ນາຍພົນ Daoud Rajha ທີ່ການພົບປະກັບ
ປະທານາທິບໍດີຊີຣີ Bashar al-Assad ( ພາບ: Reuters)
|
ສະຖານະການຢູ່ຊີຣີໄດ້ກ້າວສູ່ບາດລ້ຽວໃໝ່ດ້ວຍການຜັນແປ ແມ່ນຍາກ ທີ່ຈະ ຄາດຄະເນໄດ້ລວງໜ້າ. ຮອດມື້ນີ້ແມ່ນມື້ທີ່ 5 ຢ່າງລຽນຕິດ, ການໃຊ້ຄວາມ ຮຸນແຮງໄດ້ ປີນຂັ້ນໄດຢ່າງຮ້າຍແຮງຢູ່ນະຄອນຫຼວງ Damascus ແລະຈຸດຍອດສູງແມ່ນເຫດວາງລະເບີດສະຫຼະຊີບທີ່ແນໃສ່ສຳນັກງານອົງການປ້ອງກັນຄວາມສະຫງົບແຫ່ງຊາດເມື່ອວັນທີ 18/7 ອັນໄດ້ເຮັດໃຫ້ເຈົ້າໜ້າທີ່ຂັ້ນສູງຫຼາຍທ່ານຂອງປະເທດນີ້ຖືກເສຍຊີວິດ. ການຜັນແປເຫຼົ່ານີ້ໄດ້ເຮັດໃຫ້ຫາງສຽງມີຄວາມວິຕົກກັງວົນທີ່ສຸດຕໍ່ໄພອັນຕາລາຍເກີດສົງຄາມກາງເມືອງທີ່ີອາດຈະເປັນໄປໄດ້. ການໃຊ້ຄວາມຮຸນແຮງຢູ່ຊີຣີໄດ້ລະເບີດຂຶ້ນຂະນະທີ່ກອງທັບເສລີຊີຣີ ( FSA) ຂອງກຳລັງລຸກຮື້ຂຶ້ນໄດ້ເປີດບັ້ນຮົບບຸກໂຈມຕີຂະໜາດໃຫຍ່ທີ່ມີຊື່ວ່າ “ ພູເຂົາໄຟ Damascus ແລະ ແຜ່ນດິນໄຫວຊີຣີ ” ແລະ ຖະແຫຼງວ່າ “ ການສູ້ຮົບປົດປ່ອຍ Damascus ໄດ້ເລີ່ມຕົ້ນ ”. ເຫດວາງລະເບີດສະຫຼະຊີບທີ່ແນໃສ່ສຳນັກງານອົງການປ້ອງກັນຄວາມສະຫງົບແຫ່ງຊາດຊີຣີ ຊຶ່ງແມ່ນສຳນັກງານສູນກາງຂອງອຳນາດການປົກຄອງຂອງປະທານາທິບໍດີ Bashar Al-Assad ຊຶ່ງ ໄດ້ເຮັດໃຫ້ເຈົ້າໜ້າທີ່ຂັ້ນສູງຫຼາຍທ່ານໃນອຳນາດການປົກຄອງຊີຣີຖືກເສຍຊີວິດ, ໃນນັ້ນມີນາຍພົນ Daoud Rajiha ລັດຖະມົນຕີກະຊວງປ້ອງກັນຊາດຊີຣີ, ທ່ານລັດຖະມົນຕີກະຊວງພາຍໃນ Mohammad Shaar , ທ່ານຮອງລັດຖະມົນຕີກະຊວງປ້ອງກັນຊາດ Assef Shawkat ຊຶ່ງເປັນອ້າຍເຂີຍຂອງ ປະທານາທິບໍດີ Bashar Al-Assad. ເຫດວາງລະເບີດນີ້ໄດ້ສະແດງໃຫ້ເຫັນການແຊກແຊງຢ່າງເລິກເຊິ່ງກ້ວາງຂວາງຂອງກຳລັງຝ່າຍຄ້ານເຂົ້າໃນກົງຈັກອຳນາດການປົກຄອງຂອງລະບອບ Damascus . ເພາະວ່າມັນໄດ້ເກີດຂຶ້ນຢູ່ທີ່ເມືອງ Rawda ຊຶ່ງແມ່ນແຫ່ງທີ່ລະບົບປ້ອງກັນຄວາມສະຫງົບຖືກປະຕິບັດຢ່າງເຄັ່ງຄັດທີ່ສຸດ ແລະ ຕົວການຂອງເຫດວາງລະເບີດສະຫຼະຊີບກໍແມ່ນຜູ້ອາລັກຂາໃກ້ຊິດຂອງ ປະທານາທິບໍດີ Bashar Al-Assad. ພາຍຫຼັງໄດ້ເກີດເຫດວາງລະເບີດ, ກຸ່ມກຳລັງກະບົດອິດສະລາມທີ່ມີຊື່ວ່າ Liwa al-Islam ໃຫ້ຮູ້ວ່າ ເຫດການບຸກໂຈມຕີດັ່ງກ່າວ ແມ່ນແນໃສ່ຫ້ອງການຄວບຄຸມວິກິດການຢູ່ Damascus. ໃນຂະນະນັ້ນ, ໂຄສົກຂອງ FSA ພັດເວົ້າວ່າ ນີ້ແມ່ນເຫດການ “ ພູເຂົາໄຟ ” ຊຶ່ງ FSA ໄດ້ເຄີຍເອີຍເຖິງ ແລະ ນັ້ນພຽງແຕ່ແມ່ນຈຸດເລີ່ມຕົ້ນ.
