ພິທີໄຫວ້ບູຊາບັນດາເຈົ້າຊີວິດຮຸ່ງ - ຄວາມງາມດ້ານວັດທະນະທຳ ແຫ່ງຈິດວິນຍານຫວຽດນາມ

ພິ​ທີ​ໄຫວ້​ບູ​ຊາ​ບັນ​ດາເຈົ້າຊີ​ວິດ​ຮຸ່ງ ຂອງ​ທັງ​ຊາດ​ຫວຽດ​ນາມ, ຍາມ​ໃດ​ກໍ​ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ຊາວ​ຫວຽດ​ນາມ​ແຕ່​ລະ​ຄົນ. ເຖິງວ່າ​ຈະ​ຢູ່​ໃກ້ຫຼື​ໄກ, ຮອດ​ວັນ​ທີ 10 ເດືອນ 3 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ, ຊາວ​ຫວຽດ​ນາມ​ກໍ​ລ້ວນ​ແຕ່ອ​ວາຍ​ໜ້າ​ເມືອ​ຫາກົກ​ເຄົ້າ​ເຫງົ້າ​ກໍ​ຢູ່​ທີ່​ພະ​ວິ​ຫານ​ເຈົ້າ​ຊີ​ວິດ​ຮຸ່ງ ໃນ​ຕາ​ແສງ ຮີ​ເກືອງ, ເມືອງ ເລີມ​ທາວ ແຂວງ ຟູ້​ເຖາະ. ຢູ່​ແຫ່ງນີ້ ກໍ​ແມ່ນ​ສັນ​ຍາ​ລັກ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ແຫ່ງ​ຊາດ​ຫວຽດ​ນາມ. 

ພິທີໄຫວ້ບູຊາບັນດາເຈົ້າຊີວິດຮຸ່ງ - ຄວາມງາມດ້ານວັດທະນະທຳ ແຫ່ງຈິດວິນຍານຫວຽດນາມ - ảnh 1
ພິ​ທີ​ໄຫວ້​ບູ​ຊາ​ບັນ​ດາເຈົ້າຊີ​ວິດ​ຮຸ່ງ ແລະ ງານ​ບຸນ​ວິ​ຫານ​ຮຸ່ງ

     ພິ​ທີ​ໄຫວ້​ບູ​ຊາ​ບັນ​ດາເຈົ້າຊີ​ວິດ​ຮຸ່ງ ແລະ ງານ​ບຸນ​ວິ​ຫານ​ຮຸ່ງ ແມ່ນ​ເຫດ​ການ​ປະ​ຈຳ​ປີຖືກ​ຈັດ​ຂຶ້ນ ຢູ່​ທີ່​ພະ​ວິ​ຫານ​ເຈົ້າ​ຊີ​ວິດ​ຮຸ່ງ ໃນ​ຕາ​ແສງ ຮີ​ເກືອງ, ເມືອງ ເລີມ​ທາວ ແຂວງ ຟູ້​ເຖາະ, ແນ​ໃສ່​ສຶກ​ສາ​ອົບ​ຮົມ​ຊາວ​ຫວຽດ​ນາມ​ລຸ່ນ​ຕ່າງໆ​ກ່ຽວ​ກັບ​ມູນ​ເຊື້ອ​ຮັກ​ຊາດ, ຫຼັກ​ສິນ​ທຳ​: “ກິນ​ເຂົ້າຄິດ​ຮອດ​ຄຸນ​ນາ ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ” , ຮູ້​ບຸນ​ຄຸນ​ຢ່າງ​ເລິກ​ເຊິ່ງ​ຕໍ່ ບັນ​ດາເຈົ້າຊີ​ວິດ​ຮຸ່ງຊຶ່ງ​ໄດ້​ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ການກໍ່​ຕັ້ງ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ພິ​ທີ​ໄຫວ້​ບູ​ຊາ​ບັນ​ດາເຈົ້າຊີ​ວິດ​ຮຸ່ງ ແມ່ນ​ວັນ​ບຸນ​ລວມ​ຂອງ​ທັງ​ຊາດ​ຫວຽດ​ນາມ.

    ກົກ​ເຄົ້າ​ເຫງົ້າ​ກໍ​ແຫ່ງ​ນ້ຳ​ໃຈ​ສາ​ມັກ​ຄີ​ທັງ​ຊາດ

  ສະ​ໄໝ​ລາດ​ຊະ​ວົງ​ຮຸ່ງ ແມ່ນ​ໄລ​ຍະທີ່​ສຳ​ຄັນ​ໃນ​ປະ​ຫວັດ​ສາດ​ຂອງ​ຊາດ​ຫວຽດ​ນາມ. ໄລ​ຍະ​ນີ້​ໄດ້​ສ້າງ​ພື້ນ​ຖານ​ຂອງ​ຊາດ, ວັດ​ທະ​ນະ​ທຳ​ຫວຽດ​ນາມ ແລະ ມູນ​ເຊື້ອ​ຮັກ​ຊາດ. ພິ​ທີ​ໄຫວ້​ບູ​ຊາ​ບັນ​ດາເຈົ້າຊີ​ວິດ​ຮຸ່ງ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ພິ​ທີ​ກຳ​ລະ​ດັບ​ຊາ​ດ, ສະ​ແດງ​ໃຫ້​ເຫັນ​ແຈ​້ງ​ກ່ຽວ​ກັບ ຫຼັກ​ສິນ​ທຳ​: “ກິນ​ເຂົ້າຄິດ​ຮອດ​ຄຸນ​ນາ ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ” , ປຽບ​ເໝືອນ​ນ້ຳ​ໃຈ​ວັດ​ທະ​ນະ​ທຳ​ຫວຽດ​ນາມ. ເບິ່ງ​ຄື​ວ່າ ບໍ່​ມີ​ຊາດ​ໃດ​ໃນ​ໂລກນີ້ ມີ​ຕົ້ນ​ກຳ​ເນີດ, ບັນ​ພະ​ບຸລຸດຮ​່ວມ ແລະ ວັນ​ໄຫວ້​ບູ​ຊາ​​ບັນ​ພະ​ບຸ​ລຸດຮ່ວມ. ຈາກ​ເລື່ອງ​ເທບ​ນິ​ຍາຍ, ພະ​ແມ່​ເອົາ​ເກີ​ປະ​ສູດ​ອອກ​ໄຂ່ 100 ໜ່ວຍ, ໃນ​ນັ້ນ, ມີ​​ບຸດຊາຍ 50 ຄົນ ໄດ້​ເດີນ​ຕາມ​ພະບິ​ດາ ລົງ​ມະ​ຫາ​ສະ​ໝຸດ, ສ່ວນ​ບຸດສາວ 50 ຄົນ ໄດ້​ເດີນ​ຕາມ​ພະ​ແມ່​ເອົາ​ເກີ​ເຂົ້າ​ໄປປ່າ ທຳ​ມາ​ຫາ​ກິນ. ເລື່ອງນີ້​ໄດ້​ປຸກ​ລຸກ​ນ້ຳໃຈ​ແຫ່ງ​ຊາດ ແລະ ຜູກ​ຮັດ​ຊາວ​ຫວຽດ​ນາມ​ກາຍ​ເປັນ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ. ທ່ານ​ນາງ Kathertine Muller Marin ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ອົງ​ການ UNESCO ປະ​ຈຳ​ຫວຽດ​ນາມ​ຖື​ວ່າ : 

    “ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ເຊື່ອ​ໝັ້ນ​ວ່າ : ເຂົາ​ເຈົ້າ​ໄດ້​ກຳ​ເນີດ​ຂຶ້ນ​ຈາກ​ໄຂ່​ວິ​ເສດຂອງ​ພະ​ແມ່​ເອົາ​ເກີນີ້, ດັ່ງ​ນັ້ນ, ຊາວ​ຫວຽດ​ນາມ​ທຸກໆ​ຄົນ ຕ່າງ​ກໍ​ມີ​ກົກ​ເຄົ້າ​ເຫງົ້າ​ກໍ, ບັນ​ພະ​ບຸ​ລຸດ​ດຽວ​ກັນ. ພິ​ທີ​ໄຫວ້​ບູ​ຊາ​ບັນ​ດາເຈົ້າຊີ​ວິດ​ຮຸ່ງ ເປັນ​ການບອກ​ເຕືອນກ່ຽວ​ກັບ​ຄ​ວາມ​ສຳ​ຄັນຂອງ​ຄວາມ​ສາ​ມັກ​ຄີ ແລະ ຄວາມ​ເປັນ​ເອ​ກະ​ພາບ​ສຳ​ລັບ​ຊາດ​ຫວຽດ​ນາມ ກໍ​ຄື​ຄວາມ​ສຳ​ຄັນ​ທີ່​ມີ​ຕໍ່​ການ​ຮັບ​ຮອງ​ບັນ​ດາ​ຄຸນ​ຄ່າ​ຂອງ​ຄວາມ​ມີຫຼາຍ​ຮູບຫຼາຍ​ແບບ​ທີ່​ເປັນ​ເອ​ກະ​ພາບ​ຍ້ອນ​ມີ​ກົກ​ເຄົາ​ເຫງົ້າ​ກໍ​ດຽວ​ກັນ, ສາຍ​ພົວ​ພັນ​ທີ່​ກຳ​ເນີດ​ມາ​ຈາກ​ຄວ​າມ​ຮັກ, ລະ​ຫວ່າງ​ພະ​ແມ່​ເອົາ​ເກີ ແລະ ພະ​ບິ​ດາ ຫຼາກ​ລອງກວນ. ຄວາມ​ເຊື່ອ​ໝັ້ນ​ນີ້ ຈະ​ຕິດ​ພັນ​ກັບ​ຊາດ​ຫວຽດ​ນາມ ແລະ ເຮັດ​ໃຫ້​ທຸກໆ​ຄົນ​ມີ​ຊີ​ວິດ​ຢູ່​ຮ່ວມ​ກັນ, ພ້ອມ​ກັນ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ ຄວາມມີຫຼາຍ​ຮູບຫຼາຍ​ສີ​ດ້ານ​ວັດ​ທະ​ນະ​ທຳ ”

