(vovworld) – ສະພາບການຢູ່ແຫຼມເກົາຫຼີ ນັບມື້ນັບເຄັ່ງຕຶງ, ຕໍ່ໜ້າການນາບຂູ່ລະຫວ່າງ ສປປ ເກົາຫຼີ , ສ ເກົາຫຼີ ແລະ ຝ່າຍຕ່າງໆທີ່ກ່ຽວຂ້ອງ. ປະຈຸບັນ, ບັນຫາທີ່ຫາງສຽງພວມເອົາໃຈໃສ່ທີ່ສຸດ ແລະ ແມ່ນຫົວເລື່ອງທີ່ເຄັ່ງຮ້ອນກວ່າເວລາໃດໝົດໃນພາຫະນະສື່ມວນຊົນສາກົນນັ້ນແມ່ນ, ສົງຄາມລະຫວ່າງສອງພາກເກົາຫຼີ ຈະເກີດຂຶ້ນຄືດັ່ງກ່ອນນີ້ 60 ປີ ຫຼືບໍ. ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ຈະໄຈ້ແຍກກ່ຽວກັບໄພຈະເກີດສົງຄາມດ້ວຍກຳລັງປະສົມລະຫວ່າງສອງພາກເກົາຫຼີຫຼືບໍ, ເຊີນທ່ານຮັບຟັງ.
ລົດຕັງຂອງສເກົາຫຼີ ຊ້ອມຮົບຢູ່ມໍ່ກັບຊາຍແດນລະຫວ່າງສອງພາກເກົາຫຼີ ໃນວັນທີ 1.4
(ພາບ: AFP)
ວັນທີ 30/3, ສປປ ເກົາຫຼີ ຖະແຫຼງວ່າ, ການພົວພັນລະຫວ່າງສອງພາກເກົາຫຼີ ໄດ້ຕົກເຂົ້າສູ່ສະພາບສົງຄາມ ແລະ ທຸກໆບັນຫາລະຫວ່າງສອງພາກ ຈະໄດ້ຮັບການແກ້ໄຂຕາມຫຼັກການສະໄໝສົງຄາມ. ຫຼັງຈາກນັ້ນມື້ໜຶ່ງ, ການນຳ Kim Jong – un ຢືນຢັນວ່າ, ພຽງຢາງຄວນຍົກລະບົບສາງອາວຸດນິວຄະເລຍນັບທັງດ້ານປະລິມານ ແລະ ຄຸນນະພາບ, ພ້ອມທັງພັດທະນາຂະແໜງພະລັງງານນິວຄະເລຍ ເພື່ອເພີ່ມປະລິມານຜະລິດໄຟຟ້າ ແລະ ຍິງດາວທຽມໃຫ້ຫຼາຍກວ່າ. ສປປ ເກົາຫຼີ ກ່າວເຕືອນບັນດາຖານທີ່ໝັ້ນການທະຫານອາເມລິກາຢູ່ຍີ່ປຸ່ນ, ສ ເກົາຫຼີ ຈະກາຍເປັນເປົ້າໝາຍບຸກໂຈມຕີທຳອິດຂອງປະເທດນີ້ ຖ້າຫາກສົງຄາມເກີດຂຶ້ນໃນແຫຼມເກົາຫຼີ. ບໍ່ພຽງແຕ່ເວົ້າລ້າໆຄືແນວນັ້ນ, ການນຳ Kim Jong – un ຍັງສັ່ງໃຫ້ບັນດາກົມກອງລູກສອນໄຟຍຸດທະສາດຂອງປະເທດນີ້ມຸ່ງໄປສູ່ຖານທີ່ໝັ້ນການທະຫານຕ່າງໆຂອງອາເມລິກາຢູ່ສ ເກົາຫຼີ ແລະ ປາຊີຝິກ, ພາຍຫຼັງທີ່ທຳນຽບ 5 ແຈ ຈັດສົ່ງຍົນຖີ້ມລະເບີດທີ່ຂົນສົ່ງອາວຸດນິວຄະເລຍ B – 2 ເຖິງແຫຼມເກົາຫຼີ. ໃນຂະນະນັ້ນ, ຈຳນວນບຸກຄະລາກອນ ແລະ ລົດຂອງກອງທັບໄດ້ເພີ່ມຂຶ້ນຢ່າງແຮງຢູ່ບັນດາສະຖານທີ່ຍິງລູກສອນໄຟຢູ່ ສປປ ເກົາຫຼີ. ບັນຍາກາດກຽມພ້ອມສູ້ຮົບໄດ້ຜັນຂະຫຍາຍໃນທົ່ວ ສປປ ເກົາຫຼີ. ທຳນຽບຂາວໃຫ້ຮູ້ວ່າ, ການນາບຂູ່ຄັ້ງໃໝ່ຂອງ ສປປ ເກົາຫຼີແມ່ນ “ຮ້າຍແຮງທີ່ສຸດ“ ແລະ ວໍຊິງຕັນ ຈະມີການພົວພັນຢ່າງແໜ້ນແຟ້ນກັບພັນທະມິດ ສເກົາຫຼີ ເພື່ອຕິດຕາມກວດກາທຸກການກະທຳຂອງ ສປປ ເກົາຫຼີ, ພ້ອມທັງກ່າວຫາວ່າ ພຽງແຕ່ ສປປ ເກົາຫຼີ ມີໂທດໃນເລີ່ອງເຮັດໃຫ້ສະພາບການຢູ່ແຫຼມ ເກົາຫຼີ ເຄັ່ງຕຶງຂຶ້ນຕື່ມເທົ່ານັ້ນ.
ເຖິງວ່າສະພາບການມີຄວາມເຄັ່ງຕຶງຄືແນວນັ້ນກໍ່ຕາມ, ແຕ່ຫຼາຍຄວາມເຫັນພັດຖືວ່າ ຍາກທີ່ຈະເກີດສົງຄາມດ້ວຍກຳລັງປະສົມໄດ້. ສາຍເຫດແມ່ນຍ້ອນວ່າ ຖ້າຫາກສົງຄາມເກີດຂຶ້ນ, ຈະກໍ່ຄວາມເສຍຫາຍຢ່າງໜັກໜ່ວງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ, ໃນຂະນະທີ່ການຮ່ວມມືທາງດ້ານເສດຖະກິດພວມແມ່ນທ່າອ່ຽງຕົ້ນຕໍ່ໃນການພົວພັນສາກົນ. ດ້ວຍການກະທຳທີ່ສະແດງໃຫ້ເຫັນວ່າ, ການບຸກໂຈມຕີໃສ່ອາເມລິກາໃກ້ຈະເກີດຂຶ້ນ, ສປປ ເກົາຫຼີ ສາມາດຍົກສູງນ້ຳໃຈສາມັກຄີແຫ່ງຊາດ ແລະ ປຸກລະດົມປະຊາຊົນເຕົ້າໂຮມກັນຢູ່ອ້ອມການນຳຄົນໃໝ່ຂອງເຂົາເຈົ້າ. ຍັງມີສາຍເຫດໜຶ່ງອີກທີ່ບໍ່ອາດເກີດສົງຄາມໄດ້, ນັ້ນແມ່ນ ສປປ ເກົາຫຼີ ຫາກໍ່ແຕ່ງຕັ້ງທ່ານ Pak Pong – Ju, ຜູ້ທີ່ໄດ້ຮັບການຕີລາຄາວ່າ, ມີຫົວຄິດປະຕິຮູບເປັນນາຍົກລັດຖະມົນຕີ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ການນຳປະເທດນີ້ມີຄວາມເອົາໃຈໃສ່ເຖິງການປ່ຽນໃໝ່, ປະຕິຮູບພື້ນຖານເສດຖະກິດ. ທີ່ກອງປະຊຸມທົ່ວພັກແຮງງານ ສປປ ເກົາຫຼີ ຫວ່າງແລ້ວນີ້, ການນຳ Kim Jong – un ໄດ້ຖະແຫຼງວາງແນວທາງຍຸດທະສາດໃໝ່ໃຫ້ແກ່ປະເທດ. ໃນນັ້ນຊີ້ແຈ້ງວ່າ, ການສ້າງເສດຖະກິດ ໄປຄຽງຄູ່ກັບການພັດທະນາອາວຸດນິວຄະເລຍ. ອາດເຂົ້າໃຈໄດ້ວ່າ, ພຽງຢາງບໍ່ຄິດໄລ່ເຖິງການບຸກໂຈມຕີດ້ານການທະຫານຕ້ານສເກົາຫຼີ ແລະ ອາເມລິກາ ໃນອະນາຄົດໄກ້ໆນີ້ຢ່າງແນ່ນອນ. ຊາວ ສປປ ເກົາຫຼີ ຜູ້ໜຶ່ງທີ່ດຳລົງຊີວິດຢູ່ມໍ່ກັບເຂດຊາຍແດນໃຫ້ຮູ້ວ່າ: ຄວາມເຄັ່ງຕຶງເຄີຍເພີ່ມຂຶ້ນໃນໄລຍະເວລາທີ່ອາເມລິກາ ແລະ ສເກົາຫຼີດຳເນີນການຊ້ອມຮົບຮ່ວມ. ເມື່ອການຊ້ອມຮົບສິ້ນສຸດລົງ, ທຸກສິ່ງທຸກຢ່າງກໍ່ກັບຄືນສະພາບເປັນປົກກະຕິ ແລະ ຜູ້ຄົນທັງຫຼາຍກໍ່ບໍ່ສົນໃຈອີກ. ຫວັງວ່າຄວາມເຄັ່ງຕຶ່ງໃນເທື່ອນີ້ກໍ່ເຊັ່ນດຽວກັນ.
ເດືອນ 7 ຈະມາເຖິງ ແມ່ນສະເຫຼີມສະຫຼອງ 60 ປີ ແຫ່ງການລົງນາມໃນສັນຍາຢຸດຮົບລະຫວ່າງສອງພາກ, ເຊິ່ງໄດ້ເຮັດໃຫ້ປະຊາຊົນກວ່າ 3 ລ້ານຄົນເສຍຊີວິດ. ພາຍຫຼັງ 60 ປີ, ສເກົາຫຼີ ໄດ້ຟື້ນຕົວຈາກປະເທດກະສີກຳທີ່ທຸກຍາກ, ກາຍເປັນພື້ນຖານເສດຖະກິດຊັ້ນນຳຂອງໂລກ, ໃນຂະນະນັ້ນ, ສປປ ເກົາຫຼີ ຍັງຄົງຊອກຫາເສັ້ນທາງຫຼຸດພົ້ນອອກຈາກຄວາມຫຍຸ້ງຍາກພາຍຫຼັງສົງຄາມ, ດ້ວຍລາຍຮັບສະເລ່ຍໃສ່ຫົວຄົນເທົ່າກັບ Sahara ໃກ້ ຢູ່ອາຟະລິກາ. ຍ້ອນເຫດນັ້ນ, ຍິ່ງກວ່າເວລາໃດໝົດ, ພຽງຢາງພວມຕ້ອງການປະຕິຮູບ ເປີດປະຕູ. ແຕ່, ມາຮອດປະຈຸບັນບັນດາມາດຕະການປິດລ້ອມ, ຄວ້ຳບາດຂອງອາເມລິກາ ແລະ ຝ່າຍຕາເວັນຕົກ ກໍ່ບໍ່ສາມາດກີດຂວາງຄວາມຕັດສິນໃຈພັດທະນາອາວຸດນິວຄະເລຍຂອງປະເທດນີ້ໄດ້. ຖ້າຫາກຝ່າຍຕ່າງໆຍັງຄົງເລືອກເຟັ້ນມາດຕະການອວດກຳລັງແຮງດ້ານການທະຫານແທນໃຫ້ການເຈລະຈາ, ສັນຕິພາບຢູ່ແຫຼມເກົາຫຼີຈະບໍ່ສາມາດບັນລຸໄດ້.