ລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ແລະ ລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov.
(ພາບ: baomoi.com)
|
ໃນສະພາວະທີ່ອາເມລິກາ ແລະ ບັນດາປະເທດພັນທະມິດຝ່າຍຕາເວັນຕົກ ພວມຂຸ້ນຂ້ຽວກະກຽມແຜນການບຸກໂຈມຕີຊີຣີນັ້ນ, ຂໍ້ສະເໜີຂອງລັດເຊຍກ່ຽວກັບເລື່ອງມອບສິດຄວບຄຸມສາງອາວຸດເຄມີໃຫ້ສາກົນໄດ້ເຮັດໃຫ້ສະພາບການຫັນປ່ຽນ. ຫາງສຽງເຫັນວ່າ ວິກິດການຢູ່ຊີຣີພວມມີບັນດາການຜັນແປທີ່ໜ້າຊື່ນຊົມ. ໄພອັນຕະລາຍເກີດການແຊກແຊງທາງທະຫານພວມຄ່ອຍຖືກຍູ້ໃຫ້ຖອຍໄປ. ຕາມຂໍ້ສະເໜີທີ່ລັດເຊຍຍົກອອກມາເມື່ອຕົ້ນອາທິດ, ອຳນາດການປົກຄອງຂອງປະທານາທິບໍດີຊີຣີ Bashar al- Assad ຄວນມອບສິດຄວບຄຸມສາງອາວຸດເຄມີໃຫ້ສາກົນ, ຫຼັງຈາກນັ້ນ, ຈຳນວນອາວຸດດັ່ງກ່າວຈະຖືກທຳລາຍ. ພ້ອມກັນນັ້ນ, ລັດເຊຍກໍໄດ້ສະເໜີຊີຣີເຂົ້າຮ່ວມສົນທິສັນຍາສາກົນກ່ຽວກັບການເກືອດ ຫ້າມ ອາວຸດເຄມີ. ຕາມບັນດາເຈົ້າໜ້າທີ່ລັດເຊຍແລ້ວ, ຂໍ້ລິເລີ່ມໃໝ່ນີ້ ແມ່ນບາດກ້າວເດີນທີ່ເຂັ້ມງວດ ແນໃສ່ແກ້ໄຂສັນຕິພາບກ່ຽວກັບວິກິດການຢູ່ຊີຣີ.
ພາຍຫຼັງທີ່ລັດເຊຍຍົກອອກຂໍ້ສະເໜີດັ່ງກ່າວພຽງ 1 ວັນ, ອຳນາດການປົກຄອງ Damacus ໄດ້ຖະແຫຼງວ່າ ຊີຣີຢາກເຂົ້າຮ່ວມ ສົນທິສັນຍາສາກົນກ່ຽວກັບການເກືອດຫ້າມ ອາວຸດເຄມີ, ພ້ອມແລ້ວອະນຸຍາດໃຫ້ປະເທດອື່ນພ້ອມກັບ ສ.ປ.ຊ ເຂົ້າກວດກາສາງ ອາວຸດເຄມີຂອງປະເທດຕົນ. ຕາມລັດຖະມົນຕີການຕ່າງປະເທດຊີຣີ Muallem ແລ້ວ, ຊີຣີພ້ອມແລ້ວ ປະກາດສະຖານທີ່ເກັບມ້ຽນ ອາວຸດເຄມີ ແລະ ຢຸດຕິການຜະລິດອາວຸດປະເພດນີ້. ພ້ອມກັນນັ້ນ, ຊີຣີຈະເຄົາລົບບັນດາຄຳໝັ້ນໝາຍຂອງຕົນທີ່ກ່ຽວຂ້ອງເຖິງ ສົນທິສັນຍາສາກົນກ່ຽວກັບການເກືອດຫ້າມອາວຸດເຄມີ, ນັບທັງສະໜອງຂໍ້ມູນກ່ຽວກັບອາວຸດປະເພດນີ້.
ໂດຍເຂົ້າໃຈແຈ້ງກ່ຽວກັບຜົນເສຍຫາຍພ້ອມກັບຜົນຮ້າຍທີ່ຍາກຈະຄາດໄວ້ລ່ວງໜ້າຊຶ່ງຈະເກີດຂຶ້ນໃນພາກພື້ນຕາເວັນອອກກາງ ຖ້າຫາກການບຸກໂຈມຕີຊີຣີຖືກອາເມລິກາດຳເນີນ, ດັ່ງນັ້ນຫາກສຽງບໍ່ປະຫຼາດໃຈເມື່ອຂໍ້ສະເໜີຂອງລັດເຊຍໄດ້ຮັບການຊົມເຊີຍຈາກຫຼາຍປະເທດໃນໂລກ.
