ພາຍຫຼັງເກີດບັນດາກໍລະນີຍິງປືນທີ່ສະຫຍອງຂວັນໃນເວລາທີ່ຜ່ານມາ ຊຶ່ງໄດ້ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ບາດເຈັບນັ້ນ, ວັນທີ 8/8, ກອງບັນຊາການຕຳຫຼວດນະຄອນນິວຢອກແຫ່ງສະຫະລັດອາເມລິກາ ໄດ້ສະເໜີ ແວບໄຊ Twiiter ປະກາດລາຍຊື່ຂອງບຸກຄົນໜຶ່ງຂະນະທີ່ຜູ້ກ່ຽວໄດ້ສົ່ງຂ່າວທາງ email ເພື່ອນາບຂູ່ຈະດຳເນີນການຍິງປືນສັງຫານບັນດາຜູ້ມາຊົມຢູ່ໂຮງລະຄອນ Broadway ເຊັ່ນດຽວກັນກັບກໍລະນີຍິງປືນສັງຫານປະຊາຊົນຢູ່ໂຮງຮູບເງົາກ່ອນນີ້ 2,3 ອາທິດ. ກໍລະນີດັ່ງກ່າວໄດ້ເຮັດໃຫ້ຫາງສຽງຕັ້ງຄຳຖາມວ່າ ເປັນຫຍັງ ປະເທດອາເມລິກາ ພັດເກີດການໃຊ້ຄວາມຮຸນແຮງດ້ວຍການຍິງປືນສັງຫານປະຊາຊົນເປັນປະຈຳ ແລະ ແມ່ນບໍ່ວ່ານັ້ນແມ່ນຜົນພາຍຫຼັງຂອງອັນທີ່ເອີ້ນວ່າ “ ສິດເສລີພາບຂອງຊາວອາເມລິກາ ”
ກຳລັງສະເພາະກິດ SWAT ຖືກຈັດສົ່ງໄປຍັງໂບດຊຶ່ງເປັນແຫ່ງເກີດ ກໍລະນີຍິງປືນຄາດຕະກຳ ( ພາບ: internet)
|
|
ໃນເວລາບໍ່ຮອດ 2 ອາທິດພາຍຫຼັງເກີດກໍລະນີຍິງປືນອັນນອງເລືອດຢູ່ໂຮງຮູບເງົາ ທີ່ Aurora - ລັດ Colorado ຊຶ່ງໄດ້ເຮັດໃຫ້ 12 ຄົນເສຍຊີວິດ ແລະ ອີກ 59 ຄົນໄດ້ຮັບບາດເຈັບນັ້ນ, ວັນທີ 6/8 ປະເທດອາເມລິກາພັດສັ່ນສະເທື່ອນອີກຄັ້ງໜຶ່ງ ຍ້ອນກໍລະນີຍິງປືນທີ່ສະຫຍົດສະຫຍອງຢູ່ໂບດແຫ່ງໜຶ່ງຂອງສາສະໜາ Sikh ທີ່ນະຄອນ Milwaukee ທີ່ຂຶ້ນກັບລັດ Winconsin ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 7 ຄົນ.
