 ເດືອນຕົ້ນປີເພີ່ມຂຶ້ນ 5,13 %, ລາຍຮັບງົບປະມານບັນລຸ 67,3 %, ຍອດເງິນລົງທຶນພັດທະນາໃນທົ່ວສັງຄົມຄາດວ່າບັນລຸເທົ່າກັບ 29,5 % GDP, ການຈະເລີນເຕີບໂຕເສດຖະກິດໃນ 9 ເດືອນຕົ້ນປີ ບັນລຸ 4,73% GDP ທັງປີບັນລຸ 5,2%. ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ຢືນຢັນວ່າ:
“ເບິ່ງລວມແລ້ວ, ໃນເງື່ອນໄຂຕ້ອງປະເຊີນຫນ້າກັບຄວາມຫຍຸ້ງຍາກສິ່ງທ້າທາຍຫລາຍຢ່າງ, ວຽກງານຊີ້ນຳບໍລິຫານປະຕິບັດຫນ້າທີ່ພັດທະນາເສດຖະກິດສັງຄົມປີ 2012 ແມ່ນໃກ້ຊິດກັບຄາດໝາຍ, ຫນ້າທີ່ວາງອອກໃນມະຕິຂອງພັກ ແລະ ສະພາແຫ່ງຊາດ, ບັນລຸ ແລະ ລື່ນກາຍ 10/15 ຄາດໝາຍຂອງແຜນການ. ໄພເງິນເຟິ້ໄດ້ຮັບການຄວບຄຸມ, ເສດຖະກິດມະຫາພາກຫັນປ່ຽນຕາມທິດປົກກະຕິກວ່າ, ລະດັບຈະເລີນເຕີບໂຕໃນໄຕມາດນີ້ສູງກວ່າໄຕມາດກ່ອນ. ກະສິກຳສືບຕໍ່ບັນລຸການເຕີບໂຕສູງ. ການສ້າງໂຄງປະກອບພື້ນຖານເສດຖະກິດ, ປ່ຽນໃຫມ່ຮູບແບບການເຕີບໂຕກໍບັນລຸໄດ້ໝາກຜົນໃນເບື້ອງຕົ້ນ. ການຮັບປະກັນຊີວິດສັງຄົມ. ວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນກໍບັນລຸໄດ້ໝາກຜົນຕັ້ງຫນ້າ. ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການເພີ່ມທະວີ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມມີຄວາມກ້າວຫນ້າ.”
ບົດລາຍງານຂອງລັດຖະບານໂດຍທ່ານນາຍົກລັດຖະມົນຕີ
Nguyen Tan Dung ສະເຫນີ
ພາບ:dantri.com |
ຕາມ ທ່ານນາຍົກລັດຖະມົນຕີ Nguyen Tan Dung, ປີ 2013 ແມ່ນປີບານພັບຂອງແຜນການ 5 ປີ ຄືແຕ່ປີ 2011 - 2015. ໃນປີ 2013, ລັດຖະບານສະເຫນີສະພາແຫ່ງຊາດ ພິຈາລະນາກຳນົດບັນດາຄາດໝາຍສັງລວມ:
“ເພີ່ມທະວີການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ລະດັບອັດຕາເງິນເຟີ້ຕຳ່ກວ່າ, ລະດັບຈະເລີນເຕີບໂຕສູງກວ່າປີ 2012.ຍູ້ແຮງການປະຕິບັດ 3 ບຸກທະລຸຍຸດທະສາດຕິດພັນກັບການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່, ຫັນປ່ຽນຮູບແບບຈະເລີນເຕີບໂຕ. ຮັບປະກັນຊີວິດສັງຄົມ ແລະ ສະຫວັດດີການສັງຄົມ. ຍົກສູງປະສິດທິຜົນວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ. ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຮັບປະກັນສະຖຽນລະພາບດ້ານການເມືອງ ສັງຄົມ. ສ້າງພື້ນຖານພັດທະນາຢ່າງໝັ້ນຄົງຫນັກແຫນ້ນກວ່າໃຫ້ແກ່ຊຸມປີຕໍ່ໄປ.”
ໃນບົດລາຍງານຂອງລັດຖະບານ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ກໍຊີ້ແຈ້ງວ່າ: ດ້ວຍຖານະແມ່ນກຳມະການກົມການເມືອງ, ນາຍົກລັດຖະມົນຕີ ຮັບຜິດຊອບຫນ້າທີ່ການເມືອງອັນໃຫຍ່ຫລວງຂອງຜູ້ນຳລັດຖະບານ ແລະ ຍອມຮັບຄວາມຜິດຕໍ່ສະພາແຫ່ງຊາດ, ຕໍ່ທົ່ວພັກ, ທົ່ວປະຊາຊົນ ກ່ຽວກັບຄວາມອ່ອນດອ້ຍ, ຂໍ້ຂາດຕົກບົກຜ່ອງທັງໝົດຂອງລັດຖະບານໃນການຊີ້ນຳນຳພາ, ການຄຸ້ມຄອງບໍລິຫານ, ເປັນຕົ້ນແມ່ນຄວາມອ່ອນດ້ອຍ, ຂໍ້ຂາດຕົກບົກຜ່ອງໃນການກວດກາ, ຕິດຕາມກວດກາການເຄື່ອນໄຫວຂອງກຸ່ມບໍລິສັດເສດຖະກິດ, ບໍລິສັດໃຫຍ່ຂອງລັດ. ທ່ານ ທ່ານນາຍົກລັດຖະມົນຕີ Nguyen Tan Dung ຢືນຢັນວ່າ: ລັດຖະບານ, ນາຍົກລັດຖະມົນຕີ, ສະມາຊິກລັດຖະບານແຕ່ລະທ່ານ ຈະມີສະຕິເຂັ້ມງວດສຳລັບຕົນເອງກວ່າ, ສາມັກຄີ, ເຫັນດີ, ສຸດຈິດສຸດໃຈໃນວຽກງານ, ເຊີດຊູຄວາມຮັບຜິດຊອບ, ມານະພະຍາຍາມເພື່ອແກ້ໄຂຄວາມອ່ອນດ້ອຍ, ຂໍ້ຂາດຕົກບົກຜ່ອງ, ສູ້ຊົນປະຕິບັດຫນ້າທີ່ທີ່ໄດ້ຮັບມອບໝາຍ, ມີການກະທຳຢ່າງຂ້ຽວຂາດ, ທັງໝົດເຫລົ່ານັ້ນແມ່ນເພື່ອປະເທດຊາດ ເພື່ອປະຊາຊົນ, ເພື່ອພັກ ເພື່ອລະບອບ ເພື່ອສະຖຽນລະພາບ ແລະ ການພັດທະນາແບບຍືນຍົງຂອງປະເທດຊາດ.