ປ່ຽນໃໝ່ວຽກງານຂົນຂວາຍປະຊາຊົນ, ເອົາໃຈໃສ່ເປັນພິເສດເຖິງຂັ້ນຮາກຖານ

(vovworld) – ໃນ​ຕະຫຼອດ 83 ປີຜ່ານມາ, ນັບ​ແຕ່​ພັກ​ກອມ​ມູນິດ​ຫວຽດນາມ​ມີ​ມະຕິ​ທຳ​ອິດ​ກ່ຽວ​ກັບ​ວຽກ​ງານ​ຂົນຂວາຍ​ປະຊາຊົນ, ວຽກ​ງານ​ຂົນຂວາຍ​ປະຊາຊົນຂອງ​ພັກ​ໄດ້​ຮັບ​ຜົນງານ​ອັນ​ໃຫຍ່​ຫຼວງ, ປະກອບສ່ວນ​ປັບປຸງ​ສາຍ​ພົວພັນ​​ເລືອດ​ເນື້ອ​ລະຫວ່າງພັກ ​ແລະ ປະຊາຊົນ, ອັນ​ໄດ້​ຊ່ວຍ​ໃຫ້​ພັກ​ກອມ​ມູນິດ​ຫວຽດນາມ​ເຕົ້າ​ໂຮມ​ກຳລັງ​ແຮງ​ຂອງ​ປະຊາຊົນ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ​ນາໆ​ປະກາດ, ຕີ​ເອົາ​ຊະນະ​ສັດຕູ​ຕ່າງ​ຊາດ ​ແລະ ປະຕິບັດ​ສຳ​ເລັດ​ພາລະກິດ​ປ່ຽນ​ໃໝ່. ປະຈຸ​ບັນ, ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຂອງ​ພັກ​ພວມ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ໃນ​ໄລຍະທີ່​ຫວຽດນາມ​ປະຕິບັດ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ, ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ກັບ​ສາກົນ.

ປ່ຽນໃໝ່ວຽກງານຂົນຂວາຍປະຊາຊົນ, ເອົາໃຈໃສ່ເປັນພິເສດເຖິງຂັ້ນຮາກຖານ - ảnh 1

ການຂົນຂວາຍປະຊາຊົນຢ່າງໃກ້ຊິດ ແລະ ແທດຈິງຂອງລຸງໂຮ່ ຍັງຄົງຮັກສາຄຸນຄ່າເດີມໃນຍຸກປະຈຸບັນ

(ພາບ: ອິນເຕີແນດ)

ລັດຖະນະ​ໂຍບາຍ​ກ່ຽວ​ກັບ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ໃນ​ໄລຍະ​ໃໝ່

