ປະທານາທິບໍດີ ປາກິສະຖານ ຕໍ່ໜ້າພາລະສຳຄັນ

(vovworld) – ວັນ​ທີ 9/9, ທ່ານ Mamnoon Husain ​ໄດ້ຮັບ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີ ປາ​ກິ​ສະຖານ ພາຍຫຼັງ​ຍາດ​ໄດ້​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ເດືອນ 7 ຜ່ານ​ມາ. ປະທານາທິບໍດີ​ຜູ້​ທີ 12 ຂອງ ປະກິ​ສະຖານ ຂຶ້ນ​ກຳ​ອຳນາດ​ໃນ​ສະຖານະ​ການ​ທີ່​ປະ​ເທດ​ພວມ​ປະ​ເຊີນ​ໜ້າກັບ​ການ​ທ້າ​ທາຍ​ຫຼາຍ​ຢ່າງ, ນັບ​ແຕ່​ເສດຖະກິດ​ຕະຫຼອດ​ຮອດ​ຄວາມໝັ້ນຄົງ. ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ນີ້​ແມ່ນ​ບັນຫາ​ບໍ່​ງ່າຍດາຍ. ບົດ​ຂຽນ “ປະທານາທິບໍດີ ປາ​ກິ​ສະຖານ ຕໍ່ໜ້າ​ພາລະ​ສຳຄັນ“ຂອງ​ບັນນາທິການ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ຈະ​ໄຈ້​ແຍກ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ພາລະ​ນີ້ຂອງ​ທ່ານ Mamnoon Husain

ປະທານາທິບໍດີ ປາກິສະຖານ ຕໍ່ໜ້າພາລະສຳຄັນ - ảnh 1

ປະທານາທິບໍດີ ປາ​ກິ​ສະຖານ Mamnoon Husain
(ພາບ: ອິນເຕີແນດ)

3 ພາລະ​ສຳຄັນ​ທີ່​ວາງ​ອອກ​ສຳລັບ​ທ່ານ Mamnoon Husain ​ໃນ​ອາຍຸ​ການ​ເປັນ​ປະທານາທິບໍດີ​ນັ້ນ​ແມ່ນ​ຟື້ນ​ຟູ​ພື້ນຖານ​ເສດຖະກິດ, ຮັບ​ມື​ກັບ​ການ​ເຄື່ອນ​ໄຫວ​ລຸກ​ຮຶ້ຂຶ້ນ​ຂອງ​ຕາ​ລີ​ບານ, ​ແກ້​ໄຂ​ວິ​ກິດ​ການດ້ານ​ພະລັງ​ງານ.

ກ່ຽວ​ກັບ​ທາງ​ດ້ານ​ເສດຖະກິດ, ປາ​ກິ​ສະຖານ ​ມີ​ພື້ນຖານ​ເສດຖະກິດ​ອ່ອນ​ດ້ອຍ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຢູ່​ບ່ອນ​ວ່າ, ​ລະດັບ​ເຕີບ​ໂຕເສດຖະກິດ​ຂອງ​ປະ​ເທດ​ນີ້​ຍາມ​ໃດ​ກໍ່​ຢູ່​ໃນ​ລະດັບ​ຕຳ່. ຜະລິດ​ຕະພັນ​ພາຍ​ໃນ (ຈີ​ດີ​ພີ) ​ເພີ່ມ​ຂຶ້ນ 3,7% ​ໃນ​ປີ 2012 ​ແລະ ຄາດ​ວ່າ​ຈະ​ຫຼຸດ​ລົງ 3,5% ໃນ​ປີ​ນີ້ ​ແລະ 3.3% ​ໃນ​ປີ 2014. ລະດັບ​ເຕີບ​ໂຄ​ນີ້​ຕຳ່​ກວ່າລະດັບ​ທີ່​ຈຳ​ເປັນ​ເພື່ອ​ສາມາດ​ສ້າງ​ວຽກ​ເຮັດ​ງານ​ທຳຕື່ມ​ອີກ​ໃຫ້​ກຳລັງ​ແຮງ​ງານ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ແລະ ຊ່ວຍ​ຫຼຸດຜ່ອນ​ໄພ​ທຸກ​ຍາກ​ອຶດ​ຫີ​ວ. ປາ​ກິ​ສະຖານ ກໍ່​ຕ້ອງ​ຮັບ​ມື​ກັບ​ວິ​ກິດ​ການ​ດຸນ​ຊຳລະ. ​ເຖິງ​ວ່າ​ອຳນາດ​ການ​ປົກຄອງ​ວາງ​ຄາດໝາຍຄວບ​ຄຸມ​ສະພາບ​ຂາດ​ດຸນ​ງົບປະມານ​ 4,7% ຂອງ ຈີ​ດີ​ພີ ​ໃນ​ປີ​ການ​ເງິນ​ປະຈຸ​ບັນກໍ່ຕາມ, ​ແຕ່​ບັນດາ​ນັກ​ໄຈ້​ແຍກ​ສ່ວນ​ຫຼາຍ​ພັດ​ຖື​ວ່າ ລະດັບ​ຂາດ​ດຸນ​ອາດ​ຈະ​ສູງ​ກວ່າ​ຫຼາຍ. ຫວ່າງ​ແລ້ວ​ນີ້, ກອງ​ທຶນ​ເງິນຕາ​ສາກົນ (IMF) ຫາ​ກໍ່​ຮັບຮອງ​ເອົາ​ບ້ວງ​ເງິນ​ກູ້​ຢືມ​ທີ່​ມີ​ມູນ​ຄ່າ 6,7ຕື້ USD  ​ເພື່ອ​ຊ່ວຍ​ປາ​ກິ​ສະຖານ​ ປະຕິ​ຮູບ​ເສດຖະກິດ. ​ເຈົ້າ​ໜ້າ​ທີ່​ລັດຖະບານ​ປາ​ກິ​ສະຖານ​ທ່ານ​ໜຶ່ງ​ຍອມຮັບ​ວ່າ ປາ​ກິ​ສະຖານ ​ມີ​ພຽງ​ເສັ້ນທາງ​ດຽວ​ນັ້ນ​ແມ່ນ​ຕ້ອງ​ກູ້​ຢືມ​ເງິນ​ເພື່ອ​ກູ້​ຊ່ວຍ​ປະ​ເທດ​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ສະພາບ​ລົ້ມ​ລະລາຍ. ກ່ຽວ​ກັບ​ດ້ານ​ພະລັງງານ, ປາ​ກິ​ສະຖານ​ ພວມ​ຕົກ​ຢູ່​ໃນ​ສະພາບ​ວິ​ກິດ​ການ​ພະລັງງານຮ້າຍ​ແຮງ​ທີ່​ສຸດ​ໃນ​ປະຫວັດສາດ. ສະພາບ​ຂາດ​ໄຟຟ້າ (ຕັດ​ໄຟຟ້າ 20ຊົ່ວ​ໂມງ/ວັນ) ​ແລະ ຂາດ​ອາຍ​ແກ​ສ ​ໄດ້​ເຮັດ​ໃຫ້​ປະ​ເທດ​ນີ້​ຕົກ​ເຂົ້າ​ສູ່​ສະພາບ​ວຸ່ນວາຍ, ອັນ​ໄດ້​ເປັນສິ່ງ​ທີ່ກີດຂວາງ​ເຖິງ​ການ​ເຕີບ​​ໂຕ​ເສດຖະກິດ.

​ໃນ​ຂະນະ​ນັ້ນ, ການ​ທ້າ​ທາຍ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ ກໍ່​ຖືກ​ຖື​ວ່າ​ ແມ່ນ​ການ​ທ້າ​ທາຍ​ໃຫຍ່​ຫຼວງ​ທີ່​ສຸດ​ສຳລັບປະທານາທິບໍດີຄົນ​ໃໝ່​ນີ້. ການວາງ​ລະ​ເບີດ, ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຫຼາຍ​ຄັ້ງ ​ໂດຍ​ຕາ​ລີ​ບານ ​ແລະ​ ບັນດາ​ພາກສ່ວນ Al-Qaeda ກໍ່​ຂຶ້ນ ຍັງ​ເກີດ​ຂຶ້ນ​ເປັນ​ປະຈຳ ​ແລະ ນັບ​ມື້​ນັບ​ຫຼາຍ​ກວ່າ. ຫວ່າງ​ແລ້ວ​ນີ້, ປາ​ກິ​ສະຖານ ​ຕ້ອງ​ປຸກລະດົມ​ບັ້ນ​ປາບ​ປາມ​ການກໍ່​ການ​ຮ້າຍ ​ແລະ ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ນະຄອນ​ທ່າ ກາຣາຈີ, ທາງ​ພາກ​ໃຕ້​ປະ​ເທດ​ນີ້. ປາ​ກິ​ສະຖານ​ ກໍ່​ຕົກລົງ​ສ້າງ​ຕັ້ງ​ຄະນະ​ກຳມະການ​ພິ​ເສດ ​ເຊິ່ງລວມມີ​ບັນດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ​ຂັ້ນ​ສູງ ​ແລະ ອົງການ​ສືບ​ລາຊະການ​ລັບ ​ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະການ​ສະກັດ​ກັ້ນ​ການ​ໃຊ້​ຄວາມ​ຮຸນ​ແຮງ, ຮັກສາ​ສັນຕິພາບ​ຢູ່ ກາຣາຈີ.

