(VOVWORLD) -ວັນທີ 24 ກໍລະກົດ, ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສະຫຼຸບ 10 ປິແຫ່ງການປະຕິບັດມະຕິເລກທີ 26 ຂອງຄະນະບໍລິຫານງານສູນກາງພັກຊຸດທີ 10 ກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດ. ໂດຍປະຕິບັດມະຕິດັ່ງກ່າວ, ໃນເວລາ 10 ປີຜ່ານມາ, ເສດຖະກິດເຂດຊົນນະບົດໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ, ຕາມທິດເພີ່ມອັດຕາສ່ວມອຸດສາຫະກຳ, ການບໍລິການ, ຂະແໜງອາຊີບ, ຍູ້ແຮງອຸດສາຫະກຳ.
(ພາບປະກອບ) |
ກະສິກຳ, ຊາວກະສິກອນ, ຊົນນະບົດ ມີທີ່ຕັ້ງຍຸດທະສາດໃນພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ນີ້ແມ່ນພື້ນຖານ ແລະ ແມ່ນກຳລັງສຳຄັນເພື່ອພັດທະນາເສດຖະກິດ, ສັງຄົມຕາມທິດຍືນຍົງ, ຮັກສາສະຖຽນລະພາບດ້ານການເມືອງ. ສະນັ້ນ, ບັນດາບັນຫາກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດ ຍາມໃດກໍ່ໄດ້ຮັບການແກ້ໄຂຢ່າງຄົບຊຸດຈາກພັກ, ລັດ, ຕິດພັນກັບວິວັດທະນາການຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ.
ຫັນກະສິກຳ, ຊົນນະບົດເປັນອຸດສາຫະກຳ, ທັນສະໄໝ ແມ່ນໜ້າທີ່ສຳຄັນແຖວໜ້າຂອງວິວັດການຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ.
ໂສມໜ້າຊົນນະບົດໄດ້ມີການປ່ຽນແປງ
10 ປີຜ່ານມາ, ການພັດທະນາບັນດາຂະແໜງອຸດສາຫະກຳຮັບໃຊ້ການພັດທະນາກະສິກຳ, ຊົນນະບົດ ໄດ້ປະກອບສ່ວນຍູ້ແຮງວິວັດການຫັນກະສິກຳ, ຊົນນະບົດເປັນອຸສາຫະກຳ ແລະ ທັນສະໄໝ. ໃນນັ້ນ, ບັນດານະໂຍບາຍດຶງດູດການລົງທຶນ, ສົ່ງເສີມການພັດທະນາອຸດສາຫະກຳຊົນນະບົດ ໄດ້ສຸມໃສ່ເຂົ້າໃນບັນດາຂະແໜງອາຊີບທີ່ມີທ່າແຮງ. ອຸດສາຫະກຳປຸງແຕ່ງຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ໄດ້ຜະລິດອອກບັນດາຜະລິດຕະພັນທີ່ສາມາດຕອບສະໜອງຄວາມຕ້ອງການທີ່ນັບມື້ນັບສູງຂຶ້ນຂອງຕະຫຼາດ, ຜະລິດຕະພັນບາງຢ່າງໄດ້ສົ່ງອອກໄປຕ່າງປະເທດເທື່ອລະກ້າວ.
ສິ່ງທີ່ໜ້າສົນໃຈແມ່ນຮູບແບບທົດລອງການຈຳໜ່າຍຜະລິດຕະພັນກະເສດ ແລະ ສະໜອງວັດຖຸກະສິກຳ ໄດ້ຮັບປະກັນຄວາມສະຖຽນລະພາບຜ່ານບັນດາສັນຍາເສດຖະກິດ. ສິ່ງດັ່ງກ່າວໄດ້ປະກອບສ່ວນແກ້ໄຂສະພາບ “ລະດູການຜະລິດໄດ້ຮັບຜົນດີແຕ່ລາຄາຕ່ຳ”, ສ້າງການຮ່ວມສຳພັນໃນການຜະລິດ, ດຳເນີນທຸລະກິດຜະລິດຕະພັນກະເສດ, ທັນຍາຫານ.
ສ້າງໂຄງປະກອບເສດຖະກິດພາຍໃນຂະແໜງຄືນໃໝ່່ຢ່າງຖືກທິດ, ອັດຕາສ່ວນກະສິກຳຫຼຸດລົງ, ເຄື່ອງປ່າຂອງດົງ, ສິນໃນນ້ຳເພີ່ມຂຶ້ນ. ຈາກການຜະລິດກະສິກຳຫັນໄປສູ່ການຜະລິດກະສິກຳເປັນສິນຄ້າຢ່າງວ່ອງໄວ, ຍົກສູງມູນຄ່າໃນເນື້ອທີ່ດິນ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ວັດຖຸດິບໃຫ້ແກ່ອຸສາຫະກຳປຸງແຕ່ງ, ສົ່ງອອກ.
ຫຼາຍແຂວງໄດ້ປະຕິບັດບັນດາໂຄງການກະສິກຳນຳໃຊ້ເຕັກໂນໂລຊີສູງ ແລະ ດຶງດູດບັນດາໂຄງການລົງທຶນສັງກັດຂົງເຂດກະສິກຳຢ່າງມີປະສິດທິຜົນ.
ສ້າງມາດຕະຖານໃຫ້ແກ່ຕະຫຼາດຜະລິດຕະພັນກະເສດ, ສະບຽງອາຫານ
ເຖິງຢ່າງໃດກໍ່ຕາມ, ການພັດທະນາອຸດສາຫະກຳ, ການບໍລິການກະສິກຳຍັງບໍ່ທັນສະໝໍ່ຳສະເໝີລະຫວ່າງບັນດາເຂດພາກເທື່ອ. ວຽກງານດຶງດູດບັນດາວິສາຫະກິດລົງທຶນເຂົ້າໃນບັນດາຂົງເຂດກະສິກຳພັດທະນາຕາມທິດຜະລິດເປັນລະບົບມູນຄ່າ ພຽງແຕ່ຢູ່ໃນຂອບຂະໜາດນ້ອຍ ມີບາງຜະລິດຕະພັນເທົ່ານັ້ນ, ຍັງບໍ່ທັນມີຫຼາຍຜະລິດຕະພັນປຸງແຕ່ງລົງເລິກ ຕິດພັນກັບຕະຫຼາດຈຳໜ່າຍ. ການສ້າງພື້ນຖານໂຄງລ່າງຕາມຄວາມຮຽກຮ້ອງຕ້ອງການພັດທະນາຂອງພື້ນຖານກະສິກຳຮອບດ້ານຕາມທິດທັນສະໄໝແມ່ນຍັງອ່ອນຢູ່ ແລະ ຍັງບໍ່ທັນສາມາດຕອບສະໜອງການຜະລິດຕາມທິດນຳໃຊ້ເຕັກໂນໂລຊີສູງໄດ້ເທື່ອ.
ເພື່ອສືບຕໍ່ທ່າພັດທະນາເສດຖະກິດຊົນນະບົດ, ຫວ່າງແລ້ວນີ້, ລັດຖະບານໄດ້ປຸກລະດົມລາຍການ “ໜຶ່ງຕາແສງໜຶ່ງຜະລິດຕະພັນ”, ເພື່ອແນໃສ່ຊຸກຍູ້ການຜະລິດອອກກຸ່ນຜະລິດຕະພັນພິເສດທີ່ເປັນມູນເຊື້ອຂອງແຕ່ລະທ້ອງຖິ່ນ, ມຸ່ງໄປເຖິງການຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ທ່ານ ຫງວຽນມິງຕຽນ, ຫົວໜ້າກົມ, ຫົວໜ້າຫ້ອງການປະສານງານຊົນນະບົດໃໝ່ສູນກາງ, ໃຫ້ຮູ້ວ່າ.
