(vovworld)- ພາຍຫລັງ 5 ເດືອນນັບແຕ່ຄັ້ງທຳອິດທີ່ປະກາດເພື່ອຮັບເອົາຄຳເຫັນຢ່າງກວ້າງຂວາງຈາກປະຊາຊົນທຸກຊັ້ນວັນນະ, ວັນທີ 3/6, ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຖືກຍົກອອກມາປຶກສາຫາລືຢ່າງເປັນທາງການທີ່ຫໍປະຊຸມຂອງສະພາແຫ່ງຊາດໃນຂອບເຂດກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13. ບັນດາເນື້ອໃນຕົ້ນຕໍຄື: ຊື່ປະເທດຊາດ, ບົດບາດນຳພາຂອງພັກກອມມູນິດຫວຽດນາມ, ລັກສະນະຂອງພື້ນຖານເສດຖະກິດ ແລະ ບັນດາພາກສ່ວນເສດຖະເກິດ, ສິດທິມະນຸດ, ສິດພົນລະເມືອງແມ່ນບັນດາບັນຫາຊື່ງສະມາຊິກສະພາແຫ່ງຊາດຫລາຍທ່ານໄດ້ເຕື້ອງເຖິງ.
ຕາມ ສສຊ ຫລາຍທ່ານແລ້ວ, ການປັບປຸງລັດຖະທຳມະນູນຄັ້ງນີ້ ຕອບສະຫນອງໄດ້ຄວາມມຸ້ງມາດປາດຖະຫນາຂອງປະຊາຊົນ, ປະກອບສ່ວນແກ້ໄຂບັນດາບັນຫາການເມືອງ, ເສດຖະກິດ, ສັງຄົມທີ່ພວມວາງອອກໃນການສ້າງລັດແຫ່ງອຳນາດນິຕິບັນຍັດ, ການເຊື່ອມໂຍງ ແລະ ໂລກາພິວັດຢ່າງລອບຄອບຖີ່ຖ້ວນ. ເຖິງຢ່າງໃດກໍຕາມ, ບັນຫາສຳຄັນທີ່ຄວນວາງອອກ ນັ້ນແມ່ນປະສິດທິຜົນຂອງບັນດາຂໍ້ກຳນົດໃນລັດຖະທຳມະນູນ.
ພ້ອມກັບຄວາມເຫັນດີຮັກສາຊື່ຂອງປະເທດ ສສຫວຽດນາມໄວ້ຄືເກົ່າ ເພື່ອສືບຕໍ່ຢັ້ງຢືນຈຸດໝາຍເສັ້ນທາງ ແລະ ພັດທະນາປະເທດຊາດກ້າວຂຶ້ນສັງຄົມນິຍົມ, ຮັບປະກັນລັກສະນະສະຖຽນລະພາບແລ້ວ, ສສຊ ຈຳນວນຫນຶ່ງຖືວ່າ: ຮ່າງ ລັດຖະທຳມະນູນ ປີ 1992 ສະບັບປັບປຸງ ໄດ້ສະແດງໃຫ້ເຫັນທັດສະນະທີ່ວ່າ: ສິດອຳນາດແຫ່ງລັດແມ່ນຂຶ້ນກັບປະຊາຊົນ ແລະ ສະແດງໃຫ້ເຫັນຢ່າງຈະແຈ້ງກົນໄກສິດອຳນາດແຫ່ງລັດທັງໝົດແມ່ນເອກະພາບ, ມີການຈັດແບ່ງ, ສົມທົບ ແລະ ກວດກາລະຫວ່າງບັນດາອົງການແຫ່ງລັດໃນການປະຕິບັດອຳນາດນິຕິບັນຍັດ, ອຳນາດຕຸລາການ, ອຳນາດບໍລິຫານ. ໃນນັ້ນ ໄດ້ກຳນົດຢ່າງຈະແຈ້ງພາລະບົດບາດຂອງແຕ່ລະອົງການແມ່ນບັນດາຂໍ້ກຳນົດປ່ຽນໃຫມ່ສຳຄັນທີ່ສຸດໃນວິທີຈັດຕັ້ງກົງຈັກລັດຢູ່ຫວຽດນາມ ປະຈຸບັນ.
ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13
ພາບ:xalo.vn
|
ເມື່ອປະກອບຄຳເຫັນໃສ່ມາດຕາ 4 ຂອງຮ່າງ ລັດຖະທຳມະນູນ, ຕາມບັນດາ ສສຊ ແລ້ວ, ຖ້າສັງເກດພຶດຕິກຳຕົວຈິງຂອງປະເທດຊາດ, ພາຍໃຕ້ການຊີ້ນຳນຳພາຂອງພັກ, ປະເທດຫວຽດນາມ ໄດ້ມີບັນດາບາດກ້າວພັດທະນາບຸກທະລຸທີ່ບໍ່ເຄີຍ ມີມາໃນປະຫວັດສາດ ແລະ ໃນປະຈຸບັນ, ຫວຽດນາມ ໄດ້ກາຍເປັນປະເທດເອກະລາດ, ເສລີພາບ, ພັດທະນາຕາມເສັ້ນທາງສັງຄົມນິຍົມ, ມີບົດບາດທີ່ຕັ້ງນັບມື້ນັບສຳຄັນໃນພາກພື້ນ ແລະ ໃນໂລກ. ເປັນອັນວ່າ ທັງທິດສະດີ ແລະ ພຶດຕິກຳ, ມີພື້ນຖານຢ່າງພຽງພໍເພື່ອຢັ້ງຢືນບົດບາດນຳພາຂອງພັກກອມມູນິດຫວຽດນາມ ແມ່ນພັກນຳພາຫນຶ່ງດຽວ, ຕອບສະຫນອງໄດ້ບັນດາຄຳຮຽກຮ້ອງຕ້ອງການທີ່ຈຳເປັນຂອງປະຊາຊົນໃນບັນດາໄລຍະນັບແຕ່ກ່ອນມາຮອດປະຈຸບັນ ແລະ ໄລຍະຕໍ່ໄປ ສະນັ້ນ ການກຳນົດບົດບາດນຳພາຂອງພັກໃນ ລັດຖະທຳມະນູນ ແມ່ນຈຳເປັນທີ່ສຸດ. ທ່ານ ຫງວຽນທາຍຫອກ, ສສຊ ແຂວງ ຟູອຽນ ຍົກຄຳເຫັນວ່າ:
“ເລື່ອງຢັ້ງຢືນບົດບາດນຳພາຂອງພັກ, ລັດ ແລະ ສັງຄົມ ໃນ ລັດຖະທຳມະນູນ ແມ່ນພາວະວິໄສ, ສອດຄອ່ງກັບທິດສະດີກ່ຽວກັບພັກກຳອຳນາດ. ທິດສະດີດັ່ງກ່າວບໍ່ພຽງແຕ່ໄດ້ໝູນໃຊ້ຢູ່ຫວຽດນາມເທົ່ານັ້ນ ຫາກຢູ່ຫລາຍປະເທດໃນໂລກອີກດ້ວຍ ແລະ ບໍ່ພຽງແຕ່ພັກກອມມູນິດ ຫາກນັບທັງຢູ່ພັກອື່ນກໍ່ມີ. ພື້ນຖານພຶດຕິກຳທີ່ຢືນຢັນບົດບາດນຳພາຂອງພັກໄດ້ຮັບການພິສູດໃນພຶດຕິກຳ, ໄຊຊະນະຂອງການປະຕິວັດຫວຽດນາມ ຍາມໃດກໍຕິດພັນກັບບົດບາດນຳພາຂອງພັກ. ການຢັ້ງຢືນບົດບາດນຳພາຂອງພັກໃນ ລັດຖະທຳມະນູນ ແມ່ນການຢືນຢັນຄວາມຈິງທີ່ມີລັກສະນະພາວະວິໄສ ແລະ ຍຸຕິທຳ.”
ກ່ຽວກັບພາກສ່ວນເສດຖະກິດ, ທ່ານ ເຈີ່ນຮົ່ງຮ່າ, ສສຊ ຂອງແຂວງ ຫວີງຟຸກ ໄດ້ສະຫນັບສະຫນູນຕໍ່ຂໍ້ນຳນົດວ່າ: ພື້ນຖານເສດຖະກິດການຕະຫລາດຕາມກຳນົດທິດສັງຄົມນິຍົມຂອງພື້ນຖານເສດຖະກິດຫວຽດນາມ ບໍ່ຈຳເປັນຕ້ອງກຳນົດບົດບາດຂອງເສດຖະກິດແຫ່ງລັດ. ເຖິງຢ່າງໃດກໍຕາມ, ທ່ານນາງ ເຈືອງທິທູຈາງ,ສສຊ ແຂວງ ຕຽນຢາງ ຖືວ່າ:
