(vovworld)- ໃນບົດຂຽນທີ່ລົງພິມໃນຫນັງສືພິມສະບັບອອກວັນທີ 9/12, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊີງຮຸ່ງ, ປະທານຄະນະຮຽບຮຽງລັດຖະທຳມະນູນ ໄດ້ຢືນຢັນເຖິງ: ຄວາມໝາຍ ແລະ ຄວາມສຳຄັນພິເສດຂອງລັດຖະທຳມະນູນສະບັບປັບປຸງ. ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ເຕື້ອງເຖິງບັນດາຈຸດເດ່ັນຂອງລັດຖະທຳມະນູນສະບັບປັບປຸງ ແມ່ນເຊີດຊູອະທິປະໄຕປະຊາຊົນ, ສິດທິມະນຸດ, ສ້າງກົນໄກກວດກາສິດອຳນາດແຫ່ງລັດ.
ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊີງຮຸ່ງ ລົງນາມ
ໃສ່ລັດຖະທຳມະນູນສະບັບປັບປຸງ
ພາບ:internet
|
ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊີງຮຸ່ງ ໄດ້ຢືນຢັນວ່າ: ລັດຖະທຳມະນູນສະບັບປັບປຸງແມ່ນໝາກຜົນຂອງວິວັດການເຮັດວຽກຢ່າງລອບຄອບຖິ່ຖ້ວນ, ເຂັ້ມງວດ, ວິທະຍາສາດ ແລະ ປະຊາທິປະໄຕຢ່າງແທ້ຈິງ. ໃນປະຫວັດແຫ່ງການສ້າງລັດຖະທຳມະນູນຂອງຫວຽດນາມ, ຍາກທີ່ຈະມີການດຳເນີນຊີວິດດ້ານການເມືອງ- ນິຕິກຳໃດທີ່ໄດ້ຮັບຄຳເຫັນປະກອບຢ່າງປະຊາທິປະໄຕ, ເລິກເຊິ່ງ ກວ້າງຂວາງ ແລະ ແທດຈິງຈາກປະຊາຊົນພາຍໃນ ແລະ ຕ່າງປະເທດເປັນຈຳນວນຫລວງຫລາຍຄືໃນຄັ້ງນີ້. ແນວຄິດຂອງພັກ, ຈິດໃຈຂອງປະຊາຊົນລ້ວນແຕ່ໄດ້ສະແດງໃຫ້ເຫັນຢ່າງເລິກເຊິ່ງໃນລັດຖະທຳມະນູນ.
ອະທິປະໄຕປະຊາຊົນແມ່ນທັດສະນະພື້ນຖານສະແດງໃຫ້ເຫັນຜ່ານເນື້ອໃນທັງໝົດຂອງລັດຖະທຳມະນູນ
ກ່ອນອື່ນໝົດ, ລັດຖະທຳມະນູນສະບັບປັບປຸງໄດ້ຫັນທັດສະນະຂອງພັກ ແລະ ລັດກ່ຽວກັບການເຊີດຊູອະທິປະໄຕປະຊາຊົນ, ເສີມຂະຫຍາຍປະຊາທິປະໄຕສັງຄົມນິຍົມ ແລະ ຮັບປະກັນສິດອຳນາດແຫ່ງລັດທັງໝົດແມ່ນຂຶ້ນກັບປະຊາຊົນເປັນລະບຽບກົດໝາຍ ຢ່າງຄົບຖ້ວນ, ເລິກເຊິ່ງກວ່າ. ນີ້ແມ່ນທັດສະນະພື້ນຖານສະແດງອອກຜ່ານເນື້ອໃນທັງໝົດຂອງລັດຖະທຳມະນູນສະບັບປັບປຸງ, ຊີ້ແຈ້ງຕົ້ນກຳເນີດ, ເນື້ອແທ້, ຈຸດປະສົງ, ກຳລັງແຮງຂອງສິດອຳນາດແຫ່ງລັດແມ່ນໃນໝູ່ປະຊາຊົນ, ຂຶ້ນກັບປະຊາຊົນ, ປະຊາຊົນແມ່ນຜູ້ສິດອຳນາດແຫ່ງລັດສູງສຸດ. ຕາມນັ້ນແລ້ວ, ລັດຖະທຳມະນູນສະບັບປັບປຸງໄດ້ຢືນຢັນວ່າ: “ປະເທດ ສສ ຫວຽດນາມ ໂດຍປະຊາຊົນເປັນເຈົ້າ, ສິດອຳນາດແຫ່ງລັດທັງໝົດແມ່ນຂຶ້ນກັບປະຊາຊົນ”. ຄຳນຳໃນລັດຖະທຳມະນູນໄດ້ຖະແຫລງວ່າ: ປະຊາຊົນຫວຽດນາມແມ່ນເຈົ້າໃນການ “ສ້າງ, ປະຕິບັດ ແລະ ປົກປ້ອງລັດຖະທຳມະນູນສະບັບນີ້”, ກໍ່ຄືເພີ່ມເຕີມບັນດາຮູບການທີ່ປະຊາຊົນນຳໃຊ້ສິດອຳນາດແຫ່ງລັດ, ບໍ່ພຽງແຕ່ດ້ວຍປະຊາທິປະໄຕເປັນຕົວແທນຜ່ານສະພາແຫ່ງຊາດ ແລະ ສະພາປະຊາຊົນຄືກ່ອນນີ້ເທົ່ານັ້ນ ຫາກດ້ວຍບັນດາຮູບການປະຊາທິປະໄຕໂດຍກົງ, ດ້ວຍສິດລົງຄະແນນສຽງເມື່ອລັດຈັດຕັ້ງການລົງປະຊາມະຕິ, ໃນນັ້ນ ມີການລົງປະຊາມະຕິກ່ຽວກັບລັດຖະທຳມະນູນ. ລັດຖະທຳມະນູນ ສືບຕໍ່ຢືນຢັນບົດບາດຊີ້ນຳນຳພາຂອງລັດ ແລະ ສັງຄົມ ຂອງພັກກອມມູນິດຫວຽດນາມ. ບົດບາດນັ້ນໂດຍປະຫວັດສາດມອບໝາຍໃຫ້, ປະຊາຊົນຮັບຮູ້ ແລະ ໄດ້ຮັບການຮັບຮອງໃນລັດຖະທຳມະນູນ. ພ້ອມກັນນັ້ນ ລັດຖະທຳມະນູນຍັງເຮັດແຈ້ງ ແລະເລິກເຊີ່ງທາດແທ້ນຳຫນ້າ, ທາດແທ້ປະຊາຊົນຂອງພັກ ແລະ ເພີ່ມເຕີມຄຳຮຽກຮ້ອງຕ້ອງການທີ່ສຳຄັນຂອງປະຊາຊົນນັ້ນແມ່ນ “ພັກຕິດພັນຢ່າງແຫນ້ນແຟ້ນກັບປະຊາຊົນ, ຮັບໃຊ້ປະຊາຊົນ, ພາຍໃຕ້ການຕິດຕາມກວດກາຂອງປະຊາຊົນ, ມີຄວາມຮັບຜິດຊອບຕໍ່ປະຊາຊົນກ່ຽວກັບບັນດາຄຳຕັດສິນຂອງຕົນ.”
ເຊີດຊູສິດທິມະນຸດ
ສິດທິມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງໄດ້ຮັບການເຊີດຊູ, ແລະ ມີທີ່ຕັ້ງສຳຄັນລັດຖະທຳມະນູນ(ພາກ 2). ຕາມທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງແລ້ວ, ນັ້ນທັງແມ່ນການສືບທອດລັດຖະທຳມະນູນປີ 1946 ໂດຍປະທານໂຮ່ຈິມີນ- ເປັນຫົວຫນ້າຄະນະຮຽບຮຽງ; ທັງສະແດງໃຫ້ເຫັນຄວາມຮັບຮູ້ຢ່າງຄົບຖ້ວນ, ເລິກເຊິ່ງກວ່າໃນການຫັນທັດສະນະຂອງພັກ ແລະ ລັດ ໃນການເຊີດຊູປັດໄຈມະນຸດ, ຖືມະນຸດແມ່ນເປັນເຈົ້າ, ເປັນແຫ່ລງກຳລັງຕົ້ນຕໍແມ່ນຈຸດໝາຍຂອງການພັດທະນາໃຫ້ເປັນລະບຽບກົດໝາຍ. ລັດຖະທຳມະນູນ ຢືນຢັນຫລັກການຂອງລັດແມ່ນ“ຮັບຮອງ, ເຄົາລົບ, ຮັກສາ ແລະ ຮັບປະກັນບັນດາສິດທິມະນຸດ, ສິດພົນລະເມືອງກ່ຽວກັບດ້ານການເມືອງ, ພົນລະເຮືອນ, ເສດຖະກິດ, ວັດທະນະທຳ, ສັງຄົມ”, ສິດທິມະນຸດ, ສິດພົນລະເມືອງ ພຽງແຕ່ຖືກຈຳກັດຕາມຂໍ້ກຳນົດຂອງກົດໝາຍໃນກໍລະນີທີ່ຈຳເປັນ ຍ້ອນສາຍເຫດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຄຸນສົມບັດສັງຄົມ, ສຸຂະພາບຂອງວົງຄະນາຍາດ”. ນີ້ແມ່ນບັນດາຫລັກການພື້ນຖານເພື່ອເຊີດຊູຄວາມຮັບຜິດຊອບຂອງລັດໃນການພົວພັນກັບສິດທິມະນຸດ, ສິດພົນລະເມືອງ. ຄຽງຄູ່ກັນນັ້ນ ລັດຖະທຳມະນູນກໍແມ່ນພື້ນຖານດ້ານກົດໝາຍສູງສຸດເພື່ອໃຫ້ທຸກຄົນ ແລະ ພົນລະເມືອງຮັກສາ ແລະ ປະຕິບັດສິດທິມະນຸດ ແລະ ສິດພົນລະເມືອງຂອງຕົນ.
