ລົງຄະແນນສຽງໄວ້ວາງໃຈ- ການປ່ຽນໃຫມ່ການເຄື່ອນໄຫວຂອງສະພາປະຊາຊົນທ້ອງຖິ່ນ

(vovworld)- ພາຍຫລັງ​ເກືອບ 1 ​ເດືອນ ​ທີ່ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທ​ື່ອທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ດຳ​ເນີນ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສຳລັບ 47 ຕຳ​ແຫນ່​ງ ​ໂດຍ​ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ​ຫລື​ໃຫ້​ສັດຕະ​ຍາ​ບັນ, ​ໃນ​ສັບປະດາ​ທຳ​ອິດ​ຂອງ​ເດືອນ 7, ສະພາ​ປະຊາຊົນ​ທຸກ​ຂັ້ນ, ອົງການ​ອຳນາດ​​ແຫ່ງ​ລັດຢູ່​ທ້ອງ​ຖິ່ນ​ເລີ່​ມຕົ້ນ​ການ​ຜັນ​ຂະຫຍາຍ​ວຽກ​ງານ​ສຳຄັນ​ດັ່ງກ່າວ. ນີ້​ແມ່ນ​ການ​ປ່ຽນ​ໃຫມ່​ການ​ເຄື່ອນ​ໄຫວຂອງ​ສະພາ​ປະຊາຊົນ​ຢູ່​ທ້ອງ​ຖິ່ນ, ຫັນ​ສິດ​ຕິດຕາມ​ກວດກາ​ສຳລັບ​ບັນດາ​ຕຳ​ແຫນ່​ງ​ໂດຍ​ສະພາ​ປະຊາຊົນ​ເລືອກ​ຕັ້ງ​ເປັນ​ລະອຽດ. ​

        ກ່ອນ​ທີ່​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ໂດຍ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ຜັນ​ຂະຫຍາຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊີງ​ຮຸ່ງ ​ໄດ້​ສົ່ງ​ຈົດໝາຍ​ເຖິງ​ຄະນະປະຈຳ​ສະພາ​ປະຊາຊົນ​ແຂວງ, ນະຄອນ​ຂຶ້ນ​ກັບ​ສູນ​ກາງ; ​ເມືອງ, ​ເທດສະບານ, ຕາ​ແສງ, ນະຄອນ ຂຶ້ນ​ກັບ​ແຂວງ, ນະຄອນ​ຂຶ້ນ​ກັບ​ສູນ​ກາງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊີງ​ຮຸ່ງ ຊີ້​ແຈງ​ວ່າ: ການ​ລົງ​ຄະ​ແນນ​ສຽງ​​ໄວ້​ວາງ​ໃຈ ​ແມ່ນ​ວຽກ​ງານ​ສຳຄັນ​ຍິ່ງ ​ແລະ ມີ​ຄວາມ​ໝາຍ​ໃນ​ການ​ປະຕິບັດ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ກ່ຽວ​ກັບ​ການ​ປ່ຽນ​​ໃຫມ່​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ປະຊາຊົນ ​ຊື່​ງ​ໄດ້​ຮັບ​ຄວາມມຸ້ງ​ຫວັງ ​ແລະ ​ເຊື່ອ​ໝັ້ນ​ຈາກ​ປະຊາຊົນ.

