ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງແມ່ນເນື້ອໃນຈະນຳມາປຶກສາຫາສາລືໃນ 2 ວັນຈະມາເຖິງທີ່ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 13. ຕາມບັນດາສະມາຊິກສະພາແຫ່ງຊາດ ແລະ ຫາງສຽງປະຊາຊົນແລ້ວ, ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ) ຄັ້ງນີ້ໄດ້ແກ້ໄຂບັນດາຄວາມຈຳກັດ, ຂໍ້ຂາດຕົກບົກຜ່ອງ, ສ່ອງແສງແຜນນະໂຍບາຍ, ທັດສະນະຊີ້ນຳໃນບາງມະຕິ, ເອກະສານຂອງພັກ ແລະ ລັດກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ຕອບສຳໜອງບັນດາຄວາມຮຽກຮ້ອງຕ້ອງການໃນບັນດາສົນທິສັນຍາສາກົນຊື່ງຫວຽດນາມ ເປັນສະມາຊິກ. ນັກຂ່າວ Ngoc Anh ຮວບຮວມຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດ ແລະ ປະຊາຊົນໃນບົດຂຽນທີ່ມີຫົວຂໍ້ວ່າ : ປັບປຸງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງຊີວິດ.
(ພາບ:baomoi.com)
ຮ່າງກົດໝາຍສະບັບປັບປຸງ ແລະ ເພີ່ມເຕີມບາງຂໍ້ມາດຕາຂອງຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໄດ້ປະກາດເພື່ອຮັບເອົາຄຳເຫັນປະກອບຈາກປະຊາຊົນ ແລະ ຍື່ນສະເໜີຕໍ່ສະພາແຫ່ງຊາດເພື່ອຮັບຮອງເອົາທີ່ກອງປະຊຸມຄັ້ງນີ້. ນັ້ນແມ່ນຮ່າງກົດໝາຍດ້ວຍບັນດາຂໍ້ກຳນົດທີ່ມີລັກສະນະເປັນໄປໄດ້, ມາດຕະການບັງຄັບຢ່າງພຽງພໍ ແລະ ຈຳກັດບັນດາຊ່ອງຫວ່າງທີ່ອາດຊະຍາກຳສໍ້ລາດບັງຫຼວງອາດຈະສວຍໃຊ້. ເລື່ອງປັບປຸງກົດໝາຍຄັ້ງນີ້ເພື່ອແນໃສ່ສືບຕໍ່ຍົກສູງຄຸນນະພາບບັນດາຂໍ້ກຳນົດກົດລະບຽບປ້ອງກັນ, ຕ້ານການສໍ້ລາດບັງຫຼວງແມ່ນໜ້າທີ່ສຳຄັນ ໂດຍສະເພາະແມ່ນເລື່ອງຍູ້ແຮງການເຄື່ອນໄຫວລວມຢ່າງເປີດເຜີຍ, ໂປ່ງໃສ ຕິດພັນກັບບັນດາມາດຕະການຍົກສູງຄວາມຮັບຜິດຊອບໃນການອະພິປາຍຂອງຖັນແຖວພະນັກງານ, ລັດຖະກອນ, ພາລະກອນ.
ເມື່ອປຶກສາຫາລືທີຫໍປະຊຸມ, ສະມາຊິກສະພາແຫ່ງຊາດຈຳນວນໜຶ່ງຖືວ່າ: ເລື່ອງປັບປຸງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຄັ້ງນີ້ຕ້ອງປ່ຽນແປງບາງກົນໄກເພື່ອແນໃສ່ເພີ່ມທະວີຂົ່ມຂູ່, ສະກັດກັ້ນການກະທຳສໍ້ລາດບັງຫຼວງ. ທ່ານ Nguyen Ba Thuyen ສະມາຊິກສະພາແຊ່ງຊາດແຂວງ Lam Dong ຖືວ່າ:
“ມີສາຍເຫດໜຶ່ງແມ່ນກົນໄກຕໍ່ສູ້ຕ້ານການສໍ້ລາດບັງຫຼວງ. ຖ້າຫາກພວກເຮົາອະນຸຍາດໃຫ້ຕິດຕາມກວດກາສຳລັບເປົ້າໝາຍໂດຍມີການກຳນົດລະອຽດ, ຂ້າພະເຈົ້າຄິດວ່າຈະຄົ້ນພົບການກະທຳສໍ້ລາດບັງຫຼວງໄດ້. ຖ້າຫາກວ່າພວກເຮົາບໍ່ປ່ຽນແປງກົນໄກນັ້ນ, ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງຈະບໍ່ມີປະສິດທິຜົນ“
(ພາບປະກອບ:vinasme.vn)
