ພ້ອມກັນມີການກະທຳ, ສ້າງສັນອະນາຄົດແຫ່ງສັນຕິພາບ, ວັດທະນາຖາວອນ

(VOVWORLD) - ກອງປະຊຸມຊຸດຍອດອະນາຄົດຈັດຂຶ້ນດ້ວຍຫົວຂໍ້ “ມາດຕະການແກ້ໄຂຫຼາຍຝ່າຍເພື່ອອະນາຄົດທີ່ດີງາມກວ່າ”.
ພ້ອມກັນມີການກະທຳ, ສ້າງສັນອະນາຄົດແຫ່ງສັນຕິພາບ, ວັດທະນາຖາວອນ - ảnh 1(ກອງປະຊຸມສຸດຍອດອະນາຄົດ ໄດ້ໄຂຂຶ້ນຢູ່ສຳນັກງານສະຫະປະຊາຊາດ)

        ກອງປະຊຸມສຸດຍອດອະນາຄົດ, ແມ່ນການເຄື່ອນໄຫວສຳຄັນໃນຂອບເຂດສັບປະດາຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 79, ໄດ້ໄຂຂຶ້ນໃນວັນທີ 22 ກັນຍາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພ້ອມກັບການນຳຂັ້ນສູງຫຼາຍປະເທດ, ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ, ຜູ້ຕາງໜ້າບັນດາອົງການບໍ່ຂຶ້ນກັບລັດຖະບານ, ວົງການນັກວິທະຍາສາດ, ການເງິນ ແລະ ວິສາຫະກິດ… ໄດ້ເຂົ້າຮ່ວມ. ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ມີບົດກ່າວປາໄສຢືນຢັນສານຂອງ ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນເຂົ້າໃນບັນດາຄວາມມານະພະຍາຍາມລວມ ເພື່ອສ້າງໂລກແຫ່ງສັນຕິພາບ, ພັດທະນາຢ່າງສະເໝີພາບເພື່ອຊີວິດອີມໜຳສຳລານ, ສົມບູນພູນສຸກຂອງມວນມະນຸດ.

        ກອງປະຊຸມຊຸດຍອດອະນາຄົດຈັດຂຶ້ນດ້ວຍຫົວຂໍ້ “ມາດຕະການແກ້ໄຂຫຼາຍຝ່າຍເພື່ອອະນາຄົດທີ່ດີງາມກວ່າ”. ກອງປະຊຸມມີການເຂົ້າຮ່ວມຂອງການນຳຫຼາຍທ່ານທີ່ມາຈາກກວ່າ 130 ປະເທດ. ໂດຍອີງໃສ່ບັນດາເນື້ອໃນທີ່ໄດ້ສ້າງຂຶ້ນ ແລະ ຈະແລກປ່ຽນທີ່ກອງປະຊຸມ, ຄາດວ່າ, ບັນດາປະເທດສະມາຊິກຈະຮັບຮອງເອົາຂໍ້ຕົກລົງເພື່ອອະນາຄົດ. ນີ້ແມ່ນເອກະສານເພື່ອຊຸກຍູ້ການຮ່ວມມືທົ່ວໂລກ ແລະ ຮັບມືກັບບັນດາສິ່ງທ້າທາຍ ເພື່ອຜົນປະໂຫຍດຂອງປະຊາຊົນໝົດທຸກຄົນ ແລະ ລຸ້ນອະນາຄົດ.

ຜົນປະໂຫຍດຂອງມະນຸດຕ້ອງແມ່ນຈຸດໃຈກາງ

        ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະຄັ້ງທຳອິດຂອງກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖືວ່າ: ພູມປັນຍາຂອງມະນຸດໄດ້ຊ່ວຍປ່ຽນແປງໂລກ ແລະ ການດຳລົງຊີວິດ, ແຕ່ມະນຸດກໍ່ແມ່ນປັດໄຈກໍ່ໃຫ້ເກີດສິ່ງທ້າທາຍຫຼາຍຢ່າງ, ຄື: ການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດ, ແຫຼ່ງຊັບພະຍາກອນຫຼຸດລົງ ຫຼື ຜະລິດບັນດາປະເພດອາວຸດລ້າງຜານ… ໂດຍເນັ້ນໜັກເຖິງການຄັດເລືອກໃນປະຈຸບັນຈະເປັນການກຳນົດອະນາຄົດ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ຖືວ່າ:

        “ຕໍ່ໜ້າການພັດທະນາຢ່າງວ່ອງໄວຂອງວິທະຍາສາດເຕັກໂນໂລຊີ, ເປົ້າໝາຍພັດທະນາແບບຍືນຍົງຂອງໂລກ ແລະ ຜົນປະໂຫຍດຂອງມວນມະນຸດຕ້ອງແມ່ນຈຸດໃຈກາງ, ແມ່ນເປົ້າໝາຍສູງສຸດຂອງພວກເຮົາ. ຜົນງານດ້ານວິທະຍາສາດ, ເຕັກໂນໂລຊີຕ້ອງຮັບໃຊ້ຄວາມກ້າວໜ້າຂອງສັງຄົມ, ມຸ່ງໄປເຖິງມະນຸດ, ປົດປ່ອຍມະນຸດ, ພັດທະນາມະນຸດຢ່າງຮອບດ້ານ, ປົວແປງການດຳລົງຊີວິດຢ່າງຮອບດ້ານ, ຮັບປະກັນຜົນປະໂຫຍດ ແລະ ຄວາມຜາສຸກຂອງມວນມະນຸດ ແລະ ເພື່ອລຸ້ນອະນາຄົດ. ຜົນງານດ້ານວິທະຍາສາດເຕັກໂນໂລຊີຕ້ອງຊຸກຍູ້ການຮ່ວມມື, ບໍ່ແມ່ນກາຍເປັນເຄື່ອງມືເພື່ອຕ້ານປະເທດອື່ນ, ໄປຝືນກັບຄວາມຄາດຫວັງສັນຕິພາບ, ການພັດທະນາ, ຄວາມສະເໝີພາບ ແລະ ຍຸຕິທຳຂອງບັນດາຊົນຊາດ. ຜົນງານຂອງພູມປັນຍາມະນຸດຕ້ອງສຸມໃສ່ການພັດທະນາເສດຖະກິດ, ສ້າງສັງຄົມຍຸຕິທຳ, ສີວິໄລ, ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ, ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ”.

