ວິກິດການຊາວອົບພະຍົບຢູ່ເອີລົບ

ວັນ​ທີ 27/8, ກອງ​ປະ​ຊຸມ​ສຸດຍອດພາກ​ພື້ນ​ໂບຄານຕາ​ເວັນ​ຕົກໄດ້​ຖືກ​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງວຽນ​ຂອງ​ອົດ​ຕະ​ລິດ. ຕາມ​ແຜນ​ການ​ແລ້ວ, ບັນ​ດາ​ຜູ້​ນຳ​ລັດ​ຖະ​ບານ, ບັນ​ດາ​ລັດ​ຖະ​ມົນ​ຕີ ແລະ ຜູ້​ຕາງ​ໜ້າ​ຂັ້ນ​ສູງ​ສະ​ຫະ​ພາບ​ເອີ​ລົບ EU ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ແລະ ແງ່​ຫວັງ​ຂອງ​ບັນ​ດາ​ປະ​ເທດ​ທີ່​ຂຶ້ນ​ກັບພາກ​ພື້ນ​ໂບຄານຕາ​ເວັນ​ຕົກທີ່​ຢາກ​ເຂົ້າ​ເປັນ​ສະ​ມາ​ຊິກ EU. ແຕ່​ວິ​ກິດ​ການ​ຊາວ​ອົບ​ພະ​ຍົບ​ຢູ່​ເອີ​ລົບ​ ອາດ​ຈະ​ເຮັດ​ໃຫ້​ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້​ຖືກ​ເຂວ​ທິດ.

    

ວິກິດການຊາວອົບພະຍົບຢູ່ເອີລົບ - ảnh 1
ຊາວ​ອົບ​ພະ​ຍົບ​ຢູ່​ເກາະ Kos - ປະ​ເທດ​ເກຼັກ. 
 (ພາບ: GREEK REPORTER)

     ຊຸມມື້ມໍ່​ໆມານີ້, ເອີ​ລົບ​ຖືກ​ຕົກ​ຢູ່​ໃນ​ສະ​ພາບ​ສັບ​ສົນ​ປົນ​ເປ​ຕໍ່​ໜ້າກະ​ແສ​ຟອງ​ຄົນ​ເຂົ້າ​ເມ​ືອງຈາກ​ຕາ​ເວັນ​ອອກ​ກາງ, ອາ​ຟະ​ລິ​ກາ​ເໜືອ ແລະ ພາກ​ພື້ນ​ໂບຄານຕາ​ເວັນ​ຕົກໄດ້ຫຼັ່ງ​ໄຫຼເຂົ້າ​ມາ​ເອີ​ລົບ​ທີ່​ນັບ​ມື້​ນັບຫຼາຍ​ຂຶ້ນ. ໃນ​ສະ​ພາ​ວະ​ທີ່​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ຍັງ​ອຶດ​ອາດ​ຊັກ​ຊ້າ, ອັດ​ຕາ​ການ​ວ່າງ​ງານ​ສູງ, ກະ​ແສ​ຟອງ​ຄົນເຂົ້າ​ເມ​ືອງ ພວມ​ເພີ່ມ​ຄວາມ​ໜັກ​ໜ່ວງ​ໃຫ້​ແກ່​ເອີ​ລົບ​ບໍ່​ພຽງ​ແຕ່​ກ່ຽວ​ກັບ​ເສດ​ຖະ​ກິດ​ເທົ່າ​ນັ້ນ, ຫາກ​ຍັງ​ກ່ຽວ​ກັບ​ບັນ​ຫາ​ຄວາມ​ສະ​ຫງົບ ແລະ ສັງ​ຄົມ​ອີກ​ດ້ວຍ.

