(vovworld) – ມາຮອດປະຈຸບັນ, ພາຍຫຼັງ 2 ກວ່າປີ, ນັບແຕ່ເກີດຂະບວນການລະດູບານໃໝ່ອາຮັບ, ສະພາບການຢູ່ບັນດາປະເທດທີ່ຖືກຜົນສະທ້ອນຈາກຂະບວນການນີ້, ໂດຍລະອຽດແມ່ນ: ຕາເວັນອອກກາງ ແລະ ອາຟະລິກາເໜືອ ຍັງຄົງຂາດສະຖຽນລະພາບທາງການເມືອງ, ກີດການແບ່ງແຍກກັນໃນສັງຄົມ ແລະ ເສດຖະກິດຖືກຫຼຸດລົງ. ຄວາມມືດມົວພວມປົກຄຸມໄປທົ່ວເຂດນີ້ ພາຍຫຼັງທຸກສິ່ງທຸກຢ່າງທີ່ຝ່າຍຕາເວັນຕົກເອີ້ນວ່າ ລະດູບານໃໝ່ອາຮັບ.ຄວາມມືດມົວພວມປົກຄຸມໄປທົ່ວພາກພື້ນນີ້ ພາຍຫຼັງທຸກສິ່ງທຸກຢ່າງທີ່ຝ່າຍຕາເວັນຕົກເອີ້ນວ່າ ລະດູບານໃໝ່ອາຮັບ.
ສະພາບການເມືອງ, ສັງຄົມຂອງບັນດາປະເທດຕາເວັນອອກກາງ ແລະ ອາຟະລິກາເໜືອ ພາຍຫຼັງ 2 ກວ່າປີທີ່ຜ່ານມາ, ນັ້ນແມ່ນຂາດສະຖຽນລະພາບ, ກໍ່ຄວາມແບ່ງແຍກກັນໃນສັງຄົມ, ມີຄວາມຂັດແຍ່ງກັນລະຫວ່າງເຊື້ອຊາດຜີວພັນ ແລະ ສາສະໜາ. ຢູ່ຫຼາຍປະເທດ, ປະຊາຊົນໄດ້ແຫ່ຂະບວນທວງໃຫ້ຍົກເລີກລັດຖະບານໃໝ່ ໂດຍເຂົ້າເຂົ້າເອງເປັນຜູ້ສ້າງຕັ້ງຂຶ້ນ, ຍ້ອນຖືວ່າລັດຖະບານໃໝ່ນີ້ບໍ່ສາມາດເຮັດໃຫ້ມີການປ່ຽນແປງອັນຕັ້ງໜ້າໃດໆ. ຊ້ຳບໍ່ໜຳ, ເຂົາເຈົ້າເອງກໍ່ມີຄວາມຂັດແຍ່ງກັນ ເພື່ອຮັກສາຄວາມຍຸຕິທຳ ແລະ ປະຊາທິປະໄຕ, ກໍ່ຄືທຸກສິ່ງທຸກຢ່າງທີ່ຖືວ່າແມ່ນຄຸນຄ່າຢ່າງແທ້ຈິງຂອງລະດູບານໃໝ່ອາຮັບ. ສິ່ງດັ່ງກ່າວໄດ້ພາໃຫ້ສະພາບການຢູ່ຕາເວັນອອກກາງ ແລະ ອາຟະລິກາເໜືອ ສັບສົນຂຶ້ນຕື່ມ ແລະ ສ້າງຄວາມສົນໃຈໃຫ້ທົ່ວໂລກ. ຢູ່ອີຢີບ, ການແຫ່ຂະບວນປະທ້ວງຖືກຈັດຂຶ້ນເປັນປະຈຳ, ນັບແຕ່ປະທານາທິບໍດີ Hosni Mubarak ຖືກໂຄ່ນລົ້ມ, ອັນໄດ້ສົ່ງຜົນສະທ້ອນຢ່າງໜັກໜ່ວງເຖິງເສດຖະກິດ ແລະ ການທ່ອງທ່ຽວຂອງປະເທດນີ້. ຄວາມເຄັ່ງຕຶງທາງດ້ານການເມືອງຍ້ອນການໂຕ້ຖຽງກັນຕ່າງໆ ທີ່ກ່ຽວຂ້ອງເຖິງເລື່ອງສະພາບັນດາກຳລັງປະກອບອາວຸດສູງສຸດຖອຍຕົວ, ການເລືອກຕັ້ງສະພາແຫ່ງຊາດ ແລະ ເລືອກຕັ້ງປະທານາທິບໍດີ, ການຍຸບເລີກສະພາແຫ່ງຊາດ ແລະ ການສ້າງລັດຖະທຳມະນູນສະບັບໃໝ່ ໄດ້ເຮັດໃຫ້ລະດັບສະສົມເງິນຕາຕ່າງປະເທດຂອງອີຢີບຫຼຸດລົງກວ່າເຄິ່ງໜຶ່ງ, ໄພວ່າງງານເພີ່ມຂຶ້ນ, ລະດັບຂາດດຸນງົບປະມານເພີ່ມຂຶ້ນປະມານ 27,5%.
