ລັດຖະບານຢືດໝັ້ນປະຕິບັດຈຸດໝາຍໃຫຍ່ທີ່ໄດ້ວາງອອກ

(vovworld)- ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ລັດຖະບານ, ​ເສດຖະກິດ​ມະຫາ​ພາກ​ໄດ້​ຮັບ​ການ​ຮັກສາ​​ເປັນ​ປົກກະຕິ, ລະດັບ​​ເຕີບ​ໂຕ​​ໄດ້ເພີ່ມ​ຂຶ້ນ​​ໃນແຕ່ລະ​ເດືອນ.​ເລື່ອງຜັນ​ຂະຫຍາຍ​ການສ​້າງ​ໂຄງ​ປະກອບ​ພື້ນ​ຖານ​ເສດຖະກິດ​ຄືນ​ໃຫມ່​ບັນລຸ​ໝາກຜົນ​​ໃນ​ຂົງ​ເຂດ​ຈຳນວນ​ຫນຶ່ງ. ການ​ຮັບປະກັນ​ຊີວິດ​ສັງຄົມ​ຍັງ​ຄົງ​ໄດ້​ຮັບ​ການ​ເພີ່ມ​ທະວີ​ໃນ​ສະພາບ​ພື້ນຖານ​ເສດຖະກິດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກຫລາຍ​ຢ່າງ. ດ້ວຍ​ທ່າ​ສະດວກ​ດັ່ງກ່າວ, ທີ່​ກອງ​ປະຊຸມ​ປະຈຳ​ເດືອນ​​ໃນ​ວັນ​ທີ 26/5 , ລັດຖະບານ​ໄດ້​ຢືນຢັນ​ຄວາມ​ຕັດສິນ​ໃຈ​ຈະ​ຢືດໝັ້ນ​ບັນດາ​ຈຸດໝາຍ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້ ​ແລະ ​ຮັກສາ​ການເຕີບ​ໂຕຢູ່​ໃນ​ລະດັບ​ເໝາະ​ສົມ.

ບັນດາ​ຕົວ​ເລກ​ສະຖິຕິ​ໃຫ້​ເຫັນ​ວ່າ: ສະພາບ​ການ​ເສດຖະກິດ​ສັງຄົມ​ໃນ​ເດືອນ5 ​ແລະ 5 ​ເດືອນ​ຕົ້ນ​ປີ 2013 ​ແມ່ນ​ຜັນ​ແປ​ຖືກ​ກັບ​ການ​ຄາ​ດຄະ​ເນບໍລິຫານ, ​​ໃກ້ຊິດກັບ​ຈຸດໝາຍ​ຊື່​ງສູນ​ກາງ ​ແລະ ສະພາ​ແຫ່ງ​ຊາດ​​ໄດ້ວາງ​ອອກ​​ໃຫ້​ທັງ​ປີ 2013 ​ແມ່ນ​ບຸລິມະສິດ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້ ​ແລະ ຮັກສາ​ລະດັບ​ເຕີບ​ໂຕ​ຢ່າງ​ເໝາະ​ສົມ. ສະ​ເພາະ​ເດືອນ 5 ຜ່ານ​ມາ, ລັດຖະບານ​ໄດ້​ຊີ້​ນຳ​ຢ່າງ​ຂ້ຽວຂາດ, ​ແກ້​ໄຂ​ໄດ້ຫລາຍບັນຫາ. ສະພາບ​​ເສດຖະກິດ​ມະ​ຫາ​ພາກ​ດີກ​ວ່າ​ເກົ່າ, ສະ​ແດງ​ອອກ​ໃນ​ບາງ​ຂົງ​ເຂດ​ຄື: ດັດຊະນີ​ສິນຄ້າ​ຄ້າງ​ສາງ​ຫລຸດ​ລົງ​ຢ່າງ​​ເຫັນ​ໄດ້​ຊັດ, ການ​ປ່ອຍ​ເງິນ ODA ​ເພີ່ມ​ຂຶ້ນ​ຫລາຍ​ສົມຄວນ​ເມື່ອ​ທຽບ​ໃສ່​ປີ​ກາຍ, ອັດຕາ​ແລກປ່ຽນ​ເງິນຕາ​ເປັນ​ປົກກະຕິ. ການ​ສົ່ງ​ອອກ​ສິນຄ້າ​ໃນ 5 ​ເດືອນ​ຕົ້ນ​ປີ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ​​ໃນ​ລະດັບ​ກວ່າ 15% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ ດ້ວຍ​ເກືອບ 50 ຕື້ USD.

