ຢັ້ງຢືນຄຳໝັ້ນສັນຍາ ແລະ ບົດບາດຂອງຫວຽດນາມ ທີ່ມີຕໍ່ການຮ່ວມມືແມ່ຂອງ - ຍີ່ປຸ່ນ

ໂດຍ​ຮັບ​ຄຳ​ເຊີນ​ຈາກ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ Shinzo Abe , ວັນ​ທີ 2/7, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້​ນຢຸງໄດ້​ເລີ່ມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ແມ່​ຂອງ - ຍີ​ປຸ່ນ​ຄັ້ງ​ທີ 7 ຢູ່​ໂຕ​ກຽວ​ປະ​ເທດ​ຍີ​ປຸ່ນ. ນີ້​ແມ່ນກອງ​ປະ​ຊຸມ​ທີ່​ສຳ​ຄັນ ແນ​ໃສ່​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ການ​ກຳ​ນົດ​ທິດ​ຮ່ວມ​ມືແມ່​ຂອງ - ຍີ່ປຸ່ນໃນ​ໄລ​ຍະ 2016-2018. ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ແມ່ນ​ເພື່ອຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ ແລະ ບົດ​ບາດ​ຂອງ​ຫວຽດ​ນາມ​ທີ່​ມີ​ຕໍ່​ການ​ຮ່ວມ​ມື ແມ່​ຂອງ - ຍີ່ປຸ່ນ, ພ້ອມ​ກັນ​ນັ້ນ, ກໍ​ເປັນ​ການ​ປັບ​ປຸງ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ກັບ​ບັນ​ດາ​ປະ​ເທດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ, ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ຍີ​ປຸ່ນ​ເລິກ​ເຊິ່ງ​ກ່​ວາ​ອີ​ກ.

    

ຢັ້ງຢືນຄຳໝັ້ນສັນຍາ ແລະ ບົດບາດຂອງຫວຽດນາມ ທີ່ມີຕໍ່ການຮ່ວມມືແມ່ຂອງ - ຍີ່ປຸ່ນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້​ນຢຸງ ແລະ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ Shinzo Abe ໃນ​ການ​ພົບ​ປະ​ກັນ​ຢູ່​ຮ່າ​ໂນ້ຍ​ເມື່ອ​ຕົນ​ປີ 2013

        ກອງ​ປະ​ຊຸມ​ສຸດຍອດ​ແມ່​ຂອງ - ຍີ່ປຸ່ນ​ຄັ້ງ​ທີ 7 ຢູ່​ໂຕ​ກຽວ​ປະ​ເທດ​ຍີ​ປຸ່ນໄດ້​ດຳ​ເນີນ​ໃນ​ສະ​ພາ​ວະ​ທີ່​ການ​ຮ່ວມ​ມືແມ່​ຂອງ - ຍີ​ປຸ່ນ​ໄດ້ ແລະ ພວມ​ບັນ​ລຸ​ໝາກ​ຜົນ​ທີ່​ສຳ​ຄັນຫຼາຍຢ​່າງ. ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້​ຈະ​ສຳຫຼວດກວດ​ຄືນ​ສະ​ພາບ​ການ​ຮ່ວມ​ມືແມ່​ຂອງ - ຍີ່ປຸ່ນ, ພິ​ເສດ​ແມ່ນ​ໝາກ​ຜົນ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ແຜນ​ການ​ດຳ​ເນີນ​ງານແມ່​ຂອງ - ຍີ່​ປຸ່ນ​ໄລ​ຍະ 2013-2015 ແລະ ວາງ​ອອກ​ບັນ​ດາ​ບຸ​ລິ​ມະ​ສິດ​ໃນ​ໄລ​ຍະ​ທີ່​ຈະ​ເຖິງ.