ຄວາມຈິງໃຫ້ເຫັນວ່າ, ການແຈ້ງຊັບສົມບັດຕາມກົດໝາຍວ່າດ້ວຍການ ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ປີ 2005 ຍັງຄົງມີລັກສະນະເປັນຮູບການຢູ່, ເປົ້າໝາຍທຳການແຈ້ງບໍ່ຖືກຕ້ອງ. ຖ້າຫາກວ່າຢາກປ້ອງກັນ, ຕ້ານການສໍ້ລາດບັງຫຼວງໄດ້ ຕ້ອງຄວບຄຸມຊັບສົມບັດຂອງທຸກໆເປົ້າໝາຍໃນສັງຄົມ, ໂດຍສະເພາະແມ່ນສຳລັບຜູ້ມີຕຳແໜ່ງ, ສິດອຳນາດ. ສະນັ້ນ, ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ) ຄັ້ງນີ້ໄດ້ສຸມໃສ່ປັບປຸງ, ເພີ່ມເຕີມຂໍ້ກຳນົດກ່ຽວກັບເລື່ອງເປີດເຜີຍຜົນການຂອງແຈ້ງຊັບສົມບັດ, ລາຍຮັບຢູ່ບ່ອນເຮັດວຽກ ແລະ ບ່ອນຢູ່ອາໄສ. ຜ່ານນັ້ນ, ກຳນົດລະອຽດກ່ວາໃນການປະຕິບັດການເປີດເຜີຍຊັບສົມບັດ, ລາຍຮັບ. ຫາງສຽງມີຄວາມສົນໃຈທີ່ສຸດ ແລະ ເຫັນດີກັບບັນດາການປັບປຸງນີ້. ທ່ານ Luong Ngoc Son ຊາວນະຄອນຫຼວງຮ່າໂນ້ຍ ສະແດງວ່າ:
“ມາດຕະການສຳຄັນທີ່ສຸດແມ່ນຢາກປ້ອງກັນ, ຕ້ານການສໍ້ລາດບັງຫຼວງໄດ້, ກ່ອນອື່ນໝົດແມ່ນຕ້ອງປະຕິບັດປະຊາທິປະໄຕ, ເປີດເຜີຍ ແລະ ໂປ່ງໃສ. ຖ້າຫາກວ່າພວກເຮົາບໍ່ປະຕິບັດສິ່ງດັ່ງກ່າວໄດ້ແມ່ນຍາກຫຼາຍ“
ບັນດາເນື້ອໃນໄດ້ຮັບການປັບປຸງໃນຮ່າງກົດໝາຍວ່າດ້ວຍປ້ອງກັນ, ຕ້ານການສໍ້ລາດບັງຫຼວງຄັ້ງນີ້ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງພັກໃນການຍູ້ໄພສໍ້ລາດບັງຫຼວງໃຫ້ຖອຍໄປ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ທ່ານ Tran Dinh Tru ຢູ່ຮ່າໂນ້ຍ ຖຶວ່າ:
“ໂດຍໄດ້ເສີມຂະຫຍາຍຈິດໃຈປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ຂອງທົ່ວປວງຊົນ, ຕ້ອງຮຽກຮ້ອງໃຫ້ຜູ້ມີຕຳແໜ່ງ, ມີສິດອຳນາດແຈ້ງຊັບສົມບັດ. ການແຈ້ງຊັບສົບບັດເພື່ອໃຫ້ທົ່ວປວງຊົນໄດ້ຮູ້ ແລະ ຄຸ້ມຄອງ, ເຮັດໄດ້ຄືແນວນັ້ນຈຶ່ງປ້ອງກັນ, ຕ້ານການສໍ້ລາດບັງຫຼວງໄດ້“
ໜຶ່ງໃນບັນດາເນື້ອໃນສຳຄັນກ່ວາໝູ່ຂອງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ສະບັບປັບປຸງຄັ້ງນີ້ແມ່ນເລື່ອງປ່ຽນແປງຮູບແບບຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ພ້ອມກັບການປັບປຸງກົງຈັກການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຕາມຮູບແບບໃໝ່ສຳເລັດນັ້ນ, ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ສະບັບປັບປຸງຄັ້ງນີ້ສືບຕໍ່ໄດ້ຮັບການປັບປຸງກົນໄກ, ນະໂຍບາຍ, ນຳໃຊ້ແຫຼ່ງຊັບພະຍາກອນມະນຸດໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ເຮັດແຈ້ງການພົວພັນລະຫວ່າງຄະນະຊີ້ນຳການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ກັບບັນດາອົງການມີໜ້າທີ່ຮັບຜິດຊອບຂອງລັດ ແລະ ເສີມຂະຫຍາຍບົດບາດຕິດຕາມກວດກາຂອງປະຊາຊົນໃນການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ.