(vovworld)- ພາຍຫຼັງ 1 ປີທີ່ອະດີດປະທານາທິບໍດີ Hugo Chavez ເຖິງແກ່ມໍລະນະກຳ, ປະເທດເວເນຊູເອລາ ໄດ້ຜ່ານຜ່າໄລຍະເກີດຄວາມສັບສົນວຸນວາຍ, ຄວາມຫຍຸ້ງຍາກ ຂະນະທີ່ການແຫ່ຂະບວນປະທ້ວງ ແລະ ຂາດສະຖຽນລະພາບພວມແຜ່ຂະຫຍາຍອອກສູ່ລວງກ້ວາງໃນທົ່ວປະເທດ. ໃນສະພາບການທີ່ພື້ນຖານເສດຖະກິດປະເທດນີ້ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງນັ້ນ, ໜ້າທີ່ສ້າງສະຖຽນລະພາບໃຫ້ແກ່ປະເທດຊາດຂອງອຳນາດການປົກຄອງປະທານາທິບໍດີ Nicolas Maduro ຈະແມ່ນສິ່ງທ້າທາຍອັນໃຫ່ຍຫຼວງ.
ບັນດາການແຫ່ຂະບວນປະທ້ວງດ້ວຍຂອບຂະໜາດໃຫ່ຍກ່ວາໝູ່ນັບແຕ່ຫຼັງການແຫ່ຂະບວນປະທ້ວງຄັດຄ້ານໝາກຜົນການເລືອກຕັ້ງປະທານາ ທິບໍດີເມື່ອປີ 2011 ທີ່ແກ່ຍາວໃນເກືອບ 1 ເດືອນຜ່ານມາຢູ່ນະຄອນຫຼວງ Caracas ແລະ ບັນດານະຄອນໃຫ່ຍຂອງເວເນຊູເອລາ. ໜ້າວິຕົກກັງວົນແມ່ນກຳລັງນັກສຶກສາເປັນຈຳນວນຫຼວງຫຼາຍໄດ້ເຂົ້າ ຮ່ວມການແຫ່ຂະບວນປະທ້ວງຄັ້ງຕ່າງໆ ຊື່ງແມ່ນສິ່ງທີ່ບໍ່ເຄີຍມີມາກ່ອນຢູ່ປະເທດອາເມລິກາໃຕ້ນີ້. ໜ້າອັນຕະລາຍແມ່ນບັນດາການແຫ່ຂະບວນປະທ້ວງ ໄດ້ກາຍເປັນການໃຊ້ຄວາມຮຸນແຮງ, ກໍ່ໃຫ້ເກີດຄວາມບາດເຈັບລົ້ມຕາຍ.
ການແຫ່ຂະບວນປະທ້ວງຢູ່ເວເນຊູເອລາ
(ພາບ: . http://baonghean.vn)
ຄວາມຂາດສະຖຽນລະພາບພາບເລີ່ມຈາກບັນດາຄວາມຫຍຸ້ງຍາກດ້ານເສດຖະກິດ
ຕາມຕົວຈິງແລ້ວ, ສາຍເຫດຂອງບັນດາການແຫ່ຂະບວນປະທ້ວງດັ່ງກ່າວສ່ວນໜຶ່ງແມ່ນເລີ່ມຈາກການຊຸດໂຊມຂອງພື້ນຖານເສດຖະກິດ ເວເນຊູເອລາ. ປະເທດອາເມລິກາໃຕ້ນີ້ພວມຕ້ອງປະເຊີນໜ້າກັບບັນດາຄວາມຫຍຸ້ງຍາກດ້ານເສດຖະກິດຂະນະທີ່ໄພເງິນເຟີ້ເພີ່ມຂຶ້ນສູງກ່ວາ 56% ໃນປີ 2013, ສະກຸນເງິນຢູ່ພາຍໃນອ່ອນຕົວລົງ, ການສະສົມເງິນຕາຕ່າງປະເທດຖືກຫລຸດລົງ. ຂະແໜງຂຸດຄົ້ນບໍ່ນ້ຳມັນທີ່ເປັນປາຍແຫຼມຂອງປະເທດນີ້ບໍ່ສາມາດສ້າງລາຍຮັບພຽງພໍເພື່ອຮັບໃຊ້ບັນດາໂຄງການໜູນຊ່ວຍລາຄາຂອງລັດຖະບານໄດ້.