ຍັງ​ມີ​ພາລະ​ພິ​ເສດ​ໜຶ່ງ​ອີກ ​ເຊິ່ງການ​ນຳ​ຄົນໃໝ່​ຂອງ ປາ​ກິ​ສະຖານ ຕ້ອງ​ປະ​ເຊີນ​ໜ້າ ນັ້ນ​ແມ່ນ​ແກ້​ໄຂ​ການ​ພົວພັນ​ທີ່​ສັບສົນ​ກັບ​ບັນດາ​ປະ​ເທດ​ບ້ານ​​ໃກ້​ເຮື້ອນ​ຄຽງ ​ແລະ ອາ​ເມ​ລິ​ກາ​ ຢ່າງ​ສົມ​ເຫດ​ສົມ​ຜົນ. ສຳລັບ​ອິນ​ເດຍ ​ແລະ ອາບ​ກາ​ນິສະຖານ, ການ​ປະ​ທະ​ກັນທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ຊາຍ​ແດນ​ເກີດ​ຂື້ນ​ເປັນປະຈຳ. ສຳລັບ​ອາ​ເມ​ລິ​ກາ, ການ​ພົວພັນ​ຄູ່​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະຫງົບ​ແມ່ນ​ບໍ່​ດີ​ປານ​ໃດ. ການ​ພົວພັນ​ທັງ​ໝົດ​ເຫຼົ່າ​ນັ້ນ ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ລະມັດລະວັງ ​ແລະ ຕ້ອງ​ມີ​ເວລາ.

ປະທານາທິບໍດີ​ປາ​ກິ​ສະຖານ ​ເຄີຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ເປັນ​ປະທານາທິບໍດີ​ເພື່ອ​ປະຊາຊົນ, ​ແຕ່​ເບິ່ງ​ຄື​ວ່າ​ ເສັ້ນທາງ​ໃນ​ຕໍ່ໜ້າ​ຂອງ​ທ່ານ Mamnoon Husain ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍຢ່າງ, ມັນ​ຮຽກຮ້ອງ​ໃຫ້​ທ່ານ​ຕ້ອງ​ມີ​ບັນດາ​ລັດຖະນະ​ໂຍບາຍ​ທີ່​ແຂງ​ແຮງ ​ເພື່ອ​ຮັບ​ມື​ກັບ​ການ​ທ້າ​ທາຍ​ຢູ່​ພາຍໃນ ​ແລະ ​ນອກ​ປາ​ກິ​ສະຖານ ຖ້າ​ບໍ່​ຄື​ແນວ​ນັ້ນ​ທ່ານ​ຈະ​ຕ້ອງ​ຮັບ​ມື​ກັບ​ວິ​ກິດ​ການ​ຄັ້ງ​ໃໝ່ ​ແລະ ການ​ຕຳ​ນິຕິ​ຕຽນ. ​ໄລຍະ​ເວລາ​ຈະ​ເປັນ​ຄຳ​ຕອບ​ໃຫ້​ແກ່​ຄວາມ​ສາມາດ​ຊີ້​ນຳ​ນຳພາ​ປະ​ເທດ​ຂອງ​ປະທານາທິບໍດີ​ປາ​ກິ​ສະຖານຜູ້​ທີ 12 ​ນີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