(vovworld) - ເນື້ອໃນປະການຫນຶ່ງທີ່ສຳຄັນຖືກຍົກອອກມາໃນກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 ນັ້ນແມ່ນແຜນຮ່າງປ່ຽນໃຫມ່ ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ. ຈຸດໝາຍຂອງແຜນຮ່າງນີ້ ແມ່ນເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການໃນການສ້າງລັດແຫ່ງອຳນາດຕິຕິບັນຍັດ ສັງຄົມນິຍົມ ຫວຽດນາມ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ແຜນຮ່າງນີ້ພວມດຶງດູດຄວາມສົນໃຈຈາກສະມາຊິກສະພາແຫ່ງຊາດ (ສສຊ) ຫລາຍທ່ານ.
ສສຊ ສ່ວນຫລາຍເຫັນດີກັບບັນດາເນື້ອໃນຂອງແຜນຮ່າງ ໂດຍຄະນະປະຈຳສະພາແຫ່ງຊາດ ຍົກອອກມາ ແລະ ຖືວ່າ: ບັນດາຂົງເຂດຕ້ອງມີການປ່ຽນແປງໃນແຜນຮ່າງດັ່ງກ່າວ ແມ່ນຮອບດ້ານແລ້ວ. ເຖິງຢ່າງໃດກໍຕາມ ຄຳເຫັນຂອງ ສສຊ ຫລາຍທ່ານຖືວ່າ ເລື່ອງປ່ຽນໃຫມ່ຕ້ອງເລີ່ມຕົ້ນຈາກວິທີພົບປະກັບຜູ້ມີສິດເລືອກຕັ້ງ. ທ່ານ Phung Quoc Hien ສສຊ ແຂວງ Yen Bai ເວົ້າວ່າ:
“ຖ້າບໍ່ພົບປະກັບປະຊາຊົນ ພາໄປເຖິງເລື່ອງເກັບກຳຂໍ້ມູນຂ່າວສານບໍ່ຄົບຖ້ວນ. ມີຄຳສະເຫນີຫລາຍຂໍ້ບໍ່ແມ່ນເລີ່ມມາຈາກຜູ້ມີສິດເລືອກຕັ້ງ ຫາກບາງເທື່ອແມ່ນເລີ່ມມາຈາກກຸ່ມຄົນໃດຫນຶ່ງເທົ່ານັ້ນ. ໃນໄລຍະຜ່ານມາ, ເມື່ອລົງພົບປະກັບຜູ້ມີສິດເລືອກຕັ້ງ ພວກຂ້າພະເຈົ້າໄດ້ຮັບຄຳສະເຫນີຫລາຍຂໍ້ ແຕ່ສິດອຳນາດຂອງ ສສຊ ບໍ່ແມ່ນຈະສາມາດແກ້ໄຂທຸກຄຳສະເຫນີໄດ້. ນັ້ນແມ່ນບັນຫາຊຶ່ງເຮັດໃຫ້ອິດທິພົນຊື່ສຽງຂອງ ສສຊ ຖືກຫລຸດລົງ.”
ກ່ຽວກັບການຕິດຕາມກວດກາ, ສສຊ ຫລາຍທ່ານໃຫ້ຄຳເຫັນວ່າ: ໝາກຜົນປ່ອນບັດ ໄວ້ວາງໃຈຕ້ອງໄດ້ຮັບການປະກາດຢ່າງເປີດເຜີຍ. ຖ້າວ່າທ່ານໃດບໍ່ຍາດໄດ້ບັດໄວ້ວາງໃຈກາຍເຄິ່ງຫນຶ່ງເມື່ອທຽບໃສ່ກັບຍອດຈຳນວນ ສສຊ ໃນສອງຄັ້ງຢ່າງລຽນຕິດ ຈະຖືກພິຈາລະນາເພື່ອຍື່ນສະເຫນີຕໍ່ສະພາແຫ່ງຊາດໃຫ້ພົ້ນຕຳແຫນ່ງ. ຄຽງຄູ່ກັນນັ້ນ ເພື່ອໃຫ້ເລື່ອງປ່ອນບັດມີປະສິດທິຜົນ ແລະ ຄຸນນະພາບ ຕ້ອງອີງໃສ່ລາຍການເຄື່ອນໄຫວລະອຽດ. ທ່ານນາງ Le Thi Nga ສສຊ ແຂວງ Thanh Hoa ສະເຫນີວ່າ:
“ກ່ອນທີ່ ສສຊ ປ່ອນບັດເລືອກຕັ້ງ ຕ້ອງມີລາຍການເຄື່ອນໄຫວຢ່າງລະອຽດ. ເມື່ອສ້າງລາຍການແລ້ວ, 1 - 2 ປີຕໍ່ມາ ຈຶ່ງອີງໃສ່ເພື່ອພິຈາລະນາວ່າ ສສຊ ປະຕິບັດລາຍການດັ່ງກ່າວຄືແນວໃດ. ຕາມຂ້າພະເຈົ້າແລ້ວ, ຄວນປ່ອນບັດໄວ້ວາງໃຈຈາກຕຳແຫນ່ງລັດຖະມົນຕີຂຶ້ນໄປ.”