    ປະ​ສິດ​ທິ​ຜົນ​ຂອງ​ກົນ​ໄກ​ຮ່ວມ​ມືແມ່​ຂອງ - ຍີ​ປຸ່ນ

 ກົນ​ໄກ​ຮ່ວມ​ມືແມ່​ຂອງ - ຍີ​ປຸ່ນໄດ້​ເລີ່ມ​ປະ​ຕິ​ບັດ​ແຕ່​ປີ 2007 ແລະ ມາ​ຮອດ​ປະ​ຈຸ​ບັນ, ກົນ​ໄກ​ນີ້​ນັບ​ມື້​ນັບ​ນັບ​ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ຢ່າງ​ຕັ້ງ​ໜ້າ. ຍີ່ປຸ່ນ​ໄດ້​ກຳ​ນົດ​ແມ່​ນ້ຳ​ຂອງ​ແມ່ນ​ພາກ​ພື້ນ​ຮັບ​ບຸ​ລິ​ມະ​ສິດ ODA ສຳ​ລັບ​ບັນ​ດາ​ປະ​ເທດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງຊຶ່ງ​ລວ​ມ​ມີ ກຳ​ປູ​ເຈຍ, ລາວ, ມຽນ​ມາ, ໄທ ແລະ ຫວຽດ​ນາມ, ການ​ພົວ​ພັນ​ຄູ່​ຮ່ວມ​ມືແມ່​ຂອງ - ຍີ​ປຸ່ນ ແມ່ນ​ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ຂົງ​ເຂດ​ຮັບ​ບຸ​ລິ​ມະ​ສິດ​ຄື ປົວ​ແປງ​ໂຄງ​ປະ​ກອບ​ໂຄງ​ລ່າງ, ເພີ່ມ​ທະ​ວີ​ການ​ຮ່ວມ​ສຳ​ພັນ​ໃນ​ພາກ​ພື້ນ, ຊຸກ​ຍູ້​ການ​ຄ້າ- ການ​ລົງ​ທຶນ, ລົບ​ລ້າງ​ຄວາມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຄວບ​ຄຸມ​ໂລກ​ພະ​ຍາດ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ຜ່ານນັ້ນ, ກໍ​ເປັນ​ການ​ຊ່ວຍ​ຮັດ​ແຄບ​ຊອງວ່າງໃນ​ການ​ພັດ​ທະ​ນາ​ໃນ​ອາ​ຊຽນ, ໜູນ​ຊ່ວຍ​ເປົ້າ​ໝາຍ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ.

    ໃນ 8 ປີ​ທີ່​ຜ່ານ​ມາ, ຍີ່​ປຸ່ນ​ໄດ້​ຕັ້ງ​ໜ້າ​ໜູນ​ຊ່ວຍ​ທຶນ ODA ກ້ອນ​ໃຫຍ່​ເພື່ອ​ໃຫ້​​ບັນ​ດາ​ປະ​ເທດ​ພາກ​ພື້ນ​ແມ່​ນ້ຳ​ຂອງ, ເປັນ​ຕົ້ນ​ແມ່ນ ກຳ​ປູ​ເຈຍ, ລາວ, ມຽນ​ມາ ແລະ ຫວຽດ​ນາມພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ​່າງ. ຍີ​ປຸ່ນ​ໄດ້​ສະ​ຫງວນບ້ວງ​ເງິນ 20 ລ້ານ USD ໃຫ້​ແກ່ ກຳ​ປູ​ເຈຍ, ລາວ, ມຽນ​ມາ ແລະ ຫວຽດ​ນາມ ເພື່ອ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງໂດຍ​ຈຳ​ເປັນ​ໃນ​ແລວ​ເສດ​ຖະ​ກິດ​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ ແລະ ແລວ​ນະ​ຄອນ​ໂຮ່​ຈິ​ມິນ-ພະ​ນົມ​ເປັນ-ບາງກອກ. ຍີ່​ປຸ່ນ​ກໍ​ໄດ້​ໜູນ​ຊ່ວຍ​ທຶນ ODA 500 ຕື້ເຢັນ​ໃຫ້​ແກ່ບັນ​ດາ​ປະ​ເທດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງໃນ​ໄລ​ຍະ 2009-2012; ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ທຶນ ODA ໃຫ້​ແກ່ກຳ​ປູ​ເຈຍ, ລາວ, ແລະ ຫວຽດ​ນາມ. ໃນ​ໄລ​ຍະ 2013-2015, ຍີ​ປຸ່ນ​ສືບ​ຕໍໍ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສະ​ຫງວນ​ທຶນ ODA ປະ​ມານ 600ຕື້​ເຢັນ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ ພາກ​ພື້ນ​ແມ່​ນ້ຳ​ຂອງເພື່ອ​ປະ​ກອບ​ສ່ວນ​ປະ​ຕິ​ບັດ​ແຜນ​ການ​ດຳ​ເນີນ​ງານ​ໃນ​ໄລ​ຍະ​ນີ້. ແມ່​ຂອງ - ຍີ​ປຸ່ນ ຍັງ​ຜັນ​ຂະ​ຫຍາຍ​ໂຄງ​ການ​ດຳ​ເນີນ​ງານ “ຂໍ້​ລິ​ເລີ່ມ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ອຸດ​ສາ​ຫະ​ກຳແມ່​ຂອງ - ຍີ່ປຸ່ນ”, ປະ​ຕິ​ບັດ​ຂໍ້​ລິ​ເລີ່ມ​ “ທົດ​ສະ​ວັດ ແມ່​ຂອງຂຽວ”ໂດຍ​ເລັ່ງ​ໃສ່​ບັນ​ດາ​ຂົງ​ເຂດ​ຄຸ້ມ​ຄອງ​ແຫຼ່ງ​ນ້ຳ, ຄ​ຸ້ມ​ຄອງ​ປ່າ​ຢ່າງ​ໝັ້ນ​ຄົງ, ປ້ອງ​ກັນ ແລະ ຕ້ານ​ໄພ​ທຳ​ມະ​ຊາດ, ປົວ​ແປງ​ສະ​ພາບ​ແວ​ດ​ລ້ອມ​ຕົວ​ເມືອງ.