        ເພື່ອເຮັດໄດ້ສິ່ງດັ່ງກ່າວໃນໄລຍະບາດລ້ຽວນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງຕ້ອງເພີ່ມທະວີຄວາມສາມັກຄີ, ຮ່ວມມື ແລະ ເຄົາລົບເຊິ່ງກັນແລະກັນ, ເຄົາລົບກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ; ແກ້ໄຂບັນດາຄວາມບໍ່ລົງລອຍກັນ, ການຂັດແຍ້ງກັນໂດຍສັນຕິວິທີ; ເພີ່ມທະວີການຍູ້ແຮງການລົງທຶນ, ຄົ້ນຄວ້າໃນບັນດາຂົງເຂດຮັບໃຊ້ມະນຸດ, ຄື: ການແພດ, ການສຶກສາບຳລຸງສ້າງ, ການຫັນເປັນດີຈີຕອນ, ຫັນເປັນສີຂຽວ ແລະ ມາດຕະການແກ້ໄຂເພື່ອຮັບໃຊ້ມະຫາຊົນ.

        “ບັນດາປະເທດໃຫຍ່ຕ້ອງມີການປະພຶດທີ່ມີຄວາມຮັບຜິດຊອບ, ຕ້ອງແບ່ງປັນຜົນງານລວມໃນການຄົ້ນຄວ້າວິທະຍາສາດເຕັກໂນໂລຊີເພື່ອພ້ອມກັນພັດທະນາ. ສະຫະປະຊາຊາດ, ບັນດາອົງການຈັດຕັ້ງໃນພາກພື້ນ, ໃນນັ້ນມີ ອາຊຽນ ຕ້ອງນຳໜ້າກັບພາລະກຳຊຸກຍູ້ການຮ່ວມມື, ສົມທົບກັນກະທຳໃນການຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ ແລະ ຊົມໃຊ້ໂອກາດທີ່ໄດ້ມາຈາກຄວາມກ້າວໜ້າດ້ານວິທະຍາສາດເຕັກໂນໂລຊີ”.

ຊອກຫາສຽງເວົ້າລວມໃຫ້ແກ່ບັນດາສິ່ງທ້າທາຍທົ່ວໂລກ.

        ພ້ອມກັບບົດກ່າວປາໄສ, ທີ່ກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ແລະ ຫຼາຍປະເທດໄດ້ຮັບຮອງເອົາເອກະສານເພື່ອອະນາຄົດ, ເອກະສານດີຈີຕອນທົ່ວໂລກ ແລະ ຖະແຫຼງການກ່ຽວກັບລຸ້ນອະນາຄົດ. ນີ້ແມ່ນບັນດາເອກະສານມີເນື້ອໃນຮອບດ້ານ, ວາງອອກບັນດາການກະທຳ, ເປົ້າໝາຍໃນທຸກຂົງເຂດຮ່ວມມືຢູ່ສະຫະປະຊາຊາດ, ຄືຄຳເວົ້າຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ António Guterres ຢືນຢັນວ່າ, ໂລກພວມຢູ່ໃນໄລຍະຫັນປ່ຽນຕົນເອງ ແລະ ກອງປະຊຸມສຸດຍອດຄັ້ງນີ້ແມ່ນຈຸດເວລາສຳຄັນເພື່ອວາງອອກບັນດາມາດຕະການມີລັກສະນະບຸກທະລຸໃຫ້ແກ່ບັນຫາທົ່ວໂລກ.

        ສຳລັບ ຫວຽດນາມ, ນີ້ແມ່ນຄັ້ງທຳອິດນັບແຕ່ເມື່ອເຂົ້າເປັນສະມາຊິກສະຫະປະຊາຊາດໃນປີ 1997, ທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ. ສິ່ງດັ່ງກ່າວໄດ້ຢັ້ງຢືນວ່າ ຫວຽດນາມ ນັບມື້ນັບຖືເປັນສຳຄັນການທູດຫຼາຍຝ່າຍ ໃນນັ້ນມີສະຫະປະຊາຊາດ, ດ້ວຍຖານະອົງການລະຫວ່າງລັດຖະບານໃຫຍ່ທີ່ສຸດໃນໂລກ, ສວມບົດບາດເປັນໃຈກາງ. ສືບຕໍ່ສະແດງໃຫ້ເຫັນການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງ ຫວຽດນາມ ຕໍ່ປະຊາຄົມສາກົນ, ນຳການຮ່ວມມື ຫວຽດນາມ - ສະຫະປະຊາຊາດພ້ອມກັບບັນດາຄູ່ຮ່ວມມືສືບຕໍ່ເລິກເຊິ່ງ, ມີປະສິດທິຜົນຫຼາຍກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