   ຄຳ​ສັ່ງ​ສອນ​ຂອງ​ທ່ານ​ປະ​ທານ​ໂຮ່​ຈິ​ມິ​ນ ໃນ​ການ​ໂອ້​ລົມ​ກັບ​ພະ​ນັກ​ງານ​ນັກ​ຮົບ ກອງ​ກຳ​ລັງ​ນຳ​ໜ້າ ເມື່ອ​ວັນ​ທີ 19/9/1954 ຢູ່​ວິ​ຫານ​ຮຸ່ງ ທີ່ວ່າ : “ ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງໄດ້​ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ການກໍ່​ຕັ້ງ​ປະ​ເທດ​ຊາດ, ລຸງ ແລະ ພວກຫຼານ​ຕ້ອງ​ພ້ອມ​ກັນ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ  ” . ຄຳ​ສັ່ງ​ສອນນີ້ ຍາມ​ໃດ​ກໍ​ໄດ້​ຮັບ​ການ​ຈົດ​ຈຳ​ຈາກ​ຊາວ​ຫວຽດ​ນາມ.

     ດ້ວຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ ແລະ ຄວາມ​ໝາຍ​ປະ​ຫວັດ​ສາດ​ທີ່​ພົ້ນ​ເດັ່ນ, ເດືອນ 12/2012, ອົງ​ການ UNESCO ໄດ້​ຮັບ​ຮອງ​ການ​ເຫຼື້ອມ​ໃສ​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງຢູ່​ແຂວງ​ຟູ້​ເຖາະ ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ ເປັນ​ຕົວ​ແທນຂອງມວນ​ມະ​ນຸດຢ່າງ​ເປັນ​ທາງ​ການ. ຂໍ້​ຕົກ​ລົງ​ຂອງ ອົງ​ການ UNESCO ໄດ້​ຊີ້​ແຈ້ງວ່າ : “ການ​ເຫຼື້ອມ​ໃສ​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ ແມ່ນ​ການ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​ບັນ​ພະ​ບຸ​ລຸດ​, ຈາກນັ້ນ ກໍ​ເຊີດ​ຊູ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ຊາດ ແລະ ເຊື່ອມ​ຕໍ່ວົງ​ຄະ​ນະ​ຍາດ ”

     ເຊື່ອມ​ຕໍ່​ລະ​ຫວ່າງຊາວ​ຫວຽດ​ນາມ​ທຸກ​ຄົນ ຈາກ​ແນວ​ຄິດ​ຈິດ​ໃຈ​ຕະຫຼອດ​ຮອດ​ວຽກ​ງານ​ທຸກ​ຢ່າງ

