(vovworld)- ນັບແຕ່ວັນທີ 1/6 ເປັນຕົ້ນໄປ, ສອງປະເທດມະຫາອຳນາດເສດຖະກິດຊັ້ນນຳຂອງໂລກ ນັ້ນແມ່ນ ຍີ່ປຸ່ນ ແລະ ຈີນ ປະຕິບັດການແລກປ່ຽນຄ້າຂາຍສອງຝ່າຍ ໂດຍກົງ ດ້ວຍສະກຸນເງິນເຢັນຂອງຍີ່ປຸ່ນ ແລະ ສະກຸນເງິນຢວນຂອງຈີນ. ສິ່ງດັ່ງກ່າວບໍ່ພຽງແຕ່ສົ່ງຜົນກະທົບເຖິງການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນ ເທົ່ານັ້ນ ຫາກຍັງກະທົບເຖິງການພົວພັນທາງດ້ານການເມືອງອີກດ້ວຍ. ການພົວພັນ ລະຫວ່າງ ປັກກີ່ງ ແລະ ໂຕກຽວ ຍັງມີສິ່ງກີດຂວາງຫລາຍຢ່າງ ແຕ່ການຮ່ວມມືກ່ຽວກັບດ້ານເງິນຕານີ້ ຈະເຮັດໃຫ້ສອງປະເທດຕ້ອງເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ເອື້ອຍອີງເຊິ່ງກັນ ແລະ ກັນ
ນັບແຕ່ວັນທີ 1/6 ເປັນຕົ້ນໄປ ຍີ່ປຸ່ນ ແລະ ຈີນ ປະຕິບັດການແລກປ່ຽນຄ້າຂາຍໂດຍກົງ ດ້ວຍສະກຸນເງິນເຢັນ ແລະ ສະກຸນເງິນຢວນ
ພາບ:baohaiphong.com.vn
|
ວັນທີ 29/5, ທ່ານ Azumi ລັດຖະມົນຕີກະຊວງການເງິນ ຍີ່ປຸ່ນ ໃຫ້ຮູ້ວ່າ: ເລື່ອງປະຕິບັດການຕິດຕໍ່ຄ້າຂາຍໂດຍບໍ່ນຳໃຊ້ສະກຸນເງິນຈາກປະເທດທີ 3 ໄດ້ນຳມາຊຶ່ງຄວາມສະດວກຫລາຍຢ່າງຄື: ຫລຸດຜ່ອນບັນດາລາຍຈ່າຍໃນການພົວພັນຄ້າຂາຍ, ຫລຸດຜ່ອນຄວາມສ່ຽງທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຊຳລະຂອງບັນດາອົງການການເງິນ. ທະນາຄານປະຊາຊົນ ຈີນ ກໍຢືນຢັນວ່າ: ເລື່ອງນຳໃຊ້ສະກຸນເງິນຢວນ ແລະ ເງິນເຢັນໃນການຄ້າສອງຝ່າຍ ແລະ ການລົງທຶນຈະປະກອບສ່ວນປັບປຸງການຮ່ວມມືດ້ານການເງິນລະຫວ່າງ ສອງປະເທດ. ນີ້ເປັນຄັ້ງທຳອິດ ທີ່ຈີນ ອະນຸຍາດໃຫ້ເງິນຕາຕ່າງປະເທດປະເພດຫນຶ່ງ ນອກເຫລືອຈາກສະກຸນເງິນ USD ໄດ້ພົວພັນຄ້າຂາຍໂດຍກົງກັບສະກຸນເງິນຢວນ. ວົງການນັກໄຈ້ແຍກໄດ້ໃຫ້ຂໍ້ສັງເກດວ່າ: ອີງໃສ່ການພົວພັນແລກປ່ຽນໂດຍກົງລະຫວ່າງ ເງິນເຢັນ ແລະ ເງິນຢວນ, ວິສາຫະກິດ ຂອງ ຍີ່ປຸ່ນ ແລະ ຈີນ ສາມາດຫລຸດຜ່ອນຄວາມສ່ຽງຍ້ອນການເຫນັງຕີງຂອງອັດຕາແລກປ່ຽນທີ່ກ່ຽວຂ້ອງເຖິງສະກຸນເງິນ USD ແລະ ຫລຸດຜ່ອນລາຍຈ່າຍໃນການພົວພັນຄ້າຂາຍໃນຂອດເປັນກາງຜ່ານສະກຸນເງິນ USD. ສຳລັບຈີນແລ້ວ, ເລື່ອງປະຕິບັດການຊຳລະໂດຍກົງນີ້ ແມ່ນບາດກ້າວປະຕິບັດຄວາມມັກໃຫຍ່ໄຝສູງໃນການນຳໃຊ້ສະກຸນເງິນຢວນຂອງຈີນຢູ່ສູ່ທົ່ວໂລກ. ສຳລັບຍີ່ປຸ່ນແລ້ວ, ບັນດາວິສາຫະກິດຂອງປະເທດນີ້ຈະໄດ້ຮັບຜົນປະໂຫຍດໃນການຕິດຕໍ່ແລກປ່ຽນສະກຸນເງິນຢວນຢູ່ບັນດາສູນການເງິນອື່ນຄື: ລອນດອນ ແລະ ສິງກະໂປ ຊຶ່ງແມ່ນບັນດາຕະຫລາດພວມຮຽກຮ້ອງສ້າງຕັ້ງລະບົບແລກປ່ຽນຄ້າຂາຍໂດຍກົງກັບສະກຸນເງິນຢວນ. ລະບົບແລກປ່ຽນຄ້າຂາຍໂດຍກົງນີ້ ກໍສົ່ງເສີມໃຫ້ບັນດານັກລົງທຶນພາກເອກະຊົນຍີ່ປຸ່ນ ຊື້ຊັບສົມບັດຢູ່ ຈີນ.
ພາບປະກອບ:internet
|
ປະຈຸບັນ ຈີນ ແລະ ຍີ່ປຸ່ນ ມີລະດັບການແລກປ່ຽນດ້ານການຄ້າຢ່າງຫລວງຫລາຍ ແລະ ແມ່ນຄູ່ຮ່ວມມືສຳຄັນຂອງກັນ, ແຕ່ເຖິງຢ່າງໃດກໍຕາມ, ມີປະມານ 60% ການຕິດແລກປ່ຽນດ້ານການຄ້າລະຫວ່າງສອງປະເທດ ຍັງຄົງໄດ້ຮັບການປະຕິບັດຜ່ານການນຳໃຊ້ສະກຸນເງິນ USD. ໃນສະພາບການຖືກຜົນກະທົບຈາກວິກິດການເສດຖະກິດທົ່ວໂລກເມື່ອປີ 2008, ການສົ່ງອອກສິນຄ້າຂອງສອງປະເທດຖືກຜົນສະທ້ອນຢ່າງຫນັກຫນ່ວງ, ສອງປະເທດ ລ້ວນແຕ່ມີຄວາມຮັບຮູ້ວ່າ ເພື່ອຫລຸດຜ່ອນລາຍຈ່າຍໃນການລົງທຶນສອງຝ່າຍ ຄວນຫລຸດຜ່ອນການອີງໃສ່ສະກຸນເງິນ USD. ສະນັ້ນ ເດືອນ 11/2011, ສອງຝ່າຍຈຶ່ງເຫັນດີລົງນາມໃນຂໍ້ຕົກລົງສົ່ງເສີມດ້ານການຄ້າໂດຍກົງຜ່ານສະກຸນເງິນເຢັນ ແລະ ສະກຸນເງິນຢວນ ແລະ ນັບແຕ່ວັນທີ 1/6 ເປັນຕົ້ນໄປ ຢູ່ ຕະຫລາດ ໂຕກຽວ ແລະ ຊຽງໄຮ່ ຈະເລີ່ມປະຕິບັດການແລກປ່ຽນຄ້າຂາຍໂດຍກົງດ້ວຍການນຳໃຊ້ສະກຸນເງິນເຢັນ ແລະ ສະກຸນເງິນຢວນ.