ກ່ຽວຂ້ອງເຖິງການຕິດຕາມກວດກາ, ທ່ານ Truong Van Vo ສສຊ ແຂວງ Dong Nai ສະເຫນີວ່າ ຄວນເພີ່ມທະວີບັນດາການເຄື່ອນໄຫວຕິດຕາມກວດກາ ເພື່ອແກ້ໄຂຄຳຮ້ອງທຸກຮ້ອງຟ້ອງ, ຫລີກລ້ຽງສະພາບຂ້າມຂັ້ນ ແລະ ເພີ່ມທະວີການຕິດຕາມກວດກາແກ້ໄຂຄຳຮ້ອງທຸກຮ້ອງຟ້ອງຂອງຜູ້ມີສິດເລືອກຕັ້ງ. ທ່ານ Vo ກ່າວວ່າ:
“ພວກຂ້າພະເຈົ້າສະເຫນີວ່າ ຄວນເພີ່ມທະວີການເຄື່ອນໄຫວຕິດຕາມກວດກາຂອງອົງການຕຸລາການ ແລະ ແກ້ໄຂການຮ້ອງທຸກ ຮ້ອງຟ້ອງຂອງພົນລະເມືອງ. ຕ້ອງມີການກຳນົດຄວາມຮັບຜິດຊອບ ແລະ ຮູບການແກ້ໄຂ, ລະບຽບກົດໝາຍຢ່າງຈະແຈ້ງເພື່ອນຳໃຊ້ຢ່າງເຂັ້ມງວດສຳລັບອົງການ, ຫົວຫນ່ວຍ, ສ່ວນບຸກຄົນໄດ້ຮັບການຕິດຕາມກວດກາ ແຕ່ບໍ່ປະຕິບັດ ຫລື ປະຕິບັດຢ່າງຊັກຊ້າ.”
ເມື່ອເຕື້ອງເຖິງການເຄື່ອນໄຫວຊັກຖາມ, ຫນຶ່ງໃນບັນດາການເຄື່ອນໄຫວສຳຄັນຂອງສະພາແຫ່ງຊາດໂດຍໄດ້ຮັບຄວາມສົນໃຈຈາກຜູ້ມີສິດເລືອກຕັ້ງ, ຄຳເຫັນຂອງ ສສຊ ຫລາຍທ່ານຖືວ່າ ຄວນສືບຕໍ່ປ່ຽນໃຫມ່. ເຖິງຢ່າງໃດ, ເພື່ອໃຫ້ການເຄື່ອນໄຫວຊັກຖາມມີປະສິດທິຜົນ, ຄວນເລືອກເຟັ້ນໝວດບັນຫາຮ້ອນເຮ່ັງ ຊຶ່ງຫາງສຽງຜູ້ມີສິດເລືອກຕັ້ງ ແລະ ສສຊ ສົນໃຈ. ຄຽງຂ້າງນັ້ນ ຕ້ອງເປີດເຜີຍຜ່ານພາຫະນະສື່ມວນຊົນ ກ່ຽວກັບການເຄື່ອນໄຫວຊັກຖາມ, ອະພິປາຍ. ທ່ານ Truong Minh Hoang ສສຊ ແຂວງ Ca Mau ຍົກຄຳເຫັນວ່າ ຄວນເພີ່ມທະວີການຈັດຕັ້ງກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນດ ໂດຍມີການເຂົ້າຮ່ວມຂອງ ສສຊ ຫລື ກອງປະຊຸມຜ່ານເຄືອຄ່າຍອິນເຕີແນດກັບບັນດາ ສສຊ ສະເພາະກິດ ເພື່ອຮັບເອົາຄຳເຫັນໃສ່ຮ່າງກົດໝາຍຕ່າງໆໃນໄລຍະລະຫວ່າງສອງສະໄໝປະຊຸມ, ຄວນເພີ່ມທະວີເວລາອອກອາກາດບັນດາລາຍການກະຈາຍສຽງ ແລະ ໂທລະພາບ ກ່ຽວກັບສະພາແຫ່ງຊາດ, ສ້າງຊ່ອງໂທລະພາບສະພາແຫ່ງຊາດ ແລະ ສອດຄອ່ງກັບເງື່ອນໄຂຂອງປະເທດຊາດ.