ຄວາມຈິງແມ່ນຊາວອາເມລິກາໄດ້ເຫັນປະຈັກຕາກ່ຽວກັບຮູບພາບການຍິງປືນສັງຫານປະຊາຊົນຢູ່ສະຖານທີສາທາລະນະເຊັ່ນນັ້ນ. ເປັນຫຼາຍຄັ້ງມາແລ້ວ, ປະເທດອາເມລິກາໄດ້ທຳພິທີໄຫວ້ອາໄລເຖິງດວງວິນຍານຜູ້ຮັບເຄາະຮ້າຍ, ໄຈ້ແຍກສາຍເຫດພາໄປເຖິງການກະທຳຜິດຂອງຕົວການ ແລະ ໂຕ້ແຍ້ງ ກັນກ່ຽວກັບການຄວບຄຸມປືນ. ແຕ່ເບິ່ງຄືວ່າສະພາບການຍັງຄົງບໍ່ໄດ້ຮັບການປົວແປງ, ການໃຊ້ຄວາມຮຸນແຮງແມ່ນນັບມື້ນັລຫຼາຍຂຶ້ນ. ແລະ ອີກສິ່ງໜຶ່ງທີ່ຜິດປົກກະຕິນັ້ນ ແມ່ນພາຍຫຼັງເກີດກໍລະນີຍິງປືນໃນແຕ່ລະຄັ້ງ, ຈຳນວນປືນທີ່ຂາຍອອກສູ່ທ້ອງຕະຫຼາດພັດເພີ່ມຂຶ້ນແຮງ. ເດືອນ 1/2011, ຕົວເລກທຸລະກິດຈາກການຂາຍປືນຢູ່ລັດ Arizona ໄດ້ເພີ່ມຂຶ້ນກ່ວາ 60% ພາຍຫຼັງກໍລະນີຍິງປືນທີ່ເຮັດໃຫ້ 6 ຄົນເສຍຊີວິດ ແລະ ອີກ 10 ຄົນໄດ້ຮັບບາດເຈັບ. ສ່ວນຢູ່ລັດ Colorado ໃນທ້າຍອາທິດທີ່ຜ່ານມາ, ຫ້ອງການສືບສວນຂອງລັດນີ້ໃຫ້ຮູ້ວ່າ ໄດ້ເຊັນ ອະນຸມັດຜ່ານໜັງສືກວດກາຍາດພີນ້ອງໃຫ້ເກືອບ 2900 ຄົນຢາກຈົດທະບຽນຊື້ອາວຸດ ອັນໄດ້ເພີ່ມຂຶ້ນ 43% ເມື່ອທຽບໃສ່ອາທິດກ່ອນນີ້. ບໍລິສັດຜະລິດປືນ Sturm, Ruger, Co ທີ່ລັດ Connecticut ຕ້ອງໂຈະການຮັບໃບສັ່ງຊື້ສິນຄ້າ ພາຍຫຼັງທີ່ໄດ້ໃບສັ່ງຊື້ປືນຈຳນວນກ່ວາ 1000000 ກະບອກ ໃນ 3 ເດືອນຕົ້ນປີນີ້. ຕາມການສະຖີຕິແລ້ວ, ປີ 2011, ມີປືນເກືອບ 11 ລ້ານກະບອກຖືກຂາຍອອກສູ່ທ້ອງຕະຫຼາດ ແລະ ຄາດວ່າໃນປີນີ້ ແນ່ນອນວ່າຕົວເລກດັ່ງກ່າວຈະເພີ່ມຂຶ້ນຫຼາຍກ່ວາ. ປະຈຸບັນຢູ່ປະເທດອາເມລິກາ, ມີປືນເກືອບ 300 ລ້ານກະບອກ ໂດຍ ແມ່ນບັນດາສ່ວນບຸກຄົນຊາວອາເມລິກາມີກຳມະສິດນຳໃຊ້, ໝາຍຄວາມວ່າ ຊາວອາເມລິກາທຸກໆຄົນນັບທັງຍິງ, ຊາຍ, ຜູ້ໃຫຍ່ຕະຫຼອດຮອດເດັກນ້ອຍລ້ວນແຕ່ມີປືນໄວ້ໃນຄອບຄອງ. ອັດຕາບັນດາກໍລະນີ ຄາດຕະກຳດ້ວຍປືນຢູ່ປະເທດອາເມລິກາໃນປະຈຸບັນ ແມ່ນ 19,5% ສູງກວ່າທົບຫຼາຍເທົ່າເມືອ່ທຽບໃສ່ປະເທດຮັ່ງມີອື່ນໆ. ໃນຈຳນວນ 23 ປະເທດຮັ່ງມີກ່ວາໝູ່ໃນໂລກນັ້ນ, ມີເຖິງ 80% ຈຳນວນກໍລະນີ ຄາດຕະກຳດ້ວຍປືນແມ່ນຂອງອາເມລິກາ.