ອະດີດປະທານາທິບໍດີ Hugo Chavez
(ພາບ: http://m.nguoiduatin.vn)
ສິ່ງທ້າທາຍສຳລັບປະທານາທິບໍດີ Nicolas Maduro
ຫວນຄືນໄລຍະຕະຫຼອດເວລາກຳອຳນາດຂອງອະດີດປະທານາທິບໍດີ Hugo Chavez ເປັນເວລາ 14 ປີ, ອາດເຫັນໄດ້ວ່າ, ປະເທດເວເນຊູເອລາ ບັນລຸໄດ້ບັນດາຜົນງານອັນໃຫ່ຍຫຼວງ, ປົວແປງຊີວິດການເປັນຢູ່ຂອງ ປຊຊ ໄດ້. ອັດຕາສ່ວນຜູ້ທຸກຍາກອຶດຫິວຫລຸດລົງເຫຼືອພຽງ 6% ໃນປີ 2012 ແລະ ເວເນຊູເອລາ ຢືນອັນດັບທີ 71 ໃນຈະນວນທົງໝົດ 187 ປະເທດກ່ຽວກັບດັດຊະນີພັດທະນາມະນຸດໃນໂລກ. ເພື່ອບັນລຸໄດ້ບັນດາໝາກຜົນນີ້, ແມ່ນຍ້ອນເວເນຊູເອລາ ມີນະໂຍບາຍນຳໃຊ້ຜົນກຳໄລຈາກນ້ຳມັນ ເພື່ອປົວແປງຊີວິດການເປັນຢູ່ຂອງ ປຊຊ. ແຕ່ເຖິງຢ່າງໃດກໍ່ຕາມ, ເມື່ອປະລິມານການຜະລິດນ້ຳມັນບໍ່ນັບມື້ນັບຫລຸດລົງ, ເວເນຊູເອລາ ຕ້ອງມີບັນດາການປະຕິຮູບເພື່ອແນໃສ່ພັດທະນາເສດຖະກິດທົດແທນໃຫ້ແຫຼ່ງພະລັງງານນີ້. ເປັນທີ່ຈະແຈ້ງແລ້ວວ່າ, ນີ້ແມ່ນສິ່ງທ້າທາຍທີ່ລັດຖະບານປະຈຸບັນຕ້ອງແບກຫາບ.
ເດັດດຽວປົກປັກຮັກສາໝາກຜົນການປະຕິວັດ Bolivar
ໂດຍບໍ່ຫົວຊາຕໍ່ສະພາບຄວາມເຄັ່ງຕຶງໃນປະຈຸບັນ, ວົງການນັກໄຈ້ແຍກ ໃນພາກພື້ນ ແລະ ຝ່າຍຕາເວັນຕົກລ້ວນແຕ່ຖືວ່າ: ເຖິງວ່າໄດ້ຈັດຕັ້ງບັນດາການແຫ່ຂະບວນປະທ້ວງຂະໜາດໃຫ່ຍໃນຕະຫຼອດ 1 ເດືອນຜ່ານມາກໍ່ຕາມ, ແຕ່ຝ່າຍຄ້ານຢູ່ເວເນຊູເອລາ ຍາກທີ່ຈະສ້າງການປະຕິວັດໄດ້ ຍ້ອນວ່າ, ຝ່າຍນີ້ຍັງບໍ່ທັນສ້າງໃຫ້ມີການສະໜັບສະໜູນຢ່າງກ້ວາງຂວາງໃນໝູ່ ປຊຊ ໄດ້.
