(vovworld)- ພາຍຫລັງມີບາງເປົ້າໝາຍຖືກອົງການປ້ອງກັນຄວາມສະຫງົບຂອງຫວຽດນາມຈັບຄຸ້ມຂັງ, ສືບສວນກ່ຽວກັບການກະທຳ“ສວຍໃຊ້ບັນດາສິດເສລີປະຊາທິປະໄຕ, ລ່ວງລະເມີດຜົນປະໂຫຍດຂອງລັດ, ສິດ, ຜົນປະໂຫຍດທີ່ຖືກກັບກົດໝາຍຂອງອົງການພົນລະເມືອງ” ຕາມມາດຕາ 258 ຂອງປະມວນກົດໝາຍອາຍາ, ມີ blogger ຈຳນວນຫນຶ່ງ ແລະ ບັນດາອົງການສາກົນ ໄດ້ກ່າວຕູ່ຫາຫວຽດນາມ ນຳໃຊ້ບັນດາມາດຕາທີ່ລະບຸໄວ້ໃນກົດໝາຍກ່ຽວກັບຄວາມສະຫງົບແຫ່ງຊາດເພື່ອຈຳກັດປະຊາຊົນປະຕິບັດບັນດາສິດພົນລະເຮືອນ, ການເມືອງ, ສິດເສລີໃນການປາກເວົ້າ, ສິດເສລີໃນການນຳໃຊ້ ອິນເຕີແນັດ ຢ່າງລຽນຕິດ. ນອກນັ້ນ ເຂົາເຈົ້າຍັງຮຽກຮ້ອງ ຫວຽດນາມ ຕ້ອງປ່ອຍຕົວບັນດາເປົ້າໝາຍດັ່ງກ່າວຢ່າງທັນທີ.
ຫນັງສືພິມຕ່າງໆຢູ່ຫວຽດນາມ
|
ຄວາມເສລີຕາມຄວາມໝາຍກວ້າງ ແລະ ຄວາມເສລີໃນການປາກເວົ້າ, ຄວາມເສລີໃນການສະແດງທັດສະນະຂອງສ່ວນບຸກຄົນ, ຕາມຄວາມໝາຍທີ່ໄດ້ຮັບການໝູນໃຊ້ຢ່າງລະອຽດ ແມ່ນບັນດາສິດສຳຄັນທີ່ສຸດຂອງມະນຸດ. ໃນລະບົບເອກະສານນິຕິກຳສາກົນ, ພົ້ນເດັ່ນແມ່ນ“ຖະແຫລງການຂອງໂລກກ່ຽວກັບສິດທິມະນຸດ”ປີ 1948 ແລະ “ສົນທິສັນຍາສາກົນກ່ຽວກັບບັນດາສິດພົນລະເຮືອນ, ການເມືອງ”ປີ 1966, ລ້ວນແຕ່ຢືນຢັນວ່າ: ຄວາມເຄົາລົບ ແລະ ຮັບປະກັນສິດດັ່ງກ່າວທັງແມ່ນເງື່ອນໄຂ ແລະ ກຳລັງຫນູນພັດທະນາຂອງບັນດາສັງຄົມ, ບໍ່ຈຳແນກລະບອບການເມືອງ, ລະດັບພັດທະນາ. ຫວຽດນາມ ແມ່ນປະເທດທີ່ຕັ້ງຫນ້າເຂົ້າຮ່ວມຫລາຍສົນທິສັນຍາສາກົນກ່ຽວກັບສິດທິມະນຸດ, ໄດ້ໝູນໃຊ້ຫລາຍມາດຖານສາກົນເພື່ອສ້າງລະບົບເອກະສານນິຕິກຳກ່ຽວກັບສິດທິມະນຸດຂອງຫວຽດນາມ. ໃນລັດຖະທຳມະນູນປີ 1992 ຂອງຫວຽດນາມ ຢູ່ມາດຕາ 69 ໄດ້ລະບຸວ່າ “ພົນລະເມືອງມີສິດເສລີໃນການປາກເວົ້າ, ເສລີທາງສື່ມວນຊົນ”.
