(vovworld)-ປະທານາທິບໍດີ ສ.ບູນກາຣີ Rosen Pievneliev ພວມຢ້ຽມຢາມທາງລັດຖະກິດຫວຽດນາມ ແຕ່ວັນທີ 27-31/10/2013. ການຢ້ຽຢາມແນໃສ່ຊຸກຍູ້ການພົວພັນທີ່ເປັນມູນເຊື້ອ ລະຫວ່າງ ບູນກາຣີ ແລະ ຫວຽດນາມ ໃນກວ່າ 63 ປີ ຜ່ານມາຢ່າງແຂງແຮງກວ່າ, ພິເສດແມ່ນຂົງເຂດເສດຖະກິດ, ຂະນະທີ່ທັງສອງຝ່າຍພວມມານະພະຍາຍາມສ້າງ“ຮູບແບບການຮ່ວມມືສອງຝ່າຍໃຫມ່” ໃນສະພາບທົ່ວໂລກພວມມີການຜັນແປຫລາຍຢ່າງ. ເນື່ອງໃນໂອກາດນີ້ ບັນນາທິການວິທະຍຸກະຈາຍສຽງຫວຽດນາມ ລວບລວມຄວາມຈິງຂອງສາຍພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ ແລະ ແງ່ຫວັງການຮ່ວມມືໃນໄລຍະຈະມາເຖິງ.
ປະທານາທິບໍດີ ສ.ບູນກາຣີ Rosen Pievneliev
ພາບ:internet
|
ບູນກາຣີ ແມ່ນປະເທດຕັ້ງຢູ່ທາງທິດຕາເວັນອອກສຽງໃຕ້ຂອງເອີລົບ. ໃນຊຸມປີມໍ່ໆມານີ້ ເຖິງວ່າຖືກຜົນສະທ້ອນຈາກວິກິດການການເງິນໂລກກໍຕາມ, ແຕ່ບູນກາຣີ ຍັງຄົງມີບັນດາບາດກ້າວພັດທະນາດ້ານເສດຖະກິດດີພໍສົມຄວນ. ບູນກາຣີ ໄດ້ປະຕິບັດການຫລຸດຜ່ອນຫນີ້ສາທາລະນະໃນ 10 ປີຜ່ານມາສຳເລັດຜົນ(ຈາກ 100% GDP ລົງເຫລືອພຽງ 16% GDP), ຮັກສາການຂາດດຸນງົບປະມານກໍຄືໄພເງິນເຟີ້ຕຳ່ກວ່າລະດັບສະເລ່ຍໂດຍສະຫະພາບເອີລົບ (EU) ໄດ້ວາງອອກໃນ 3 ປີຜ່ານມາ ແລະ ແມ່ນປະເທດຫນຶ່ງດຽວໃນ EU ໄດ້ຮັບການຍົກອັນດັບໄວ້ວາງໃຈໃນໄລຍະວິກິດການ. ໃນນະໂຍບາຍການພົວພັນຕ່າງປະເທດ, ຄຽງຄູ່ກັບການບຸລິມະສິດເຊື່ອມໂຍງເຂົ້າກັບ EU ຢ່າງຮອບດ້ານ, ບູນກາຣີ ກໍຖືການພັດທະນາການພົວພັນກັບບັນດາປະເທດຢູ່ ອາຊີ ເປັນສຳຄັນ, ໃນນັ້ນບຸລິມະສິດການພົວພັນກັບຫວຽດນາມ.
ຄວາມໄວ້ເນື້ອເຊື່ອໃຈກ່ຽວກັບດ້ານການເມືອງ.
ຫວຽດນາມ ແລະ ບູນກາຣີ ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານໃນໄລຍະກວ່າ 60 ປີ(1950-2013). ການພົວພັນດ້ານການເມືອງລະຫວ່າງສອງປະເທດໃນໄລຍະຜ່ານມາພັດທະນາຢ່າງຈົບງາມ. ບູນກາຣີ ແມ່ນຫນຶ່ງໃນຈຳນວນ 10 ປະເທດທຳອິດໃນໂລກ ຮັບຮູ້ ແລະ ສ້າງສາຍພົວພັນທາງການທູດກັບຫວຽດນາມ(8/2/1950), ເລີ່ມຕົ້ນໃຫ້ແກ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຍາວນານລະຫວ່າງສອງປະເທດ.
ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ ແລະ ປົກປັກຮັກສາປະເທດຊາດ, ບູນກາຣີ ໄດ້ສະຫນັບສະຫນູນ ແລະ ຊ່ວຍເຫລືອອັນລ້ຳຄ່າກ່ຽວກັບທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ຫວຽດນາມ. ໃນໄລຍະມໍ່ໆມານີ້, ໃນນະໂຍບາຍເປີດກວ້າງ ແລະ ເພີ່ມທະວີການພົວພັນກັບບັນດາປະເທດໃນພາກພື້ນອາຊີ, ບູນກາຣີ ມີຄວາມເອົາໃຈໃສ່ເປັນພິເສດເຖິງເພີ່ມທະວີການພົວພັນກັບຫວຽດນາມ. ກົງກັນຂ້າມ, ຍາມໃດ ຫວຽດນາມ ກໍຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫລາຍດ້ານກັບບັນດາປະເທດເພື່ອນມິດຢູ່ພາກພື້ນ ເອີລົບຕາເວັນອອກກາງ, ໃນນັ້ນ ບູນກາຣີ ແມ່ນການໃຫ້ບຸລິມະສິດ. ທ່ານ ເລດືກລືວ, ເອກອັກຄະລັດຖະທູດ ຫວຽດນາມ ຢູ່ ບູນກາຣີ ໄດ້ຢືນຢັນວ່າ:
“ປະຈຸບັນ ສອງປະເທດພວມສືບຕໍ່ໂອ້ລົມສົນທະນາດ້ານການເມືອງຂັ້ນສູງ ເພື່ອເພີ່ມທະວີການຮ່ວມມື, ແບ່ງປັນຂໍ້ມູນຂ່າວສານ, ສົມທົບກັນໃນບັນດາຂອບເຂດພາກພື້ນ, ສາກົນ ແລະ ບັນດາບັນຫາຊື່ງສອງຝ່າຍຕ່າງມີຄວາມສົນໃຈ. ສອງປະເທດ ຈະສືບຕໍ່ເພີ່ມທະວີການແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງໄປຢ້ຽມຢາມເຊິ່ງກັນ ແລະກັນ ໃນປີ 2013 ແລະ ໃນຊຸມປີຕໍ່ໄປ. ບູນກາຣີ ແລະ ຫວຽດນາມ ພ້ອມກັນປາດຖະຫນາຢາກຍົກການພົວພັນດ້ານການເມືອງລະຫວ່າງສອງປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດ.”
ມານະພະຍາຍາມຍົກລະດັບການພົວພັນສອງຝ່າຍ.
ເພື່ອຍົກລະດັບການພົວພັນສອງຝ່າຍຫວຽດນາມ- ບູນກາຣີ, ສອງຝ່າຍພວມມານະພະຍາຍາມຄົ້ນຄ້ວາ, ກຳນົດ ແລະ ສ້າງບັນດາກົນໄກຕື່ມອີກໃຫ້ສອດຄອ່ງ, ເພື່ອເປີດກວ້າງ ແລະ ຍົກສູງປະສິດທິຜົນການຮ່ວມມືໃນທຸກຂົງເຂດ, ພິເສດ ແມ່ນຂົງເຂດການຮ່ວມມືເສດຖະກິດ- ການຄ້າ. ໃນຊຸມປີມໍ່ມານີ້ ການຮ່ວມມືໃນຂົງເຂດນີ້ມີບາດກ້າວພັດທະນາຢ່າງຕັ້ງຫນ້າ, ໄລ່ລວມ, ວົງເງິນການຄ້າສອງສົ້ນບັນລຸ 70-80 ລ້ານ USD/ປີ. ປະຈຸບັນ ບູນກາຣີ ມີ 7 ໂຄງການ FDI ຢູ່ ຫວຽດນາມ ດ້ວຍຍອດຈຳນວນທຶນປະມານ 30 ລ້ານ USD, ໃນນັ້ນ ພົ້ນເດັ່ນ ແມ່ນໂຄງການປຸງແຕ່ງກາເຟ ຢູ່ ເລີມດົງ, ໂຄງການຕຳ່ແຜ່ນຕັດຫຍິບຢູ່ ນະຄອນເຫ້ວ. ເຖິງຢ່າງໃດກໍຕາມ, ຕາມການຕີລາຄາແລ້ວ, ບັນດາຜົນງານດັ່ງກ່າວ ບໍ່ທັນສົມກັບຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ຄວາມປາດຖະຫນາຂອງທັງສອງຝ່າຍ. ສະນັ້ນ ຄວນມີແຜນການເພື່ອຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ ການຄ້າລະຫວ່າງສອງປະເທດ ແມ່ນສິ່ງທີ່ທັງສອງຝ່າຍພວມມູ່ງໄປເຖິງ. ທ່ານ ເລດືກລືວ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບູນກາຣີ ໃຫ້ຮູ້ຕື່ມອີກ:
“ສອງຝ່າຍປາດຖະຫນາຢາກສ້າງ“ຮູບແບບການຮ່ວມມືສອງຝ່າຍໃຫມ່” ບົນພື້ນຖານສະແຫວງຫາທ່າແຮງຂອງສອງປະເທດ ແລະ ພ້ອມທັງສົ່ງອອກສິນຄ້າ ຫວຽດນາມ ໄປຍັງ ບູນກາຣີ ເພ່ືອປຸງແຕ່ງ ແລະ ຫລັງຈາກນັ້ນຈະສົ່ງໄປຂາຍຢູ່ບັນດາຕະຫລາດເອີລົບ. ນີ້ແມ່ນແນວຄວາມຄິດການຮ່ວມມືທີ່ເປັນຫນ້າເອົາໃຈໃສ່, ມີຄວາມເປັນໄປ ແລະ ມີປະສິດທິຜົນ, ເສີມຂະຫຍາຍທ່າແຮງສອງຝ່າຍໄດ້. ສະນັ້ນ ສອງຝ່າຍຄວນຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດຄື: ສ້າງກົນໄກນະໂຍບາຍຢ່າງສົມບູນແບບ, ແກ້ໄຂຮົ້ວກີດຂວາງກ່ຽວກັບລະບຽບການບໍລິຫານ ແລະ ຍົກສູງປະສິດທິຜົນບັນດາໂຄງການສົ່ງເສີມການຄ້າ, ການລົງທຶນລະຫວ່າງສອງປະເທດ. ນອກນັ້ນ, ເພື່ອສະແຫວງຫາການອຸປະຖຳຂອງບັນດາກອງທຶນ EU, ສອງຝ່າຍຄົ້ນຄ້ວາສ້າງບັນດາໂຄງການລວມ, ລະອຽດ ໃນບັນດາຂົງເຂດຄື: ກະສິກຳ, ອຸດສາຫະກຳ, ຄົມມະນາຄົມຂົນສົ່ງເພື່ອສ້າງບາດກ້າວບຸກທະລຸໃນການພົວພັນຮ່ວມມືເສດຖະກິດການຄ້າ, ການລົງທຶນລະຫວ່າງສອງປະເທດ.”
ຄຽງຄູ່ກັບຂົງເຂດເສດຖະກິດ, ຫວຽດນາມ ແລະ ບູນກາຣີ ໄດ້ລົງນາມ ແລະ ພວມຕັ້ງຫນ້າຜັນຂະຫຍາຍ“ໂຄງການຮ່ວມມືດ້ານສຶກສາໄລຍະ 2012-2016”. ໃນຂົງເຂດວັດທະນະທຳ, ສອງຝ່າຍໄດ້ກຳນົດໄລຍະຈຸດສຸມໃຫມ່ ໃນການຮ່ວມມື ນັ້ນແມ່ນຂົງເຂດອະນຸລັກຮັກສາມໍລະດົກ, ປະຕິສັງຂອນບັນດາປູຊະນີຍະສະຖານປະຫວັດາສາດຂອງຫວຽດນາມ. ປະຊາຄົມຊາວຫວຽດນາມ ກວ່າ 1.000 ຄົນທີ່ອາໄສຢູ່ ບູນກາຣີ ພວມແມ່ນຂົວເຊື່ອມຕໍ່ ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງຊາດ.
ບົນພື້ນຖານການພົວພັນອັນດີງາມນັ້ນ, ການຢ້ຽມຢາມຫວຽດນາມຄັ້ງນີ້ຂອງ ທ່ານ ປະທານາທິບໍດີ ສ.ບູນກາຣີ Rosen Pievneliev ແນ່ນອນວ່າຈະນຳມາເຊິ່ງບັນດາໝາກຜົນລະອຽດ. ການຢ້ຽມຢາມບໍ່ພຽງແຕ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫລາຍດ້ານກັບຫວຽດນາມເທົ່ານັ້ນ ຫາກຍັງຊຸກຍູ້ ດຳເນີນຮູບແບບຮ່ວມມືດ້ານເສດຖະກິດໃຫມ່ລະຫວ່າງສອງປະເທດອີກດ້ວຍ, ນຳການພົວພັນສອງຝ່າຍຫວຽດນາມ - ບູນກາຣີ ຫັນໄປສູ່ໄລຍະໃຫມ່, ແທດຈິງ ແລະ ມີປະສິດທິຜົນກວ່າ.