ລັດຖະບານເອເລັກໂຕນິກຮັບໃຊ້ປະຊາຊົນ

(VOVWORLD) - ວິວັດແຫ່ງການກໍ່ສ້າງລັດຖະບານເອເລັກໂຕນິກຢູ່ ຫວຽດນາມ ໃນເບື້ອງຕົ້ນໄດ້ຮັບຮູ້ບັນດາໝາກຜົນທີ່ຕັ້ງໜ້າ. ໜ້າສົນໃຈແມ່ນ, ຜ່ານການກໍ່ສ້າງລັດຖະບານເອເລັກໂຕນິກ, ຄຸນນະພາບ, ປະສິດທິຜົນແຫ່ງການເຄື່ອນໄຫວຂອງບັນດາອົງການສຳນັກງານແຫ່ງລັດ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດນັບມື້ນັບດີກ່ວາເກົ່າ

ເລື່ອງກໍ່ສ້າງລັດຖະບານເອເລັກໂຕນິກກໍ່ໄດ້ເປີດເຜີຍ, ການເຄື່ອນໄຫວຂອງອົງການສຳນັກງານແຫ່ງລັດກໍ່ມີຄວາມໂປ່ງໃສເທື່ອລະກ້າວໃນເຄືອຂ່າຍສັງຄົມ.

ລັດຖະບານເອເລັກໂຕນິກຮັບໃຊ້ປະຊາຊົນ  - ảnh 1 ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເປີດປະຕູຖານເຄືອຂ່າຍອິນເຕີແນັດ (ພາບ: ອິນເຕີແນັດ)

        ບັນດາເນື້ອໃນສຳຄັນກ່ຽວກັບການກໍ່ສ້າງລັດຖະບານເອເລັກໂຕນິກ ແມ່ນກໍ່ສ້າງລະບົບສື່ເອເລັກໂຕນິກລຸລ່ວງ, ເຊື່ອມຕໍ່ລະຫວ່າງບັນດາເອກະສານເອເລັກໂຕນິກ, ຂໍ້ມູນເອເລັກໂຕນິກລັດຖະບານເຖິງຂັ້ນແຂວງ, ຂັ້ນເມືອງ, ຂັ້ນຕາແສງ; ດ້ວຍ 100% ການບໍລິການສາທາລະນະໄດ້ຮັບການສະໜອງຜ່ານທາງເຄືອຂ່າຍອິນເຕີແນັດ; ສ້າງປະຕູຖານບໍລິການສາທາລະນະແຫ່ງຊາດຢູ່ເວັບໄຊດຽວໃນອິນເຕີແນັດ.

  ບົດລາຍງານຕີລາຄາຄັ້ງຫຼ້າສຸດຂອງສະຫະປະຊາຊາດສະແດງໃຫ້ເຫັນວ່າ ຫວຽດນາມ ຈັດອັນດັບທີ 89/193 ປະເທດຢູ່ໃນໂລກກ່ຽວກັບດັດຊະນີການພັດທະນາລັດຖະບານເອເລັກໂຕນິກ, ເພີ່ມຂຶ້ນ 10 ຂັ້ນ ເມື່ອທຽບໃສ່ປີ 2014, ຢືນອັນດັບທີ 6 ໃນ ອາຊຽນ ແລະ ໄດ້ເຂົ້າເປັນສະມາຊິກໃນກຸ່ມບັນດາປະເທດທີ່ມີດັດຊະນີການພັດທະນາລັດຖະບານເອເລັກໂຕນິກສູງຢ່າງເປັນທາງການ. ດັດຊະນີພາກສ່ວນກ່ຽວກັບການສະໜອງບໍລິການສາທາລະນະຜ່ານທາງເຄືອຂ່າຍອິນເຕີແນັດຢູ່ ຫວຽດນາມ ກໍ່ໄດ້ຮັບການຕີລາຄາຢູ່ໃນລະດັບສູງ, ຈັດອັນດັບທີ 4 ໃນພາກພື້ນ ອາຊີຕາເວັນອອກ.