ຊີຮີ ກໍ່ແມ່ນປະເທດຖືກຜົນສະທ້ອນຢ່າງຮ້າຍແຮງຈາກລະດູບານໃໝ່ອາຮັບ. ສະພາບການປະທະກັນລະຫວ່າງກຳລັງສະໜັບສະໜູນປະທານາທິບໍດີ Basa Al Assad ແລະ ຝ່າຍຄ້ານ ໄດ້ເຮັດໃຫ້ 42.000 ກວ່າຄົນເສຍຊີວິດ. ສະພາບເສິກກາງເມືອງໄດ້ເຮັດໃຫ້ ຊີຮີ ສືບຕໍ່ກາຍເປັນສະໜາມຮົບແຫ່ງການປະທະກັນລະຫວ່າງເຊື້ອຊາດຜີວພັນ, ກໍ່ຄືຝ່າຍຕ່າງໆ. ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບຊົ່ວຮ້າຍລົງ. ສະຫະປະຊາຊາດ ໄດ້ກ່າວເຕືອນວ່າ, ໄພອຶດຫີວຢູ່ຊີຮີ ອາດຈະພາໃຫ້ປະຊາຊົນປະມານ 1 ລ້ານຄົນຂາດທັນຍາຫານໃນລະດູໜາວນີ້. ໃນຂະນະນັ້ນປະຊາຊົນຊີຮີ ນັບລ້ານຄົນຕ້ອງອົບພະຍົບຢູ່ບັນດາປະເທດໃກ້ຄຽງ.
ສະພາບການຢູ່ລີບີ ກໍ່ເຊັ່ນດຽວກັນ. ເຖິງວ່າປະເທດນີ້ໄດ້ຈັດການເລືອກຕັ້ງປະຊາທິປະໄຕຄັ້ງທຳອິດນັບແຕ່ທ່ານ Gaddafi ຖືກປົດອອກຈາກຕຳແໜ່ງ, ແຕ່ການຕໍ່ສູ້ຍາດເອົາສິດອຳນາດລະຫວ່າງລັດຖະບານໃໝ່ໃນປະຈຸບັນ ແລະ ກຳລັງທະຫານປະກອບອາວຸດນັບຮ້ອຍກອງ ສືບຕໍ່ເປັນການກີດຂວາງວິວັດການສ້າງສະຖຽນລະພາບຢູ່ ລີບີ. ຊາວລີບີນັບໝື່ນຄົນຕ້ອງໄປອົບພະຍົບ. ຍັງມີເຫດການໜຶ່ງອີກນັ້ນແມ່ນການບຸກໂຈມຕີໃສ່ສະຖານກົງສູນຂອງອາເມລິກາປະຈຳ Benghazi, ເຮັດໃຫ້ຊາວອາເມລິກາ 4 ຄົນເສຍຊີວິດ, ໃນນັ້ນມີທ່ານເອກອັກຄະລັດຖະທູດ Chris Stevens ໃນວັນທີ 11/9/2012 , ສິ່ງດັ່ງກ່າວໄດ້ພິສູດໃຫ້ເຫັນຄວາມຂາດສະຖຽນລະພາບ ພາຍຫຼັງການໂຄ່ນລົ້ມອຳນາດການປົກຄອງຂອງທ່ານ Gaddafi.