        ​ໂດຍ​ແມ່ນ​ອົງການ​ຕາງຫນ້າ​ໃຫ້​ເຈດ​ຈຳນົງ, ຄວາມ​ມຸ້ງ​ມາດ​ປາດ​ຖະຫນາ ​ແລະ ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ​ຢູ່​ທ້ອງ​ຖິ່ນ, ສະພາ​ປະຊາຊົນ​ທຸກ​ຂັ້ນ​ດຳ​ເນີນ​ການ​ລົງ​ຄະ​ແນນ​ສຽງ​​ໄວ້​ວາງ​ໃຈ​ສຳລັບ​ບັນດາ​ຕຳ​ແຫນ່​ງ​ໂດຍ​ອົງການ​ນີ້​ເລືອ​ກຕັ້ງຄື: ປະທານ​ສະພາ​ປະຊາຊົນ, ຮອງ​ປະທານ​ສະພາ​ປະຊາຊົນ, ປະທານ​ຄະນະ​ກຳມະການ​ປະຊາຊົນ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ, ບັນດາ​ສະມາຊິກ​ອື່ນ​ຂອງ​ຄະນະ​ກຳມະການ​ປະຊາຊົນ. ກໍ​​​ເຊັນ​ດຽວ​ກັນ​ກັບ​ຢູ່​ສະພາ​ແຫ່ງ​ຊາດ, ນີ້​ເປັນ​ຄັ້ງ​ທຳ​ອິດ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ຢູ່​ສະພາ​ປະ​ຊົນ, ສະ​ນັ້ນ ວຽກ​ງານ​ນີ້​ສະພາ​ປະຊາຊົນ​ທຸກ​ຂັ້ນຕ້ອງ​ເອົາ​ໃຈ​ໃສ່​ຊີ້​ນຳ​ເປັນ​ພິ​ເສດ​ ​ເພື່ອ​ໃຫ້​ການ​ລົງ​ຄະ​ແນນ​ສຽງ​​ໄວ້​ວາງ​ໃຈສຳ​ເລັດ​ຜົນ. ທ່ານ​ນາງ ​ໂງ​ທີ​ຢວານ​ແທງ, ປະທານ​ສະພາ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

        “ຄະນະປະຈຳ​ສະພາ​ປະຊາຊົນ​ນະຄອນ​ໄດ້​ພະຍາຍາມ​ຢູ່​​ໃນ​ລະດັບ​ສູງ​ສຸດ​ເພື່ອ​ສະຫນອງ​ໃຫ້​ຜູ້​ແທນ ສະພາ​ປະຊາຊົນ ບໍ່​ພຽງ​ແຕ່​ບົດ​ລາຍ​ງານ​ໝາກ​ຜົນ​​ແຫ່ງ​ການ​ປະຕິບັດ​ພາລະ​ບົດບາດ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ຈາກຜູ້​​ໄດ້​ຮັບ​ການລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ເທົ່າ​ນັ້ນ ຫາກ​ຍັງ​ລາຍ​ງານ​ຕີ​ລາຄາ​ສະພາບ​ການ​ປະຕິບັດ​ຫນ້າ​ທີ່​ເສ​ດຖະກິດ​ສັງຄົມ ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ນະຄອນ​ໃນ​ໄລຍະ​ຜ່ານ​ມາອີກ​ດ​​້ວຍ. ຂ້າພະ​ເຈົ້າ​ຄິດ​ວ່າ ໝາກຜົນ​​ແຫ່ງ​ການລົງ​ຄະ​ແນນ​ສຽງ​​ໄວ້​ວາງ​ໃຈ​ຍັງ​ອີງ​ໃສ່​ຫລາຍ​ປັດ​ໃຈ.”

ລົງຄະແນນສຽງໄວ້ວາງໃຈ- ການປ່ຽນໃຫມ່ການເຄື່ອນໄຫວຂອງສະພາປະຊາຊົນທ້ອງຖິ່ນ - ảnh 1
ນະຄອນຮ່າໂນ້ຍ ດຳເນີນການລົງຄະແນນສຽງໄວ້ວາງໃຈ
ພາບ:vneconomy.vn