     ຢັ້ງ​ຢືນ​ບົດ​ບາດ​ຕັ້ງ​ໜ້າ​ໃນ ກົນ​ໄກ​ຮ່ວມ​ມືແມ່​ຂອງ - ຍີ່ປຸ່ນ

   ເຂົ້າ​ຮ່ວມຢ່າງ​ຕັ້ງ​ໜ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ ກົນ​ໄກ​ຮ່ວມ​ມືແມ່​ຂອງ - ຍີ​ປຸ່ນ​ນັບ​ແຕ່​ຊຸມ​ວັນ​ທຳ​ອິດ​ທີ່​ກົນ​ໄກ​ນີ້​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 2007. ຢູ່​ຫວຽດ​ນາມ, ມີຫຼາຍ​ໂຄງ​ການ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ໃນ​ຂອບ​ເຂດຮ່ວມ​ມືແມ່​ຂອງ - ຍີ່​ປຸ່ນໃນ​ໄລ​ຍະ​ທີ່​ຜ່ານ​ມາ. ຊຶ່ງ​ພົ້ນ​ເດັ່ນ​ແມ່ນ​ໂຄງ​ການກໍ່​ສ້າງ​ທ່າ​ກຳ​ປັ່ນ​ນ້ຳ​ເລິກ ແລກ​ຮ້​ວຽນ​ດ ນະ​ຄອນ​ຫາຍ​ຟ່ອງ, ໂຄງ​ການກໍ່​ສ້າງ​ສູນ​ສອນ​ວິ​ຊາ​ຊີບ ແມ່​ຂອງ - ຍີ​ປຸ່ນ…….ຫວຽດ​ນາມ​ກໍ​ໄດ້​ມີ​ການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ທີ່​ສຳ​ຄັນ​ເຂົ້າ​ໃນ​ກົນ​ໄກ​ຮ່ວມ​ມືນີ້. ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທ​ດ​ຫວຽດ​ນາມ ບຸຍ​ແທງ​ເຊີນ ໃຫ້​ຮູ້​ວ່າ :

   “ ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ການ​ຂົນ​ສົ່ງ​ທາງ​ແມ່​ນ້ຳ​ຕື່ມ​ອີກ, ກໍ​ເປັ​ນ​ການຫຼຸດ​ຜ່ອນ​ຄ່າ​ໃຊ້​ຈາຍ​ລົງ, ນຳ​ໃຊ້​ທ່າ​ໄດ້​ປຽບ​ຂອງ​ພາກ​ພື້ນ​ແມ່ນ​ມີ​ແມ່​ນ້ຳ​ຂອງ ແລະ ແມ່​ນ້ຳ​ອື່ນໆ​ທີ່​ເຊື່ອມ​ຕໍ່​ກັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ, ກໍ​ຈະຫຼຸດ​ຜ່ອນ​ຄ່າ​ຂົນ​ສົ່ງ​ທາງບົກ, ທາງ​ທະ​ເລ. ຜ່ານນັ້ນ ກໍ​ເພີີ່ມ​ທະ​ວີ​ການ​ແລກ​ປ່ຽນ​ສິ​ນຄ້າ ກໍ​ຄື​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ດ້ວຍ​ກັນ ແລະ ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ກັບ​ນອກ​ພາກ​ພື້ນ ”

