(vovworld) - ໃນສະພາບທີ່ການເຕີບໂຕທາງດ້ານເສດຖະກິດຂອງ ຫວຽດນາມ ໃນໄຕມາດ 1 ຕົ້ນປີ 2012 ພວມຫລຸດລົງຢູ່ໃນລະດັບຕ່ຳສຸດ, ຄວາມຕ້ອງການໃຊ້ສອຍກໍຫລຸດລົງ ແລະ ຂົງເຂດອຸດສາຫະກຳປະສົບກັບຄວາມຫຍຸ້ງຍາກນັ້ນ, ມະຕິ ຍົກເວັ້ນ ແລະ ຫລຸດຜ່ອນອາກອນໃຫ້ແກ່ວິສາຫະກິດ ໂດຍ ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 ຫາກໍຮັບຮອງເອົາໃນກອງປະຊຸມສະໄຫມສາມັນເທື່ອທີ 3 ໄດ້ນຳມາຊຶ່ງສັນຍານທີ່ດີໃຫ້ແກ່ວິສາຫະກິດ. ບັນດາສະມາຊິກສະພາແຫ່ງຊາດ ຕີລາຄາສູງມະຕິສະບັບດັ່ງກ່າວ ພ້ອມທັງຍົກອອກບັນດາຄຳສະເຫນີເພື່ອໃຫ້ມະຕິນີ້ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ຊ່ວຍແກ້ໄຂຄວາມຫຍຸ້ງຍາກດ້ານການເງິນໃຫ້ແກ່ບັນດາວິສາຫະກິດ.
ພາບປະກອບ: internet
|
ຕາມມະຕິສະບັບດັ່ງກ່າວແລ້ວ, ມີ 2 ວິທີສຳລັບການຍົກເວັ້ນ ແລະ ຫລຸດຜ່ອນອາກອນ ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດຳເນີນທຸລະກິດ, ຫນູນຊ່ວຍຕະຫລາດໃນປີ 2012. ທີຫນຶ່ງ ແມ່ນຫລຸດຜ່ອນ 30% ອາກອນລາຍຮັບວິສາຫະກິດທີ່ຕ້ອງເສຍໃນປີ 2012 ໃຫ້ແກ່ເປົ້າໝາຍວິສາຫະກິດຈຳນວນຫນຶ່ງ, ຊື່ງໃນນັ້ນ: ວິສາຫະກິດຂະຫນາດກາງ ແລະ ນ້ອຍ ຖືກຈັດອັນດັບຫນຶ່ງ,ສ່ວນອັນດັບພິເສດ ແມ່ນຂຶ້ນກັບບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່. ພ້ອມກັນນັ້ນ ຫລຸດຜ່ອນ 30% ອາກອນລາຍຮັບໃຫ້ແກ່ວິສາຫະກິດທີ່ນຳໃຊ້ຄົນງານເປັນຈຳນວນຫລາຍໃນການຜະລິດ, ປຸງແຕ່ງຄື: ຜະລິດຕະພັນກະເສດ, ເຄື່ອງປາຂອງດົງ, ສິນໃນນ້ຳ, ຕຳແຜ່ນຕັດຫຍິບ, ເກີບຫນັງ, ເຄື່ອງອາໄຫລ່, ກໍ່ສ້າງບັນດາກິດຈະກຳເສດຖະກິດສັງຄົມ. ທີສອງແມ່ນ ຍົກເວັ້ນ ຫລຸດຜ່ອນອາກອນມູນຄ່າເພີ່ມ, ອາກອນລາຍຮັບສ່ວນບຸກຄົນ ແລະ ອາກອນລາຍຮັບວິສາຫະກິດໃນປີ 2012 ສຳລັບບັນດາສ່ວນບຸກຄົນ, ຄອບຄົວດຳເນິນທຸລະກິດໃຫ້ເຊົ່າຫ້ອງພັກ, ສຳລັບກຳມະກອນ, ຄົນງານ,ນັກສຶກສາ, ຄອບຄົວເບິ່ງແຍງດູແລເດັກ, ຄອບຄົວສະຫນອງອາຫານທ່ຽງໃຫ້ແກ່ກຳມະກອນ ດ້ວຍເງື່ອນໄຂຮັກສາລາຄາໃຫ້ເຊົ່າຫ້ອງພັກ, ບ່ອນພັກເຊົ່າ, ຄ່າເບິ່ງລ້ຽງເດັກ ແລະ ລາຄາ ອາຫານຄືໃນປີ 2011. ຕາມການຄິດໄລ່ແລ້ວ, ມາດຕະການຍົກເວັ້ນ ຫລຸດຜ່ອນອາກອນໃຫ້ແກ່ບັນດາວິສາຫະກິດ ລວມມີ ບັນດາມາດຕະການຊຶ່ງລັດຖະບານຊີ້ນຳປະຕິບັດຕາມສິດອຳນາດການກະທົບທາງການເງິນເຖິງການຜະລິດດຳເນີນທຸລະກິດຂອງພື້ນຖານເສດຖະກິດແມ່ນປະມານ 29 .000 ຕື້ດົ່ງ. ໃນຂະນະນັ້ນ ບັນດາມາດຕະການຕໍ່ກຳນົດເວລາເສຍອາກອນ ຈະຊ່ວຍໃຫ້ວິສາຫະກິດມີແຫລ່ງທຶນ ປະມານ 16.000 ຕື້ດົ່ງເພື່ອດຳເນີນການຜະລິດ. ບັນດາມາດຕະການຍົກເວັ້ນ ຫລຸດຜ່ອນອາກອນ ໄດ້ຊ່ວຍໃຫ້ວິສາຫະກິດຫລຸດຜ່ອນລາຍຈ່າຍ ແລະ ບັນດາມາດຕະການການເງິນອື່ນທີ່ມີມູນຄ່າປະມານ 13.000 ຕື້ດົ່ງ. ທ່ານ ໂດ໋ວັນແວ, ສະມາຊິກສະພາແຫ່ງຊາດ ແຂວງ ທາຍບີ່ງ ໄດ້ຕີລາຄາວ່າ :
“ຂ້າພະເຈົ້າຖືວ່າ ບ້ວງເງິນ 29.000 ຕື້ດົ່ງ ນີ້ ແມ່ນແຜນນະໂຍບາຍຢ່າງຖືກຕ້ອງ. ປະຈຸບັນ ວິສາຫະກິດພວມປະສົບກັບຄວາມຫຍຸ້ງຍາກ, ສະນັ້ນ ບ້ວງເງິນດັ່ງກ່າວແມ່ນມາດຕະການຊ່ວຍໃຫ້ວິສາຫະກິດຟື້ນຟູການດຳເນີນທຸລະກິດ ບຶນຕົວຂຶ້ນ ແລະ ສາມາດຜ່ານຜ່າໄລຍະຫຍຸ້ງຍາກ ເພື່ອພັດທະນາ. ດ້ານອື່ນ, ບັນດາວິສາຫະກິດກໍຄວນພະຍາຍາມ, ເຮັດແນວໃດເພື່ອຍູ້ແຮງການຜະລິດດຳເນີນທຸລະກິດ, ຈຳຫນ່າຍຜະລິດຕະພັນ ກ້າວໄປເຖິງການສົ່ງອອກສິນຄ້າ.”