“ຕ້ອງຢັ້ງຢືນຢ່າງຈະແຈ້ງລັກສະນະຂອງພື້ນຖານເສດຖະກິດການຕະຫລາດຕາມກຳນົດທິດສັງຄົມນິຍົມ ເພາະວ່າ ກຳນົດທິດສັງຄົມນິຍົມຈະສ້າງປະຖົມປັດໃຈໃຫ້ແກ່ການແກ້ໄຂບັນດາຜົນຮ້າຍ, ຄວາມອ່ອນດອ້ຍຂອງພື້ນຖານເສດຖະກິດກໍຄືບັນດາການກະທົບຢ່າງຫຍໍ້ທໍ້ໃນວິວັດທະນາການສ້າງສາ ແລະ ພັດທະນາເສດຖະກິດການຕະຫລາດ ແລະ ເຊ່ືອມໂຍງເຂົ້າກັບສາກົນຂອງຫວຽດນາມ. ສະນັ້ນ ການກຳນົດພື້ນຖານເສດຖະກິດຫວຽດນາມ ແມ່ນພື້ນຖານເສດຖະກິດການຕະຫລາດຕາມກຳນົດທິດສັງຄົມນິຍົມ ດ້ວຍຫລາຍຮູບການກຳມະສິດ, ຫລາຍພາກສ່ວນເສດຖະກິດໃນນັ້ນ ເສດຖະກິດແຫ່ງລັດຮັກສາບົດບາດຫລັກແຫລ່ງ ແມ່ນສອດຄ່ອງ ເພາະວ່າ ທັງຢືນຢັນໄດ້ຄຸນນະທາດ, ທັງສະແດງໃຫ້ເຫັນກຳລັງຫນູນ ແລະ ຈຸດໝາຍພັດທະນາພື້ນຖານເສດຖະກິດການຕະຫລາດຕາມກຳນົດທິດສັງຄົມນິຍົມ ດ້ານອື່ນຮັບປະກັນຄວາມກົມກຽວ ແລະສ້າງຄວາມດຸນດຽງໃນສາຍພົວພັນລະຫວ່າງການພັດທະນາເສດຖະກິດ ແລະ ການແກ້ໄຂບັນຫາສັງຄົມ.”
ກ່ຽວກັບສິດທິມະນຸດ,ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ, ຄຳເຫັນຂອງ ສສຊ ບາງທ່ານຢືນຢັນວ່າ: ຮ່າງລັດຖະທຳມະນູນ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຄວາມສຳຄັນຂອງສິດທິມະນຸດ, ສິດ ແລະພັນທະພື້ນຖານຂອງພົນລະເມືອງ ກໍຄືຄວາມສຳຄັນຂອງເລື່ອງກຳນົດບັນດາພັນທະຂອງພົນລະເມືອງ. ການຢັ້ງຢືນຄືແນວນັ້ນແມ່ນສະແດງຄວາມເຄົາລົບສິດທິມະນຸດຂອງ ປະເທດ ສສ ຫວຽດນາມ. ດ້ວຍການກຳນົດດັ່ງກ່າວຂອງຮ່າງ ລັດຖະທຳມະນູນ, ປະຊາຊົນໄດ້ຊົມໃຊ້ບັນດາສິດ ແລະ ຫນ້າທີ່ຄວາມຮັບຜິດຊອບຂອງລັດແມ່ນຮັບຮູ້, ເຄົາລົບ,ປົກປ້ອງ ແລະ ຮັບປະກັນສິດທິມະນຸດ, ສິດພົນລະເມືອງ. ກ່ຽວຂ້ອງເຖິງສິດເປັນເຈົ້າຂອງປະຊາຊົນ, ທ່ານນາງ ເຈືອງທິເຫ້ວ, ສສຊ ແຂວງ ທາຍງວຽນ ເນັ້ນຫນັກວ່າ:
“ຂ້າພະເຈົ້າສະເຫນີ: ລັດຖະທຳມະນູນ ຄວນກຳນົດຢ່າງຈະແຈ້ງກົນໄກ ແລະ ຄວາມຮັບຜິດຊອບຂອງຜູ້ນຳຫນ້າໃນການປັບໄຫມຢ່າງເຂັ້ມງວດສຳລັບບັນດາການກະທຳລະເມີດສິດເປັນເຈົ້າຂອງປະຊາຊົນ. ສະນັ້ນ ຂ້າພະເຈົ້າສະເຫນີວ່າ: ຕ້ອງເພີ່ມເຕີມເຂົ້າມາດຕາ 2 ຂອງ ລັດຖະທຳມະນູນ ວ່າ: ທຸກການກະທຳລະເມີດສິດເປັນເຈົ້າຂອງປະຊາຊົນຕ້ອງປັບໄຫມຢ່າງເຂັ້ມງວດ.”
ໃນບັນຍາກາດປຶກສາຫາລືຢ່າງປະຊາທິປະໄຕ, ຟົດຟື້ນ ກ່ຽວຂ້ອງເຖິງຫລາຍເນື້ອໃນສຳຄັນຂອງຮ່າງ ລັດຖະທຳມະນູນ ປີ 1992 ສະບັບປັບປຸງ, ບັນດາ ສສຊ ໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງຜູ້ຕາງຫນ້າໃຫ້ແກ່ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ, ປະກອບກຳລັງເຫ່ືອແຮງເພື່ອປັບປຸງລັດຖະທຳມະນູນໃຫ້ມີຄຸນນະພາບ, ກຳນົດທິດແກ່ການພັດທະນາຂອງປະເທດຊາດ.