    ຫວຽດ​ນາມ​ກໍ​ເປັນ​ເຈົ້າ​ພ​າບ​ຈັດ​ການ​ເຄື່ອ​ນ​ໄຫວຫຼາຍ​ຢ່າງ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ພົວ​ພັນ​ແລກ​ປ່ຽນ​ ​ປະ​ຊາ​ຊົນ ລະ​ຫວ່າງ​ບັນ​ດາ​ປະ​ເທດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງເວົ້າ​ລວມ,  ກັບແມ່​ຂອງ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ໃນ​ນັ້ນ​ມີຍີ​ປຸ່ນເວົ້າ​ສະ​ເພາະ. ທີ່​ເວ​ທີ​ປາ​ໄສ​ທ່ອງ​ທ່ຽວ ແມ່​ຂອງ 2015 ຊຶ່ງ​ຈັດ​ຂຶ້ນ​ຢູ່​ດານັ້ງ​ເມື່ອມໍ່ໆ​ມານ​ີ້, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ຫວຽດ​ນາມ ເລ​ແຄ້ງ​ຫາຍ ເນັ້ນ​ໜັກ​ວ່າ :

    “ ຫວຽດ​ນາມ​ກໍ​ຫວັງ​ຢ່າງ​ຍິ່ງ​ຢາກ​ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂອງ​ຫວຽດ​ນາມ​ກັບບັນ​ດາ​ສະ​ຖານ​ທີ​ທ່ອງ​ທ່ຽວ​ໃນ​ພາກ​ພື້ນ, ກໍ​ຄື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ອື່ນໆ ເພື່ອ​ສ້າງ​ເປັນ​ຜະ​ລິດ​ຕະ​ພັນ​ທີ່​ມີຫຼາຍ​ຮູບຫຼາຍ​ສີ ແລະ ດູດ​ດື່ມ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ. ອົງ​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ປະ​ເທດ​ຕ່າງໆ​ໃນອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງຄວນ​ສົ​ມ​ທົບ​ກັນ ວາງ​ອອກ​ກົນ​ໄກ, ນະ​ໂຍ​ບາຍ​ຮ່ວມ, ສ້າງ​ເງື່ອນ​ໄຂ​ໄປ​ມາ​ຢ່າງ​ສະ​ດວກ​ສະ​ບາຍ, ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ເຂົ້າ​ຮ່ວມ​ລົງ​ທຶນກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ທ່ອງ​ທ່ຽວ, ສ້າງ ແລະ ໂຄ​ສະ​ນາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ… ”

   ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້​ນຢຸງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ແມ່​ຂອງ - ຍີ​ປຸ່ນ​ຄັ້ງ​ທີ 7 ຢູ່​ໂຕ​ກຽວ​ປະ​ເທດ​ຍີ່​ປຸ່ນ ແມ່ນ​ແນ​ໃສ່​ປະ​ກອບ​ສ່ວນ​ຊຸກ​ຍູ້ການ​ຮ່ວມ​ມືແມ່​ຂອງ - ຍີ​ປຸ່ນໄລ​ຍະ​ທີ່​ຈະ​ມາ​ເຖິງ​ຕາມ​ທິດ​ໜູນ​ຊ່ວຍ​ຢ່າງ​ແຂງ​ແຮງໃຫ້​ແກ່ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງບັນ​ດາ​ປະ​ເທດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງເວົ້າ​ລວມ ແລະ ຫວຽດ​ນາມ​ເວົ້າ​ສະ​ເພາະ. ຜ່ານນັ້ນ ກໍ​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ ແລະ ບົດ​ບາດ​ຂອງ​ຫວຽດ​ນາມ​ທີ່​ມີ​ຕໍ່​ການ​ຮ່ວມ​ມືແມ່​ຂອງ - ຍີ​ປຸ່ນ, ປັບ​ປຸງ​ການພົວ​ພັນຮ່ວມ​ມື​ມິດ​ຕະ​ພາບ​ກັບ​ບັນ​ດາ​ປະ​ເທດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ, ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​​ທີ່ເລິກ​ເຊິ່ງກ້​ວາງ​ຂວາງກັບ​ຍີ່​ປຸ່ນ​ ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ ແລະ ມີ​ປະ​ສິດ​ທິ​ຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