“ເນື້ອໃນຈຸດສຸມແມ່ນໜູນຊ່ວຍບັນດາອົງການຈັດຕັ້ງເສດຖະກິດ, ສະຫະກອນຈາກບັນຫາຍົກສູງກຳລັງຄວາມສາມາດສຳຜັດກັບຕະຫຼາດ ຕາມລະບົບຜະລິດຮ່ວມສຳພັນ ເພື່ອນຳບັນດາຜະລິດຕະພັນທີ່ເປັນມູນເຊື້ອຂອງແຕ່ລະເຂດພາກ ອອກສູ່ກັບຕະຫຼາດທົ່ວປະເທດ ແລະ ສົ່ງອອກ. ໃນໄລຍະຜ່ານມາ, ພວກເຮົາໄດ້ລົງທຶນເຂົ້າໃນພື້ນຖານໂຄງລ່າງ, ທາງຄົມມະນາຄົມ, ລະບົບຈຳໜ່າຍສິນຄ້າເປັນສ່ວນຫຼາຍ, ດ້ວຍເງື່ອນໄຂຄືແນວນັ້ນ, ບັນດາຜະລິດຕະພັນທີ່ເປັນມູນເຊື້ອຂອງແຕ່ລະຕາແສງ, ແຕ່ລະເມືອງ ຈະສຳຜັດກັບຕະຫຼາດດ້ວຍລາຍຈ່າຍຕ່ຳກວ່າ, ຈາກນັ້ນຊ່ວຍໃຫ້ເສດຖະກິດຊົນນະບົດນັບມື້ນັບພັດທະນາ”.
ຮ່ວມສຳພັນລະບົບມູນຄ່າໃນການຜະລິດກະສິກຳ ກໍແມ່ນທິດກ້າວເດີນທີ່ໄດ້ຮັບຄວາມເອົາໃຈໃສ່ຍູ້ແຮງ. ທ່ານ ປະລິຍາເອກ ເລວັນແບງ, ອະດີດຫົວໜ້າສະຖາບັນເຂົ້າເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ຖືວ່າ.
“ໃນວິວັດການສົ່ງເສີມການຄ້າ, ຄວນຊອກຮູ້ເຂດອາຊີຕາເວັນອອກສ່ຽງເໜືອ ຕ້ອງການຜະລິດຕະພັນກະສິກຳໃດ, ເຂດຕາເວັນອອກາງ ຕ້ອງການຫຍັງ, ຜ່ານນັ້ນກໍຈ່ອງຊື້ສິນຄ້າໃຫ້ບັນດາວິສາຫະກິດ ຫຼື ກະຊວງກະສິກຳ. ຫວຽດນາມ ສາມາດປະຕິບັດວຽກງານນັ້ນໄດ້. ຕໍ່ຈາກນັ້ນແມ່ນຍູ້ແຮງເລື່ອງຊາວກະສິກອນຕ້ອງຜະລິດຕາມຄວາມຮຽກຮ້ອງຕ້ອງການຂອງວິສາຫະກິດ ເພື່ອເຮັດແນວໃດຮັບປະກັນໃຫ້ມີຄຸນນະພາບສູງ ແລະ ມີປະລິມານຫຼາຍ”.
ຜ່ານໄລຍະ 10 ປີແຫ່ງການປະຕິບັດມະຕິເລກທີ 26, ບັນດາທ້ອງຖິ່ນລ້ວນແຕ່ຕີລາຄາວ່າ ເອກະສານສະບັບດັ່ງກ່າວແມ່ນໜຶ່ງໃນບັນດາມະຕິຂອງສູນກາງ ໄດ້ເຂົ້າສູ່ຊີວິດຕົວຈິງຢ່າງມີປະສິດທິຜົນທີ່ສຸດ. ໃນໄລຍະທີ່ຈະມາເຖິງ, ເລື່ອງອັບເດດ ແລະ ພິຈາລະນາບັນດາບັນຫາທີ່ຍັງຄົງຄ້າງໃນມະຕິເລກທີ 26 ຈະໄດ້ຮັບການປັບປຸງ, ເພີ່ມເຕີມ, ເພື່ອມຸ່ງໄປເຖິງເປົ້າໝາຍສຸດທ້າຍຂອງມະຕິ ນັ້ນແມ່ນກະສິກຳ, ຊາວກະສິກອນ, ຊົນນະບົດ ຈະຕ້ອງພັດທະນາເປັນຢ່າງດີກວ່າອີກ, ສ້າງພື້ນຖານເສດຖະກິດ - ສັງຄົມ ແລະ ການເມືອງຢ່າງໝັ້ນຄົງໃຫ້ແກ່ພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ.