ລູກສອນໄຟນຳວິຖີໄລຍະກາງ Musudan ຂອງ ສ.ປ.ປ.ເກົາຫຼີ
(ພາບ:anninhthudo.vn)
|
ພາຍຫຼັງທີ່ມີການກະທຳຫຼຸດຜ່ອນຄວາມເຄັ່ງຕຶງດ້ວຍການຍົກຍ້າຍລູກສອນໄຟ ໄລຍະກາງອອກຈາກ ບັນດາຖານຍິງຢູ່ຝັ່ງທະເລທາງທິດຕາເວັນອອກ, ວັນທີ 8/5, ພຽງຢາງພັດມີການກະທຳໃໝ່ ຊຶ່ງໄດ້ເຮັດໃຫ້ຫາງສຽງມີຄວາມວິຕົກກັງວົນ. ນັ້ນແມ່ນເລື່ອງສືບຕໍ່ຜັນຂະຫຍາຍລູກສອນໄຟ Scud ແລະ Rodong ຊຶ່ງຕັ້ງຢູ່ບັນດາຖານຍິງເຄື່ອນທີ່ຢູ່ຝັ່ງທະເລທາງທິດຕາເວັນອອກຂອງປະເທດນີ້. ພ້ອມກັບການຕັດສິນລົງໂທດຢ່າງເປີດເຜີຍຂອງຈີນຊຶ່ງແມ່ນປະເທດພັນທະມິດບ້ານໃກ້ເຮືອນຄຽງ ໂດຍຜ່ານການປິດປະຕູ ແລະ ໂຈະທຸກໆການພົວພັນແລກປ່ຽນດ້ານການເງິນລະຫວ່າງທະນາຄານຈີນກັບທະນາຄານການຄ້າຕ່າງປະເທດແຫ່ງ ສ.ປ.ປ.ເກົາຫຼີນັ້ນ, ແຫຼມເກົາຫຼີພວມມີບັນດາການຜັນແປທີ່ຍາກຈະຄາດຄະເນໄວ້ລ່ວງໜ້າ.
ວັນທີ 7/5, ບັນດາພາຫະນະສື່ມວນຊົນໃນໂລກໄດ້ພ້ອມກັນໃຫ້ຂ່າວກ່ຽວກັບເລື່ອງ ທະນາຄານຈີນໄດ້ຕົກລົງປິດປະຕູ ແລະ ໂຈະທຸກໆການພົວພັນແລກປ່ຽນດ້ານການເງິນກັບທະນາຄານການຄ້າຕ່າງປະເທດແຫ່ງ ສ.ປ.ປ.ເກົາຫຼີ. ໃນທັນທີ່, ວໍຊິງຕັນໄດ້ສະແດງຄວາມເຫັນດີເຫັນພ້ອມກັບກັບການຕົກລົງທຳອິດນີ້ຂອງ ປັກກິງ . ກ່າວຄຳເຫັນກັບວົງການນັກຂ່າວເມືອ່ວັນທີ 8/5, ໂຄສົກກະຊວງການຕ່າງປະເທດອາເມລິກາ, ທ່ານ Patrik Ventrell ໄດ້ຊີ້ແຈ້ງວ່າ ອາເມລິກາຊົມເຊີຍບັນດາບັນດາບາດກ້າວເດີນຂອງປະຊາຄົມໂລກ, ໃນນັ້ນມີຈີນ ກ່ຽວກັບການຜັນຂະຫຍາຍບັນດາມາດຕະການລົງໂທດທີ່ມີຕໍ່ ສ.ປ.ປ.ເກົາຫຼີ. ໜັງສືພິມ Los Angeles ທ່າຍຂອງ ອາເມລິກາ ໃຫ້ຂໍ້ສັງເກດວ່າ ການກະທຳນີ້ແມ່ນສັນຍານທີ່ຈະແຈ້ງສະແດງໃຫ້ເຫັນວ່າ ປັກກິງພວມນັບມື້ນັບເສຍຫວັງຕໍ່ພຽງຢາງ. ສ່ວນຕາມບັນດາຜູ້ຊ່ຽວຊານກ່ຽວກັບ ສ.ປ.ປ.ເກົາຫຼີ ສັງກັດໂຮງຮຽນພັກສູນກາງແຫ່ງປະເທດຈີນແລ້ວ, ນີ້ແມ່ນການກະທຳທີ່ຄວນປະຕິບັດ ແລະ ປັກກິງໄດ້ມີການຊັງຊາຢ່າງລະອຽດກ່ຽວກັບດ້ານການເມືອງ ແລະ ຜົນປະໂຫຍດ.