ສຳເລັດໂດຍພື້ນຖານການເຊື່ອມຕໍ່ບັນດາລະບົບຄຸ້ມຄອງເອກະສານ

        ພາຍຫລັງຜັນຂະຫຍາຍມະຕິ 36a ຂອງລັດຖະບານກ່ຽວກັບລັດຖະບານເອເລັກໂຕນິກ (2015) ເປັນເວລາເກືອບ 2 ປີ, ມາຮອດປະຈຸບັນ, ບັນດາກະຊວງ, ຂະແໜງການ, ແຂວງ, ນະຄອນຂຶ້ນກັບສູນກາງໄດ້ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນວຽກງານຊີ້ນຳ, ບໍລິຫານ ແລະ ໂຄສະນາເຜີຍແຜ່ບັນດາເອກະສານ, ນະໂຍບາຍກົດໝາຍ, ສະໜອງຂໍ້ມູນໝາກຜົນແຫ່ງການແກ້ໄຂບັນດາລະບຽບການບໍລິຫານ. ມີຫລາຍກະຊວງ, ຂະແໜງການທ້ອງຖິ່ນ ໄດ້ສຳເລັດວຽກງານເຊື່ອມຕໍ່ຊອບແວຄຸ້ມຄອງເອກະສານກັບຫ້ອງວ່າການລັດຖະບານ, ສ້າງລະບົບຄຸ້ມຄອງເສກະສານເອເລັກໂຕນິກເປັນເອກະພາບ, ລຸລ່ວງແຕ່ສູນກາງລົງຮອດທ້ອງຖິ່ນ. ນີ້ເປັນຄັ້ງທຳອິດຢູ່ ຫວຽດນາມ ປະຕິບັດໄດ້ການເຊື່ອມຕໍ່ລະບົບຄຸ້ມຄອງເອກະສານລະຫວ່າງບັນດາອົງການສຳນັກງານທີ່ແຕກຕ່າງກັນ, ແມ່ນປະຖົມປັດໄຈສຳຄັນ ເພື່ອກ້າວໄປເຖິງເລື່ອງຫລຸດຜ່ອນອັດຕານຳໃຊ້ເອກະສານ, ຫລຸດຜ່ອນເວລາແກ້ໄຂວຽກງານລົງ, ສະໜອງເຄື່ອງມືເພື່ອຕິດຕາມກວດກາວິວັດການປະຕິບັດວຽກງານຢ່າງວ່ອງໄວ, ມີປະສິດທິຜົນ, ປະກອບສ່ວນຍູ້ແຮງການປະຕິຮູບລະບຽບການບໍລິຫານ. ທ່ານ ດ່າວງອັກຢຸງ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ:

        “ໃນເດືອນ ສິງຫາ, ຂະແໜງແຮງງານຈະສ້າງແຜນຮ່າງລັດຖະບານເອເລັກໂຕນິກຂອງຂະແໜງເອງ, ຄິດໄລ່ສ້າງສາຍສົ່ງຈາກສູນກາງລົງຮອດຮາກຖານ, ມຸ່ງໄປເຖິງຄົບຊຸດ ແລະ ສຳເລັດບາງຂົງເຂດພື້ນຖານຄື: ປະກັນໄພສັງຄົມ (ເພື່ອຄວາມໂປ່ງໃສ, ຕ້ານການຫາຜົນປະໂຫຍດສ່ວນຕົວປະກັນໄພ); ການອຸປະຖຳ ແລະ ຜູ້ມີຄຸນງາມຄວາມດີ (ຂົງເຂດນີ້ ກວມລາຍຈ່າຍສ່ວນຫລາຍໃນການຮັບປະກັນຊີວິດສັງຄົມ); ວຽກເຮັດງານທຳ ແລະ ອັບເດັດຂໍ້ມູນຂ່າວຕະຫລາດແຮງງານ, ການສ້າງອາຊີບ; ການຄຸ້ມຄອງແຮງງານ, ເງິນເດືອນ ແລະ ການປ້ອງກັນເດັກນ້ອຍ”.

ຍູ້ແຮງການສະໜອງການບໍລິການສາທາລະນະຜ່ານທາງເຄືອຂ່າຍອິນເຕີແນັດ

        ໜຶ່ງໃນບັນດາຈຸດໝາຍ ເມື່ອກໍ່ສ້າງລັດຖະບານເອເລັກໂຕນິກແມ່ນຍົກສູງຄຸນນະພາບການເຄື່ອນໄຫວຂອງອົງການສຳນັກງານແຫ່ງລັດ ໃນການຮັບໃຊ້ປະຊາຊົນ ແລະ ວິສາຫະກິດ. ມາຮອດປະຈຸບັນ, ບັນດາກະຊວງ, ຂະແໜງການຜັນຂະຫຍາຍໄດ້ 78/83 ບໍລິການສາທາລະນະຜ່ານເຄືອຂ່າຍອິນເຕີແນັດ. ເລື່ອງຜັນຂະຫຍາຍ, ສະໜອງບັນດາບໍລິການສາທາລະນະຜ່ານເຄືອຂ່າຍອິນເຕີແນັດນີ້ ໄດ້ສ້າງເງື່ອນໄຂສະດວກໃຫ້ບັນດາອົງການສຳນັກງານ, ພົນລະເມືອງໃນການປະຕິບັດບັນດາລະບຽບບໍລິຫານ, ສ້າງວິທີການແລກປ່ຽນທັນສະໄໝ, ປ່ງໃສລະຫວ່າງອົງການສຳນັກງານແຫ່ງລັດ ແລະ ບັນດາອົງການ, ບຸກຄົນ, ດ້ານອື່ນອີກ ໄດ້ປະກອບສ່ວນຮັບໃຊ້ວຽກງານປະຕິຮູບດ້ານການບໍລິຫານຢ່າງມີປະສິດທິຜົນ.