ໃນຂະນະທີ່ສະພາບການຍິງປືນຄາດຕະກຳໄດ້ເກີດຂຶ້ນຢ່າງຫຼວງຫຼາຍຢູ່ ປະເທດອາເມລິກາ ແລະ ສິດນຳໃຊ້ປືນໄດ້ຮັບອະນຸຍາດໃນລັດຖະທຳມະນູນນັ້ນ, ການໂຕ້ຖຽງກັນໂດຍໝູນອ້ອມເລື່ອງປະກາດໃຊ້ຮ່າງກົດໝາຍວ່າດ້ວຍການຄວບຄຸມປືນແມ່ນຍັງບໍ່ທັນຮອດຂັ້ນຕອນສິ້ນສຸດ. ທັງ 2 ຝ່າຍ ຄັດຄ້ານ ແລະ ສະໜັບ ສະໜູນການນຳໃຊ້ປືນຂອງສ່ວນບຸກຄົນ ລ້ວນແຕ່ມີຂໍ້ອ້າງສະເພາະຂອງຕົນ. ສຳລັບປະທານາທິບໍດີອາເມລິກາ Barak Obama ເອງ, ກໍຍາກທີ່ຈະອອກຂໍ້ຕົກລົງໃດໆທີ່ກ່ຽວຂ້ອງເຖິງການຄວບຄຸມປືນໃນໄລຍະປະຈຸບັນ. ຍ້ອນວ່າ ໃນບັ້ນຂົນຂວາຍຫາສຽງເລືອກຕັ້ງ, ປະທານາທິບໍດີອາເມລິກາ Barak Obama ບໍ່ອາດປະລະການສະໜັບສະໜູນຈາກບັນດາຜູ້ມີສິດເລືອກຕັ້ງຢູ່ ລັດ Ohio, Pennsylvania ແລະ Virginia ຊຶ່ງແມ່ນແຫ່ງທີ່ມີ ຜູ້ມີສິດເລືອກຕັ້ງຢ່າງຫຼວງຫຼາຍຢາກໃຫ້ສວ່ນບຸກຄົນມີກຳມະສິດນຳໃຊ້ປືນ.
ເປັນທີ່ຈະແຈ້ງແລ້ວວ່າ ໂດຍບໍ່ຫົວຊາຕໍ່ບັນດາຄຳຮຽກຮ້ອງພາຍຫຼັງບັນດາ ກໍລະນີຍິງປືນທີ່ສະຫຍົດສະຫຍອງໃນເວລາຜ່ານມານັ້ນ, ອາເມລິກາຍັງຄົງບໍ່ທັນກຽມພ້ອມທາງດ້ານການເມືອງເພື່ອຢຸດຕິສະພາບຖືກຕົກສະໜົມທີ່ແກ່ຍາວແຕ່ດົນນານມາແລ້ວໂດຍອ້ອມແອ້ມບັນຫາຄວບຄຸມການນຳໃຊ້ປືນ. ຕາມການຢັ່ງຫາງສຽງເມື່ອບໍ່ດົນມານີ້, ມີ 49%ຈຳນວນພົນລະເມືອງອາເມລິກາຖືວ່າ ການປົກປ້ອງສິດນຳໃຊ້ປືນ ແມ່ນສິ່ງສຳຄັນກ່ວາ ໃນຂະນະທີ່ມີພຽງ 45% ຈຳນວນຊາວອາເມລິກາຖືກຖາມ ແມ່ນສະໜັບສະໜູນຕໍ່ການຄວບຄຸມການນຳໃຊ້ປືນຢ່າງເຄັ່ງຄັດ. ຜູ້ຄົນທັງຫຼາຍອາດຈະເຂົ້າໃຈວ່າ : ຕາບໃດທີ່ ປະເທດອາເມລິກາຍັງບໍ່ທັນເປັນເອກະພາບກ່ຽວກັບກົດໝາຍວ່າດ້ວຍການຄວບຄຸມການນຳໃຊ້ອາວຸດນັ້ນ, ປະຊາຊົນຂອງປະເທດນີ້ຍັງຕ້ອງສືບຕໍ່ຮັບເຄາະຮ້າຍຢ່າງແນ່ນອນ.