ບ້ວງເງິນ 29.000 ຕື້ດົ່ງຊ່ວຍແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ, ແຕ່ພັດກະທົບເຖິງງົບປະມານແຫ່ງລັດ. ຖ້າຫາກ ຕໍ່ກຳນົດເວລາເສຍອາກອນ, ຫລຸດຜ່ອນອາກອນລາຍຮັບໃຫ້ແກ່ບຸກຄົນ, ວິສາຫະກິດ, ຄາດວ່າ ບັນດາມາດຕະການກ່ຽວກັບອາກອນ, ຄ່າສິ້ນເປືອງ ຈະເຮັດໃຫ້ລາຍຮັບງົບປະມານແຫ່ງລັດປີ 2012 ຫລຸດລົງປະມານ 9000 ຕື້ດົ່ງ. ທ່ານ ເຈີນງອກວີງ ສະມາຊິກສະພາແຫ່ງຊາດ ນະຄອນ ຫາຍຟ່ອງ ໄດ້ຢືນຢັນວ່າ:
“ໃນຂະນະທີ່ບັນດາວິສາຫະກິດພວມປະສົບກັບຄວາມຫຍຸ້ງຍາກຄືປະຈຸບັນ ບັນດາມາດຕະການຄືດັ່ງກ່າວກໍສົ່ງຜົນສະທ້ອນເຖິງງົບປະມານແຫ່ງລັດ. ດັ່ງນັ້ນ ບັນດາວິສາຫະກິດໃດໄດ້ຮັບການຍົກເວັ້ນ, ຫລຸດຜ່ອນອາກອນ ຫລື ໃຫ້ບຸລິມະສິດອາກອນ, ຄວນກຳນົດເປົ້າໝາຍຢ່າງຈະແຈ້ງ. ຖ້າບໍ່ດັ່ງນັ້ນ ຈະສົ່ງຜົນສະທ້ອນເຖິງແຫລ່ງລາຍຮັບງົບປະມານ. ທີສອງ ບັນຫາດັ່ງກ່າວຈະບໍ່ມີຄວາມໂປ່ງໃສ ແລະ ເປີດເຜີຍສະນັ້ນ ຈຳເປັນຕ້ອງໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ.”
ມະຕິ ຍົກເວັ້ນ ແລະ ຫລຸດຜ່ອນອາກອນໃຫ້ແກ່ວິສາຫະກິດ ໄດ້ນຳມາຊຶ່ງສັນຍານທີ່ດີໃຫ້ແກ່ວິສາຫະກິດ
ພາບປະກອບ:vnexpress.net
|
ຕາມສະມາຊິກສະພາແຫ່ງຊາດຫລາຍທ່ານແລ້ວ, ບັນຫາຫຍຸ້ງຍາກຂອງວິສາຫະກິດໃນປະຈຸບັນ ຕົ້ນຕໍ ແມ່ນກູ້ຢຶມທຶນ, ອັດຕາດອກເບ້ຍສູງ, ສິນຄ້າຄ້າງສາງຫລາຍ. ເມື່ອຕີລາຄາລວມກ່ຽວກັບມາດຕະການດັ່ງກ່າວຂອງລັດຖະບານ, ສະມາຊິກສະພາແຫ່ງຊາດ ຫລາຍທ່ານຖືວ່າ ນີ້ແມ່ນສິ່ງທີ່ມີຄວາມຈຳເປັນຢູ່ໃນຈຸດເວລາປະຈຸບັນ. ເຖິງຢ່າງໃດກໍຕາມ, ໃນໄລຍະຍາວ ລັດຕ້ອງມີການກຳນົດທິດລົງທຶນພັດທະນາເພື່ອໃຫ້ວິສາຫະກິດສາມາດຄົງຕົວໄດ້ ແລະ ພັດທະນາແບບຍືນຍົງ. ຜູ້ຊ່ຽວຊານດ້ານເສດຖະກິດຫລາຍທ່ານຖືວ່າ: ນອກຈາກບັນດາມາດຕະການຫນູນຊ່ວຍຢ່າງຄົບຊຸດ, ສິ່ງສຳຄັນ ແມ່ນ ລັດຖະບານຄວນປັບປຸງ ແລະ ສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃຫ້ດີ ສ້າງເງື່ອນໄຂໃຫ້ວິສາຫະກິດສາມາດຄົງຕົວ ແລະ ພັດທະນາ.