ລັດຖະບານຢືດໝັ້ນປະຕິບັດຈຸດໝາຍໃຫຍ່ທີ່ໄດ້ວາງອອກ - ảnh 1
ລັດຖະບານຈັດກອງ​ປະຊຸມ​ປະຈຳ​ເດືອນ​​ 5/2013
ພາບ: chinhphu.vn

        ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນດາ​ສະມາຊິກ​ລັດຖະບານ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ພື້ນຖານ​ເສດຖະກິດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກຢູ່, ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງຕ້ອງ​ຢຸດຕິ​ການ​ຜະລິດ. ​ຂະ​ແຫນງກະສິກຳ, ປ່າ​ໄມ້, ສິນ​​ໃນ​ນ້ຳ, ອຸດສາຫະກຳ ​ແລະ ກໍ່ສ້າງ​ລ້ວນ​ແຕ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຄວາມ​ຜິດ​ໂຕນ​ລະຫວ່າງ​ອັດຕາ​ດອກ​ເບ້​ຍ​ເງິນ​ຝາກ ​ແລະ ອັດຕາ​ດອກ​ເບ້ຍ​ໃຫ້​ກູ້​ຢືມ​​ຖືກ​ຮັດ​ແຄບ, ອັດຕາ​ດອກ​ເບ້ຍ​ໃຫ້​ກູ້​ຢືມ​ຍັງ​​ຢູ່ໃນ​ລະດັບ​ສູງ​ເມື່ອ​ທຽບ​ໃສ່​ຄວາມ​ສາມາດ​ນຳ​ໃຊ້​ທຶນຮອນ​ຂອງ​ວິ​ສາ​ຫະກິດ ​ໃນ​ຂະນະ​ການ​ເຕີບ​ໂຕ​ຂອງ​ສິນ​ເຊື່ອ​ຮັກສາ​ຢູ່​ໃນ​ລະດັບ​ຕຳ່ ​ແລະ ຕຳ່​ກວ່າ​ຫລາຍ​ເມື່ອ​ທຽບ​​ໃສ່​ຄວາມ​ຄືບ​ຫນ້າ​ເພີ່ມ​ການ​ລະດົມ​ທຶນ​ຂອງ​ບັນດາ​ອົງການ​ສິນ​ເຊື່ອ. ​ເມື່ອ​ເຕື້ອງ​ເຖິງ​ຄວາມ​ຄືບ​ຫນ້າ​ໃນການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ຕະຫລາດ​ອະສັງຫາລິມະ​ຊັບ, ປັດ​ໃຈ​ສຳຄັນ​ເພື່ອ​ກະ​ຕຸ້ນ​ຄວາມ​ຕ້ອງການ​ຂອງພື້ນຖານ​ເສດຖະກິດ, ທ່ານ ຈີ້​ງດີງຢູງ ລັດຖະມົນຕີ​ກະຊວງ​ກໍ່ສ້າງ ຫວຽດນາມ ຢືນຢັນ​ວ່າ:

