ສານຕົ້ນປີໃໝ່ຂອງການນຳພັກ, ລັດ, ຜົນງານດ້ານເສດຖະກິດສັງຄົມປີ 2011 ແລະແງ່ຫວັງເສດຖະກິດສັງຄົມປີ 2012 ແມ່ນບັນດາຫົວຂໍ້ທີ່ພົ້ນເດັ່ນ ຊື່ງລົງພິມໃນໜັງສຶພິມສະບັບປີໃໝ່ ປີມະໂຣງ 2012. “ອວຍພອນພັກ, ອວຍພອນລະດູບານໃໝ່”, ບັນຍາກາດຕ້ອນຮັບລະດູບານໃໝ່ທີ່ເບີກບານມ່ວນຊື່ນ, ມີຄວາມຜາສຸກຂອງປະຊາຊົນ ກໍຄືບັນຍາກາດອອກແຮງທຳການຜະລິດໃນຕົ້ນປີໃໝ່ຢູ່ທ້ອງຖິ່ນຕ່າງໆ ແລະບັນດາງານບຸນໃນລະດູບານໃໝ່ ກໍແມ່ນບັນດາຫົວຂໍ້ທີ່ລົງພິມໃນໜ້າໜັງສືພິມສະບັບປີໃໝ່.
ໜັງສີພິມຊາວໜຸ່ມສະບັບປີໃໝ່ 2012
ພາບ: Http//:thanhnien.com.vn
ຕອບສຳພາດຕໍ່ວົງການນັກຂ່າວໃນໂອກາດຕົ້ນລະດູບານໃໝ່, ທ່ານປະທານປະເທດຫວຽດນາມເຈືອງເຕີນຊາງໄດ້ຢືນຢັນວ່າ, ປີ 2011 ແມ່ນປີໄດ້ຮັບໄຊຊະນະທາງດ້ານເສດຖະກິດ-ສັງຄົມ. ໃນຂົງເຂດການຕ່າງປະເທດ, ອິດທິພົນຊື່ສຽງຂອງຫວຽດນາມນັບມື້ນັບໄດ້ຮັບການຮັບຮູ້ ແລະ ຍົກສູງຈາກສາກົນ. ໃນສະພາບເສດຖະກິດໂລກປະສົບກັບຄວາມຫຍຸ້ງຍາກ ຍ້ອນວິກິດການການເງິນ ແລະການຊຸດໂຊມທາງດ້ານເສດຖະກິດທົ່ວໂລກນັ້ນ, ບັນດານັກລົງທຶນຕ່າງປະເທດຍັງສືບຕໍ່ເລືອກເຟັ້ນຫວຽດນາມແມ່ນຈຸດນັດພົບທີ່ໄວ້ເນື້ອເຊື່ອໃຈ, ເງິນລົງທຶນໂດຍກົງຂອງຕ່າງປະເທດ ຫລື FDI, ທຶນອຸປະຖຳພັດທະນາທາງການ ຫລື ODA ທີ່ສະຫງວນໃຫ້ຫວຽດນາມຍັງຢູ່ໃນລະດັບສູງ. ທ່ານປະທານປະເທດຊີ້ແຈ້ງວ່າ, ປີ 2012, ເຖິງວ່າ ຍັງປະສົບກັບຄວາມຫຍຸ້ງຍາກ, ການທ້າທາຍຫລາຍຢ່າງກໍຕາມ, ແຕ່ທົ່ວພັກ, ທົ່ວປວງຊົນ ແລະທົ່ວກອງທັບ ຈົ່ງສືບຕໍ່ສາມັກຄີກັນ, ເປັນເຈົ້າການຮັບມືກັບບັນດາການຜັນແປອັນສັບສົນຂອງເສດຖະກິດໂລກ, ຕັດສິນໃຈຮັກສາຄວາມມີສະຖຽນລະພາບດ້ານການເມືອງ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕັດສິນໃຈສຳເລັດບັນດາຈຸດໝາຍ, ໜ້າທີ່ປີ 2012, ສ້າງປະຖົມປັດໃຈອັນຕັ້ງໜ້າ ເພື່ອປະຕິບັດແຜນການ 5 ປີ (2011-2015) ຊື່ງກອງປະຊຸມໃຫ່ຍທົ່ວປະເທດຄັ້ງທີ 11 ຂອງພັກໄດ້ວາງອອກຢ່າງມີໄຊ.
