ມະຕິຂອງກອງປະຊຸມສູນກາງພັກກອມມູນິດຫວຽດນາມ ຄັ້ງທີ 4, ຊຸດທີ 11 ກ່ຽວກັບ “ບາງບັນຫາອັນຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປະຈຸບັນ“ ແລະ ຄຳສັ່ງຂອງກົມການເມືອງກ່ຽວກັບການປະຕິບັດມະຕິ ສືບຕໍ່ໄດ້ຮັບການຊົມເຊີຍຈາກຫາງສຽງທົ່ວປະເທດ. ຕາມທ່ານ ເລເຟືອກທໍ້, ອະດີດກຳມະການກົມການເມືອງ, ອະດີດປະທານຄະນະຈັດຕັ້ງສູນກາງແລ້ວ, ບັນດາມາດຕະການທີ່ມະຕິຂອງກອງປະຊຸມສູນກາງພັກຄັ້ງທີ 4 ແລະ ຄຳສັ່ງຂອງກົມການເມືອງ ກ່ຽວກັບການປະຕິບັດມະຕິສະບັບດັ່ງກ່າວ ຈະແມ່ນຂອດບຸກທະລຸຢ່າງແທ້ຈິງ ໃນວຽກງານກໍ່ສ້າງ, ປັບປຸງພັກໃນປະຈຸບັນ.
ກອງປະຊຸມສູງກາງພັກຄັ້ງທີ 4
(ພາບ: cema.gov.vn)
|
ຕາມທ່ານ ເລເຟືອກທໍ້ ແລ້ວ, ໃນຊຸມປີທີ່ຜ່ານມາ, ໂດຍໄດ້ປະຕິບັດແນວທາງປ່ຽນແປງໃໝ່, ພັກກອມມູນິດຫວຽດນາມ ໄດ້ປະກາດໃຊ້ຫຼາຍແຜນນະໂຍບາຍ, ມະຕິກ່ຽວກັບການກໍ່ສ້າງ, ປັບປຸງພັກ, ຜ່ານນັ້ນໄດ້ປະກອບສ່ວນຍົກສູງຄວາມສາມາດ ແລະ ກຳລັງຕໍ່ສູ້ຂອງພັກ; ບົດບາດນຳພາຂອງພັກໄດ້ຮັບການຮັກສາໄວ້ຢ່າງໃຫ້ໝັ້ນຄົງ, ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນໄດ້ຮັບການປັບປຸງ; ຖັນແຖວພະນັກງານຄຸ້ມຄອງຂັ້ນຕ່າງໆ, ໂດຍສະເພາະແມ່ນສະມາຊິກພັກໄດ້ມີບາດກ້າວເຕີບໃຫ່ຍ; ມີສະຕິຝຶກຝົນຫຼໍ່ຫຼອມ, ຄຸນນະທາດດ້ານການເມືອງ, ຄຸນສົມບັດ ແບບແຜນການດຳລົງຊີວິດໄດ້ຮັບການຍົກສູງຂຶ້ນ. ແຕ່ເຖິງຢ່າງໃດກໍ່ຕາມ, ໄປຄຽງຄູ່ກັບບັນດາໝາກຜົນທີ່ບັນລຸໄດ້ ຍັງມີບັນດາຂໍ້ຈຳກັດ, ຄວາມ ອ່ອນດ້ອຍຂອງພະນັກງານ, ສະມາຊິກພັກບາງພາກສ່ວນ ຊື່ງເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກຖືກຫລຸດລົງ. ເລື່ອງພັກກອມມູນິດຫວຽດນາມ ເດັດດ່ຽວຕໍ່ສູ້, ສະກັດກັ້ນ, ຍູ້ສະພາບການເສື່ອມເສຍແນວຄິດດ້ານການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງພະນັກງານ, ສະມາຊິກພັກບາງພາສ່ວນ ໃຫ້ຖອຍໄປ, ໂດຍສະເພາະແມ່ນພະນັກງານການນຳ, ຄຸ້ມຄອງຂັ້ນຕ່າງໆ ເພື່ອຍົກສູງຄວາມສາມາດນຳພາ, ກຳລັງຕໍ່ສູ້ຂອງພັກ ຈະປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງສະມາຊິກພັກ ແລະ ປະຊາຊົນທີ່ມີຕໍ່ພັກ. ສິ່ງດັ່ງກ່າວກໍ່ໝາຍຄວາມວ່າ ພັກກອມມູນິດຫວຽດນາມ ໄດ້ກຳນົດບັນຫາໃນການກໍ່ສ້າງພັກປະຈຸບັນຢ່າຢ່າງຖືກຕ້ອງ. ເລື່ອງພັກໄດ້ກຳນົດຢ່າງຈະແຈ້ງບົດບາດ ແລະ ຄວາມຮັບຜິດຊອບຂອງຜູ້ນຳອົງຄະນະພັກ, ອຳນາດການປົກຄອງ ແລະ ມີບັນດາມາດຕະການລະອຽດ ເພື່ອຍົກສູງບົດບາດ ແລະ ຄວາມຮັບຜິດຊອບຂອງຜູ້ນຳ ຈະສ້າງໃຫ້ມີບາດກ້າວບຸກທະລຸໃນວຽກງານກໍ່ສ້າງພັກ. ທ່ານ ເລເຟືອກທໍ້ ໃຫ້ຂໍ້ສັງເກດວ່າ:
“ຕາມຫຼັກການຂອງພັກແລ້ວ, ໝູ່ຄະນະເປັນຜູ້ນຳພາ, ສ່ວນບຸກຄົນຮັບຜິດຊອບ ແຕ່ບົດບາດຂອງຜູ້ນຳໜ້າແມ່ນຂາດບໍ່ໄດ້, ຕ້ອງແມ່ນຜູ້ມີຄວາມສາມາດ, ມີພູມປັນຍາ, ມີວິໃສທັດ ແລະ ມີການປ່ຽນໃໝ່, ເຮັດໄດ້ຄືແນວນັ້ນຈຶ່ງຈະມີການປ່ຽນແປງໄດ້. ຂ້າພະເຈົ້າຖືວ່າ, ກອງປະຊຸມໃຫ່ຍຂອງພັກຊຸດທີ 11 ນີ້ ໄດ້ສ້າງການຫັນປ່ຽນນັບແຕ່ຫົວທີ. ຂ້າພະເຈົ້າເຫັນວ່າ, ບົດບາດນຳພາຂອງກົມການເມືອງ, ກ່ອນອື່ນໝົດແມ່ນຂອງທ່ານເລຂາທິການໃຫ່ຍໄດ້ສະແດງໃຫ້ເຫັນຄວາມເດັດດຽວ. ນັ້ນແມ່ນຂອດບຸກທະລຸ, ແມ່ນຂອດຕັດສິນ. ຍ້ອນວ່າທ່ານເລຂາທິການໃຫ່ຍ, ກົມການເມືອງເດັດດ່ຽວປະຕິບັດຄືແນວນັ້ນ, ບໍ່ມີໃຜສາມາດເຮັດກົງກັນຂ້າມໄດ້“.
ກໍ່ສ້າງ ປັບປຸງພັກ ແມ່ນໜ້າທີ່ຕົ້ນຕໍ
(ພາບ: vietbao.vn)
|
ແລະ ກໍ່ຕາມທ່ານ ເລເຟືອກທໍ້ ແລ້ວ, ເພື່ອຜັນຂະຫຍາຍມະຕິຂອງກອງປະຊຸມສູນກາງພັກກອມມູນິດຫວຽດນາມ ຄັ້ງທີ 4 ຢ່າງມີປະສິດທິຜົນ, ສະກັດກັ້ນການເສື່ອມເສຍດ້ານຄຸນສົມບັດ, ແບບແຜນການດຳລົງຊີວິດໃນໝູ່ພະນັກງານ, ສະມາຊິກພັກ ຕ້ອງເລີ່ມຕົ້ນການປະຕິບັດດ້ວຍການສຳຫຼວດກວດກາ, ຕຳຫນິຕົນເອງ ແລະ ຕຳຫນິຕິໝູ່ຄູ່ຢ່າງເຂັ້ມງວດ. ແລະ ຕ້ອງໄດ້ຮັບຜັນຂະຫຍາຍຈາກບັນດາຜູ້ນຳຫຼັກແຫຼ່ງໃນອົງຄະນະພັກຂັ້ນຕ່າງໆ ຕະຫຼອດຮອດພະນັກງານ, ສະມາຊິກພັກແຕ່ລະຄົນ. ນອກຈາກນັ້ນແລ້ວ, ພະນັກງານ, ສະມາຊິກພັກທຸກຄົນ ຕ້ອງປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ, ຮັກສາຈຸດໝາຍ, ອຸດົມຄະຕິຂອງພັກໃຫ້ໄດ້. ພ້ອມກັບການເສີມຂະຫຍາຍກຳລັງແຮງຂອງທັງລະບົບການເມືອງ, ພິເສດແມ່ນບົດບາດຕີລາຄາຕິດຕາມກວດກາຂອງປະຊາຊົນ, ຂອງບັນດາຮາກຖານພັກໃນການກໍ່ສ້າງ, ປັບປຸງພັກໃນປະຈຸບັນ, ທ່ານ ເລເຟືອກທໍ້ ໃຫ້ຄຳເຫັນວ່າ:
“ມະຕິຂອງພັກໄດ້ລະບຸວ່າ ຢາກປັບປຸງພັກຕ້ອງອີງໃສ່ປະຊາຊົນ. ປະຈຸບັນ, ປະຊາຊົນຕ້ອງຮູ້ຈັກບັນດາທ່ານກຳມະການກົມການເມືອງ, ບັນດາທ່ານໃນຄະນະເລຂາ, ຕະຫຼອດຮອດພະນັກງານ, ສະມາຊິກພັກ. ຮູ້ຈັກທັງຕຳແໜ່ງຂອງແຕ່ລະຄົນ. ສະນັ້ນ, ໃນຄັ້ງນີ້, ພັກຕ້ອງປຸກລະດົມການສຶກສາໃນທົ່ວພັກ, ທົ່ວປວງຊົນປະກອບຄຳເຫັນ. ປະຊາຊົນຕິດຕາມກວດກາຄຳເຫັນ, ພ້ອມທັງຕ້ອງມີກົນໄກໃຫ້ປະຊາຊົນປະກອບຄຳເຫັນ ຄືແນວນັ້ນຈຶ່ງເສີມຂະຫຍາຍກຳລັງແຮງໄດ້. ຂ້າພະເຈົ້າສະເໜີໃຫ້ມີກົນໄກໂຄສະນາ, ສຶກສາອົບຮົມຢ່າງກ້ວາງຂວາງ, ມີກົນໄກທົ່ວພັກ, ທົ່ວປວງຊົນປະກອບຄຳເຫັນກໍ່ສ້າງພັກ, ປ່ຽນໃໝ່ ແລະປັບປຸງພັກ ປະຕິບັດຕາມມະຕິສະບັບນີ້“.
ກໍ່ສ້າງ ປັບປຸງພັກ ນຳມາເຊີ່ງຄວາມໄວ້ເນື້ອເຊື່ອໃຈໃຫ້ ປຊຊ
(ພາບ: phapluattp.vn)
ທ່ານ ເລເຟືອກທໍ້ ເນັ້ນໜັກວ່າ ເລື່ອງເສີມຂະຫຍາຍບົດບາດຕິດຕາມກວດກາຂອງປະຊາຊົນໃນການກໍ່ສ້າງພັກ ດ້ວຍຈຸດປະສົງແມ່ນກໍ່ສ້າງຮາກຖານພັກໃຫ້ໝັ້ນຄົງເຂັ້ມແຂງຄືນໃໝ່, ຍົກສູງຄວາມສາມາດ ແລະ ກຳລັງຕໍ່ສູ້ຂອງຮາກຖານພັກ. ນອກຈາກນັ້ນແລ້ວ, ການປະຕິບັດວຽກງານພະນັກງານເປັນຢ່າງດີກໍ່ແມ່ນມາດຕະການສຳຄັນໃນວຽກງານກໍ່ສ້າງພັກ. ຕາມທ່ານ ເລເຟືອກທໍ້ ແລ້ວ, ພັກຕ້ອງປ່ຽນໃໝ່, ປ່ຽນແປງວິທີການວາງແຜນກຳນົດພະນັກງານ ແລະ ຂັ້ນຕອນການບຳລຸງສ້າງພະນັກງານ. ສິ່ງສຳຄັນກ່ວາໝູ່ ນັ້ນແມ່ນການປະຕິບັດປະຊາທິປະໄຕ ແລະ ເປີດເຜີຍໃນວຽກງານພະນັກງານ ແລະ ຖືເອົາເລື່ອງປະຕິບັດໜ້າທີ່ການເມືອງສຳເລັດ ແລະ ລະດັບການເຕົ້າໂຮມມະຫາຊົນ ເປັນເຄື່ອງວັດແທກຄວາມສາມາດຂອງພະນັກງານ.