ກອງປະຊຸມສະໄຫມສາມັນເທື່ອທີ 3 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13
ພາບ:internet
|
ທ່ານ Do Manh Hung ສສຊ ແຂວງ Thai Nguyen ຖືວ່າ: ຢາກປ່ຽນໃຫມ່ການເຄື່ອນໄຫວລວມຂອງສະພາແຫ່ງຊາດ ຕ້ອງປ່ຽນໃຫມ່ການເຄື່ອນໄຫວຂອງບັນດາ ສສຊ ນັບແຕ່ຫົວທີ່, ທີສອງແມ່ນການປ່ຽນໃຫມ່ບັນດາອົງການຂອງສະພາແຫ່ງຊາດ. ໃນນັ້ນ ຕ້ອງປ່ຽນໃຫມ່ວາລະປະຊຸມຄັ້ງຕ່າງໆຂອງຄະນະປະຈຳສະພາແຫ່ງຊາດ, ບັນດາກຳມາທິການ ແລະ ວາລະອະພິປາຍ. ທ່ານ Do Manh Hung ເວົ້າວ່າ:
“ໃນຂະບວນວິວັດແຫ່ງການພັດທະນາເສດຖະກິດ ສັງຄົມ ໃນການປະຕິບັດບັນດານະໂຍບາຍກົດໝາຍ, ບັນດາມະຕິຕົກລົງຂອງສະພາແຫ່ງຊາດຊຶ່ງສະພາຊົນເຜົ່າ, ບັນດາກຳມາທິການຂອງສະພາແຫ່ງຊາດເຫັນວ່າມີບັນຫາໃດຊຶ່ງຫາງສຽງສົນໃຈ ຕ້ອງຈັດວາລະອະພິປາຍ ເພຶ່ອສ້າງເງື່ອນໄຂໃຫ້ແກ່ ສສຊ ເຂົ້າໃຈບັນຫາຮີບຮ້ອນຢ່າງເລິກເຊິ່ງ ພ້ອມກັນນັ້ນ ບັນດາກະຊວງຂະແຫນງການກ່ຽວຂ້ອງຕ້ອງອະພິປາຍຄວາມຮັບຜິດຊອບ ແລະ ມາດຕະການແກ້ໄຂບັນຫາຮ້ອນເຮັ່ງນັ້ນ ຢ່າງຈະແຈ້ງ.”
ການປ່ຽນໃຫມ່, ຍົກສູງຄຸນນະພາບການເຄື່ອນໄຫວຂອງສະພາແຫ່ງຊາດຢ່າງມີປະສິດທິຜົນ ນັ້ນແມ່ນແຜນນະໂຍບາຍຢ່າງຖືກຕ້ອງ ບໍ່ພຽງແຕ່ເພື່ອສ້າງສະພາແຫ່ງຊາດໃຫ້ເຂັ້ມແຂງເທົ່ານັ້ນ ຫາກຍັງປະກອບສ່ວນເພື່ອໃຫ້ບັນດາ ສສຊ ປະຕິບັດຄຳໝັ້ນໝາຍຕໍ່ຜູ້ມີສິດເລືອກຕັ້ງເປັນຢ່າງດີອີກດ້ວຍ. ສະນັ້ນ ບັນດາຄຳເຫັນຂອງ ສສຊ ຕາງຫນ້າໃຫ້ຜູ້ມີສິດເລືອກຕັ້ງທົ່ວປະເທດໃນສະໄຫມປະຊຸມຄັ້ງນີ້ ແນ່ນອນວ່າ ຈະປະກອບສ່ວນເພື່ອໃຫ້ສະພາແຫ່ງຊາດປະຕິບັດພາລະບົດບາດ, ຫນ້າທີ່ຂອງຕົນ ດີກວ່າເກົ່າ ນັ້ນແມ່ນສ້າງລັດໂດຍປະຊາຊົນ ແລະ ເພື່ອປະຊາຊົນ.
ນັກຂ່າວ Anh Huyen