(vovworld) - ສິດທິມະນຸດ ແລະ ສິດຂອງພົນລະເມືອງ ແມ່ນບັນຫາສຳຄັນພິເສດໃນລັດຖະທຳມະນູນສະບັບຕ່າງໆຂອງໂລກ ເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ. ໃນຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ທີ່ພວມຮັບເອົາການປະກອບຄວາມເຫັນຂອງປະຊາຊົນ, ສິດທິມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງໄດ້ສ້າງເປັນໝວດຫນຶ່ງ ດ້ວຍ 38 ຂໍ້ມາດຕາ. ນີ້ແມ່ນບາດກ້າວສຳຄັນ, ຢືນຢັນນະໂຍບາຍເຄົາລົບ ແລະ ຊຸກຍູ້ສິດທິມະນຸດຂອງ ຫວຽດນາມ.
ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ໄດ້ສະຫງວນໝວດຫນຶ່ງທີ່ສຳຄັນ ລວມມີຫລາຍຂໍ້ມາດຕາກ່ຽວກັບສິດທິມະນຸດ, ສິດພົນລະເມືອງ. ນີ້ແມ່ນຈຸດໃຫມ່, ເມື່ອກ່ອນນີ້ ລັດຖະທຳມະນູນປີ 1959, 1980 ແລະ 1992 ກໍມີບັນດາຂໍ້ກຳລົດກ່ຽວກັບສິດທິມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ ແຕ່ບໍ່ລະບຸໄວ້ໃນໝວດຫນຶ່ງ ຫາກລະບຸໄວ້ໃນຫລາຍໝວດອື່ນ. ເລື່ອງນຳເອົາບັນຫາສິດທິມະນຸດເຂົ້າໃນ ໝວດ 2 ຂອງ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງແມ່ນສອດຄ່ອງ, ເໝາະສົມກັບລັດຖະທຳມະນູນສະບັບຕ່າງໆ ຂອງບັນດາລັດປະຊາທິປະໄຕ, ທັນສະໄຫມຢູ່ໃນໂລກ, ສອ່ງແສງຄວາມສຳຄັນຂອງສິດທິມະນຸດໃນໂລກປະຈຸບັນ, ເປັນຕົ້ນສຳລັບລະບອບການເມືອງຂອງ ປະເທດ ສສ ຫວຽດນາມ, ໃນນັ້ນ ສິດອຳນາດທັງໝົດແມ່ນຂຶ້ນກັບປະຊາຊົນ. ທ່ານນາງ ຟານບີກທ້ຽນ, ຊາວ ຫວຽດນາມ ອາໄສ ຢູ່ ປະເທດ ຮຸງກາຣີ, ປະທານ ກອງທຶນ “ເພື່ອການພົວພັນລະຫວ່າງ ຮຸງກາຣີ ແລະ ຫວຽດນາມ” ຖືວ່າ: ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ມີຈຸດໝາຍໃຫມ່ຢ່າງກ່ຽວກັບສິດທິມະນຸດ. ທ່ານາງກ່າວວ່າ:
“ສິດພົນລະເມືອງທີ່ລະບຸໄວ້ໃນຮ່າງລັດຖະທຳມະນູນສະບັບນີ້ ກໍໄດ້ຮັບການເປີດກວ້າງ ແລະ ລະອຽດກວ່າ. ລັດຖະທຳມະນູນ ສະບັບນີ້ກໍໄດ້ກຳນົດວ່າ: ລັດ ແລະ ລັດຖະທຳມະນູນ ຫວຽດນາມ ປົກປ້ອງພົນລະເມືອງຫວຽດນາມ ທັງຢູ່ພາຍໃນ ແລະ ອາໄສຢູ່ຕ່າງປະເທດ. ຂ້າພະເຈົ້າຄິດວ່າ ນີ້ກໍແມ່ນຈຸດດີທີ່ສຸດ.”
ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຍັງມີຂໍ້ກຳນົດຫຼາຍຂໍ້ທີ່ ຈະແຈ້ງ, ສົມເຫດສົມຜົນ, ໜັກແໜ້ນກ່ວາກ່ຽວກັບສິດທິມະນຸດ, ສິດພົນລະເມືອງ. ຊຶ່ງພົ້ນເດັນຂຶ້ນແມ່ນຂໍ້ມາດຕາ 44, 45, 46 ຂອງ ຮ່າງລັດຖະ ທຳມະນູນມີຫຼາຍຈຸດເພີ່ມເຕີມກ່ຽວກັບສິດ ແລະ ພັນທະອັນເປັນພື້ນຖານຂອງພົນລະເມືອງຊຶ່ງສອດຄ່ອງກັບການພັດທະນາ ແລະ ຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນປະຈຸບັນຄື : ສິດໄດ້ມີຊີວິດໃນສະພາບແວດລ້ອມທຳມະຊາດທີ່ປອດໂປ່ງ; ສິດໄດ້ຊົມໃຊ້ບັນດາຄຸນຄ່າດ້ານວັດທະນະທຳ; ພັນທະປົກປັກຮັກສາສິ່ງແວດລ້ອມ. ຮ່າງລັດຖະທຳມະນູນຍັງກຳນົດວ່າ ພົນລະເມືອງມີສິດເຂົ້າຮ່ວມການຄຸ້ມຄອງລັດ, ເຂົ້າຮ່ວມການປຶກສາຫາລື ແລະ ນຳສະເໜີຕໍ່ລັດກ່ຽວກັບບັນດາບັນຫາຂອງທ້ອງຖິ່ນ ແລະ ຂອງລັດ. ລັດສ້າງເງື່ອນໄຂສະດວກເພື່ອໃຫ້ ພົນລະເມືອງເຂົ້າຮ່ວມການຄຸ້ມຄອງລັດ ແລະ ສັງຄົມ, ມີຄວາມເປີດເຜີຍ, ກະຈ່າງແຈ້ງໃນການຮັບເອົາ, ແລະ ໃຫ້ຄຳຕອບຕໍ່ກັບບັນດາຄຳຄິດຄຳເຫັນ, ຂໍ້ສະເໜີແນະຂອງພົນລະເມືອງ. ທ່ານ ຝ້າມກວກແອງ ປະທານສະມາຄົມນັກທະນາຍຄວາມຫວຽດນາມ ຖືວ່າ :
“ ໃນສິດພົນລະເມືອງນັ້ນ, ເຮົາເນັ້ນໜັກເຖິງສິດປະຊາທິປະໄຕຂອງປະຊາຊົນ, ໝາຍຄວາມວ່າເຮັດແນວໃດເພື່ອໃຫ້ປະຊາຊົນສະແດງຈົນໝົດຄວາມມຸ່ງມາດປາດຖະໜາ, ຄຳຄິດຄຳເຫັນຂອງເຂົາເຈົ້າ. ືຕ້ອງເຄົາລົບຢ່າງແທ້ຈິງ, ເປັນຕົ້ນແມ່ນຂັ້ນຮາກຖານ. ນີ້ແມ່ນວຽກງານຈຳເປັນຢ່າງແທ້ຈິງໃນເງື່ອນໄຂປະຈຸບັນ, ຕ້ອງເຮັດແນວໃດ ເພື່ອຮັບຟັງ, ປຸກລຸກ, ເຈາະຈິ້ມການປະກອບຄຳຄິດຄຳເຫັນຂອງປະຊາຊົນກ່ຽວກັບທຸກໆບັນຫາ, ພີິເສດແມ່ນບັນຫາລະບອບລະບຽບການ, ບົນພື້ນຖານນັ້ນ ຈຶ່ງດັບປັບນະໂຍບາຍ, ນັບທັງກົດໝາຍອີກດ້ວຍ ”
ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງຄັ້ງນີ້ ກໍຍັງເສີມຂະຫຍາຍສິດທິມະນຸດ, ສິດພົນລະເມືອງເປັນພິເສດ. ຍົກຕົວຢ່າງຄື: ໃນຂໍ້ມາດຕາ 17 ໄດ້ຢືນຢັນວ່າ “ ທຸກໆຄົນຕ່າງກໍສະເໝີພາບຕໍກົດໝາຍ. ບໍ່ມີໃຜຖືກຈຳແນກການປະພຶດໃນຊີວິດການເມືອງ, ເສດຖະກິດ ວັດທະນະທຳ, ສັງຄົມ ”. ນີ້ແມ່ນການກຳນົດຫຼັກການອັນເປັນພື້ນຖານຂອງສິດທິມະນຸດ, ເຮັດໃຫ້ຈະແຈ້ງເນື້ອໃນຂອງສິດສະເໝີພາບໃນບັນດາຂົງເຂດຂອງຊີວິດສັງຄົມ, ກຳນົດຢ່າງຈະແຈ້ງບັນດາກໍລະນີຈຳກັດສິດທິມະນຸດ, ສິດພົນລະເມືອງດ້ວຍເອກະສານດ້ານນິຕິກຳ. ໃນຂະນະນັ້ນ, ຂໍ້ມາດຕາ 25 ພັດກຳນົດແຈ້ງວ່າ “ ທຸກໆຄົນມີສິດເສລີພາບໃນການເຫຼື້ອມໄສ, ສາສະໜາ. ສະຖານທີ່ບູຊາຂອງການເຫຼື້ອມໄສ, ເຄື່ອນໄຫວສາສະໜາໄດ້ຮັບການປົກປ້ອງຈາກກົດໝາຍ. ບໍ່ມີໃຜມີສິດແຕະຕ້ອງສິດເສລີພາບໃນການເຫຼື້ອມໄສ, ສາສະໜາ ຫຼືສວຍໃຊ້ການເຫຼື້ອມໄສ, ສາສະໜາເພື່ອລະເມີດລັດຖະທຳມະນູນ ແລະ ກົດໝາຍ ”
ພາບປະກອບ:internet
|
ຢູ່ຫວຽດນາມຫຼັກການເຄົາລົບ ແລະ ຮັບປະກັນສິດທິມະນຸດ, ສິດເສລີພາບ, ປະຊາທິປະໄຕຂອງພົນລະເມືອງ, ຍາມໃດກໍໄດ້ຮັບການຢັ້ງຢືນໃນລັດຖະທຳມະນູນສະບັບຕ່າງໆນັບແຕ່ວັນສະຖາປະນາປະເທດຊາດມາຮອດປະຈຸບັນ. ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຫາກໍໄດ້ຮັບການປະກາດນັ້ນ ແມ່ນສືບຕໍ່ສືບທອດ ແລະ ເສີມຂະຫຍາຍສິດທິມະນຸດ ແລະ ເພີ່ມເຕີມບາງສິດທີ່ຕິດແທດ ແລະ ເໝາະສົມກັບສະພາບຕົວຈິງໃນການພັດທະນາຂອງສັງຄົມ, ແມ່ນໝາກຜົນຂອງວິວັດການປ່ຽນແປງໃໝ່ໃນຊຸມປີທີ່ຜ່ານມາຢູ່ຫວຽດນາມ, ສອດຄ່ອງກັບບັນດາຂໍ້ກົດນົດໃນສົນທິ ສັນຍາສາກົນກ່ຽວກັບສິດທິມະນຸດ ຊຶ່ງ ສ.ສ ຫວຽດນາມແມ່ນສະມາຊິກ ./.