(VOVWORLD) - ຄືດັ່ງການຄາດຄະເນຂອງວົງການນັກໄຈ້ແຍກ, ຄວາມສ່ຽງເກີດສົງຄາມການຄ້າລະຫວ່າງ ອາເມລິກາ ແລະ ຈີນ ສຸດທ້າຍກໍ່ໄດ້ຮັບການແກ້ໄຂ ພາຍຫລັງ 2 ຝ່າຍສິ້ນສຸດຮອບເຈລະຈາຄັ້ງທີ 2 ກ່ຽວກັບການຄ້າຢູ່ ວໍຊິງຕັນ ໃນທ້າຍອາທິດຜ່ານມາ.
ຖະແຫຼງການຮ່ວມໄດ້ຍົກອອກມາ ພາຍຫລັງການເຈລະຈາໄດ້ຢືນຢັນວ່າ 2 ພື້ນຖານເສດຖະກິດໃຫຍ່ກ່ວາໝູ່ໃນໂລກ ຈະຊອກຫາວິທີການແກ້ໄຂບັນດາຄວາມວິຕົກກັງວົນກ່ຽວກັບເສດຖະກິດ ແລະ ການຄ້າຕາມວິທີເປັນເຈົ້າການ. ເຖິງຢ່າງໃດກໍ່ຕາມ, ເພື່ອປະຕິບັດຄາດໝາຍຫລຸດຜ່ອນການນຳເຂົ້າເກີນດຸ່ນພໍສົມຄວນຂອງ ອາເມລິກາ ໃນການຄ້າ 2 ຝ່າຍນັ້ນ ແມ່ນໜ້າທີ່ບໍ່ງ່າຍດາຍສຳລັບທັງ 2 ຝ່າຍ.
(ພາບປະກອບ) |
ໃນໄລຍະຜ່ານມາ, ການພົວພັນດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ ກາຍເປັນຈຸດສຸມຄວາມສົມໃຈຈາກຫາງສຽງສາກົນ ເມື່ອ 2 ປະເທດໄດ້ຍົກອອກບັນດາມາດຕະການໂຕ້ຕອບກັນຢ່າງລຽນຕິດ ທີ່ກ່ຽວຂ້ອງເຖິງລະດັບພາສີອາກອນ ຊຶ່ງຈັດວາງໃຫ້ບັນດາຜະລິດຕະພັນສົ່ງອອກ. ການຜັນແປ່ເຄັ່ງຕຶງນີ້ ເຮັດໃຫ້ເກີດຄວາມວິຕົກກັງວົນກ່ຽວກັບສົງຄາມການຄ້າ ບໍ່ພຽງແຕ່ກໍ່ຜົນຮ້າຍຢ່າງໜັກໜ່ວງໃຫ້ທັງ 2 ຝ່າຍເທົ່ານັ້ນ ຫາກຍັງສົ່ງຜົນສະທ້ອນເຖິງພື້ນຖານເສດຖະກິດໂລກອີກດ້ວຍ.
ຄວາມມານະພະຍາຍາມແກ້ໄຂຄວາມເຄັ່ງຕຶງ
ເພື່ອບັນລຸໄດ້ຄວາມເຫັນດີເຫັນພ້ອນດັ່ງກ່າວ, ໃນ 2 - 3 ອາທິດຜ່ານມາ, ບັນດານັກເຈລະຈາ ອາເມລິກາ - ຈີນ ໄດ້ມີຄວາມມານະພະຍາຍາມທີ່ສຸດໃນການຊອກຫາທັດສະນະລວມໃນບັນຫາຂາດດຸ່ນການຄ້າ. ໝາກຜົນນັ້ນແມ່ນ ໃນຖະແຫຼງການຮ່ວມ, 2 ຝ່າຍໄດ້ເຫັນດີເປັນເອກະພາບຄວາມຈຳເປັນ ຕ້ອງປະຕິບັດບັນດາມາດຕະການຢ່າງມີປະສິດທິຜົນ ເພື່ອຫລຸດຜ່ອນລະດັບຂາດດຸ່ນການຄ້າປະຈຳປີກ່ວາ 300 ຕື້ USD ຂອງ ອາເມລິກາ ກັບ ຈີນ. ຈີນ ໃຫ້ຄຳໝັ້ນສັນຍາຈະນຳເຂົ້າຕື່ມບັນດາຜະລິດຕະພັນກະເສດຈາກ ອາເມລິກາ ເປັນ “ຈຳນວນຫລາຍ”. ນີ້ເປັນຄັ້ງທຳອິດ ຝ່າຍ ຈີນ ເຫັນດີເປັນເອກະສັນຫລຸດຜ່ອນບັນດາຮົ້ວກີດຂວາງ ແລະ ບັນດາພາສີອາກອນນຳເຂົ້າສິນຄ້າຈາກ ອາເມລິກາ. ຕາມການຕີລາຄາຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ແລ້ວ, ຄຳໝັ້ນສັນຍາຂອງ ຈີນ ແມ່ນໜຶ່ງໃນບັນດາສິ່ງດີທີ່ສຸດສຳລັບຊາວກະສິກອນຢູ່ ອາເມລິກາ ໃນຫລາຍປີຜ່ານມາ. ອາເມລິກາ ຈະຈັດສົ່ງຄະນະເຈົ້າໜ້າທີ່ໄປຍັງ ຈີນ ເພື່ອແລກປ່ຽນກ່ຽວກັບການເພີ່ມທະວີສົ່ງອອກສິນຄ້າກະສິກຳຢ່າງລະອຽດ.