ພວກ​ຂ້າພະ​ເຈົ້າ​ພວມ​ຕັ້ງຫນ້າ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ຂອງ​ຕະຫລາດ​ອະສັງຫາລິມະ​ຊັບ ດ້ວຍ​ການ​ປະຕິບັດ​ຍຸດ​ທະ​ສາດ​ເຮືອນ​ຢູ່​ແຫ່ງ​ຊາດ ຊື່​ງນາຍົກລັດຖະມົນຕີ​ໄດ້ອະນຸມັດ. ນີ້​ແມ່ນ​ວິທີ​ປະຕິບັດ​ຢ່າງ​ຖືກ​ທິດ​ເພື່ອ​ແກ້​ໄຂ​ການ​ຂາດ​ດຸນ​ລະຫວ່າງ​ການສະຫນອງ ​ແລະ ຄວາມ​ຕ້ອງການ ​ແລະ ຕອບ​ສະຫນອງ​​ຄວາມ​ຕ້ອງການ​ເຮືອນ​ຢູ່​ຂອງ​ປະຊາຊົນ. ປະຈຸ​ບັນ​ມີ 56 ​ໂຄງການ​ໄດ້​ຫັນປ່ຽນ​ຈາກ​ໂຄງການ​ເຮືອນ​ຢູ່​ການ​ຄ້າ ​ເປັນ​ເຮືອນ​ຢູ່​ສັງຄົມ ​ແລະ ມີ​ຫລາຍ​ໂຄງການ​ເລີ່​ມລົງມື​ກໍ່ສ້າງ​ແລ້ວ. ນອກຈາກ​ການ​ສ້າງ​ໂຄງ​ປະກອບ​ບັນດາ​ໂຄງການຢູ່​ທ້ອງ​ຖິ່ນ​ຄືນ​ໃຫມ່ ​ແລ້ວ ກະຊວງ​ກໍ່ສ້າງ, ທະນາຄານ​ແຫ່ງ​ລັດ ​ໄດ້​ມີ​ຄຳ​ສັ່ງ​ແນະນຳ​ຜັນ​ຂະຫຍາຍ​ບ້ວງ​ເງິນ 30.000 ຕື້​ດົ່ງ​ເພື່ອ​ໃຫ້​ຜູ້​ທຸກ​ຍາກ​ກູ້​ຢືມ​ມາ​ຊື້​ເຮືອນ​ຢູ່, ​ເຊົ່າ​ເຮືອນ​ຢູ່ ​ແລະ ​ໃນ​​ເງື່ອນ​ໄຂ​ປະຈຸ​ບັນ ບ້ວງ​ເງິນ​ດັ່ງກ່າວ​ໄດ້​ປະກອບສ່ວນ​ເພີ່ມ​ຄວາມ​ຕ້ອງການ​ຂອງ​ພື້ນຖານ​ເສດຖະກິດ.”

​ເພື່ອ​ຍົກ​ສູງ​ຄວາມ​ຕ້ອງການ​ໃຫ້​ແກ່​ພື້ນຖານ​ເສດຖະກິດ ​ແນ​ໃສ່​ຮັບ​ໃຊ້​ບັນດາ​ກິດຈະກຳ​ຈຸດ​ສຸມ​ໃນ​ສະພາບ​ຍອດ​ຈຳນວນ​ເງິນ​ລົງທຶນ​ກໍ່ສ້າງ​ພື້ນຖານ​​ໃນ​ຈຳນວນ​ ​ງົບປະມານ​ຂອງ​ລັດຫລຸດ​ລົງ​ບໍ່​ທັນ​ຮອດ 19%, ທ່ານ ຫວູດືກດາມ ລັດຖະມົນຕີ ຫົວຫນ້າ​ຫ້ອງ​ວ່າການ​ລັດຖະບານ ​ໃຫ້​ຮູ້​ວ່າ:

        “ທີ່​ກອງ​ປະຊຸມ​ປະຈຳ​ເດືອນ 4 ຜ່ານ​ມາ, ລັດຖະບານ​ໄດ້​ປືກສາ​ຫາລື​ບັນຫາ​ດັ່ງກ່າວ​ແລ້ວ ​ແລະ ​ໃນກອງ​ປະຊຸມ​ຄັ້ງ​ນີ້ ລັດຖະບານ​ຈະ​ຮັບ​ຟັງ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ​ແລະ ບັນດາ​ລັດຖະມົນຕີ​ກ່ຽວຂ້ອງ ສ​ະ​ເຫ​ນີ ​ແລະ ​ເຫັນ​ດີ​ຕໍ່​​ບົດ​ລາຍ​ງານ ຍື່ນ​ສະ​ເຫ​ນີຕໍ່​ສະພາ​ແຫ່ງ​ຊາດ​ທີ່ອະນຸຍາດ​​ໃຫ້ລັດຖະບານ​ຈຳຫນ່າຍ​ພັນທະບັດ​ລັດຖະບານ​ແທນ​ທີ່​ຈຳຫນ່າຍ​ພັນທະບັດ​ວິ​ສາ​ຫະກິດ ​ໂດຍ​ມີ​ການ​ຄ້ຳປະກັນຂອງ​ລັດຖະບານ ​ເພື່ອ​ປະຕິບັດການ​ກໍ່ສ້າງ​ທາງ​ຫລວງ 1 A, ປະຕິບັດ​ບັນດາ​ໂຄງການ​ຢູ່​ທາງ​ຫລວງ 1 A ​ແລະ ບັນດາ​ໂຄງການ​ບົນເສັ້ນທາງ​ໂຮ່ຈິ​ມີນ ຕອນ​ໄປ​ຜ່ານ​ເຂດ​ໄຕ​ງວຽນ. ລັດຖະບານ​ກໍ່​ພວມ​ພິຈາລະນາ​ນຳ​ໃຊ້​ຫລາຍ​ແຫ່​ລງທຶນ​ເພື່ອ​ກໍ່ສ້າງ​ກິດຈະກຳຕື່ມອີກ​ຈຳນວນ​ຫນຶ່ງ, ບໍ່​ພຽງ​ແຕ່​ກໍ່ສ້າງສຳ​ເລັດ​ພື້ນຖານ​ໂຄງ​ລ່າງ​ຂອງ​ປະ​ເທດ​ຊາດ​ເທົ່າ​ນັ້ນ ຫາກ​ຍັງ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຮີ​ບ​ເຮັ່ງ​ຂອງ​ສັງຄົມ​ອີກ​ດ້ວຍ.”

ພ້ອມ​ກັບ​ບັນດາ​ມາດ​ຕະການ​ດັ່ງກ່າວ, ທະນາຄານ​ແຫ່ງ​ລັດ ຈະ​ສືບ​ຕໍ່​ບໍລິຫານ​ເພື່ອ​ຮັກສາ​ລາຄາ​ສິນຄ້າ, ອັດຕາ​ແລກ​ປ່ຽນ​ເງິນຕາ​​ເປັນ​ປົກກະຕິ, ຫລຸດຜ່ອນ​ຄວາມ​ຜິດ​ໂຕນ​ລະຫວ່າງ​ອັດຕາ​ດອກ​ເບ້ຍ​ເງິນ​ຝາກ ​ແລະ ອັດຕາ​ດອກ​ເບ້ຍ​ໃຫ້​ກຸູ້ຢືມ, ​ເພີ່ມ​ຈຳນວນ​​ເຫລືອ​ຫນີ້​ສິນ​ເຊື່ອ ​ແລະ ຫລຸດຜ່ອນ​ອັດຕາ​ດອກ​ເບ້​ຍສຳລັບ​ບັນດາ​ຂົງ​ເຂດ​​ໃຫ້​ບຸລິມະສິດ, ​ເປັນ​ຕົ້ນ​ແມ່ນ​ເຂດ​ກະສິກຳ, ຊົນນະບົດ. ນອກ​ນັ້ນ ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ​້ອງຖິ່ນ ສືບ​ຕໍ່​ບຸລິມະ​ສິດ​ທຶນ​ຮອນ​ໃຫ້​ແກ່​ການ​ຜະລິດ​ກະສິກຳ, ບັນດາ​ຜະລິດ​ຕະພັນ​ກະ​ເສດ ​ແລະ ອຸດສາຫະກຳ​ຊື່​ງຕະຫລາດ​ມີ​ຄວາມ​ຕ້ອງການ ພ້ອມ​ທັງ​ເພີ່ມ​ທະວີ​ການ​ສົ່ງ​​ເສີມ​ການ​ຄ້າ, ​ເປີດ​ກວ້າງ​ຕະຫລາດ​ສົ່ງ​ອອກ.

ຕອບກັບ

ຂ່າວ/ບົດ​ອື່ນ