ໜັງສືພິມສະບັບປີໃໝ່ 2012 ໄດ້ວິເຄາະບັນດາຜົນງານດ້ານເສດຖະກິດສັງຄົມປີ 2011 ແລະຄາດຄະເນແງ່ຫວັງປີ 2012. ໜັງສືພິມ ເສດຖະກິດທາມຫວຽດນາມ ມີບັນດາບົດຂຽນຕີລາຄາການຜັນແປທາງດ້ານເສດຖະກິດມະຫາພາກ, 10 ຜົນງານດີເດັ່ນດ້ານເສດຖະກິດຫວຽດນາມປີ 2011. ໜັງສືພິມລົງທຶນມີບົດຂຽນດ້ວຍຫົວຂໍ້: “ຄວາມມຸ້ງຫວັງໃນປີ 2012” ຊື່ງໄດ້ຄາດຄະເນເສດຖະກິດຫວຽດນາມໃນປີ 2012ແມ່ນມີລະດັບເຕີບໂຕຈີດີພີແຕ່ 6-6,5%, ຄວບຄຸມໄພເງິນເຟີ້ຢູ່ໃນລະດັບ 9%. ສ່ວນໜັງສືພິມເຍີນເຢີນ ແປ່ວ່າປະຊາຊົນ, ກວນໂດ້ຍເຍີນເຢີນ ແປ່ວ່າກອງທັບປະຊາຊົນ, ໄຊງ່ອນປົດປ່ອຍ, ຮ່າໂນ້ຍໃໝ່…ກໍໄດ້ລົງພິມກ່ຽວກັບການຄາດຄະເນບັນດາຄາດໝາຍພັດທະນາເສດຖະກິດສັງຄົມປີ 2012 ເມື່ອທຽບກັບປີ 2011, ໃນນັ້ນຍອດຜະລິດຕະພັນພາຍໃນປະເທດເພີ່ມຂຶ້ນແຕ່ 6-6,5%, ດັດຊະນີລາຄາໃຊ້ສອຍ CPI ຕ່ຳກ່ວາ 10%, ວົງເງິນສົ່ງອອກເພີ່ມຂຶ້ນ 13%, ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານໄດ້ 1,6 ລ້ານຄົນ, ອັດຕາສ່ວນຄອບຄົວທຸກຍາກຫລຸດລົງ 2%...
ໜັງສືພິມລົງທຶນການເງິນ ບະບັບປີໃໝ່ 2012
ພາບ: Http// saigondautu.com.vn
ບັນດາບົດນຳທີ່ມີຫົວຂໍ້: “ປີໃໝ່, ຄວາມມານະພະຍາຍາມໃໝ່” ຂອງໜັງສຶພິມປະຊາຊົນ; “ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ” ຂອງໜັງສຶພິມກອງທັບປະຊາຊົນ; “ຕ້ອນຮັບປີໃໝ່, ຄວາມເຊື່ອໝັ້ນໃໝ່” ຂອງໜັງສືພິມໄຊງ່ອນປົດປ່ອຍ; “ປີໃໝ່ບືນຕົວຂຶ້ນລະດັບສູງໃໝ່” ຂອງໜັງສືພິມຮ່າໂນ້ຍໃໝ່ ລ້ວນແຕ່ໄດ້ຢັ້ງຢືນວ່າ ໃນປີ 2012, ປະເທດຊາດ ຢືນຢູ່ຕໍ່ໜ້າບັນດາກາລະໂອກາດ ແລະການທ້າທາຍຫຼາຍຢ່າງ. ແຕ່ດ້ວຍຄວາມມານະພະຍາຍາມຂອງທົ່ວປວງຊົນ, ທົ່ວກອງທັບ ແລະຊາວຫວຽດນາມອາໄສຢູ່ຕ່າງປະເທດ, ຫວຽດນາມສາມາດສຳເລັດແຜນການພັດທະນາເສດຖະກິດ-ສັງຄົມໃນປີ 2012 ຢ່າງມີໄຊ, ນຳປະເທດຊາດກ້າວຂຶ້ນ.