ເບິ່ງຄືນປະຫວັດສາດຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ - ຈີນ, ເຖິງວ່າຝ່າຍໃດເປີດສາກກໍ່ຕາມ “ກໍ່ລ້ວນແຕ່ມີສ້າງເງື່ອນໄຂເພື່ອປຶກສາຫາລື”. ແລະ ໝາກຜົນແຫ່ງການເຈລະຈາຄັ້ງນີ້ ໄດ້ສະແດງໃຫ້ເຫັນວ່າ ຄວາມເຄັ່ງຕຶງ ເຖິງວ່າໄດ້ຍູ້ໃຫ້ສູງຂຶ້ນກໍ່ຕາມ ແຕ່ສຸດທ້າຍ 2 ປະເທດລ້ວນແຕ່ຕ້ອງຄິດໄລ່ເຖິງຜົນປະໂຫຍດຢ່າງຍາວໄກ ເມື່ອ ອາເມລິກາ ແລະ ຈີນ ພວມແມ່ນບັນດາຄູ່ຮ່ວມມືສຳຄັນ, ແມ່ນຕະຫຼາດຫຼັກແຫຼ່ງຂອງກັນ ແລະ ປະກອບສ່ວນກ່ວາ 40 % ຍອດຈຳນວນ GDP ທົ່ວໂລກ. ສະນັ້ນ, ສິ່ງສຳຄັນໃນການພົວພັນເສດຖະກິດ, ການຄ້າ ອາເມລິກາ - ຈີນ ແມ່ນ “ການຮ່ວມມືພ້ອມກັນມີໄຊ”. ສຳລັບ ອາເມລິກາ, ຈີນ ຍັງຄົງແມ່ນຕະຫລາດຈຳໜ່າຍໃຫຍ່ທີ່ສຸດໃນໂລກ ແລະ ແມ່ນຈຸດນັດພົບການລົງທຶນ ດ້ວຍຜົນກຳໄລສຸດຂີດ. ດ້ານອື່ນ, ຈີນ ມີຄວາມຕ້ອງການກ່ຽວກັບຜະລິດຕະພັນ ແລະ ການບໍລິການທີ່ມີຄຸນນະພາບສູງຈາກ ອາເມລິກາ. ສິ່ງດັ່ງກ່າວ ສາມາດສ້າງກຳລັງໜູນຊຸກຍູ້ການຄ້າລະຫວ່າງ 2 ປະເທດ.