    ວິ​ກິດ​ການ​ຊາວ​ອົບ​ພະ​ຍົບ​ທີ່​ຊົ່ວ​ຄ້າຍ​ທີ່​ສຸດ

      ວິ​ກິດ​ການ​ຊາວ​ອົບ​ພະ​ຍົບຊຶ່ງ​ເອີ​ລົບ​ພວມ​ຕ້ອງ​ປະ​ເຊີນ​ໜ້າ​ແມ່ນ​ຮ້າຍ​ແຮງ​ທີ່​ສຸດ​ຢູ່​ເອີ​ລົບ​ນັບ​ຕັ້ງ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີ 2 . ຕາມ​ການ​ສະ​ຖີ​ຕິ​ຂອງອ​ົງ​ການ​ຊາຍ​ແດນ EU, ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະ​ຈຸ​ບັນ, ໄດ້​ມີຊາວ​ອົບ​ພະ​ຍົບ​ປະ​ມານ 102.000 ຄົນເຂົ້າ​​ມາ EU ຜ່ານ ມາກ​ເຊ​ໂດ​ເນຍ, ແຊກ​ເບຍ, ອານ​ບາ​ເນຍ, ໂກ​ໂຊ​ໂວ, ຮຸ່ງ​ກາ​ຣີ, ສູງກວ່າຫຼາຍ​ເມ​ື່ອ​ທຽບ​ໃສ່​ຈຳ​ນວນ 8000 ຄົນ​ໃນ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2014. ພິ​ເສດ, ຮຸງ​ກາ​ຣີ​ໄດ້​ກາຍ​ເປັນ​ຈຸດ​ຮ້ອນ​ໃໝ່​ໃນ ວິ​ກິດ​ການ​ຊາວ​ອົບ​ພະ​ຍົບ​ທີ່​ຊົ່ວ​ຄ້າຍ​ທີ່​ສຸດໃນ​ກວ່າ​ເຄິງ​ສະ​ຕະ​ວັດ​ທີ່​ຜ່ານ​ມາ​ຢູ່​ເອີ​ລົບ ດ້ວຍ​ເລື່ອງ​ຕ້ອງ​ຮັບ​ເອົາ​ຊາວ​ອົບ​ພະ​ຍົບ​ນັບ​ໝື່ນ​ຄົນ​ຕໍ່​ວັນ. ໂດຍ​ແມ່ນ​ສະ​ມາ​ຊິກ​ຂອງ​ພາກ​ພື້ນ 26 ປະ​ເທດ Schengen ທີ່​ສາ​ມາດ​ໄປ​ມາຜ່ານ​ຊາຍ​ແດນ​ຢ່າງ​ເສ​ລີໂດຍບໍ່​ຕ້ອງ​ການ​ວີ​ຊາ, ຮຸງ​ກາ​ຣີ ພວມ​ເປັນ​ເປົ້າ​ໝາຍ​ປາຍ​ທາງ​ເບີ​ໜຶ່ງ​ຂອງ​ຊາວ​ອົບ​ພະ​ຍົບ​ຜ່ານ​ບັນ​ດາ​ປະ​ເທດພາກ​ພື້ນ​ໂບຄານ. ຕາມ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຂອງ​ປະ​ເທດນີ້, ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະ​ຈຸ​ບັນ, ໄດ້​ມ​ີ​ຊາວ​ອົບ​ພະ​ຍົບ​ 140000 ຄົນ​ຂ້າມ​ຊາຍ​ແດນ​ແຊກ​ເບຍໄປຍັງ ຮຸງ​ກາ​ຣີ, ຫຼາຍ​ທົບ​ກວ່າ 3 ເທົ​່າ​ເມື່ອ​ທຽ​ບ​ໃສ່​ຈຳ​ນວນ​ຂອງ​ທັງ​ປີ​ກາຍ. ວັນ​ທີ 26/8, ຄວາມ​ເຄັ່ງ​ຕຶງ​ໄດ້​ຂຶ້ນ​ຮອດຍອດ​ສູງ ຂະ​ນະ​ທີ່​ຕຳຫຼວດ​ຂອງ​ປະ​ເທດນີ້​ຕ້ອງ​ນຳ​ໃຊ້​ແກັ​ສ​ນ້ຳ​ຕາ​ເພື່ອ​ສະ​ກັດ​ກັ້ນ​ຂະ​ບວນ​​ຊາວ​ອົບ​ພະ​ຍົບ​ຢາກ​ອອກ​ຈາກ​ສູນ​ຮັບ​ຊາວ​ອົບ​ພະ​ຍົບ​​ຢູ່​ມໍ່​ກັບ​ຊາຍ​ແດນຕິດ​ກັບ​ແຊກ​ເບຍ.

    ຂະ​ບວນ​​ຊາວ​ອົບ​ພະ​ຍົບ​ຂ້າມ​ຊາຍ​ແດນ ໄດ້​ເຮັດ​ໃຫ້ຫຼາຍ​ປະ​ເທດບໍ່​ສາ​ມາດ​ສະ​ກັດ​ກັ້ນ​ໄດ້ ແລະ ເອີ​ລົບ​ພວມ​ຕົກ​ຢູ່​ໃນ​ສະ​ພາບ​ສັບ​ສົນ​ປົນ​ເປ​ໃນ​ການ​ແກ້​ໄຂ​ບັນ​ຫານີ້. ຫຼາຍ​ປະ​ເທດ​ໄດ້​ປະ​ຕ​ິ​ບັດ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ສະ​ກັດ​ກັ້ນ​ຂະ​ບວນ​​ຊາວ​ອົບ​ພະ​ຍົບ​ທີ່ຫຼັ່ງ​ໄຫຼເຂົ້າ​ມາ​ດ້ວຍ​ທາງ​ນ້ຳ ແລະ ທາງ​ບົກ.