ຫາງສຽງຖືວ່າ ການກະທຳດັ່ງກ່າວແມ່ນສັນຍານໃໝ່ກ່ຽວກັບຄວາມບໍ່ພໍໃຈຂອງປັກກິງທີ່ມີຕໍ່ປະເທດພັນທະມິດຂອງຕົນ. ສິ່ງທີ່ເປັນອັນຕະລາຍກ່ວານັ້ນ, ແມ່ນການກະທຳຂອງຈີນອາດຈະເປີດຊ່ອງທາງໃຫ້ແກ່ເລື່ອງບັນດາທະນາຄານອື່ນໆໃນພາກພື້ນອາດຈະຊັງຊາຄືນກ່ຽວກັບການພົວພັນກັບ ສ.ປ.ປ.ເກົາຫຼີ. ຖ້າເປັນດັ່ງນັ້ນ, ຄວາມຫຍຸ້ງຍາກຈະຍິ່ງເພີ່ມຂຶ້ນສຳລັບອຳນາດການປົກຄອງພຽງຢາງ. ເພາະໃນປະຈຸບັນ. ຕາມຂໍ້ສັງເກດຂອງໂຄງການທັນຍາຫານໂລກ (WFP), ສ.ປ.ປ.ເກົາຫຼີ ພວມສືບຕໍ່ປະເຊີນໜ້າກັບສະພາບຂາດແຄນສະບຽງອາຫານ. ໃນຂະນະນັ້ນ, ເລື່ອງເດັດດຽວເດີນຕາມໂຄງການຜະລິດອາວຸດນິວເຄຼຍຂອງພຽງຢາງໄດ້ ແລະ ພວມສືບຕໍ່ປະສົບກັບປະຕິກິລີຍາຢ່າງຮຸນແຮງຈາກວົງການເຈົ້າໜ້າທີ່ຝ່າຍຕາເວັນຕົກ. ລະອຽດແມ່ນໃນການພົບປະລະຫວ່າງປະທານາທິບໍດີ ອາເມລິກາ Obama ແລະ ຄູ່ຕຳແໜ່ງຂອງສ.ເກົາຫຼີ ທ່ານນາງ Park Gyun Hye ເມື່ອວັນທີ 7/5 ຢູ່ທຳນຽບຂາວ, 2 ຝ່າຍໄດ້ໃຫ້ຄຳໝັ້ນສັນຍາ ບໍ່ປະນິປະນອມກັບ ສ.ປ.ປ.ເກົາຫຼີ ພາຍຫຼັງເກີດຄວາມເຄັ່ງຕຶ່ງມາເປັນເວລາຫຼາຍເດືອນ, ພ້ອມກັນນັ້ນກໍຢືນຢັນວ່າ ພຽງຢາງພວມຕ້ອງແບກຫາບຄວາມຫຍຸ້ງຍາກຈາກວິກິດການນີ້. ເຖິງວ່າມີການແດງໄມຕີຈິດມິດຕະພາບຂະນະທີ່ໄດ້ສະເໜີໃຫ້ກໍ່ສ້າງສວນສາທາ ລະນະສາກົນຢູ່ເຂດຊາຍແດນລະຫວ່າງ 2 ພາກເກົາຫຼີ, ພ້ອມທັງເປີດປະຕູມຸ່ງໄປສູ່ການເຈລະຈາຖ້າຫາກຜູ້ນຳ ສ.ປ.ປ.ເກົາຫຼີ ທ່ານ Kim jong Un ຕົກລົງເດີນຕາມ “ ເສັ້ນທາງສັນຕິພາບ” ກໍຕາມ, ແຕ່ປະທານາທິບໍດີສ.ເກົາຫຼີ ທ່ານນາງ Park Gyun Hye ຍັງຄົງເນັ້ນໜັກເຖິງຫຼັກໝັ້ນຂອງ Seoul ວ່າ ຈະເຮັດໃຫ້ພຽງຢາງຕ້ອງຮັບສິ່ງຕອບແທນຖ້າຫາກບຸກໂຈມຕີສ.ເກົາຫຼີ. ຄຳຖະແຫຼງດັ່ງກ່່າວຖືກຍົກອອກມາ ກ່ອນນີ້ 2,3 ຊົວໂມງທີ່ກອງທັບແຫ່ງສ.ປ.ປ.ເກົາຫຼີມີຄຳນາບຂູ່ຄັ້ງໃໝ່, ຕາມນັ້ນແລ້ວ, ພຽງຢາງໄດ້ປະຕິຍານວ່າ ຈະເຮັດໃຫ້ເກາະແຫ່ງຕ່າງໆຢູ່ເຂດຊາຍແດນການເປັນແປວໄຟ ຖ້າຫາກລູກປືນໃຫຍ່ລູກໜຶ່ງຕົກໃສ່ດິນແດນ ຂອງປະເທດນີ້ໃນຂະນະທີ່ ອາເມລິກາ-ສ.