ຄວາມຈິງແລ້ວ, ປະຈຸບັນ ລະບົບການເງິນສາກົນແມ່ນອີງໃສ່ສະກຸນເງິນ USD ເປັນສ່ວນໃຫຍ່ ແລະ ພວມເກີດຄວາມຂາດຕົກບົກຜ່ອງຫລາຍຢ່າງ. ຖ້າສັງເກດຈາກແງ່ມູມຂອບຂະຫນາດຂອງພື້ນຖານເສດຖະກິດ, ການລົງທຶນ ແລະ ການຄ້າ, ເງິນຢວນແມ່ນສະກຸນເງິນມີກຳລັງແຮງກວ່າໝູ່ ແລະ ອາດຈະແກ້ງແຍ້ງກັບສະກຸນເງິນ USD ໃນການຊຳລະ ແລະ ການສະສົມຂອງສາກົນໄດ້. ສະນັ້ນ ນັກໄຈ້ແຍກຫລາຍທ່ານໄດ້ຄາດຄະເນວ່າ,ໃນໄລຍະກາງ, ສະກຸນເງິນຢວນ ຈະໄດ້ຮັບການຮັບຮອງຈາກຕະຫລາດໂລກ ແລະ ໃນໄລຍະຍາວ, ສະກຸນເງິນຢວນ ຈະຮັກສາທີ່ຕັ້ງຫລັກແຫລ່ງຢູ່ໃນໂລກ. ປະຈຸບັນ ຈີນ ໄດ້ລົງນາມໃນຂໍ້ຕົກລົງແລກປ່ຽນເງິນຕາກັບ ທະນາຄານສູນກາງໃນໂລກ 16 ແຫ່ງແລ້ວ. ແລະ ໃນທ້າຍເດືອນ 3/2012, ຈີນ ກໍໄດ້ລົງນາມໃນຂໍ້ຕົກລົງແລກປ່ຽນເງິນຕາກັບ ອົດສະຕາລີ. ຫວ່າງແລ້ວນີ້, ທະນາຄານ Standard Chartered ໄດ້ປະກາດວ່າ ໃນປີ 2012 ຈະເປີດສະຫລອງສູນແລກປ່ຽນຄ້າຂາຍສະກຸນເງິນຢວນ ຢູ່ ລອນດອນ ແລະ ສິງກະໂປ. ເລື່ອງຕິດຕໍ່ແລກປ່ຽນເງິນຕາ ລະຫວ່າງ ຍີ່ປຸ່ນ ແລະ ຈີນ ໄດ້ສ່ອງແສງໃຫ້ເຫັນທ່າອ່ຽງໃນປະຈຸບັນ ນຳມາຊຶ່ງຜົນປະໂຫຍດພໍສົມຄວນໃຫ້ທັງສອງປະເທດ.
ນອກຈາກກະທົບໂດຍກົງເຖິງຜົນປະໂຫຍດດ້ານເສດຖະກິດ, ເລື່ອງແລກປ່ຽນຄ້າຂາຍໂດຍກົງລະຫວ່າງ ສະກຸນເງິນເຢັນ ແລະ ສະກຸນເງິນຢວນ ຍັງສົ່ງຜົນກະທົບເຖິງດ້ານການເມືອງຂອງສອງປະເທດ. ຈີນແມ່ນປະເທດມີລະດັບການເຕີບໂຕເສດຖະກິດຢ່າງວ່ອງໄວທີ່ສຸດຢູ່ໃນໂລກ ແລະ ໃນອະນາຄົດຈີນ ອາດຈະກາຍເປັນປະເທດອັນດັບຫນຶ່ງສາມາດແກ້ງແຍ້ງ ກັບ ອາເມລິກາ ໄດ້. ສ່ວນຍີ່ປຸ່ນ ພວມຊອກຫາບົດບາດດ້ານການເມືອງເພື່ອໃຫ້ສົມກັບຄວາມສາມາດບົ່ມຊ້ອນດ້ານເສດຖະກິດຂອງຕົນຢູ່ພາກພື້ນ ອາຊີ ປາຊີຟີກ ກໍຄື ຢູ່ ໃນໂລກ. ການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ເພື່ອຜົນປະໂຫຍດທາງດ້ານເສດຖະກິດຂອງແຕ່ລະປະເທດ, ໂດຍສະເພາະໃນແມ່ນສະພາບການວິກິດການເສດຖະກິດທົ່ວໂລກປະຈຸບັນ ຈະແມ່ນທ່າອ່ຽງຊຶ່ງສອງປະເທດປາດຖະຫນາມຸ່ງໄປເຖິງ.
ນັກຂ່າວ Anh Huyen