(vovworld) - ວັນທີ 27/7, ພັກ, ລັດ, ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ສະເຫລີມສະຫລອງ 65 ປີແຫ່ງວັນປະທານໂຮ່ຈິມີນຕົກລົງຖືເອົາວັນທີ 27/7 ປະຈຳປີແມ່ນວັນທະຫາຍເສຍອົງຄະ ນັກຮົບເສຍສະຫລະຊີວິດເພື່ອຊາດ. ການເຄື່ອນໄຫວຫລາຍຢ່າງໃນການເບິ່ງແຍງດູແລ ຜູ້ມີຄຸນງາມຄວາມດີຖືກຈັດຂຶ້ນ. ກົງກັບໂອກາດນີ້, ລັດຖະບັນຍັດສະບັບປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງລັດຖະບັນຍັດບຸລິມະສິດ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໂດຍທ່ານປະທານປະເທດເຊັນຄຳສັ່ງປະກາດ, ສ້າງລະບົບນະໂຍບາຍທີ່ມີຕໍ່ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຂອງພັກ ແລະ ລັດ ຫວຽດນາມສຳເລັດຜົນ.
ເບິ່ງແຍງທະຫານເສຍອົງຄະ
ພາບປະກອບ:internet
|
ໃນຈຳນວນ 23 ຂໍ້ມາດຕາທີ່ໄດ້ຮັບການປັບປຸງຂອງລັດຖະບັນຍັດສະບັບປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງລັດຖະບັນຍັດບຸລິມະສິດຜູ້ມີຄຸນງາມຄວາມດີ , ເນື້ອໃນສຳຄັນທີ່ສຸດນັ້ນແມ່ນຜູ້ເຄື່ອນໄຫວປະຕິວັດ ຫລືເຂົ້າຮ່ວມການຕໍ່ຕ້ານຖືກສັບຕູຈັບກຸ່ມຄຸ້ມຂັງແລະ ທໍລະມານ ກ່ອນນີ້ໄດ້ຮັບການຫນູນຊ່ວຍເທື່ອຫນຶ່ງ ປະຈຸບັນໄດ້ຮັບການອຸດຫນູນຊ່ວຍເປັນລາຍເດືອນ. ລັດກໍປະຕິບັດການອຸດຫນູນໃຫ້ແກ່ຜູ້ຮັບໃຊ້ແມ່ຫວຽດນາມວິລະຊົນ, ຜູ້ເຂົ້າຮ່ວມການຕໍ່ຕ້ານທີ່ຖືກຕິດທາດພິດສີສົ້ມ, ບໍ່ສາມາດອອກແຮງງານໄດ້ຈາກ 81% ຂຶ້ນໄປ. ຕາມການຄິດໄລ່, ມີ ຜູ້ມີຄຸນງາມຄວາມດີປະມານ 90.000 ຄົນຈະໄດ້ຮັບບ້ວງເງິນອຸດຫນູນດັ່ງກ່າວ. ນອກນັ້ນ ຍັງມີລະບອບບຸລິມະສິດໃຫມ່ຄື: ລະບອບຫນູນຊ່ວຍໃຫ້ແກ່ຍາດຕິພີ່ນ້ອງນັກຮົບເສຍສະຫລະຊີວິດເພື່ອຊາດ, ລະບອບປະກັນສຸຂະພາບທີ່ມີຕໍ່ຍາດຕິພີ່ນ້ອງຂອງ ຜູ້ມີຄຸນງາມຄວາມດີ ກໍໄດ້ເພີ່ມເຕີມ, ເປີດກວ້າງ, ຕາມການກຳນົດຂອງລັດຖະບັນຍັດສະບັບນີ້.
ຢູ່ ຫວຽດນາມ ປະຈຸບັນມີ ຜູ້ມີຄຸນງາມຄວາມດີກວ່າ 8,8 ລ້ານຄົນ, ກວມເກືອບ 10%ຈຳນວນພົນລະເມືອງ. ໄລ່ມາຮອດປະຈຸບັນ, ລະບົບນະໂຍບາຍທີ່ມີຕໍ່ ຜູ້ມີຄຸນງາມຄວາມດີ ຢູ່ ຫວຽດນາມ ໄດ້ສ້າງສຳເລັດຜົນ, ເປັນພື້ນຖານໃຫ້ແກ່ການເຄື່ອນໄຫວຕອບບຸນແທນຄຸນທີ່ນັບມື້ນັບຂະຫຍາຍອອກສູ່ວົງກວ້າງ ແລະ ເຂົ້າສູ່ລວງເລິກ. ມາຮອດປະຈຸບັນ, ມີ 95% ຈຳນວນຕາແສງບັນລຸມາດຕະຖານຕາແສງປະຕິບັດວຽກງານເບິ່ງແຍງດູແລທະຫານເສຍອົງຄະ, ນັກຮົບເສຍສະຫລະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີ. ມີຫລາຍອົງການ, ຫົວຫນ່ວຍ, ວິສາຫະກິດ, ຜູ້ໃຈບຸນໃຈກຸສົນໄດ້ຮັບລ້ຽງດູແມ່ຫວຽດນາມ ວິລະຊົນ, ອຸ້ມຊູຊ່ວຍເຫລືອລູກຂອງທະຫານເສຍອົງຄະ, ຍາດຕິພິ່ນ້ອງນັກຮົບເສຍສະຫລະຊີວິດເພື່ອຊາດທີ່ປະສົບກັບຄວາມຫຍຸ້ງຍາກ. ແຂວງ ກວ໋າງນາມ ແມ່ນຫນຶ່ງໃນບັນດາທ້ອງຖິ່ນມີ ຜູ້ມີຄຸນງາມຄວາມດີຫລາຍກວ່າໝູ່ ມາຮອດປະຈຸບັນ ແມ່ນແຂວງທີ່ປະຕິບັດວຽກງານເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ ຕາມການກຳນົດ ແລະ ຖືວ່າ ແມ່ນບັນຫາຂອງທົ່ວສັງຄົມຢ່າງເລິກເຊິ່ງ. ທ່ານ Nguyen Duc Hai ເລຂາຄະນະພັກແຂວງ ກວ໋າງນາມ ໃຫ້ຮູ້ວ່າ:
“ແຂວງກວ໋າງນາມ ໄດ້ຜັນຂະຫຍາຍການເຄື່ອນໄຫວຕອບບຸນແທນຄຸນຫລາຍຢ່າງ, ເອົາໃຈໃສ່ໂດຍກົງເຖິງເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີ ຢູ່ ບັນດາເຂດປະສົບກັບຄວາມຫຍຸ້ງຍາກ. ກ່ອນອື່ນໝົດ ພວກຂ້າພະເຈົ້າຊຸກຍູ້ໂຄງການຫນູນຊ່ວຍດ້ານເຮືອນຢູ່ໃຫ້ແກ່ ຜູ້ມີຄຸນງາມຄວາມດີ ຢ່າງວອ່ງໄວ, ກວດກາຄືນນະໂຍບາຍທັງໝົດ, ພິເສດ ຢູ່ ຮາກຖານ, ເຮັດແນວໃດໃຫ້ຖືກຕ້ອງຕາມການກຳນົດ.”
ແຈກຢ່າຍຢຸກຢາໃຫ້ແກ່ເປົ້ນໝາຍນະໂຍບາຍ
ພາບ:tienphong.vn
|
ຄຽງຄູ່ກັບຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ການອຸ້ມຊູຊ່ວຍເຫລືອຂອງປະຊາຊົນ, ທະຫານເສຍອົງຄະ, ຍາດຕິພີ່ນ້ອງ ແລະ ຜູ້ມີຄຸນງາມຄວາມດີຕໍ່ລັດ ໄດ້ບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງໃນການຮຳ່ຮຽນ, ວຽກງານ, ການອອກແຮງງານ. ສະນັ້ນ ມີຫລາຍຄອບຄົວນະໂຍບາຍມີລະດັບຄອງຊີບເຫນືອປານກາງເມື່ອທຽບໃສ່ກັບຊຸມຊົນຢູ່ບໍລິເວນອາໄສນັບມື້ນັບເພີ່ມຂຶ້ນ, ບັນລຸກວ່າ 96%. ທ່ານນາງ Duong Thi Mong ຜູ້ມີຄຸນງາມຄວາມດີ ຢູ່ແຂວງ ອຽນບາຍ ໄດ້ຢືນຢັນວ່າ:
“ພັກ ແລະ ລັດເອົາໃຈໃສ່ທີ່ສຸດເຖິງຜູ້ມີຄຸນງາມຄວາມດີ ສະນັ້ນ ພວກຂ້າພະເຈົ້າກໍເຂົ້າໃຈໄດ້ວ່າ ຕ້ອງເຮັດແນວໃດເພື່ອຕອບແທນໃຫ້ເຂົາເຈົ້າ. ພວກຂ້າພະເຈົ້າກໍພະຍາຍາມເສີມຂະຫຍາຍມູນເຊື້ອທີ່ມີຢູ່ແລ້ວຂອງຄອບຄົວ ແລະ ຂົນຂວາຍ, ສຶກສາລູກຫລານປະຕິດບັນວຽກງານຕອບບຸນແທນຄຸນໃຫ້ດີກວ່າເກົ່າ.”