ຄວາມຫຍຸ້ງຍາກຕ້ອງໄດ້ຮັບການແກ້ໄຂ
ເຖິງຢ່າງໃດກໍ່ຕາມ, ບັນດານັກຊ່ຽວຊານເສດຖະກິດຖືວ່າ: ດ້ວຍຍອດມຸນຄ່າສິນຄ້າ ຊຶ່ງ ຈີນ ຊື້ຈາກ ອາເມລິກາ ໃນປີ 2017 ແມ່ນ 130 ຕື້ USD, ຈີນ ຍາກທີ່ຈະຫລຸດຜ່ອນ ການຂາດດຸ່ນການຄ້າກັບ ອາເມລິກາ ໄດ້ໃນໄລຍະສັ້ນໆນີ້. ນັບທັງຂະນະທີ່ທູດພິເສດຂອງທ່ານປະທານປະເທດ ຈີນ ສີຈິ້ນຜິງ ທ່ານຮອງນາຍົກລັດຖະມົນຕີ ຫຼີວເຄີ ຍອມຮັບວ່າ: ການເຈລະຈາຄັ້ງນີ້ ເຖິງວ່າ 2 ຝ່າຍບັນລຸໄດ້ຄວາມຮັບຮູ້ລວມກໍ່ຕາມ ແຕ່ບັນຫາລະຫວ່າງ 2 ປະເທດ ບໍ່ແມ່ນວ່າເກີດຂຶ້ນໃໝ່ໃນ 2 – 3 ວັນ. ການແກ້ໄຂບັນຫາທີ່ມີລັກສະນະເຊື່ອມຕໍ່ໃນຫລາຍປີມານີ້ ໃນການພົວພັນດ້ານການຄ້າ ອາເມລິກາ - ຈີນ ຕ້ອງມີເວລາ.
ຕາມການຄາດຄະເນ, ນັບທັງຂະນະທີ່ ຈີນ ຢຸດຕິການຊື້ບັນດາຜະລິດຕະພັນສິນຄ້າຈາກຕ່າງປະເທດ ຄືເຮືອບິນ Airbus ຂອງສະຫະພາບ ເອີຣົບ ຫຼື ໝາກຖົ່ວເຫຼືອງຂອງ ບຣາຊິນ ແລະ ພຽງແຕ່ຊື້ສິນຄ້າຂອງ ອາເມລິກາ ເທົ່ານັ້ນ ແມ່ນພຽງສາມາດຊ່ວຍຫລຸດຜ່ອນການຂາດດຸນຂອງ ອາເມລິກາ ກັບ ຈີນ ປະມານ 50 – 60 ຕື້ USD ເທົ່ານັ້ນ. ອາເມລິກາ ເອງກໍ່ຍາກທີ່ຈະຜະລິດຕື່ມໃຫ້ຄົບຈຳນວນປະລິມານສິນຄ້າໃໝ່ ເພື່ອຕອບສະໜອງຄາດໝາຍສົ່ງອອກໄປຍັງ ຈີນ ຕື່ມອີກ 200 ຕື້ USD ໃນແຕ່ລະປີ, ເປັນຕົ້ນແມ່ນໃນໄລຍະສັ້ນ. ຍິ່ງກ່ວານັ້ນ, ຄາດວ່າໃນທ້າຍເດືອນນີ້, ລັດຖະມົນຕີກະຊວງການເງິນ ອາເມລິກາ ຈະປະກາດບັນດາມາດຕະການໃໝ່ເພື່ອຈຳກັດ ຈີນ ລົງທຶນ ແລະ ຊື້ຫຸ້ນໃນບັນດາຂົງເຂດຍຸດທະສາດຂອງ ອາເມລິກາ ຄືເຕັກໂນໂລຢີ. ນອກນັ້ນ, ອາເມລິກາ ພວມສ້າງຮົ້ວກີດຂວາງສຳລັບບັນດາບໍລິສັດເຕັກໂນໂລຢີຂອງ ຈີນ.
ບັນດາຫຼັກຖານດັ່ງກ່າວ ສະແດງໃຫ້ເຫັນວ່າ ບັນຫາເສດຖະກິດ ແລະ ການຄ້າຍັງຄົງແມ່ນໜຶ່ງໃນບັນດາສິ່ງທ້າທາຍໃຫຍ່ ໃນການຮັກສາສາຍພົວພັນ ອາເມລິກາ - ຈີນ. ເຖິງຢ່າງໃດກໍ່ຕາມ ໝາກຜົນແຫ່ງການເຈລະຈາຢູ່ ວໍຊິງຕັນ ໃນທ້າຍອາທິດຜ່ານມາ ສ່ວນໃດສ່ວນໜຶ່ງໄດ້ສ່ອງແສງໃຫ້ເຫັນການຫລຸດຄວາມເຄັ່ງຕຶງຂອງທັງ 2 ຝ່າຍ ເພື່ອແກ້ໄຂບັນຫາກ່ຽວກັບການຂາດດຸ່ນການຄ້າ. ຍ້ອນວ່າ ສຸດທ້າຍ ບໍ່ມີຝ່າຍໃດຢາກຍູ້ການຄັດແຍ້ງໃນປັດຈຸບັນ ກາຍເປັນສົງຄາມການຄ້າທີ່ຮ້າຍແຮງ./.