ເກົາຫຼີ ພວມດຳເນີນການຊ້ອມຮົບຮ່ວມ. ກ່ອນໜ້ານັ້ນ, ສ.ປ.ປ.ເກົາຫຼີ ໄດ້ຖືວ່າ ການຊ້ອມຮົບຮ່ວມປະຈຳໄລຍະລະຫວ່າງ ອາເມລິກາ-ສ.ເກົາຫຼີ ໃນເວລາ 5 ວັນນີ້ ແມ່ນການກະທຳເປັນປໍລະປັກ ແລະ ເກາະຜິດດ້ານການທະຫານ. ເປັນທີ່ຈະແຈ້ງແລ້ວວ່າ : ສະພາບການໃນ ແຫຼມເກົາຫຼີຍັງຄົງເຄັ່ງຕຶງທີ່ສຸດ, ອັນໄດ້ເຮັດໃຫ້ຫາງສຽງມີຄວາມວິຕົກກັງວົນທີ່ສຸດ, ແລະ ຖ້າຫາກມີການກະທຳຜິດພຽງເລກນ້ອຍກໍຈະພາໃຫ້ເກີດການປະທະກັນ. ວັນທີ 8/5, ທ່ານເລຂາທິການໃຫຍ່ສ.ປ.ຊ Ban ki-Moon ໄດ້ເນັ້ນໜັກວ່າ ຄວາມບໍ່ລົງລອຍກັນໃນການພົວພັນລະຫວ່າງ 2 ພາກເກົາຫຼີ ພຽງແຕ່ສາມາດປກ້ໄຂໄດ້ຜ່ານການສ້າງຄວາມເຊື່ອໝັ້ນ ແລະ ເຈລະຈາ.
ປະຈຸບັນ, ກໍລະນີເກີດການປະທະກັນໃນ ແຫຼມເກົາຫຼີ ຖືກບັນດາຜູ້ຊ່ຽວຊານສັງເກດວ່າ ຍາກທີ່ຈະເກີດຂຶ້ນ, ຂະນະທີ່ອຳນາການປົກຄອງພຽງຢາງໄດ້ຫັນສູ່ການເຕື້ອງເຖິງບັນດາເງື່ອນໄຂເພື່ອເຊື່ອມຕໍ່ການເຈລະຈາຄືນໃໝ່. ໜຶ່ງໃນບັນດາເງື່ອນໄຂທີ່ ສ.ປ.ປ.ເກົາຫຼີຍົກອອກມາໃນຄັ້ງນີ້ ແມ່ນບໍ່ມີຫຍັງໃໝ່ອຽມ, ນັ້ນແມ່ນຄວາມຮຽກຮ້ອງໃຫ້ ສ.ປ.ຊ ຍົກເລີກຄຳສັ່ງຂວ້ຳບາດ; ອາເມລິກາຕ້ອງຖອນບັນດາອາວຸດບຸກໂຈມຕີຍຸດທະສາດໂດຍປະເທດນີ້ໄດ້ຜັນຂະຫຍາຍຢູ່ໃກ້ກັບ ແຫຼມເກົາຫຼີ.... ແຕ່ເບິ່ງຄືວ່າ ສິ່ງນີ້ບໍ່ສາມາດປະຕິບັດໄດ້ຢ່າງງ່າຍດາຍ, ເພາະໃນປະຈຸບັນ, ຂະນະທີ່ພຽງຢາງມີຄວາມຫວັງຢາກສະແດງໃຫ້ເຫັນຄວາມສາມາດແມ່ນປະເທດທີ່ມີກຳລັງຄວາມສາມາດດ້ານນິວເຄຼຍນັ້ນ, ແຕ່ອາເມລິກາພັດຍົກອອກເງື່ອນໄຂຕັດສິນແກ່ການ ເຊື່ອມຕໍ່ການເຈລະຈາຄືນໃໝ່, ນັ້ນແມ່ນ ສ.ປ.ປ.ເກົາຫຼີ ຕ້ອງຍົກເລີກໂຄງການນິວເຄຼຍຂອງຕົນ. ຍ້ອນເຫດນີ້ເອງ, ມັນໄດ້ ແລະ ພວມເຮັດໃຫ້ວິວັດທະນາການສັນຕິພາບໃນແຫຼມເກົາຫຼີ ສືບຕໍ່ປະສົບກັບສິ່ງກີດຂວາງຫຼາຍຢ່າງ ແລະ ຍາກທີ່ຈະຄາດຄະເນໄດ້ໃນຊຸມມື້ທີ່ຈະມາເຖິງ.