ໃນຊຸມປີຜ່ານມາ, ພັກ, ລັດ ຫວຽດນາມ ໄດ້ ແລະ ພວມສືບຕໍ່ສ້າງລະບົບນະໂຍບາຍບຸລິດມະສິດ ຜູ້ມີຄຸນງາມຄວາມດີຕາມທິດສອດຄອ່ງກັບການພັດທະນາເສດຖະກິດສັງຄົມຂອງປະເທດຊາດ, ສົ່ງເສີມວົງຄະນະຍາດຍູ້ແຮງ ແລະ ເປີດກວ້າງຂະບວນການຕອບບຸນແທນຄຸນກວ່າອີກ.
ທີ່ກອງປະຊຸມຍ້ອງຍໍສັນລະເສີນຜູ້ມີຄຸນງາມຄວາມດີ ຈັດຂຶ້ນຫວ່າງແລ່ວນີ້, ທ່ານປະທານປະເທດ ຫວຽດນາມ Truong Tan Sang ຊີ້ແຈງວ່າ:
“ເຖິງວ່າມີຄວາມເອົາໃຈໃສ່ຊ່ວຍເຫລືອ, ຫນູນຊ່ວຍ ຜູ້ມີຄຸນງາມຄວາມດີ, ແຕ່ມີທະຫານເສຍອົງຄະ, ຄອບຄົວຂອງນັກຮົບເສຍສະຫລະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີ ສ່ວນຫນຶ່ງຍັງປະສົບກັບຄວາມຫຍຸ້ງຍາກ. ມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກກອມມູນິດ ຫວຽດນາມ ໄດ້ວາງອອກຫນ້າທີ່ຄວນສືບຕໍ່ສຸມທຸກແຫຼ່ງກຳລັງ ພ້ອມກັບລັດ ເບິ່ງແຍງດູແລໃຫ້ ຜູ້ມີຄຸນງາມຄວາມດີ ແລະ ຄອບຄົວນັກຮົບເສຍສະຫລະຊີວິດ ທາງດ້ານວັດຖຸ ແລະ ຈິດໃຈໃຫ້ດີກວ່າ, ແກ້ໄຂຂໍ້ຄົງຄ້ງຂອງນະໂຍບາຍທີ່ມີຕໍ່ຜູ້ມີຄຸນງາມຄວາມດີ, ສ້າງເງື່ອນໄຂໃຫ້ເຂົາເຈົ້າເຂົ້າຮ່ວມການພັດທະນາເສດຖະກິດເພື່ອຍົກສູງຊີວິດການເປັນຢູ່, ຍົກສູງລະດັບຄອງຊີບ.”
ນັບແຕ່ປີ 2013 ເປັນຕົ້ນໄປ, ນະໂຍບາຍບຸລິມະສິດທີ່ມີຕໍ່ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຈະໄດ້ຮັບການປະຕິບັດຢ່າງຮອບດ້ານຢູ່ ຫວຽດນາມ. ນອກຈາກເນື້ອໃນບຸລິະມະສິດທີ່ໄດ້ລະບຸໄວ້ໃນລັດຖະບັນຍັດດັ່ງກ່າວ, ລັດຈະມີລາຍການຈ່າຍຕື່ມອີກ 700 ຕື້ດົ່ງ ເພື່ອຫນູນຊ່ວຍ ຜູ້ມີຄຸນງາມຄວາມດີທີ່ຍັງປະສົບກັບຄວາມຫຍຸ້ງຍາກດ້ານເຮືອນຢູ່. ຄາດວ່າ, ຍອດງົບປະມານແຫ່ງລັດທີ່ຈ່າຍໃຫ້ແກ່ການເຄື່ອນໄຫວປີ 2013 ແມ່ນກວ່າ 36.000 ຕື້ດົ່ງ. ດ້ວຍຫລາຍຮູບການ, ມາດຕະການ ແລະ ວິທີປະຕິບັດທີ່ມີຫົວຄິດປະດິດສ້າງຂອງທຸກຂັ້ນ, ຂະແຫນງການຕ່າງໆ ແລະ ທ້ອງຖິ່ນ, ການເບິ່ງແຍງດູແລຊີວິດການເປັນຢູ່ຂອງ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຈະໄດ້ຮັບການປະຕິບັດເປັນຢ່າງດີກວ່າ, ປະກອບສ່ວນຮັບປະກັນຊີວິດສັງຄົມ, ຍູ້ແຮງພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມ./.