        ໃນໄລຍະມໍ່ໆມານີ້, ວັນທີ 15 ມີນາ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດເປີດສະຫຼອງປະຕູຖານບໍລິການສາທາລະນະຜ່ານເຄືອຂ່າຍອິນເຕີແນັດ ດ້ວຍຈຸດໝາຍຮອດທ້າຍປີ 2017 ບັນດາການບໍລິການສາທາລະນະໃນຂົງເຂດກະສິກຳທີ່ກ່ຽວຂ້ອງເຖິງພົນລະເມືອງ ແລະ ວິສາຫະກິດສ່ວນຫລາຍ ຈະໄດ້ຮັບການປະຕິບັດຜ່ານເຄືອຂ່າຍອິນເຕີແນັດ ພ້ອມທັງ ອະນຸຍາດໃຫ້ນຳໃຊ້ການຊຳລະຄ່າທຳນຽມ; ຮັບ ແລະ ສົ່ງຄືນສຳເນົາຜ່ານເຄືອຂ່າຍອິນເຕີແນັດ. ທີ່ນະຄອນ ໂຮ່ຈີມິນ, ເພື່ອສ້າງລັດຖະບານເອເລັກໂຕນິກ, ທາງນະຄອນໄດ້ຮຽກຮ້ອງບັນດາພະແນກ, ຂະແໜງການ ແລະ 24 ເມືອງເປີດກ້ວາງການນຳໃຊ້ການບໍລິການສາທາລະນະຜ່ານທາງເຄືອຂ່າຍອິນເຕີແນັດໃຫ້ 300 ລະບຽບການບໍລິຫານໃນປີ 2017 . ທີ່ບໍລິເວນແຂວງ ເລີມດົ່ງ, ລະບົບປະຕູຖານເອເລັກໂຕນິກໜຶ່ງດຽວ ແລະ ການບໍລິການສາທາລະນະຜ່ານທາງເຄືອຂ່າຍອິນເຕີແນັດຂອງແຂວງກໍ່ສະໜອງໄດ້ 1.079/1495 ລະບຽບການບໍລິຫານ, ນຳແຂວງ ເລີມດົ່ງ ກາຍເປັນໜຶ່ງໃນບັນດາແຂວງນຳໜ້າໃນການຜັນຂະຫຍາຍລັດຖະບານເອເລັກໂຕນິກ. ໃນຂະນະນັ້ນ, ທີ່ ຮ່າໂນ້ຍ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫງວຽນດຶກຈຸງ ໃຫ້ຮູ້ວ່າ:

        “ຮ່າໂນ້ຍ ໄດ້ສະໜອງລະດັບການບໍລິການສາທາລະນະຜ່ານທາງເຄືອຂ່າຍອິນເຕີແນັດ ບົນພື້ນຖານເປັນເອກະພາບຄົບຊຸດຢູ່ 30 ເມືອງ, 584 ຕາແສງ. ປະຈຸບັນ ນະຄອນມີ 391 ການບໍລິການສາທາລະນະຜ່ານເຄືອຂ່າຍອິນເຕີແນັດລະດັບ 3 ແລະ 4 ບັນລຸກ່ວາ 20% ຍອດຈຳນວນລະບຽບການບໍລິຫານ. ຮ່າໂນ້ຍ ສູ້ຊົນຮອດທ້າຍປີ 2017, ຈະບັນລຸ 55% ບັນດາການບໍລິການສາທາລະນະລະດັບ 3 ແລະ 4. ປະຈຸບັນ ອັດຕາສຳເນົາການແລກປ່ຽນຜ່ານທາງເຄືອຂ່າຍອິນເຕີແນັດບັນລຸລະດັບສູງຄື: ຂົງເຂດຍຸດຕິທຳບັນລຸກ່ວາ 90%, ການຈົດທະບຽນດຳເນີນທຸລະກິດ 70%, ພາສີ 100%”.

        ກໍ່ສ້າງລັດຖະບານເອເລັກໂຕນິກ ແມ່ນທ່າອ່ຽງທີ່ຈຳເປັນ ເພື່ອເພີ່ມທະວີລັກສະນະເປີດເຜີຍຂໍ້ມູນຂ່າວກ່ຽວກັບການເຄື່ອນໄຫວຂອງອົງການສຳນັກງານແຫ່ງລັດທາງເຄືອຂ່າຍສັງຄົມ, ສະໜອງການບໍລິການສາທາລະນະລະດີກ່ວາໃຫ້ປະຊາຊົນ ແລະ ວິສາຫະກິດດີກ່ວາ. ບັນດາການຫັນປ່ຽນໃນການກໍ່ສ້າງລັດຖະບານເອເລັກໂຕນິກຂອງ ຫວຽດນາມ ໃນໄລຍະຜ່ານມາ ກໍ່ປະກອບສ່ວນສ້າງພື້ນຖານບໍລິຫານສາທາລະນະທັນສະໄໝ, ມີປະສິດທິຜົນ ແລະ ໂປ່ງໃສ.

ຕອບກັບ

ຂ່າວ/ບົດ​ອື່ນ