   ໃນ​ສະ​ຕ​ິ​ຄວາມ​ຮັບ​ຮູ້​ຂອງ​ຊາວ​ຫວຽດ​ນາມ​ແຕ່​ລະ​ຄົນ​ນັ້ນ, ວິ​ຫານ​ຮຸ່ງ ແມ່ນ​ແຫ່ງເຕົ້າໂຮມ​ຂອງ​ປະ​ຊາ​ຊົນ​ມາ​ຈາກ​ທຸກ​ສາ​ລະ​ທິດ, ລູກ​ຮັກຫຼານ​ແພງ​ຂອງ​ຊາດ​ຫວຽດ​ນາມ​ມາ​ບູ​ຊາ​ບັນ​ພະ​ບຸ​ລຸດ. ວິ​ຫານ​ຮຸ່ງ​ແມ່ນ​ປູຊະ​ນີຍະ​ສະ​ຖານ​ອັນ​ລ້ຳ​ຄ່າ​ຂອງ​ຊາວ​ຫວຽດ​ນາມ, ແມ່ນ​ສັນ​ຍາ​ລັກ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ຊາດ​ຫວຽດ​ນາມ ຊຶ່ງ​ແມ່ນ​ຊາດ​ໜຶ່ງ​ທີ່​ມີ​ມູນ​ເຊື້ອ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ນັບ​ພັນ​ປີ. ໃນ​ພິ​ທີບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ, ປະ​ຊາ​ຊົນ​ຫວຽດ​ນາມ​ຢູ່​ທຸກ​ແຖບ​ຖິ່ນ​ໃນ​ທົ່​ວ​ປະ​ເທດ ແລະ ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້​ພ້ອມ​ກັນ​ເຂົ້າ​ຮ່ວມບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື ແລະ ຮູ້​ບຸນ​ຄຸນ​​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງທີ່​ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ການກໍ່​ຕັ້ງ​ປະ​ເທດ​ຊາດ. ນາງ ກ່ຽວ​ແອງ ມາ​ຈາກ​ແຂວງກວາງ​ບິງ ເວົ້າ​ວ່າ : 

    “ ໂດຍ​ແມ່ນ​ຊາວ​ຫວຽດ​ນາມ​ຄົນ​ໜຶ່ງ, ໄດ້​ກັບ​ເມືອ​ດິນ​ແດນ​ແຫ່ງ​ບັນ​ພະ​ບຸ​ລຸດ, ໄດ້​ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ ກໍ​ແມ່ນ​ຄວາມ​ເປັນ​ກຽດ. ຂ້າ​ພະ​ເຈົ້າ​ກໍຄື​ທຸກໆ​ຄົນ​ອື່ນ, ໃຜໆ​ກໍ​ຕື້ນ​ຕັນ​ໃຈ​ເມື່ອ​ໄດ້​ກັບ​ຄືນ​ສູ່​ກົກ​ເຄົ້າ​ເຫງົ້າ​ກໍ”

   ວັນ​ໄຫວ້​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ຄອບ​ຄົວ​ໄດ້​ເຕົ້າ​ໂຮມ​ກັນ, ອາ​ໄລ​ຫາ​ບັນ​ພະ​ບຸ​ລຸດ, ກົກ​ເຄົ້າ​ເຫງົ້າ​ກໍ. ທ່ານ ຫງວຽນ​ຕ້ວນ​ແອງ, ຢູ່​ຖະ​ໜົນ​ມາຍ​ຮັກ​ເດ້ - ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ : 

 “  ໂດຍ​ແມ່ນ​ຊາວ​ຫວຽດ​ນາມ, ຍາມ​ໃດ​ຂ້າ​ພະ​ເຈົ້າ​ກໍ​ຮູ້​ບຸນ​ຄຸນ​ບັນ​ດາ​ຜູ້​ທີ່​ໄດ້​ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ການ​ສ້າງ​ສາ​ປະ​ເທດ​ຊາດ. ແຕ່​ລະ​ຄົນ​ຕ່າງ​ກໍ​ມີ​ວິ​ທີ​ສະ​ແດງ​ນ້ຳ​ໃຈສະ​ເພາະ​ຂອງ​ໃຜ​ຂອງ​ລາວ. ປີ​ໃດ​ກໍ​ເຊັ່ນ​ດຽວ​ກັນ, ຮອດ​ວັນ​​ໄຫວ້ບູ​ຊາບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ, ຄອບ​ຄົວ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ຊື້​ເຄື່ອງ​ບູ​ຊາ​ບາງ​ຢ່າງ​ເພື່ອ​ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ. ໃນ​ນັ້ນ ຕ້ອງ​ມີ​ເຂົ້າ​ຕົ້ມ, ໝາກ​ໄມ້….”

    ເລື່ອງອ​ວາຍ​ໜ້າ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ, ຖະ​ຫວາຍ​ທູບ​ທຽນ​ບູ​ຊາ​ອາ​ໄລ​ຫາ​ບັນ​​ພະ​ບຸ​ລຸດ​ໃນ​ວັນ​ທີ 10 ເດືອນ 3 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນນັ້ນ, ໄດ້​ກາຍ​ເປັນ​ສິ່ງ ​ທີ່​ສັກ​ກະຫຼະ​ບູ​ຊາໃນ​ແນວ​ຄິດ​ຈິດ​ໃຈ​ຂອງ​ຊາວ​ຫວຽດ​ນາມ​ນັບ​ແຕ່​ໃດໆ​ມາ

ຕອບກັບ

ຂ່າວ/ບົດ​ອື່ນ