ຢູ່ Tunisia, ແຫ່ງເລີ່ມຕົ້ນຂະບວນການລະດູບານໃໝ່ອາຮັບ ກໍ່ພວມປະສົບກັບໄພຂາດສະຖຽນລະພາບ, ອັດຕາສ່ວນວ່າງງານ ກໍ່ຄືໄພສໍ້ລາດບັງຫຼວງເພີ່ມຂຶ້ນ ແລະ ບັນດາອົງການຈັດຕັ້ງອິດສະລາມຫົວຈັດໄດ້ຮັບການພັດທະນາຢ່າງແຮງ. ສະພາວະສຸກເສີນຖືກປະກາດເປັນປະຈຳຢູ່ປະເທດອາຟະລິກາເໜືອ ນີ້.
ໃນສະພາບການດັ່ງກ່າວ, ບົດລາຍງານໂດຍກອງທຶນເງິນຕາສາກົນ (IMF) ປະກາດຫວ່າງແລ້ວນີ້ສະແດງໃຫ້ເຫັນວ່າ, ບັນດາພື້ນຖານເສດຖະກິດທີ່ຖືກຜົນສະທ້ອນຈາກລະດູບານໃໝ່ອາຮັບ ຢູ່ຕາເວັນອອກກາງ ແລະ ອາຟະລິກາສ່ວນຫຼາຍແມ່ນໄດ້ຮັບການຟື້ນຕົວຢ່າງຊັກຊ້າ, ດ້ວຍອັດຕາໄພເງິນເຟີ້ ແລະ ວ່າງງານເພີ່ມຂຶ້ນສູງ. ສາຍເຫດແມ່ນຍ້ອນຜົນຮ້າຍຢ້ອນຫຼັງ ເຊິ່ງບັນດາພື້ນຖານເສດຖະກິດນີ້ຕ້ອງຮັບຈາກຄວາມຂາດສະຖຽນລະພາບໃນສັງຄົມ. ນອກນັ້ນລະດັບເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ສະເລ່ຍຢູ່ບັນດາປະເທດອີຢີບ, Tunisia, Yemen ຄາດວ່າແມ່ນ 3,6%, ຕຳ່ກວ່າຫຼາຍເມື່ອທຽບໃສ່ລະດັບເຕີບໂຕ 4,7% ຂອງປີ 2010. IMF ກໍ່ໄດ້ກ່າວເຕືອນວ່າໄພເງິນເຟີ້ຢູ່ປະເທດເຫຼົ່ານັ້ນອາດຈະເພີ່ມຂຶ້ນໃນລະດັບ 8,6% ໃນປີ 2013 ແລະ ແມ່ນລະດັບສູງສຸດນັບແຕ່ປີ 2008 ມາຮອດປະຈຸບັນ.
ຫວນຄືນທຸກສິ່ງທຸກຢ່າງທີ່ເກີດຂຶ້ນຢູ່ບັນດາປະເທດທີ່ຖືກຜົນສະທ້ອນຈາກລະດູບານໃໝ່ອາຮັບ, ພິເສດແມ່ນໃນປີ 2012, ນັກໄຈ້ແຍກຫຼາຍທ່ານໄດ້ໃຫ້ຂໍ້ສັງເກດວ່າ, ປີ 2013 ສະພາບການຢູ່ປະເທດເຫຼົ່ານັ້ນຈະບໍ່ໄດ້ດີກວ່າ, ຫາກຍັງຂາດສະຖຽນລະພາບ, ແລະ ມີຄວາມແບ່ງແຍກກັນ. ນີ້ແມ່ນຜົນຮ້າຍຢ້ອນຫຼັງເຊິ່ງວົງການນັກສັງເກດການສາກົນເອີ້ນວ່າລະດູບານໃໝ່ອາຮັບ.