ກົດໝາຍສາກົນໄດ້ກຳນົດ ຕ້ອງຮັບປະກັນສິດເສລີໃນການປາກເວົ້າໃຫ້ແກ່ບັນດາພົນລະເມືອງ. ແຕ່ກົດໝາຍສາກົນກໍໄດ້ກຳນົດວ່າ: ສິດຂອງສ່ວນບຸກຄົນອາດຈະຖືກຈຳກັດ.“ ຖະແຫລງການຂອງໂລກກ່ຽວກັບສິດທິມະນຸດ”ປີ 1948 ໄດ້ລະບຸວ່າ: “ແຕ່ລະຄົນເມື່ອໄດ້ຊົມໃຊ້ບັນດາສິດ ແລະ ຄວາມເສລີສ່ວນບຸກຄົນ ຕ້ອງຖືກຈຳກັດຕາມກຳນົດຂອງກົດໝາຍ ເພື່ອຈຸດປະສົງຮັບປະກັນການຮັບຮູ້ ແລະ ເຄົາລົບສຳລັບສິດ ແລະ ຄວາມເສລີຂອງຜູ້ອື່ນ ແລະ ເໝາະສົມກັບບັນດາຄວາມຮຽກຮ້ອງຕ້ອງການອັນຊອບທຳກ່ຽວກັບຄຸນສົມບັດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ສະຫວັດດີການລວມໃນສັງຄົມປະຊາທິປະໄຕ. ສົນທິສັນຍາສາກົນກ່ຽວກັບບັນດາສິດພົນລະເຮືອນ, ການເມືອງ ປີ 1966 ກໍໄດ້ລະບຸວ່າ: ການປະຕິບັດ ສິດເສລີໃນການປາກເວົ້າ ຕິດກັບບັນດາພັນທະ, ຄວາມຮັບຜິດຊອບພິເສດ. ສະນັ້ນ ອາດຈະຖືກຂໍ້ຈຳກັດບາງຢ່າງທີ່ແນ່ນອນເພື່ອເຄົາລົບບັນດາສິດຫລືອິດທິພົນຊື່ສຽງຂອງຜູ້ອື່ນ, ປົກປັກຮັກສາຄວາມສະຫງົບແຫ່ງຊາດຫລືຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ເປັນອັນວ່າ ເລື່ອງ ລັດຫວຽດນາມ ກຳນົດ“ສິດເສລີໃນການປາກເວົ້າ” ທີ່ລະບຸໄວ້ໃນລັດຖະທຳມະນູນປີ 1992 ແມ່ນສິ່ງທີ່ແນ່ນອນຫລືປະມວນກົດໝາຍອາຍາປີ 1999 ຊີ້ແຈງວ່າ: ບັນດາຂໍ້ກຳນົດພິເສດສະເພາະກ່ຽວກັບ ສິດເສລີໃນການປາກເວົ້າ, ໃນມາດຕາ 88 ແລະ ມາດຕາ 258 ກໍແມ່ນສິ່ງທີ່ເໝາະສົມກັບທຳນຽມສາກົນ. ສະນັ້ນ ກ່ອນທີ່ອອກສຽງປ້ອງກັນໃຫ້ບັນດາເປົ້າໝາຍທີ່ຖືກກຳລັງປ້ອງກັນຄວາມສະຫງົບຂອງຫວຽດນາມຈັບຄຸ້ມຂັງຕາມມາດຕາ 88 ແລະ ມາດຕາ 258 ຂອງປະມວນກົດໝາຍອາຍາ ຫວຽດນາມ, ບັນດາ blogger ແລະ ບັນດາອົງການສາກົນ, ພົ້ນເດັ່ນແມ່ນອົງການຕິດຕາມສິດທິມະນຸດ, ອົງການນັກຂ່າວບໍ່ພົມແດນຕ້ອງຮູ້ຈັກວ່າ: ບັນດາເປົ້າໝາຍນີ້ໄດ້ລະເມີດກົດໝາຍຫວຽດນາມ. ກົດໝາຍປັບໄໝລົງໂທດຢ່າງເຂັ້ມງວດສຳລັບບັນດາເປົ້າໝາຍດັ່ງກ່າວ ເພາະວ່າ ເຂົາເຈົ້າໄດ້ສວຍໃຊ້ບັນດາສິດເສລີປະຊາທິປະໄຕ, ລ່ວງລະເມີດຜົນປະໂຫຍດຂອງລັດ, ສິດ, ຜົນປະໂຫຍດອັນຊອບທຳຂອງບັນດາອົງການພົນລະເມືອງ” ຫາກບໍ່ແມ່ນຍ້ອນເຂົາເຈົ້າໄດ້ຕຳນິຕິຕຽນລັດຖະບານ ຫລື ຕົວເຂົາເຈົ້າເອງແມ່ນ “ບັນດານັກຮົບຕໍ່ສູ້ເພື່ອປະຊາທິປະໄຕ, ສິດທິມະນຸດຫວຽດນາມ ” ຄືດັ່ງບັນດາອົງການດັ່ງກ່າວໄດ້ເຜີຍແຜ່.
