(vovworld)- ພາຍຫລັງການລັດຖະປະຫານເມື່ອວັນທີ 15/7 ບໍ່ໄດ້ຮັບຜົນ, ອຳນາດການປົກຄອງ ຕວກກີ ພວມສຸມໃສ່ທຸກຄວາມມານະພະຍາຍາມເພື່ອເຮັດໃຫ້ສະພາບການຂອງປະເທດຊາດເປັນປົກກະຕິ. ດ້ວຍຄຳຖະແຫລງ “ບໍ່ມີສິດອຳນາດໃດຫລືກຳລັງແຮງໃດໃຫຍ່ກວ່າກຳລັງແຮງຂອງປະຊາຊົນ”, ປະທານາທິບໍດີ ຕວກກີ Recep Tayyip Erdogan ໄດ້ຮັບການຕີລາຄາວ່າ ແມ່ນຜູ້ສະຫລາດສະຫລຽວ ເມື່ອອີງໃສ່ກຳລັງແຮງຈາກແນວຄິດຈິດໃຈຂອງປະຊາຊົນໃນການປັບປຸງສິດອຳນາດຄືນໃຫມ່ ແລະ ປະຕິຮູບກົງຈັກອຳນາດການປົກຄອງຢ່າງແຮງ, ເຖິງວ່າ ນີ້ແມ່ນຫນ້າທີ່ຫຍຸ້ງຍາກທີ່ສຸດໃນໄລຍະປະຈຸບັນ.
ຕອນຄ່ຳວັນທີ 15/7, ທົ່ວໂລກຕົກສະເຫງີ້ຕໍ່ສະພາບວຸ້ນວາຍຢູ່ນະຄອນຫລວງ Ankara ແລະ ນະຄອນ Istanbul ຊື່ງໄດ້ແຜ່ພາບທາງສື່ສານສາກົນ. ການລັດຖະປະຫານໄດ້ເລີ່ມຕົ້ນດ້ວຍເຫດການລົດຖັງປິດລ້ອມຂົວ Bosphorus ຊື່ງແມ່ນຂົວແຫ່ງຫນຶ່ງທີ່ມີຊື່ສຽງຢູ່ Istanbul. ໃນເວລານັ້ນ ຢູ່ ນະຄອນຫລວງ Ankara, ເຮືອບິນກອບແຕ ບິນທົ່ວຂອບຟ້າ ແລະ ພົນລະຫານເຂົ້າຮ່ວມການລັດຖະປະຫານໄດ້ດຳເນີນການບຸກໂຈມຕີຫລາຍຄັ້ງເຂົ້າບັນດາອົງການສື່ສານ, ສຳນັກງານຕຳຫລວດ, ສຳນັກງານສະພາແຫ່ງຊາດ ແລະ ທຳນຽບປະທານາທິບໍດີ. ເຖິງຢ່າງໃດກໍຕາມ, ອຳນາດການປົກຄອງ Ankara ໄດ້ດັບສູນການລັດຖະປະຫານຢ່າງວ່ອງໄວ. ເຖິງວ່າ ການລັດຖະປະຫານບໍ່ໄດ້ຮັບຜົນ ແຕ່ໄດ້ເຮັດໃຫ້ເກືອບ 300 ຄົນຖືກເສຍຊີວິດ ແລະ ກວ່າ 2000 ຄົນຖືກບາດເຈັບ. ບໍ່ພຽງແຕ່ເທົ່ານັ້ນ ການລັດຖະປະຫານຍັງເຮັດໃຫ້ພື້ນຖານເສດຖະກິດຂອງປະເທດນີ້ຖືກເສຍຫາຍປະມານ 100 ຕື້ USD.
ປະທານາທິບໍດີ R.Erdogan ກ່າວຄຳເຫັນໃນເຫດການຫນຶ່ງຢູ່
Ankara ເມື່ອວັນທີ 2/8
ພາບ: AFP/TTXVN
|
ການປະຕິຮູບກົງຈັກອຳນາດຢ່າງແຮງ
ພາຍຫລັງປາບປາມການລັດຖະປະຫານສຳເລັດຜົນ, ປະທານາທິບໍດີ R.Erdogan ໄດ້ປະກາດຄຳສັ່ງສະພາວະສຸກເສີນທົ່ວປະເທດທີ່ແກ່ຍາວມາເປັນເວລາ 3 ເດືອນຢ່າງທັນທີ. ທ່ານ R.Erdogan ໃຫ້ຄຳໝັ້ນສັນຍາວ່າ ພື້ນຖານປະຊາທິປະໄຕ ຕວກກີ ຈະບໍ່ຖືກຜົນສະທ້ອນ ພ້ອມທັງ ບັນດາສິດພື້ນຖານກໍຄືສິດເສລີພາບຂອງປະຊາຊົນກໍບໍ່ຖືກຜົນສະທ້ອນ. ພິເສດ ພາຍຫລັງການລັດຖະປະຫານ, ປະທານາທິບໍດີ R.Erdogan ໄດ້ດຳເນີນບັ້ນຄັດເລືອກ ກົງຈັກອຳນາດຄັ້ງໃຫຍ່ທີ່ບໍ່ເຄີຍມີມາກອ່ນ. ໄລ່ມາຮອດປະຈຸບັນ, ໄດ້ມີກວ່າ 7.500 ຄົນຖືກກັກຂັງ, ໃນນັ້ນ ນາຍພົນ ແລະ ນາຍທະຫານຂັ້ນສຸງ 103 ຄົນ ພ້ອມກັບພົນທະຫານກວ່າ 2.800 ຄົນ ແລະ ຜູ້ພິພາກສານ ເກືອບ 2.800 ຄົນ, ຕຳຫລວດ 8000 ຄົນ ຖືກຄັດເຂ່ຍອອກ. ທ່ານ R.Erdogan ກໍຖະແຫລງວ່າ ສຳລັບຜູ້ທໍລະຍົດອາດຈະຖືກປະຫານຊີວິດ.