ສ້າງກົນໄກກວດກາສິດອຳນາດແຫ່ງລັດ
ເພື່ອສືບຕໍ່ສ້າງ ແລະ ສຳເລັດລັດແຫ່ງອຳນາດນິຕິບັນຍັດ ສສ ຢູ່ ຫວຽດນາມ, ລັດຖະທຳມະນູນສະບັບປັບປຸງ ໄດ້ຢືນຢັນ: ລັດຫວຽດນາມ ແມ່ນລັດແຫ່ງອຳນາດນິຕິບັນຍັດ ສສ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ພ້ອມກັນນັ້ນ ເພີ່ມເຕີມບາງຫລັກການໃຫມ່ ກ່ຽວກັບການຈັດຕັ້ງສິດອຳນາດແຫ່ງລັດ. ນັ້ນແມ່ນສິດອຳນາດແຫ່ງລັດ ເປັນເອກະພາບບໍ່ພຽງແຕ່ໄດ້ຮັບການຈັດແບ່ງ, ສົມທົບກັນເທົ່ານັ້ນ ຫາກມີການກວດກາໃນການປະຕິບັດບັນດາອຳນາດນິຕິບັນຍັດ, ອຳນາດບໍລິຫານ ແລະ ອຳນາດຕຸລາການ. ນີ້ແມ່ນຫລັກການໃຫມ່ ໄດ້ຮັບການເພີ່ມເຕີມ ໃນໂຄງການການເມືອງຂອງພັກ ແລະ ລັດຖະທຳມະນູນ ສະບັບປັບປຸງຄັ້ງນີ້.
ກ່ຽວກັບເລື່ອງສະພາເລືອກຕັ້ງແຫ່ງຊາດ ແລະ ກວດສອບແຫ່ງລັດເປັນຄັ້ງທຳອິດໄດ້ຖືກກຳນົດໃນລັດຖະທຳມະນູນ ແລະກຳນົດໃນພາກສະເພາະ ແລະ ແມ່ນທ່າອ່ຽງສ້າງລັດຖະທຳມະນູນ, ອຳນາດນິຕິບັນຍັດຢ່າງທັນສະໄຫມ. ຕາມທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ແລ້ວ, ການສ້າງ 2 ອົງການນີ້ໃນລັດຖະທຳມະນູນ ແມ່ນສືບຕໍ່ເສີມຂະຫຍາຍປະຊາທິປະໄຕ, ປະຕິບັດຫລັກການສິດອຳນາດແຫ່ງລັດທັງໝົດແມ່ນຂຶ້ນກັບປະຊາຊົນ, ສ້າງເງື່ອນໄຂ ແລະ ກົນໄກເພື່ອໃຫ້ປະຊາຊົນປະຕິບັດສິດເປັນເຈົ້າຂອງຕົນໃນການເລືອກຕັ້ງ ແລະ ໃນການກວດກາສິດອຳນາດແຫ່ງລັດຢ່າງຄົບຖ້ວນ.
ທ່ານປະທານສະພາແຫ່ງຊາດຫງວຽນຊີງຮຸ່ງ ກໍເຕື້ອງເຖິງຫນ້າທີ່ປົກປັກຮັກສາປະເທດຊາດ, ນະໂຍບາຍການຕ່າງປະເທດ ຢ່າງສະເຫມີຕົ້ນສະເຫມີປາຍຂອງລັດ, ການປ່ຽນໃຫມ່ຮູບແບບການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ ຕອບສະຫນອງຄຳຮຽກຮ້ອງຕ້ອງການພັດທະນາປະເທດຊາດໃນໄລຍະໃຫມ່.
ມ້ວນທ້າຍບົດຂຽນ, ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ເຊ່ືອໝັ້ນວ່າ ລັດຖະທຳມະນູນສະບັບປັບປຸງ ແມ່ນຮັບປະກັນດ້ານການເມືອງ - ນິຕິກຳ ອັນໝັ້ນແກ່ນເພື່ອໃຫ້ທົ່ວພັກ, ທ່ົວປວງຊົນ ແລະ ທົ່ວກອງທັບເຫັນດີເຫັນພ້ອມກ້າວຂຶ້ນໃນໄລຍະໃຫມ່- ໄລຍະຍູ້ແຮງຢ່າງຮອບດ້ານໃນກິດຈະການປ່ຽນແປງໃຫມ່ປະເທດຊາດ.