ຊ້ຳບໍໜຳຂໍ້ສະເໜີດັ່ງກ່າວຍັງໄດ້ຮັບການຕອບສະໜອງຈາກອາເມລິກາເອງ. ກ່າວຄຳເຫັນຕໍ່ໜ້າຊາວອາເມລິກາ, ປະທານາທິບໍດີອາເມລິກາ Barak Obama ໃຫ້ຮູ້ວ່າ ອາເມລິກາຢາກກວດກາກ່ຽວກັບລັກສະນະເຂັ້ມງວດຂອງຂໍ້ສະເໜີດັ່ງກ່າວໂດຍໄວ ແລະ ພ້ອມແລ້ວທີ່ຈະຂຸດຄົ້ນທຸກວິທີທາງການທູດເພື່ອແກ້ໄຂວິກິດການທີ່ແກ່ຍາວເປັນເວລາກ່ວາ 2 ປີຢູ່ຊີຣີ. ຕາມປະທານາທິບໍດີອາເມລິກາ Barak Obama ແລ້ວ, ທ່ານຈະສືບຕໍ່ຕິດຕໍ່ພົວພັນກັບປະທານາທິບໍດີລັດເຊຍ Putin ແລະ ການນຳປະເທດຝະລັ່ງ ແລະ ອັງກິດເພື່ອຊອກຫາວິທີແກ້ໄຂທາງການທູດໃຫ້ແກ່ບັນຫາຊີຣີ. ເລື່ອງສະເໜີສະພາແຫ່ງຊາດໂຈະການປ່ອນບັດກ່ຽວກັບການອະນຸຍາດນຳໃຊ້ກຳລັງອາວຸດບຸກໂຈມຕີຊີຣີ ນັ້ນ ກໍຖືກ ປະທານາທິບໍດີອາເມລິກາ Barak Obama ຍົກອອກມາ. ພ້ອມກັນນັ້ນ, ວັນທີ 12/9, ລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ຈະພົບປະກັບຄູ່ຕຳແໜ່ງລັດເຊຍ ຢູ່ສະວິດເພື່ອປຶກສາຫາລືກ່ຽວກັບຂໍ້ສະເໜີໃໝ່ນີ້.
ປະຈຸບັນ, ລັດເຊຍພວມພ້ອມກັບຊີຣີ ສ້າງແຜນການມອບສິດຄວບຄຸມສາງອາວຸດເຄມີໃຫ້ສາກົນ. ລັດຖະມົນຕີການຕ່າງປະເທດເຢັຍລະມັນ Guido Westerwelle ຖະແຫຼງວ່າ ເຢັຍລະມັນອາດຈະເຂົ້າຮ່ວມວິວັດການທຳລາຍ ອາວຸດເຄມີຂອງຊີຣີ ເພາະມີປະສົບການໃນຂົງເຂດນີ້. ສ່ວນນາຍົກລັດຖະມົນຕີເຢັຍລະມັນ Angela Merken ພັດຢືນຢັນວ່າ ຖ້າຫາກຂໍ້ສະເໜີດັ່ງກ່າວຖືກຫັນເປັນລະອຽດ, ເຢຍລະມັນຈະພະຍາຍາມຊຸກຍູ້ວິວັດທະນາການນີ້. ໃນຂະນະນັ້ນ, ທີ່ເລຂາທິການໃຫຍ່ ສ.ປ.ຊ Ban Ki Moon ຮຽກຮ້ອງໃຫ້ສ້າງຕັ້ງບັນດາເຂດທີ່ປອດໄພໂດຍ ສ.ປ.ຊ ຕິດຕາມກວດກາຢູ່ຊີຣີ ເປັນບ່ອນທຳລາຍຈຳນວນ ອາວຸດເຄມີຂອງປະເທດນີ້. ທ່ານໃຫ້ຂໍ້ສັງເກດວ່າ ປະຊາຄົມໂລກຈະມີການກະທຳໂດຍໄວແນໃສ່ຮັບປະກັນໃຫ້ສາງອາວຸດເຄມີຂອງຊີຣີຖືກທຳລາຍຢ່າງແນ່ນອນ.
ແຕ່ເຖິງຢ່າງໃດກໍຕາມ, ປະທານາທິບໍດີອາເມລິກາ Barak Obama ເບິ່ງຄືວ່າ ຍັງບໍ່ທັນປະເອີບໃຈຕໍ່ຂໍ້ສະເໜີໃໝ່ນີ້ຂອງລັດເຊຍ. ປະທານາທິບໍດີອາເມລິກາ Barak Obamaໃຫ້ຮູ້ວ່າ ທຳນຽບຂາວຍັງຄົງສືບຕໍ່ສະເໜີສະພາແຫ່ງຊາດຮັບຮອງເອົາມະຕິອະນຸຍາດນຳໃຊ້ອາວຸດບຸກໂຈມຕີຊີຣີຖ້າຫາກປະເທດນີ້ບໍ່ມີການກະທຳຢ່າງເຂັ້ມງວດຕໍ່ຂໍ້ສະເໜີຂອງລັດເຊຍ. ໃນຂະນະນັ້ນ, ວົງການນັກໄຈ້ແຍກຍັງໃຫ້ຂໍ້ສັງເກດວ່າ ການປະຕິບັດຂໍ້ລິເລີ່ມຂອງລັດເຊຍ ບໍ່ແມ່ນງ່າຍດາຍ, ໂດຍສະເພາະແມ່ນການເຄື່ອນຍ້າຍຫຼືຄວບຄຸມຈຳນວນ ອາວຸດເຄມີຂອງຊີຣີໃນຂະນະທີ່ຝ່າຍລຸກຮື້ຂຶ້ນຍັງຄົງຊອກຫາວິທີເພື່ອໂຄ່ນລົ້ມອຳນາດການປົກຄອງ Damacus.
ວິກິດການຊີຣີພວມຢືນຢູ່ຕໍໜ້າກາລະໂອກາດໄດ້ຮັບການແກ້ໄຂ. ຫາງສາງພວມລໍ່ຄອຍວ່າ ບັນດາຝ່າຍຈະມີເຈດຕະນາດີ ແລະ ຮູ້ຈັກນຳໃຊ້ກາລະໂອກາດນີ້ ເພື່ອຊ່ວຍຊາວຊີຣີເວົ້າສະເພາະ ແລະ ພາກພື້ນຕາເວັນອອກກາງເວົ້າລວມ ຫຼີກລ້ຽງສົງຄາມຫຼືບໍ່.