ເຖິງວ່າບໍ່ສາມາດສະກັດກັ້ນບັນດານການແຫ່ຂະບວນປະທ້ວງຕາມການກຳນົດຂອງກົດໝາຍໄດ້ກໍ່ຕາມ, ແຕ່ປະທານາທິບໍດີຄົນປະຈຸບັນ Nicolas Maduro ຢັ້ງຢືນວ່າ: ການປະຕິວັດ Bolivar ຍັງກ້າວຂຶ້ນ ເຖິງວ່າການນຳຝ່າຍຄ້ານພັດຮຽກຮ້ອງ ປຊຊ ນັບພັນຄົນຈົ່ງສືບຕໍ່ຈັດການແຫ່ຂະບວນປະທ້ວງ ຈົນເຖິງເວລາທ່ານລາອອກຈາກຕຳແໜ່ງ. ປະທານາທິບໍດີ Nicolas Maduro ສະເໜີສະພາແຫ່ງຊາດຈັດການສືບສວນກ່ຽວກັບກົນອຸບາຍໂຄ່ນລົ້ມອຳນາດການປົກຄອງ. ໄປຄຽງຄູ່ກັບບັນດາມາດຕະການສະກັດກັ້ນສະພາບການໃຊ້ຄວາມຮຸນແຮງປິນຂັ້ນໄດນັ້ນ, ລັດຖະບານເວເນຊູເອລາ ສືບຕໍ່ຜັນຂະຫຍາຍບັນດານະໂຍບາຍໃໝ່ເພື່ອແນໃສ່ຮັບມືກັບສະພາບເສດຖະກິດຫຍຸ້ງຍາກພາຍໃນປະເທດ, ຄືດັ່ງການບຸລິມະສິດຮັບປະກັນຜົນປະໂຫຍດໃຫ້ແກ່ຜູ້ໃຊ້ສອຍ, ຕອບສະໜອງຄວາມຕ້ອງການດ້ານສະບຽງອາຫານ, ຢຸກຢາໃຫ້ແກ່ ປຊຊ ໃນໄລຍະຈະມາເຖິງ.
ກາຍເປັນຜູ້ສືບທອດທ່ານ Hugo Chavez ພາຍລັງໄດ້ຮັບໄຊຊະນະຢ່າງວຸດວິດໃນການເລືອກຕັ້ງເມື່ອເກືອນ 4/2013 ຕໍ່ທ່ານ Henrique Capriles, ຜູ້ອອກສະໝັກຮັບເລືອກຕັ້ງຝ່າຍຄ້ານ, ປະທານາທິບໍດີ Nicolas Maduro ຍາມໃດກໍ່ໃຫ້ຄຳໝັ້ນສັນຍາຈະຍູ້ແຮງບັນດາໂຄງການປະຕິຮູບສັງຄົມ, ຈົ່ງຮັກພັກດີເດີນຕາມເສັ້ນທາງຂອງອະດີດປະທານາທິບໍດີ Hugo Chavez ກັບການປະຕິວັດ Bolivar ແລະ ລັດທິສັງຄົມຢູ່ເວເນຊູເອລາ. ສະພາບການເສດຖະກິດທີ່ປະເທດນ້ຳມັນນີ້ພວມຕ້ອງປະເຊີນໜ້າ, ພ້ອມກັບບັນດາການແຫ່ຂະບວນປະທ້ວງໂດຍຝ່າຍຄ້ານປຸກລະດົມ ພວມແມ່ນສິ່ງທ້າທາຍສຳລັບອຳນາດການປົກຄອງຂອງປະທານາທິບໍດີ Nicolas Maduro, ບັງຄັບໃຫ້ການນຳປະເທດອາເມລິກາໃຕ້ນີ້ ມີບັນດາມາດຕະການປະຕິຮູບພື້ນຖານເສດຖະກິດພາຍໃນຢ່າງຮີບດ່ວນ. ຍູ້ກະແສຟອງແຫ່ຂະບວນປະທ້ວງໃຫ້ຖອຍໄປ, ສ້າງສະພາບແວດລ້ອມດ້ານການເມືອງສະຖຽນລະພາບ, ການຟື້ນຕົວພື້ນຖານເສດຖະກິດ ບໍ່ພຽງແຕ່ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ ປຊຊ ເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ປະທານາທິບໍດີ Nicolas Maduro ສືບຕໍ່ເດີນຕາມເສັ້ນທາງປະຕິບັດຈຸດໝາຍ “ປະຊາທິປະໄຕ ແລະ ຄວາມກ້າວໜ້າສັງຄົມ“ ຊື່ງທ່ານອະດີດ ປະທານາທບໍດີ Hugo Chavez ປະໄວ້ໃຫ້ອີກດ້ວຍ./.