      ສິ່ງ​ໃດ​ທີ່​ພາ​ໄປ​ເຖິງ​ສະ​ພາບ​ການ​ຊົ່ວ​ຮ້າຍ

       ສາຍ​ເຫດ​ຂອງວິ​ກິດ​ການ​ຊາວ​ອົບ​ພະ​ຍົບ ຖືກ​ບັນ​ດາ​ນັກ​ໄຈ້​ແຍກ​ຖື​ວ່າ ແມ່ນ​ຍ້ອນສະ​ພາບ​ທຸກ​ຍາກ​ຢູ່​ບັນ​ດາ​ປະ​ເທດພາກ​ພື້ນ​ໂບຄານຕາ​ເວັນ​ຕົກ. ແຕ່​ສາຍ​ເຫດ​ທີ່​ເລິກ​ເຊິ່ງ​ຂອງ​ສະ​ພາບ​ການ​ດັ່ງ​ກ່າວ ກໍ​ແມ່ນ​ບັນ​ດາ​ຂະ​ບວນ​ການ “ລະ​ດູ​ບານ​ໃໝ່​ອາ​ຣັບ” ຢູ່​ຕາ​ເວັນ​ອອກ​ກາງ, ອາ​ຟະ​ລິ​ກາ​ເໜືອ, ຫຼື​ບັນ​ດາ​ “ການ​ປະ​ຕິ​ວັດ​ດອກຊ້ອນ​” ຢູ່​ປະ​ເທດ​ຕ່າງໆ​ຄື ລີ​ບີ, ເອ​ຢິບ, ຊີ​ຣີ. ການ​ປະ​ຕິ​ວັດ​ເຫຼົ່າ​ນັ້ນ​ໄດ້​ເຮັດ​ໃຫ້ຫຼາຍ​ປະ​ເທດ​ຕົກ​ຢູ່​ໃນ​ສະ​ພາບກໍ່​ຈະ​ລາ​ຈົນ ແລະ ກໍ່​ໃຫ້​ເກີດ​ກະ​ແສ​ຟອງ​ຊາວ​ອົບ​ພະ​ຍົບ​ຢ່າງຫຼວງຫຼາຍ. ກະ​ແສ​ຟອງ​ຊາວ​ອົບ​ພະ​ຍົບໄປ​ຍັງ​ເອີ​ລົບ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ກະ​ໂດດ​ຂັ້ນ​ໃນ​ປີ 2014 ຍ້ອ​ນ​ບັນ​ດາ​ການ​ປະ​ທະ​ກັນ ແລະ ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ​ໄດ້​ເກີດ​ຂຶ້ນ​ຢ່າງ​ລຽນ​ຕິດ​ຢູ່​ຊີ​ຣີ, ອີ​ຣັກ ແລະ ບາງ​ປະ​ເທດ​ອາ​ຟະ​ລິ​ກາ​ເໜືອ.