ສິ່ງເປັນຫນ້າຕຳນິຕິຕຽນ ນັ້ນແມ່ນບັນດາອົງການສາກົນຄື: ອົງການຕິດຕາມສິດທິມະນຸດ, ອົງການນັກຂ່າວບໍ່ພົບແດນ ໄດ້ຕັ້ງໃຈສວຍໃຊ້ບັນດາກໍລະນີ ຕາມມາດຕາ 88 ແລະ ມາດຕາ 258 ຂອງປະມວນກົດໝາຍອາຍາເພື່ອເສກສັນປັ້ນແຕ່ງບັນຫາສິດທິມະນຸດ ແລະ ຄວາມສິດເສລີໃນການປາກເວົ້າຂອງຫວຽດນາມ. ບັນດາວຽກງານຊ່ືງອົງການນີ້ຕ້ອງເຮັດນັ້ນແມ່ນ ຕ້ອງຍົກອອກໄດ້ຄວາມຈິງຢ່າງພາວະວິໄສ, ຫາກບໍ່ແມ່ນປ້ອງກັນຜູ້ທີ່ລະເມີດກົດໝາຍ, ສວຍໃຊ້ບັນດາສິດເສລີປະຊາທິປະໄຕເພື່ອເສກສັນປັ້ນແຕ່ງແຜນນະໂຍບາຍ, ນະໂຍບາຍຂອງລັດ, ໃສ່ຮ້າຍປາຍສີພາບພົດຫວຽດນາມທີ່ພວມພັດທະນາ ຜ່ານບັນດາ blogger ຄືດັ່ງ ອົງການດັ່ງກ່າວໄດ້ເຮັດເພື່ອຜົນປະໂຫຍດສ່ວນຕົວ.
ອີກຄັ້ງຫນຶ່ງ ຕ້ອງຢືນຢັນວ່າ: ບັນດາສິດພົນລະເຮືອນ, ການເມືອງ, ສິດເສລີໃນການປາກເວົ້າ, ສິດເສລີໃນການນຳໃຊ້ອິນເຕີແນັດຂອງປະຊາຊົນຫວຽດນາມ ທຸກຄົນ ລ້ວນແຕ່ໄດ້ຮັບປະກັນໃນລະບົບກົດໝາຍ ແລະ ໃນຄວາມເປັນຈິງ. ແຕ່ບັນຫາ ສິດເສລີໃນການປາກເວົ້າບໍ່ສາມາດຕັດແຍກອອກຈາກພັນທະພົນລະເມືອງໄດ້. ສ່ວນບຸກຄົນຢູ່ຫວຽດນາມທຸກຄົນກໍຄືຢູ່ທຸກປະເທດອື່ນ ລ້ວນແຕ່ປະຕິບັດຕາມລັດຖະທຳມະນູນ ແລະ ກົດໝາຍ. ບໍ່ມີອົງການ ຫລືສ່ວນບຸກຄົນໃດຢືນຢູ່ນອກລະບົບນິຕິກຳສັງຄົມຢ່າງເດັດຂາດ. ນັ້ນແມ່ນສິ່ງທີ່ທຸກປະເທດ, ໃນນັ້ນ ມີຫວຽດນາມ ຕ້ອງປະຕິບັດເພື່ອຮັບປະກັນຄວາມເຄົາລົບກົດໝາຍ, ພິເສດແມ່ນກົດໝາຍກ່ຽວກັບສິດທິມະນຸດ.