        ​​ເລື່ອງ​ລົງ​ຄະ​ແນນ​ສຽງ​​ໄວ້​ວາງ​ໃຈ​ແມ່ນ​ສຸມ​​ໃສ່​ຕີ​ລາຄາ 2 ມາດຖານ​ພື້ນຖານ ນັ້ນ​ແມ່ນ​ກຳລັງ​ຄວາມ​ສາມາດ​ຊີ້​ນຳ​ນຳພາ, ການ​ບໍລິຫານ, ຄຸນ​ນະ​ທາດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນການ​ດຳລົງ​ຊີວິດ. ຫາງ​ສຽງ​ຕີ​ລາຄາ​ວ່າ ນີ້​ແມ່ນ​ວຽກ​ງານ​ທີ່​ແທດ​ຈິງ, ທັງ​ຮັບປະກັນ​ການ​ເປີດ​ກວ້າງ, ​ເສີມ​ຂະຫຍາຍ​ປະ​ຊາ​ທິປະ​ໄຕ ທັງ​ສ້າງ​ຊ່ອງ​ຕິດຕາມ​ກວດກາ, ປະກອບສ່ວນ​ຕີ​ລາຄາ​ພະນັກງານ​ຢ່າງ​ພາວະ​ວ​ິ​ໄສ, ຊັດ​ເຈນ.  ທ່ານ ຫງວຽນ​ມີນຕວນ, ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແຂວງ ກວ໋າງຫງາຍ ​​ໃຫ້​ຮູ້​ວ່າ: ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມຫວັງ​ ຜູ້​ແທນ​ສະພາ​ປະຊາຊົນ ຍົກ​ສູງ​ສະຕິ​ຄວາມ​ຮັບຜິດຊອບ​ດ້ານ​ການ​ເມືອງ​ຕໍ່ຫນ້າ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ປະຊາຊົນ​ເພື່ອ​​ໃຫ້ການລົງ​ຄະ​ແນນ​ສຽງ​​ໄວ້​ວາງ​ໃຈດຳ​ເນີ​ນ​ໄປ​ຢ່າງ​ແທດ​ຈິງ, ປະກອບສ່ວນ​ສ້າງ​ຖັນ​ແຖວ​ພະນັກງານ​ການ​ນຳ​ອຳນາດ​ການ​ປົກຄອງໃຫ້ມີ​ກຳລັງ​ຄວາມ​ສາມາດ, ມີ​ຄຸນສົມບັດ​ດີ, ​ເປັນ​ແບບຢ່າງ, ມີ​ນ້ຳ​ໃຈ​ເດັດດ່ຽວ​ຕໍ່ສູ້​​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ການ​ຟຸມ​ເຟືອຍ. ຜ່ານ​ໝາກຜົນ​ລົງ​ຄະ​ແນນ​ສຽງ​ໃນ​ເບື້ອງ​ຕົ້ນ​ຢູ່​ສະພາ​ປະຊາຊົນ​ທຸກ​ຂັ້ນ​ຈຳນວນ​ຫນຶ່ງ, ຜູ້​ມີ​ສິດ​ເລືອກ​ຕັ້ງ ບຸ່ຍ​ກົງ​ຢວຽດ ຢູ່​ເມືອງ ງອກ​ໂຮ່ຍ ​ແຂວງ ກອນ​ຕູມ ​ໃຫ້​ຮູ້​ວ່າ:

        “ຜ່ານ​ກອງ​ປະຊຸມ​ຄັ້ງ​ນີ້, ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ການຈັດ​ຕັ້ງ​ກອງ​ປະຊຸມ​ແມ່ນ​ລອບ​ຄອບ​ຖີ່​ຖ້ວນ, ​ເຫັນ​ແກ່​ຜົນ​ປ​ະ​ໂຫຍ​ດສ່ວນ​ລວມ ​ແລະ ພາວະ​ວິ​ໄສ. ພ້ອມ​ກັນ​ນັ້ນ ກໍ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ຮັບຜິດຊອບ​ຂອງ​ບັນດາ​ຜູ້​ແທນ ສະພາ​ປະຊາຊົນ​​ແຂວງ ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ. ຜ່ານ​ນັ້ນ ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ​ແມ່ນ​ເພ່ີ່ມຄວາມ​ຮັບຜິດຊອບ​ໃຫ້​ແກ່ຜູ້​ພວມ​ທີ່ດຳລົງ​ຕຳ​ແຫນ່​ງສຳຄັນ​ເພື່ອ​ສຳ​ເລັດ​ຫນ້າ​ທີ່​ໃນ​ໄລຍະ​ຈະ​ມາ​ເຖິງ.”

        ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ຢູ່​ສະພາ​ປະຊາຊົນ​ທຸກ​ຂັ້ນ ​ແມ່ນ​ບາດກ້າວ​ເພື່ອ​ສຳ​ຫລວດ​ລະດັບ​​ໄວ້​ວາງ​ໃຈ, ​​ແມ່ນ​ພື້ນຖານ​ເພື່ອ​ຈັດແບ່ງ​ປະ​ເພດ, ຕີ​ລາຄາ, ສັບ​ຊ້ອນ​ພະນັກງານ​ຂອງ​ອົງການມີ​ສິດ​ອຳນາດ. ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ໝາກຜົນ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສຳລັບ 14 ຕຳ​ແຫນ່​ງ ​ໂດຍ​ສະພາ​ປະຊາຊົນ​ແຂວງ ດົ່ງ​ທາ​ບ ​ເລືອກ​ຕັ້ງ​ໃນ​ກອງ​ປະຊຸມ​ຄັ້ງ​ທີ 6 ຂອງ​ສະພາ​ປະຊາຊົນ​ແຂວງ ຊຸດ​ທີ 8 ດ​ຳ​ເນີນ​ໄປ​ແຕ່​ວັນ​ທີ 3-5/7,​ ທ່ານ​ເລ​ຮ່ວາງ​ດຶກ, ຮອງ​ປະທານ​ສະພາ​ປະຊາຊົນ​ແຂວງ ຖື​ວ່າ:

        “​ໃນ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ຄັ້ງ​ນີ້ ​ແມ່ນ​ຊ່ວຍ​ໃຫ້​ຜູ້​​ໄດ້​ຮັບ​ການ​ລົງ​ຄະ​ແນນ​ສຽງ​​ໄວ້​ວາງ​ໃຈ​ມີ​ຄວາມເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ຕໍ່ລະດັບ​ໄວ້​ວາງ​ໃຈ​ຂອງ​ຕົນ. ຖ້າ​ລະດັບ​​​ໄວ້​ວາງ​ໃຈ​ສູງ ຄວນ​ເສີມ​ຂະຫຍາຍ​ຕື່ມອີກ. ສ່ວນລະດັບ​​ໄວ້​ວາງ​​ໃຈ​ຕຳ່ ຕ້ອງ​ສູ້ຊົນ​ເພື່ອ​ສາມາດ​ປະຕິບັດ​ວຽກ​ງານ​ໃຫ້​ດີ​ກ່ວາ ​ແລະ ສຳ​ເລັດ​ຫນ້າ​ທີ່ຢູ່​​ໃນລະດັບ​ສູງ​ກວ່າ.”

          ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​​ໃຈ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ປະຕິບັດ​ຢູ່​ສະພາ​ປະຊາຊົນ​ທຸກ​ຂັ້ນ​ໃນ​ຊຸມ​ມື້​ຈະ​ມາ​ເຖິງ. ​ແລະ ຕາມ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ແລ້ວ, ​ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ຈະ​ກາຍ​ເປັນ​ວຽກ​ງານທີ່ໄດ້ຮັບການປະຕິບັດ​​ເປັນ​ປະຈຳ​ຂອງ​ບັນດາ​ສະພາ​ປະຊາຊົນ. ​ເຖິງວ່າ​ວຽກ​ງານ​ນີ້​ແມ່ນ​ໃຫມ່​ອ່ຽມ ​ແຕ່​ດ້ວຍ​ການ​ກະກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ, ຜັນ​ຂະຫຍາຍ​ຢ່າງ​ສຳ​ເລັດ ຈະ​ປະກອບສ່ວນ​         ເພ​ີ່ມທະວີ​ຄວາມ​ສາມັກຄີ​ໃນ​ໝູ່ປະຊາຊົນ, ​ເພີ່ມ​ປະ​ສິດທິ​ຜົນ​ການ​ເຮັດ​ວຽກ​ງານຂອງ​ອຳນາດ​ການ​ປົກຄອງ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ເພື່ອ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ເສດຖະກິດ​ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