      ຜົນ​ພາຍຫຼັງ​ຈາກ ກະ​ແສ​ຟອງ​ເຂົ້າ​ເມືອງ​ຂອງຊາວ​ອົບ​ພະ​ຍົບ

  ບັນ​ຫາຊາວ​ອົບ​ພະ​ຍົບ​ພວມ​ເປັນ​ສິ່ງ​ທ້າ​ທາຍ​ຢ່າງ​ໃຫຍ່ຫຼວງສຳ​ລັບ​ບໍ່​ພຽງແຕ່​ ແຕ່ປະ​ເທດ​ເທົ່ານັ້ນ, ຫາກ​ນັບ​ທັງ​ພາກ​ພື້ນ​ອີກ​ດ້ວຍ. ສະ​ພາບ​ຕົວ​ຈິງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ , EU ພວມ​ຕ້ອງ​ປະ​ເຊີນ​ໜ້າວິ​ກິດ​ການ​ທັງ 2. ໃນ​ຂະ​ນະ​ທີ່​ວິ​ກິດ​ການ​ເສດ​ຖະ​ກິດ​ພຽງ​ແຕ່​ຜ່ອນ​ຄາຍ​ລົງ​ຊົ່ວ​ຄາວ ແລະ ບັນ​ຫາ​ໜີ້​ສາ​ທາ​ລະ​ນະ​ຂອງ​ເກຼັກ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ສິ້ນເຊິ່ງ​ນັ້ນ, ວິ​ກິດ​ການຄົນ​ເຂົ້າ​ເມ​ືອງພັດ​ເພີ່ມ​ຄວາມ​ໜັກ​ໜ່ວງ​ຕື່ມ​ອີກ, ຊຶ່ງ​ອາດ​ຈະ​ເຮັ​ດ​ໃຫ້​ເສດ​ຖະ​ກິດ, ສັງ​ຄົມ​ຂາດ​ສະ​ຖຽນ​ລະ​ພາບ. ແຕ່​ເຖິງວ່າ ເຢຍ​ລະ​ມັນ ແລະ ຝະ​ລັ່ງ​ຮຽກ​ຮ້ອງ​ໃຫ້​ເປັນ​ເອ​ກະ​ພາບ​ກັນ​ດ້ານຫຼັກ​ໝັ້ນ​ໃນ EU ກ່ຽວ​ກັບ​ຊາວ​ຫຼົບ​ໄພກໍ​ຕາມ, ແຕ່​ວິ​ທີ​ແກ້​ໄຂ​ບັນ​ຫານີ້ ​ກໍ​ພວມ​ເຮັດ​ໃຫ້ພາຍ​ໃນ​ບັນ​ດາ​ປະ​ເທດ EU ບໍ່​ລົງ​ລອຍ​ກັນ. ​ໃນ​ມໍ່ໆ​ມານີ້, EC ໄດ້​ຍົກ​ອອກ​ຂໍ້​ສະ​ເໜີ​ແນະທີ່ກໍ່​ຄວ​າມ​ໂຕ້​ຖຽງ​ກັນ, ນັ້ນ​ແມ່ນ​ບັນ​ດາ​ປະ​ເທດສະ​ມາ​ຊ​ິກ EU ຕ້ອງ​ຮັບ​ຊາວ​ຫຼົບ​ໄພ​ຕາ​ມ​ຂໍ້​ກຳ​ນົດ​ຈັດ​ແບ່ງ​ຈຳ​ນວນຄົນ. ແຕ່​ມາ​ຮອດ​ປະ​ຈຸ​ບັນ, ອັງ​ກິດ ແລະ ບາງ​ປະ​ເທດ​ຍັງ​ຄົງ​ຄັດ​ຄ້ານ​ແຜນ​ການນີ້. ໃນ​ຂະ​ນະ​ທີ່​ຍັງ​ບໍ່​ທັນ​ມີ​ວິ​ທີ​ການ​ແກ້​ໄຂ​ລວມນັ້ນ, ເອີ​ລົບ​ຍັງ​ພວມ​ແກ້​ໄຂ​ບັນ​ຫາຕາມ​ແບບ​ຂອງ​ໃຜ​ຂອງ​ລາວ.

    ທີ່ກອງ​ປະ​ຊຸມ​ສຸດຍອດພາກ​ພື້ນ​ໂບຄານຕາ​ເວັນ​ຕົກ​ທີ່​ຈັດ​ຂືຶ້ນ​ໃນ​ວັນ​ທີ 27/8, ປະ​ເທດ​ເຈົ້າ​ພາບ​ໂອ​ຕະ​ລິດ​ໄດ້​ນຳ​ສະ​ເໜີ​ແຜນ​ການ​ດຳ​ເນີນງານ 5 ຂໍ້ຊຶ່ງ​ລວມ​ມີ​ການ​ລົບ​ລ້າງ​ອາດ​ຊະ​ຍາ​ກຳ​ຄ້າ​ມະ​ນຸດ, ຈັດ​ແບ່ງ​ຈຳ​ນວນ​ຜູ້ຫຼົບໄພ​ໃນ EU ຢ່າງ​ຍຸດ​ຕິ​ທຳ, ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢ່າງກວ້າງ​ຂວາງ​ກ່​ວາ, ການ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ ແມ່ນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ຂະ​ບວນ​ຊາວ​ອົບ​ພະ​ຍົບ​. ນັກ​ໄຈ້​ແຍກຫຼາຍ​ຄົນ​ຖື​ວ່າ ສຳ​ລັບ EU ແລ້ວ, ບັນ​ຫາ​ຄົນ​ເຂົ້າ​ເມືອງ​ບໍ່​ພຽງ​ແຕ່​ເປັນ​ບັນ​ຫາ​ຫຍຸ້ງ​ຍາກ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ວຽກ​ເຮັດ​ງານ​ທຳ ແລະ ຄວາມ​ສະ​ຫງົບ​ເທົ່ານັ້ນ, ຫາກ​ຍັງ​ເປັນ​ບັນ​ຫາ​ກ່ຽວ​ກັບ​ລະ​ບອບ​ລະ​ບຽບ​ການ​ອີກ​ດ້ວຍ. ການ​ໂຕ້​ຖຽງ​ກັນ​ເພື່ອ​ນຳ​ມາ​ເຊິ່ງວິ​ທີ​ການ​ແກ້​ໄຂ​ທີ່​ດີນັ້ນ, ເບິ່ງ​ຄື​ວ່າ ຄົງຈະ​ແມ່ນ​ບັນ​ຫາທີ່​ຍັງ​ບໍ່​ທັນ​ຮອດ​ວັນ​ສິ້ນ​ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