​ໂດຍ​ຮັບ​ຮູ້​ໄດ້​ຄວາມ​ຈຳ​ເປັນ ​ແລະ ສຳຄັນ​ຂອງ​ວຽກ​ງານ​ຂົນຂວາຍ​ປະຊາຊົນ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ມີ​ລັດຖະນະ​ໂຍບາຍ​ຫຼາຍ​ສະບັບ ກ່ຽວ​ກັບ​ວຽກ​ງານ​ຂົນຂວາຍ​ປະຊາຊົນ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຂອງ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ໃນ​ແຕ່ລະ​ໄລຍະ​ປະຕິວັດ. ຫວ່າງ​ແລ້ວ​ນີ້, ທີ່​ກອງ​ປະຊຸມ​ຄັ້ງ​ທີ 7 ​ເມື່ອ​ເດືອນ 5/2013, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ຄັ້ງ​ທີ 11 ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເພີ່ມ​ທະວີ ​ແລະ ປ່ຽນ​ໃໝ່​ການ​ຊີ້​ນຳ, ນຳພາ​ຂອງ​ພັກ​ທີ່​ມີ​ຕໍ່​ວຽກ​ງານ​ຂົນຂວາຍ​ປະຊາຊົນ. ຕາມ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ່ຈ້ອງ, ​ໃນ​ເງື່ອນ​ໄຂ​ພັກ​ກຳ​ອຳນາດ, ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນ​ຢັດ, ພັດທະນາ​ເສດຖະກິດ​ຕະຫຼາດ, ​ເຊື່ອມ​ໂຍງ​ກັບ​ສາກົນ, ​ມີ​ຫຼາຍ​ບັນຫາ​ໃໝ່​ທີ່​ຫາ​ກໍວາງ​ອອກ​​ໄດ້​ກະທົບ​ເຖິງ​ແນວ​ຄິດ, ຈິດ​ໃຈ, ຊີວິດຂອງ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ. ມີ​ແຕ່​ປ່ຽນ​ໃໝ່ ​ແລະ ​ເຮັດ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ເປັນ​ຢ່າງ​ດີ, ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ພັກ, ​ເພີ່ມ​ທະວີ​ສາຍ​ພົວພັນ​ລະຫວ່າງ​ພັກ​ກັບ​ປະຊາຊົນ ກໍ່​ຄື​ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກ​ຄີ​ທົ່ວ​ປວງ​ຊົນ​ເທົ່າ​ນັ້ນ, ຈຶ່ງ​ສາມາດ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ອັນ​ໃຫຍ່​ຫຼວງ​ຂອງ​ທົ່ວ​ປວງ​ຊົນ​ເພື່ອ​ຮັບ​ໃຊ້​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໄດ້. ກ່ຽວ​ກັບ​ວຽກ​ງານ​ຂົນຂວາຍ​ປະຊາຊົນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າ:

ຕ້ອງ​ຊາບ​ຊືມ​ແນວ​ຄິດ​ຂອງ​ປະທານ ​ໂຮ່ຈີ​ມິນ ​ແລະ ບັນດາ​ທັດສະນະ​ຂອງ​ພັກ​ກ່ຽວ​ກັບ​ການ​ຂົນຂວາຍ​ປະຊາຊົນ, ກ່ຽວ​ກັບ​ບັນຫາ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດຢ່າງ​ເລິກ​ເຊິ່ງ. ພິ​ເສດ​ແມ່ນ​ຕ້ອງ​ເຄົາລົບ​ນັບຖື ​ແລະ ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ​ຢ່າງ​ຄົບ​ຖ້ວນ; ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ. ​ເອົາ​ໃຈ​ໃສ່​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ; ​ເຄົາລົບ​ປະຊາຊົນ, ​ໃກ້ຊິດ​ກັບ​ປະຊາຊົນ, ​ເຂົ້າ​ໃຈ​ປະຊາຊົນ​, ​ເຊື່ອ​ໝັ້ນ​ປະຊາຊົນ. ອັນ​ໃດ​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ປະຊາຊົນ​ຈຶ່ງ​ເຮັດ. ອັນ​ໃດ​ກໍ່​ຜົນ​ຮ້າຍ​ເຖິງ​ປະຊາຊົນ​ແມ່ນ​ບໍ່​ໄດ້​ເຮັດ, ຕ້ອງ​ປັບປຸງ​ພັກ​ເປັນ​ປະຈຳ, ກໍ່ສ້າງ​ພັກ, ລັດ, ອຳນາດ​ການ​ປົກຄອງ​ປອດ​ໃສ, ໝັ້ນຄົງ. ທັດສະນະ, ​ແຜນ​ນະ​ໂຍບາຍ​ທັງ​ໝົດ​ຂອງ​ພັກ, ກົດໝາຍ, ນະ​ໂຍບາຍ​ຂອງ​ລັດ ​ແມ່ນ​ຕ້ອງ​ເພື່ອ​ປະຊາຊົນ, ​ເລີ່​ມມາ​ຈາກ​ຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ມຸ້ງ​ມາດ​ປາຖະໜາ​ອັນ​ຊອບ​ທຳຂອງ​ປະຊາຊົນ. ພະນັກງານ​ສະມາຊິກ​ພັກ, ລັດຖະກອນ, ພາລະ​ກອນ​ຕ້ອງ​ເປັນ​ແບບຢ່າງ, ສຸດ​ຈິດ​ສຸດ​ໃຈ​ກັບ​ວຽກ​ງານ, ​ເວົ້າ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ກະທຳ ​ເພື່ອ​ໃຫ້​ປະຊາຊົນ​ເຊື່ອ​ໝັ້ນ ​ແລະ ປະຕິບັດ​ຕາມ“.

ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຂັ້ນ​ຮາກ​ຖານ

ພາຍຫຼັງ​ກອງ​ປະຊຸມ​ຄັ້ງ​ທີ 7, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ຊຸດ​ທີ 11 ​ໄດ້​ມີ​ມະຕິ​ເລກທີ 25 ກ່ຽວ​ກັບ​ເພີ່ມ​ທະວີ​ການນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ສຳລັບ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ໃນ​ສະພາບ​ການ​ໃໝ່. ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ​ພວມ​ສົມທົບ​ກັບ​ບັນດາ​ຄະນະ, ຂະ​ແໜງ​ການ, ອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ທ້ອງ​ຖີ່​ນ, ຫົວໜ່ວຍຕ່າງໆ ຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິ​ນີ້, ຕາມ​ທິດ​ທັງ​ເພີ່ມ​ທະວີ, ທັງ​ປ່ຽນ​ໃໝ່​ວຽກ​ງານ​ຂົນຂວາຍ​ປະຊາຊົນ. ປ້າ ອ໋ຽນ​ແຄງ, ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ນະຄອນ​ບັກ​ຢາງ, ​ແຂວງ​ບັກ​ຢາງ, ​ໃຫ້​ຮູ້​ວ່າ:

ພວກ​ຂ້າພະ​ເຈົ້າ​ປ່ຽນ​ໃໝ່​ວຽກ​ງານ​​ໂຄສະນາ, ຂົນຂວາຍ. ສຳລັບ​ວຽກ​ງານ​ລະອຽດ, ທັງ​ລະບົບ​ການ​ເມືອງ​ຕ້ອງຈັດການປະຊຸມ, ​ແບ່ງ​ງານ​ຢ່າງ​ລະອຽດ. ນອກ​ນັ້ນ, ຈຳ​ເປັນ​ຕ້ອງ​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ປະຊາຊົນ​ຈຶ່ງ​ສາມາດ​ປະຕິບັດ​ວຽກ​ງານ​ຢ່າງ​ມີ​ປະສິດທິ​ຜົນ​ໄດ້“.

ປ່ຽນໃໝ່ວຽກງານຂົນຂວາຍປະຊາຊົນ, ເອົາໃຈໃສ່ເປັນພິເສດເຖິງຂັ້ນຮາກຖານ - ảnh 2

ວຽກງານຂົນຂວາຍປະຊາຊົນ ແມ່ນຕ້ອງປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ
(ພາບ: ອິນເຕີແນດ)

ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ຮຽກຮ້ອງ​ສືບ​ຕໍ່​ຍົກ​ສູງ​ຄວາມ​ຮູ້​ໃຫ້​ຖັນ​ແຖວ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ ກ່ຽວ​ກັບ​ທີ່​ຕັ້ງ, ບົດບາດ​ຂອງ​ວຽກ​ງານ​ຂົນຂວາຍ​ປະຊາຊົນ. ​ໄປ​ຄຽງ​ຄູ່​ກັນ​ນັ້ນ, ບັນດາ​ທ້ອງ​ຖີ່​ນຕ້ອງ​ສຸມ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ທີ່​ເຄັ່ງຮ້ອນ​ໃນ​ໝູ່​ປະຊາຊົນ, ພິ​ເສດ​ແມ່ນ​ຊີວິດ​ການ​ເປັນ​ຢູ່, ວຽກ​ເຮັດ​ງານ​ທຳ, ການ​ບຸກ​ເບີກ​ໜ້າ​ພຽງ, ການຊົດ​ເຊີຍ​ທີ່​ດິນ, ​ແກ້​ໄຂ​ຄຳ​ຮ້ອງທຸກ, ຮ້ອງ​ຟ້ອງ​ຂອງ​ປະຊາຊົນ, ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ​ແກ້​ໄຂ​ສະພາບ​ຫຍໍ້​ທໍ້, ອຸບັດ​ຕິ​ເຫດ​ທາງ​ຄົມມະນາຄົມ, ​ໄພ​ສັງຄົມ, ຮັບປະກັນ​ຊີວິດ​ສັງຄົມ​ຢ່າງ​ມີ​ປະສິດທິ​ຜົນ. ນອກ​ນັ້ນ, ຄວນ​ຍູ້​ແຮງ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ໃນ​ໝູ່​ປະຊາຊົນ, ປ່ຽນ​ໃໝ່​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ - ສັງຄົມ, ອົງການ​ຈັດ​ຕັ້ງ​ມະຫາຊົນ. ປັບປຸງ, ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ຂົນຂວາຍ​ປະຊາຊົນ​ຂອງ​ບັນດາ​ອົງການ, ຫົວໜ່ວຍ ​ແລະ ຖັນ​ແຖວ​ພະນັກງານ​ທີ່​ເຮັດ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ໃນ​ທົ່ວ​ລະບົບ​ການ​ເມືອງ, ພິ​ເສດ​ແມ່ນ​ໃນ​ບັນດາ​ອົງການ​ບໍລິຫານ​ລັດ, ບັນດາ​ພະນັກງານ​ທີ່​ມີ​ການ​ພົວພັນ, ພົບ​ປະ​ໂດຍ​ກົງ​ກັບ​ປະຊາຊົນ​ເປັນ​ປະຈຳ. ປ່ຽນ​ໃໝ່​ແບບ​ແຜນການ​ເຮັດ​ວຽກ, ຕ້ອງ​ໃກ້ຊິດ​ກັບ​ປະຊາຊົນ, ນັບຖື​ປະຊາຊົນ, ນຳ່​ຮຽນ​ປະຊາຊົນ. ປະຕິບັດ​ລະບຽບ​ການ​ປະຊາທິປະ​ໄຕ​ໃນ​ຂັ້ນ​ຮາກ​ຖານ​ເປັນ​ຢ່າງ​ດີ…

ບັນດາ​ທັດສະນະ, ​ແຜນ​ນະ​ໂຍບາຍ, ກົນ​ໄກ, ນະ​ໂຍບາຍ​ຂອງ​ລັດ​ຫວຽດນາມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ ​ແລະ ລັກສະນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ວຽກ​ງານ​ຂົນຂວາຍ​ປະຊາຊົນ ​ແມ່ນ​ເພື່ອ​ປະຊາຊົນ, ​ເບິ່ງ​ແຍງ​ດູ​ແລ, ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ ​ແລະ ​ເປີດ​ກວ້າງ​ປະຊາທິປະ​ໄຕ, ​ເສີມ​ຂະຫຍາຍ​ບົດບາດ, ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ. ​ເມື່ອ​ແນວ​ຄິດ​ຂອງ​ພັກ ​ເໝາະ​ສົມ​ກັບຈິດ​ໃຈ​ຂອງ​ປະຊາຊົນ, ໝາຍ​ຄວາມ​ວ່າ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ບັນລຸ​ໄດ້​ປະສິດທິ​ຜົນ ​ແລະ ຈະ​ສ້າງ​ເປັນ​ບາດກ້າວ​ຫັນປ່ຽນ​ຢ່າງ​ແຮງ​ໃນ​ການ​ພັດທະນາ​ເສດຖະກິດ, ສັງຄົມກໍ່​ຄື​ການສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