ປີມະໂຣງ 2012 ໝາຍເຖິງໂຕມັງກອນ, ໜັງສືພິມສະບັບປີໃໝ່ ໄດ້ເຕື້ອງເຖິງສັດມົງຄຸນທີ່ສັກກະລະບູຊານີ້. ບົດໜັງສືພິມຕ່າງໆໄດ້ລົງພິມຮູບພາບ, ນິທານພື້ນເມືອງກ່ຽວກັບໂຕມັງກອນ. ໜັງສືພິມສະບັບປີໃໝ່ຍັງໄດ້ເຕື້ອງເຖິງບັນຍາກາດຕ້ອນຮັບບຸນເຕັດ, ຕ້ອນຮັບລະດູບານໃໝ່ຂອງປະຊາຊົນທຸກຄົນ. ໜັງສືພິມແຮງງານມີບົດສາລະຄະດີ “ວັນບຸນເຕັດ, ຊາວເຜົ່າກາຢອງເຣັດພາເຂົ້າບູຊາລຸງໂຮ່” ຊື່ງໃນນັ້ນໄດ້ເວົ້າເຖິງຮີດຄອງປະເພນີອັນເປັນມູນເຊື້ອອັນດີງາມຂອງຊາວຊົນເຜົ່າສ່ວນໜ້ອຍກາຢອງ ຢູ່ເຂດໄຕງວຽນ, ນັ້ນແມ່ນຮີດຄອງປະເພນີຕັ້ງແທ່ນບູຊາລຸງໂຮ່ໃນຄອບຄົວ ແລະແຕ່ລະປີໄດ້ເຮັດພາເຂົ້າບູຊາລຸງໂຮ່ໃນໂອກາດບຸນເຕັດ ແລະວັນເຖິງແກ່ມໍລະນະກຳຂອງເພີ່ນຄືວັນທີ 2/9. ສ່ວນໜັງສືພິມເຍີນເຢີນໄດ້ລົງພິມບົດຂຽນ “ເພື່ອເຈື່ອງຊາທີ່ຮັກແພງ” ໃນນັ້ນໄດ້ເນັ້ນໜັກເຖິງອາລົມຈິດຄວາມຮັກແພງຂອງປະຊາຊົນເຂດດິນຕໍ່ແຜ່ນ ທີ່ສະຫງວນໃຫ້ທະຫານ ແລະປະຊາຊົນໃນເຂດໝູ່ເກາະເຈື່ອງຊາ.
ບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະ, ຮີດຄອງປະເພນີຕ້ອນຮັບບຸນເຕັດ, ງານບຸນລະດູບານໃໝ່, ບັນຍາກາດແຂ່ງຂັນອອກແຮງງານ ທຳການຜະລິດໃນຕົ້ນປີຢູ່ທົ່ວທຸກແຫ່ງຂອງປະເທດຫວຽດນາມ ກໍແມ່ນຫົວເລື່ອງໄດ້ຮັບການເຕື້ອງເຖິງໃນຫນັງສືພິມສະບັບປີໃໝ່. ນອກຈາກນັ້ນ, ຫນັງສືພິມສະບັບປີໃໝ່ຍັງລົງພິມຄຳກອນວັນບຸນເຕັດ, ກະວີລະດູບານໃໝ່, ຄຳທວຍມ່ວນ….ຊື່ງແມ່ນບັນດາຜະລິດຕະພັນວັດທະນະທຳດ້ານຈິດໃຈພິເສດໃນໂອກາດບຸນປີໃໝ່ປະຈຳຊາດ. ຫນັງສືພິມສະບັບປີໃໝ່ຍັງໄດ້ສ່ອງແສງບັນຍາກາດຕ້ອນຮັບບຸນປີໃໝ່ປະຈຳຊາດຂອງຊາວຫວຽດນາມອາໄສຢູ່ປະເທດຕ່າງໆໃນໂລກ ພ້ອມທັງໄດ້ລົງພິມຫລາຍຂ່າວ ແລະບົດສ່ອງແສງເຖິງເລື່ອງພັກ, ລັດໄດ້ມີຄວາມເອົາໃຈໃສ່ເບີ່ງແຍງບຸນເຕັດໃຫ້ແກ່ຜູ້ທຸກຍາກ, ຄອບຄົວໃນເປົ້າໝາຍນະໂຍບາຍ ແລະບັນດາຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ.
ຫນັງສືພິມສະບັບປີໃໝ່ມີເນື້ອໃນອຸດົມສົມບູນ, ດູດດືມໃຈ, ງາມຕາ ແມ່ນອາຫານດ້ານຈິດໃຈ ທີ່ຂາດບໍ່ໄດ້ ຂອງປະຊາຊົນຫວຽດນາມທຸກຄົນ ເມື່ອບຸນເຕັດວຽນມາ, ອັນໄດ້ປະກອບສ່ວນເຮັດໃຫ້ວັດທະນະທຳຂອງຊາວຫວຽດນາມອຸດົມສົມບູນຂຶ້ນຕື່ມ ແລະເຂັ້ມຂົ້ນໄປດ້ວຍສີສັນຊາດ.
ຫງອກແອງ