ສ່ວນຢູ່ເຂດຊານນະຄອນຫຼວງ Damascus ຂອງຊີຣີ, ການໃຊ້ຄວາມຮຸນແຮງ ສືບຕໍ່ປີນຂັ້ນໄດຢ່າງຮ້າຍແຮງ. ພ້ອມກັບ ເຫດການບຸກໂຈມຕີໃນສຳນັກງານອົງການປ້ອງກັນຄວາມສະຫງົບແຫ່ງຊາດຊີຣີ, ກຳລັງລຸກຮື້ຂຶ້ນຍັງໄດ້ດຳເນີນການວາງລະເບີດ 5 ຄັ້ງຢູ່ເມືອງ Muhajireen ທາງກ້ຳຕາເວັນຕົກສ່ຽງເໜືອຂອງ Damascus . ເຮືອບິນເອລິກອບເຕີຂອງກອງທັບຊີຣີໄດ້ຍິງປືນກົນ ແລະ ລູກຈະຫຼວດໃສ່ບາງເຂດຊຸມຊົນຢູ່ນະຄອນຫຼວງ Damascus ໃນຂະນະທີ່ ບັນດາກຳລັງຂອງປະທານາທິບໍດີ Bashar Al-Assad ພວມຍິງປະທະກັນກັບບັນດາກຳລັງກະບົດໃນທົ່ວບໍລິເວນນະຄອນຫຼວງ. ກ່ອນໜ້ານັ້ນ, ວັນທີ 17/7 ພົນຈັດຕະວາ Aviv Kochavi ຜູ້ອຳນວຍການອົງການສືບລາຊະການລັບກອງທັບອິດສະຣາແອນ ໃຫ້ຮູ້ວ່າ ການຄວບຄຸມນະຄອນຫຼວງ Damascus ຂອງລັດຖະບານຊີຣີພວມຄ່ອຍອ່ອນຕົວລົງ ແລະ ປະທານາທິບໍດີ Bashar Al-Assad ຕ້ອງໄດ້ຈັດສົ່ງກຳລັງທະຫານຈາກບັນດາເຂດມໍ່ກັບຊາຍແດນ ອິດສະຣາແອນ ມາເພື່ອປັບປຸງກຳລັງຢູ່ອ້ອມຂ້າງນະຄອນຫຼວງ Damascus. ໃຫ້ຂໍ້ສັງເກດກ່ຽວກັບສະຖານະການຢູ່ຊີຣີໃນປະຈຸບັນ, ວັນທີ 18/7 ລັດຖະມົນຕີການຕ່າງປະເທດລັດເຊຍ ທ່ານ Sergei Lavrov ຖືວ່າ ພວມເກີດການສູ້ຮົບແບບຕັດສິນຊີ້ຂາດເພື່ອຢຶດຄອງ ນະຄອນຫຼວງ Damascus.
ສະຖານທີເກີດເຫດວາງລະເບີດສະຫຼະຊີບ(ພາບ: AP)
|
ພາຍຫຼັງເຫດວາງລະເບີດສະຫຼະຊີບທີ່ແນໃສ່ ສຳນັກງານສູນກາງຂອງ Damascus ນັ້ນ, ບັນດາປະເທດຝ່າຍຕາເວັນຕົກໄດ້ມີປະຕິກິລີຍາຂອງຕົນ.ວັນທີ 18/7 ກອງທັບຂອງບາງປະເທດຖືກຕັ້ງໃນສະພາບລະວັງໄພສູງ. ບັນດາກຳລັງຂອງອາເມລິກາໃນພາກພື້ນ, ອິດສະລາແອນ, ຊາອຸດິອາຣາເບຍ, ໂຮດັງ, ອີຣັກ, ເຕິກກີ ຖືກຕັ້ງຢູ່ໃນທ່າກຽມພ້ອມສູ້ຮົບ ຍ້ອນມີຄວາມວິຕົກກັງວົນຕໍ່ບັນດາປະຕິກິລີຍາຂອງອຳນາດການປົກຄອງຂອງປະທານາທິບໍດີ Bashar Al-Assad. ອາເມລິກາໄດ້ດຳເນີນບັນດາການທາບທາມດ່ວນເພື່ອຕີລາຄາການຜັນແປຂອງວິກິດການຊີຣີ ແລະ ປະຕິກິລີຍາຂອງທ່ານ Bashar Al-Assad , ໃນຂະນະທີ່ລັດຖະມົນຕີກະຊວງປ້ອງກັນຊາດອິດສະຣາແອນ Ehud Barak ໄດ້ຮຽກໂຮມການປະຊຸມກັບບັນດາເຈົ້າໜ້າທີ່ ອົງການສືບລາຊະການລັບ ແລະ ປ້ອງກັນຄວາມສະຫງົບເພື່ອປຶກສາຫາລືສະຖານະການຊີຣີ.
ສ່ວນຢູ່ນອກຜືນແຜ່ນດິນ ຊີຣີ, ການຂົນຂວາຍຫາງສຽງແນໃສ່ປິດລ້ອມລະບອບຂອງ ປະທານາທິບໍດີ Bashar Al-Assad ຢ່າງຮອບດ້ານ ພວມໄດ້ຮັບການປະຕິບັດຢ່າງຮີບເຮັ່ງ. ໃນຂະນະທີ່ Damascus ພວມກະວົນກະວາຍຕໍ່ໜ້າເຫດວາງລະເບີດສະຫຼະຊີບທີ່ຫາກໍເກີດຂຶ້ນນັ້ນ, ອາເມລິກາໄດ້ເພີ່ມທະວີການລົງໂທດສຳລັບລັດຖະມົນຕີນັບ 10 ທ່ານໃນຄະນະລັດຖະບານຊີຣີ. ນີ້ແມ່ນສ່ວນໜຶ່ງໃນຄຳໝັ້ນສັນຍາເພື່ອແນໃສ່ກໍ່ກຳລັງດັນບັງຄັບໃຫ້ລະບອບຂອງ ປະທານາທິບໍດີ Bashar Al-Assad ຕ້ອງຢຸດຕິສະພາບການເຂັ່ນຂ້າ ແລະ ປະລະສິດອຳນາດຂອງຕົນ. ສ່ວນລັດຖະມົນຕີການຕ່າງປະເທດອັງກິດ William Hague ຖືວ່າ ເຫດການດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ສ.ປ.ຊ ຄວນມີການກະທຳຢ່າງແຂງແຮງເພື່ອຢຸດຕິການປະທະກັນ ແລະ ຮຽກຮ້ອງໃຫ້ລັດເຊຍ ແລະ ຈີນຈົ່ງສະໜັບສະໜູນມະຕິສະບັບໜຶ່ງຢ່າງແຂງແຮງກ່ວາຂອງສະພາຄວາມໝັ້ນຄົງ ສ.ປ.ຊ.
ປະຈຸບັນ, ຕາມຂໍ້ສະເໜີຂອງທູດພິເສດສາກົນ ທ່ານ Kofi Annan , ສະພາຄວາມໝັ້ນຄົງ ສ.ປ.ຊ. ໄດ້ຕົກລົງເລື່ອນເວລາດຳເນີນການລົງມະຕິສຳລັບມະຕິສະບັບໜຶ່ງໂດຍຝ່າຍຕາເວັນຕົກຮຽບຮຽງ ຊຶ່ງຮຽກຮ້ອງໃຫ້ລົງໂທດຊີຣີໄປຮອດວັນທີ 19/7(ຕາມເວລາທ້ອງຖິ່ນ) ເພື່ອໃຫ້ຜູ້ຕາງໜ້າບັນດາປະເທດປະຈຳ ສະພາຄວາມໝັ້ນຄົງ ສ.ປ.ຊ. ມີເວລາ ເພື່ອດຳເນີນການເຈລະຈາຕື່ມອີກ. ທ່ານ Kofi Annan ໄດ້ກ່າວປະນາມຢ່າງຮຸນແຮງຕໍ່ ເຫດວາງລະເບີດສະຫຼະຊີບອັນນອງເລືອດຢູ່ຊີຣີ, ພ້ອມທັງກະຕຸກຊຸກຍູ້ ສະພາຄວາມໝັ້ນຄົງ ສ.ປ.ຊ ຈົ່ງມີການກະທຳຢ່າງເດັດດຽວ ແລະ ລະອຽດ ເພື່ອຢຸດຕິການໃຊ້ຄວາມຮຸນແຮງ ແລະ ເປີດຊ່ອງທາງໃຫ້ແກ່ວິວັດການຂ້າມຜ່ານດ້ານການເມືອງຢູ່ຊີຣີ. ຄຳຮຽກຮ້ອງນີ້ກໍໄດ້ຮັບການສະໜັບສະໜູນຈາກສະຫະພາບເອີລົບ, ອັງກິດ, ຝະລັ່ງ ແລະ ເຢັຍລະມັນ. ຈາກການຜັນແປເຫຼົ່ານັ້ນ, ຫາງສຽງຖືວ່າ ບົດລະຄອນຄື ລີບີ ພວມໄດ້ຮັບການປະຕິບັດຊ້ຳອີກຢູ່ປະເທດຕາເວັນອອກກາງນີ້ ແລະ ຈຸດເວລາແຫ່ງຊາຕະກຳຂອງ ລະບອບປະທານາທິບໍດີ Bashar Al-Assad ພວມຫຍັບເຂົ້າໃກ້.