ຄວາມຈິງບໍ່ທັນຮູ້ຈະແຈ້ງ ພຽງແຕ່ເຫັນວ່າ ສິ່ງທີ່ເປັນຫນ້າວິຕົກກັງວົນທີ່ສຸດປະຈຸບັນ ນັ້ນແມ່ນ ການລັດຖະປະຫານສິ້ນສຸດບໍ່ຫມາຍຄວາມວ່າ ທຸກຄວາມວຸ້ນວາຍຢູ່ ຕວກກີ ໄດ້ຜ່ານໄປແລ້ວ. ກົງກັນຂ້າມ ມີຫລາຍຄຳເຫັນຖືວ່າ ນີ້ພຽງແຕ່ແມ່ນການເປີດສາກໃຫ້ໄລຍະຂາດສະຖຽນລະພາບທີ່ຍາວນານຢູ່ ຕວກກີ, ຊື່ງແມ່ນປະເທດໄດ້ຮັບຖືວ່າມີສະຖຽນລະພາບພໍສົມຄວນໃນພາກພື້ນ.
ພາຍຫລັງການລັດຖະປະຫານ, ຫນຶ່ງໃນບັນດາສິ່ງທ້າທາຍໃຫຍ່ສຸດຂອງປະທານາທິບໍດີ R.Erdogan ນັ້ນແມ່ນ ຕ້ອງພິຈາລະນາຄືນນະໂຍບາຍໃນການບໍລິຫານ, ການຄຸ້ມຄອງປະເທດຊາດ ຖ້າຢາກສືບຕໍ່ຮັກສາສະຖຽນລະພາບຂອງອຳນາດການປົກຄອງ. ໃນໄລຍະຈະມາເຖິງ, ອຳນາດການປົກຄອງ ຕວກກີ ແນ່ນອນວ່າ ຈະຖືກຄັດຄ້ານຢ່າງແຮງຈາກ ພັກກຳມະກອນຊາວເຄີດສ. ຄຽງຄູ່ກັນນັ້ນ, ເລື່ອງທ່ານ R.Erdogan ຕັດສິນໃຈຟື້ນຟູກຄະດີປະຫານຊີວິດ ແລະ ສືບຕໍ່ບັ້ນປັດເຂ່ຍ, ການພົວພັນລະຫວ່າງຕວກກີ ກັບ ຝ່າຍຕາເວັນຕົກ ຈະນັບມື້ນັບຊົ່ວຮ້າຍລົງ. ທ່ານ R.Erdogan ຈະປະເຊີນຫນ້າກັບກະແສຟອງຕຳຫນິຕິຕຽນ ເມື່ອຖືວ່າ ທ່ານສວຍໃຊ້ສິດອຳນາດ ແລະ ສິ່ງນີ້ໝາຍຄວາມວ່າ ເສັ້ນທາງເພື່ອໃຫ້ຕວກກີ ເຂົ້າຮ່ວມ EU ຈະບໍ່ສະດວກ.
ພາຍຫລັງການລັດຖະປະຫານ, ຕວກກີ ຈະມີຄວາມສາມັກຄີ ຫລື ຖືກແບ່ງແຍກກວ່າ? ຄຳຖາມແມ່ນຂຶ້ນກັບບັນດາການນຳປະເທດນີ້. ແນ່ນອນ ຕວກກີ ຕ້ອງຄິດໄລ່ຊັ່ງຊາບັນດາຜົນຮ້າຍຢ້ອນຫລັງຈາກການລຸກຮຶ້ຂຶ້ນຜ່ານມາ ຈາກນັ້ນຖອດຖອນໄດ້ບົດຮຽນ. ປະຊາຄົມສາກົນ ພວມປາດຖະຫນາວ່າ ທ່ານ R.Erdogan ຈະຍາດແຍ່ງກາລະໂອກາດນີ້ເພື່ອແກ້ໄຂສະພາບແຕກແຫງດ້ານການເມືອງ ແລະ ຄວາມສາມັກຄີແຫ່ງຊາດ, ເພື່ອໃຫ້ຕວກກີ ສວມບົດບາດໃຫຍ່ກວ່າໃນພາກພື້ນ.
ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາການກະທຳນີ້ຂອງອຳນາດການປົກຄອງ ຕວກກີ ໄດ້ເຮັດໃຫ້ບັນດາສຳພັນທະມິດຝ່າຍຕາເວັນຕົກຂອງ ຕວກກີ ມີຄວາມວິຕົກວັງວົນທີ່ສຸດ ເຖິງວ່າກ່ອນນັ້ນເຂົາເຈົ້າສະໜັບສະໜູນທ່ານ Erdogan ໃນການລັດຖະປະຫານ. ອາເມລິກາ ແລະ ສະຫະພາບເອີລົບ ລ້ວນແຕ່ໄດ້ຍົກອອກບັນດາຄຳກ່າວເຕືອນຢ່າງເຄັ່ງຄັດຕໍ່ທ່ານປະທານາທິບໍດີ R.Erdogan ທີ່ກ່ຽວຂ້ອງເຖິງການປັດເຂ່ຍທີ່ອຳນາດການປົກຄອງຂອງປະເທດນີ້ພວມປະຕິບັດເພື່ອແນໃສ່ບັນດາພາກສ່ວນເປັນປໍລະປັກພາຍຫຼັງການກໍ່ລັດຖະປະຫານ. ແຕ່ວ່າ, ທ່ານ R.Erdogan ເດັດດຽວປົກປ້ອງທັດສະນະ “ພື້ນຖານປະຊາທິປະໄຕບໍ່ຜ່ອນສັ້ນຜ່ນຍາວ” ແລະ ນີ້ແມ່ນສິ່ງທີ່ຈຳເປັນເພື່ອແນໃສ່ສ້າງຕັ້ງພື້ນຖານສັນຕິພາບໃຫ້ແກ່ປະຊາຊົນ. ເພື່ອຫຼີກລ້ຽງກໍ່ຄວາມຫວາດຫວັ່ນໃນໝູ່ປະຊາຊົນ, ວັນທີ 3/8 ຜ່ານມາ, ທ່ານຮອງນາຍົກລັດຖະມົນຕີ ຕວກກີ Numan Kurtulmus ກໍ່ອອກສຽງເພື່ອສ້າງຄວາມອຸ່ນອ່ຽນໃຈໃຫ້ປະຊາຊົນ ເມື່ອກ່າວຄຳເຫັນໃນໂທລະພາບ, ຢັ້ງຢືນລັດຖະບານຈະບໍ່ປະກາດໃຊ້ຄຳສັ່ງໄອຍະການເສີກ, ບັນດາກົນໄກຕະຫຼາດເສລີຈະບໍ່ຖືກຜົນສະທ້ອນ ແລະ ບັນດາສິດພື້ນຖານຂອງປະຊາຊົນຈະບໍ່ຖືກລ່ວງລ້ຳ
ບັນດາຜົນກະທົບພາຍຫຼັງເຫດກໍ່ລັດຖະປະຫານ
ມາຮອດປະຈຸບັນ, ຄຳຖາມວ່າ ໃຜແມ່ນຜູ້ຢື່ນຢູ່ເບື້ອງຫຼັງການກໍ່ລັດຖະປະຫານນີ້ຍັງກໍ່ຄວາມຖົກຖຽງກັນ ແລະ ຄວາມລະແວງສົງໄສ. ອຳນາດການປົກຄອງຂອງທ່ານປະທານາທິບໍດີ R.Erdogan ໄດ້ກ່າວຫາບາດຫຼວງ Fethullah Gulen, ຜູ້ພວມດຳລົງຊີວິດຜັດຖິ່ນຢູ່ ອາເມລິກາ ເປັນຜູ້ນຳໜ້າ. ໃນຂະນະນັ້ນ, ທ່ານ Fethullah Gulen, ອາຍຸ 77 ປີ, ເຄີຍເປັນສຳພັນທະມິດສະໜິດສະໜົມກັບທ່ານປະທານາທິບໍດີ R.Erdogan ກ່ອນທີ່ເປັນປໍລະປັກຂອງການນຳຕວກກີ, ເດັດດຽວປະຕິເສດຄຳກ່າວຫາດັ່ງກ່າວ, ພ້ອມທັງກ່າວຫາຄືນວ່າທ່ານປະທານາທິບໍດີ R.Erdogan ຈົ່ງເປັນຜູ້ກໍ່ໃຫ້ເກີດການກໍ່ລັດຖະປະຫານເພື່ອແນໃສ່ຊ່ວຍໃຫ້ທ່ານເອງປັບປຸງສິດອຳນາດ. ຍ້ອນມີການລັດຖະປະຫານ, ທ່ານປະທານາທິບໍດີ R.Erdogan ໄດ້ຈົ່ງມີກາລະໂອກາດຫັນປ່ຽນສະພາບຈາກການນຳພວມຖືກຕຳນິຕິຕຽນ ຫັນເປັນຜູ້ໄດ້ຮັບໄຊຊະນະດ້ວຍການສະໜັບສະໜູນຂອງປະຊາຊົນເປັນຈຳນວນຫຼວງຫຼາຍ.